ຄວາມ​ໝາຍ​ຂ​ອງດອກ​ຄາຍ​ຍາມ​ບຸນ​ເຕັດ​ປະ​ຈຳ​ຊາດ​ຫວຽດ​ນາມ

Chia sẻ
(VOVWORLD) -ດອກຄາຍຍັງມີຄວາມໝາຍທີ່ສັກກະລະບູຊາກ່ວາໝູ່ນັ້ນແມ່ນສະແດງໃຫ້ເຫັນຄວາມສະໜິດຕິດພັນຄວາມສາມັກຄີລະຫວ່າງບັນດາສະມາຊິກໃນຄອບຄົວ
ຄວາມ​ໝາຍ​ຂ​ອງດອກ​ຄາຍ​ຍາມ​ບຸນ​ເຕັດ​ປະ​ຈຳ​ຊາດ​ຫວຽດ​ນາມ - ảnh 1ດອກຄາຍຍາມບຸນເຕັດ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 510ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 40ປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວໃນນັ້ນລາຍການພາກພາສາລາວຮັບຈົດໝາຍໄດ້ 10 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາສາລາວ ໃນອາທິດຜ່ານມາ

ເພື່ອນ ພິມມະລາພວມດຳເລົງຊີວິດແລະເຮັດວຽກຢູ່ນະຄອນຫຼວງວຽງຈັນໄດ້ສົ່ງ email ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂໍສະແດງຄວາມຊົມເຊີຍຕໍ່ຫວຽດນາມທີ່ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ສຳເລັດຜົນ. ຂ້າພະເຈົ້າເຊື່ໝັ້ນວ່າດ້ວຍຜົນງານນີ້, ຫວຽດນາມຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າຍທາຍເພື່ອບັນລຸໄດ້ບັນດາຜົນງານເຊິ່ງ ຫວຽດນາມວາງອອກແລະປະເທດຫວຽດນາມຈະນັບມື້ນັບພັດທະນາກ່ວາອີກ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍ່ຂໍສະແດງຄວາມຂອບອົກຂອບໃຈໄປຍັງບັນດາອ້າຍ, ເອື້ອຍ ບັນນາທິການພາກພາສາລາວທີ່ໄດ້ສະໜອງຂໍ້ມູນຂ່າວຢ່າງທັນການແລະຊັດເຈນ. ຂໍອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງບັນດາທິການຈົ່ງມີສຸຂະພາບທີ່ເຂັ້ມແຂງ, ອວຍພອນໃຫ້ລາຍການພາກພາສາລາວເວົ້າສະເພາະແລະ VOV ເວົ້າລວມນັບມື້ນັບມີ່ຫຼາຍລາຍການທີ່ເປັນໜ້າຈັບໃຈກ່ວາອີກເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອພິມມະລາທີ່ຮັກແພງ! ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມອັດລົງ, ຫວຽດນາມໄດ້ຮັບສານອວຍພອນຢ່າງຫຼວງຫຼາຍທີ່ມາຈາກຫຼາຍປະເທດໃນໂລກ, ກໍ່ຄືໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດປະຈຳຫວຽດນາມ. ທ່ານແສງເພັດຮຸ່ງບຸນຍວງເອກອັກຄະລັດຖະທູດລາວປະຈຳຫວຽດນາມໃຫ້ຮູ້ວ່າ:

ເພື່ອໄຊສົມພອນມາຈາກແຂວງສະຫວັນນາເຂດໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຕາມຂ້າພະເຈົ້າໄດ້ຮູ້, ຢູ່ຫວຽດນາມໃນໂອກາດບຸນເຕັດ, ຊາວຫວຽດນາມຈະຊື້ດອກໄມ້ຫຼາຍຊະນິດເພື່ອປະດັບປະດາໃຫ້ແກ່ເຮືອນຂອງຕົນ. ໃນນັ້ນດອກຄາຍແມ່ນດອກໄມ້ທີ່ບໍ່ອາດຂາດໄດ້ໃນໂອກາດວັນບຸນເຕັດຂອງແຕ່ລະຄອບຄົວຢູ່ຫວຽດນາມ, ພິເສດທາງພາກເໜືອຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ ຄວາມໝາຍຂອງດອກຄາຍໃນວັນບຸນເຕັດຂອງຊາວຫວຽດນາມແມ່ນຫຍັງ? ຂໍຂອບໃຈ!

ເພື່ອນໄຊສົມພອນທີ່ຮັກແພງ! ແມ່ນແລ້ວ, ດອຄາຍແມ່ນດອກໄມ້ທີ່ບໍ່ອາດຂາດໄດ້ຂອງທຸກຄອບຄົວຊາວຫວຽດນາມໃນໂອກາດບຸນເຕັດ. ນອກຈາກການປະດັບປະດາເຮືອນໃນວັນບຸນເຕັດໃຫ້ມີຄວາມອົບອຸ່ນ, ມ່ວນຊື່ນດອກຄາຍຍັງໄດ້ບັນພະບຸລຸດຝາກຝັງມີຄວາມໝາຍຫຼາຍຢ່າງອີກດ້ວຍ.

ທຳອິດ, ດອກຄາຍໄດ້ຖືວ່າແມ່ນນຳໃຊ້ເພື່ອຂັບໄລ່ຜີສາງ ເພື່ອນຳມາເຊິ່ງຄວາມຢູ່ເຢັນເປັນສຸກມາໃຫ້ຊາວຫວຽດນາມເນື່ອງໃນໂອກາດຕົ້ນປີໃໝ່. ດອກຄາຍຍັງແມ່ນສັນຍາລັກຂອງການແຕກດອກອອກຜົນ,ເຮັດໃຫ້ປີໃໝ່ມີໂຊກ, ມີໄຊ, ມີຄວາມຜາສຸກ, ເຕັມໄປດ້ວຍຄວາມວັດທະນາຖາວອນ, ມີຄຳມີເງິນ. ອາດເວົ້າໄດ້ວ່າດອກຄາຍຄືສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບສິ່ງທີ່ດີງາມໃນອະນາຄົດ, ນຳແຫຼ່ງກຳລັງໜູນໃໝ່, ຊ່ວຍໃຫ້ສະມາຊິກທຸກຄົນໃນຄອບຄົວມີສຸຂະພາບທີ່ເຂັ້ມແຂງ, ປະສົບຜົນສຳເລັດໃນທຸກວຽກງານນອກຈາກບັນດາຄວາມໝາຍນັ້ນ, ດອກຄາຍຍັງມີຄວາມໝາຍທີ່ສັກກະລະບູຊາກ່ວາໝູ່ນັ້ນແມ່ນສະແດງໃຫ້ເຫັນຄວາມສະໜິດຕິດພັນ, ຄວາມສາມັກຄີລະຫວ່າງບັນດາສະມາຊິກໃນຄອບຄົວ.

ເພື່ອໄຊສົມພອນທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານກ່ຽວກັບຄວາມໝາຍຂອງດອກຄາຍ, ຫວັງວ່າເພື່ອນຈະພໍໃຈຕໍ່ຄຳຕອບຂອງພວກຂ້າພະເຈົ້າ. ສຸດທ້າຍ, ໃນໂອກາດໃກ້ຈະຮອດປີໃໝ່ສະລຸ, ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນ ແລະ ທ່ານຜູ້ຟັງ ປີໃໝ່ມີ ໂຊກ, ມີໄຊ, ມີຄວາມຜາສຸກແລະບັນລຸຜົນສຳເລັດໃນການດຳລົງຊີວິດຂອງຕົນ.

ທ່ານຜູ້ຟັງທີ່ເຄົາລົບ! ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວlaovov5@gmail.com

ຕອບກັບ