​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍເຊິ່ງ​ທ່ານ​ຜູ​້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

Nguyen Xuyen
Chia sẻ
(VOVWORLD) -    ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງທີ່ຝາກເຖິງລາຍການ. ໃນຈົດໝາຍ, ນອກຈາກບັນດາຄໍາສະແດງຄວາມຮູ້ສຶກ ເມື່ອຕິດຕາມບັນດາຄໍລຳໃນເວັບໄຊ vovworld.vn ແລ້ວ ຍັງມີຜູ້ຟັງບາງທ່ານຢາກຊອກຮູ້ ແລະ ທາບທາມກ່ຽວກັບສະຖານທີ່ທ່ອງທ່ຽວຈຳນວນໜຶ່ງຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

   ເພື່ອນ ໄມພອນ ຝາກຈົດໝາຍມາຫາລາຍການດ້ວຍເນື້ອໃນດັ່ງນີ້: “ອາດເວົ້າໄດ້ວ່າ ໄລຍະ 02 ປີ ມໍ່ໆມານີ້ ຫວຽດນາມ ມີຫຼາຍຈຸດທີ່ຈະເລີນເຕີບໂຕ. ພວກເພື່ອນ ບັນລຸໄດ້ຜົນງານຫຼາຍຢ່າງໃນຂົງເຂດກິລາ ແລະ ນັບມື້ນັບກາຍເປັນຈຸດສົນໃຈຂອງປະຊາຄົມສາກົນ. ສ່ວນກ່ຽວກັບຂົງເຂດທ່ອງທ່ຽວ, ຂ້າພະເຈົ້າຈື່ໄດ້ວ່າ ກ່ອນໜ້ານີ້ 2-3 ເດືອນ ຫວຽດນາມ ໄດ້ຮັບການຄັດເລືອກຈາກ ວາລະສານ Forbes ວ່າ ແມ່ນ ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດຂອງປີ 2019, ຕໍ່ຈາກນັ້ນ ແມ່ນ ນາຂັ້ນໄດ ມູ່ກາງຈ໋າຍ ກໍໄດ້ຮັບການຄັດເລືອກຈາກ ວາລະສານທ່ອງທ່ຽວ  CN Travel  ວ່າ ແມ່ນໜຶງໃນບັນດາສະຖານທີ່ທີ່ມີສີສັນທີ່ສຸດໃນໂລກ. ແນ່ນອນວ່າ ຂ້າພະເຈົ້າຈະໄປຢ້ຽມຢາມຫວຽດນາມ ໃນໄວໆນີ້”.

​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍເຊິ່ງ​ທ່ານ​ຜູ​້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ນາຂັ້ນໄດ ມູ່ກາງຈ໋າຍ 

        ຂອບໃຈເພື່ອນ ໄມພອນ ທີ່ໄດ້ຕິດຕາມຂ່າວ, ບົດໃນເວັບໄຊຂອງລາຍການໃນຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະສືບຕໍ່ຕິດຕາມຂ່າວ, ບົດ ແລະ ແບ່ງປັນຄວາມຮູ້ສຶກ ກໍຄື ກສຍປະກອບຄຳຄິດຄຳເຫັນ ເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບມ່ວນກວ່າເກົ່າ. ພວກຂ້າພະເຈົ້າ ຍິນດີຕ້ອນຮັບເພື່ອນມາທ່ຽວຫວຽດນາມ.

        ເພື່ອນ ດາວວຽງ ເຊິ່ງເປັນນັກສຶກສາປີສອງ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກ ເຖິງລາຍການດ້ວຍເນື້ອໃນວ່າ:  ນ້ອງໃກ້ຈະໄດ້ພັກແລ້ງແລ້ວ ແລະ ກໍາລັງຈະໄປທ່ອງທ່ຽວຢູ່ແຂວງເງະອານ ພ້ອມກັບໝູ່ຂອງຕົນ. ນ້ອງຢາກຮູ້ວ່າ ທະເລ ເກື໋ອລໍ່ ຫ່າງຈາກໃຈກາງນະຄອນວິງໄປໄກບໍ? ແລະ ນອກຈາກທະເລ ເກືອລໍ່ ແລ້ວ ເງະອານ ມີສະຖານທີ່ທ່ອງທ່ຽວໃດແດ່? ຫວັງວ່າ ອ້າຍເອື້ອຍບັນນາທິການລາຍການພາສາລາວ ຈະແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງໃຫ້ພວກນ້ອງຮູ້ແດ່ ຂໍຂອບໃຈ.

        ເພື່ອນ ດາວວຽງ ທີ່ຮັກແພງ! ທະເລ ເກື໋ອລໍ່ ຢູ່ຫ່າງຈາກນະຄອນວິງປະມານ 15 ກິໂລແມັດ. ນອກຈາກທະເລ ເກື໋ອລໍ່ ແລ້ວ ເງະອານ ຍັງມີສະຖານທີ່ທ່ອງທ່ຽວດູດດື່ມຫຼາຍແຫ່ງ. ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນຳໃຫ້ເພື່ອນ ບາງສະຖານທີ່ທ່ອງທ່ຽວ:

1.  ຫາດຊາຍທະເລ ບ໋າຍຫຼື໊ ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີທັງພູຜາປ່າໄມ່ ແລະ ທະເລ. ຫວ່າງມໍ່ໆມານີ້, ເຂດພັກຜ່ອນບຳລຸງສຸຂະພາບ ບ໋າຍຫຼື໊ Resort ໄດ້ກໍ່ສ້າງລະບົບເຮືອນພັກຜ່ອນຂະໜາດໜ້ອຍ ຢູ່ຕິດກັນ ອ້ອມແອ້ມແມ່ນຕົ້ນໄມ້ໃບຫຍ້າ ແລະ ໜ້າມຸ່ງອອກໄປສູ່ທະເລ ເຊິ່ງແມ່ນສະຖານທີ່ ມີຄວາມໂຣມານຕິກທີ່ສຸດ.

​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍເຊິ່ງ​ທ່ານ​ຜູ​້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ເຂດພັກຜ່ອນບຳລຸງສຸຂະພາບ ບ໋າຍຫຼື໊ Resort 

2.  ສະຖານທີ່ທີ 2 ເຊິ່ງພວກຂ້າພະເຈົ້າຢາກເຊີນຊວນເພື່ອນໄປຢ້ຽມຊົມ ເມື່ອມາເງະອານ ນັ້ນແມ່ນ ເຂດປູສະນີຍະສະຖານປະຫວັດສາດ ກິມລຽນ ຕັ້ງຢູ່ຕາແສງ ກິມລຽນ, ເມືອງນາມດ່ານ, ແຂວງເງະອານ. ປັດຈຸບັນ, ລັດຖະບານຫວຽດນາມໄດ້ນໍາສະຖານທີ່ແຫ່ງນີ້ເຂົ້າໃນບັນຊີລາຍຊື່ຈັດອັນດັບ 23 ເຂດປູສະນີຍະສະຖານປະຫວັດສາດພິເສດ ແລະ ກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ວ່າ ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວຈຸດສຸມລະດັບຊາດ ແລະ ແມ່ນໜຶ່ງໃນ 4 ເຂດປູສະນີຍະສະຖານທີ່ສຳຄັນອັນດັບໜຶ່ງ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ.

3.  ປ່ານິເວດວິທະຍາ ປູ່ມາດ ກໍແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ບໍ່ຄວນພາດ. ນີ້ແມ່ນປ່າລະດັບຊາດແຫ່ງໜຶ່ງ ທີ່ມີສັດສາວາສິ່ງທີ່ຫາຫາກຫຼາຍທີ່ສຸດຂອງຫວຽດນາມ ດ້ວຍເນື້ອທີ່ດິນທັງໝົດແມ່ນ 194.000 ເຮັກຕາ, ໃນນັ້ນ ເຂດປ່າສະຫງວນ ແມ່ນ 94.000 ເຮັກຕາ.

​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍເຊິ່ງ​ທ່ານ​ຜູ​້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 3 ທົ່ງດອກຕາເວັນ ເຊິ່ງກວ້າງ 100 ເຮັກຕາຕັ້ງຢູ່ນິຄົມກະເສດ 19 ພຶດສະພາ, ເມືອງ ເຫງ໊ຍດ່ານ

4.  ນອກຈາກ ສະຖານທີ່ 3 ແຫ່ງທີ່ໄດ້ເຫຼົ່າມາຂ້າງເທິງແລ້ວ, ພວກເພື່ອນກໍ່ສາມາດໄປຢ້ຽມຊົມ ແລະ ຖ່າຍຮູບຢູ່ທົ່ງດອກຕາເວັນ ເຊິ່ງກວ້າງ 100 ເຮັກຕາຕັ້ງຢູ່ນິຄົມກະເສດ 19 ພຶດສະພາ, ເມືອງ ເຫງ໊ຍດ່ານ, ແຂວງເງະອານ; ໄປຢ້ຽມຊົມເຂດລ້ຽງແກະ ຢູ່ບ້ານ 11, ຕາແສງ ບ໋າວແທັ່ງ, ເມືອງ ອຽນແທ່ງ, ເງະອານ...

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ