ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ

Chia sẻ
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການ. ໃນຈົດໝາຍ, ນອກຈາກບັນດາຄຳສະແດງຄວາມຮູ້ສຶກ ເມື່ອຕິດຕາມບັນດາຄໍລຳໃນເວັບໄຊ vovwolrd.vn  ແລ້ວ, ຍັງມີທ່ານຜູ້ຟັງບາງທ່ານຍັງຢາກຊອກຮູ້ກ່ຽວກັບເລື່ອງເລົ່າຂານກັນມາ ລູມັງກອນ ຫຼາເທວະດາ ແລະ ບາງເນື້ອໃນອື່ນອີກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ສີສະຫວັນ ວິພວັນ ທີ່ພວມຄົ້ນຄວ້າປະລິນຍາໂທ ຢູ່ຫວຽດນາມ ໄດ້ແບ່ງບັນວ່າ: ຂ້າພະເຈົ້າ ມາຮຽນຢູ່ຫວຽດນາມ ໄດ້ 3 ປີ ແລ້ວ ແລະ ມັກເຂົ້າຮ່ວມບັນດາກິດຈະກຳ ແລະ ການລະຫຼິ້ນບັນເທງຕ່າງໆຢູ່ຫວຽດນາມ. ແຕ່ປະເພດກິລາດຶງເຊືອກແບບນັ່ງ ແມ່ນ ກິລາທີ່ແປກໃໝ່ສຳລັບຂ້າພະເຈົ້າ. ເຖິງວ່າ ຍັງບໍ່ເຄີຍໄດ້ຫຼິ້ນຈັກເທື່ອກໍ່ຕາມ ແຕ່ຜ່ານບົດຂຽນທີ່ທາງລາຍການໄດ້ເອົາລົງໃນເວັບໄຊນັ້ນ ຂ້າພະເຈົ້າເຫັນວ່າມັນເປັນຕາມ່ວນ,ຈັບອົກຈັບໃຈ, ເປັນເອກະລັກສະເພາະ ແລະ ຢາກລອງຫຼິ້ນເບິ່ງ.

        ເພື່ອນ ເຮືອງຈະເລນ ໄດ້ຝາກຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ພາຍຫຼັງຕິດຕາມບັນດາຂ່າວ, ບົດ ກ່ຽວກັບວັນບຸນ ໄຫວ້ບູຊາເຈົ້າຊີວິດຮຸ່ງແລ້ວ ຂ້າພະເຈົ້າ ຈຶ່ງຮູ້ວ່າ ຢູ່ຫວຽດນາມ ກໍມີເລື່ອງເລົ່າຂານກັນມາກ່ຽວກັບກົກເຄົ້າເຫງົ້າກໍ. ຫວັງວ່າ ອ້າຍເອື້ອຍບັນນາທິການ ລາຍການພາກພາສາລາວ ຈະແນະນໍາເລື່ອງເລົ່າຂານກັນມາດັ່ງກ່າວໃຫ້ຂ້າພະເຈົ້າ ແລະ ເພື່ອນຜູ້ຟັງໄດ້ຮັບຟັງ ໂດຍຫຍໍ້ແດ່. ຂໍຂອບໃຈ.

        ເພື່ອນ ເຮືອງຈະເລີນ ທີ່ຮັກແພງ! ເລື່ອງເລົ່າຂານກັນມາ “ລູກມັງກອນ ຫຼານເທວະດາ” ກໍຄ້າຍຄືກັນກັບເທບນິຍາຍ ໝາກນ້ຳເຕົ້າປຸງ ຂອງລາວ. ເລື່ອງມີຢູ່ວ່າ: ແຕ່ກີ້ແຕ່ກ່ອນ, ຢູ່ດິນແດນ ລາກຫວຽດ ມີເທວະດາອົງໜຶ່ງຂຶ້ນກັບຕະກຸນ ມັງກອນ ມີຊື່ວ່າ ລາກລອງກວນ. ມີເທື່ອໜຶ່ງ ລາວໄດ້ໄປຊ່ວຍປະຊາຊົນ ຂັບໄລ່ຜີສາງນາງຮ້າຍຢູ່ປ່າ, ລາກລອງກວນ ໄດ້ພົບປະກັບນາງສາວມີຊື່ວ່າ ເອົາເກີ ເຊິ່ງເປັນລູກຫຼານຕະກຸນເທວະດາກະສິກຳ, ດຳລົງຊີວິດຢູ່ເຂດພູສູງທາງທິດເໜືອ. ເທວະດາສອງອົງໄດ້ມີຄວາມຮັກມັກກັນ ແລະ ແຕ່ງງານນໍາກັນ. ພາຍຫຼັງໄລຍະໜຶ່ງ, ເອົາເກີ ຖືພາ ແລະ ໄດ້ເກີດລູກອອກມາເປັນພົກໄຂ່ຮ້ອຍໜ່ວຍ. ຫຼັງຈາກນັ້ນ, ພົກໄຂ່ໄດ້ແຕກອອກເປັນ 100 ຄົນ. ຍ້ອນວ່າ ລາກລອງກວນ ບໍ່ລື້ງເຄີຍກັບການດຳລົງຊີວິດຢູ່ໃນປ່າ ສະນັ້ນ ລາກລອງກວນ ແລະ ເອົາເກີ ຈຶ່ງໄດ້ໄດ້ແຍກກັນຢູ່ອົງໜຶ່ງໄປຢູ່ປ່າ, ອົງໜຶ່ງໄປຢູ່ທະເລ ແຕ່ລະອົງແມ່ນເອົາລູກໄປລ້ຽງນໍາອົງລະ 50 ຄົນ.

        ລູກກົກທີ່ໄປນໍານາງ ເອົາເກີ ນັ້ນໄດ້ເປັນເຈົ້າຊີວິດ, ໂດຍມີນາມວ່າ ຮຸ່ງເວືອງ, ປົກຄອງເຂດດິນແດນຟອງເຈົາ ແລະ ຕັ້ງຊື່ປະເທດ ແມ່ນ ວັນລາງ. ນັບແຕ່ນັ້ນມາ, ປະເພນີຖ່າຍທອດບັນລັງໃຫ້ລູກແຕ່ສະໄໝນີ້ ໄປສູ່ສະໄໝອື່ນ ຈົນຮອດສະໄໝທີ 18 ຍັງໄດ້ເອົານາມ ຮຸ່ງເວືອງ ປ່ຽນກັນຂຶ້ນເປັນເຈົ້າຊີວິດ. ເພາະສາເຫດນັ້ນ, ປະຊາຊົນຫວຽດນາມ ຈຶ່ງມັກຖືຕົນເອງວ່າ ແມ່ນລູກມັງກອນຫຼານເທວະດາ.

        ດັ່ງກ່າວມາຂ້າງເທິງນັ້ນ ແມ່ນເນື້ອໃນໂດຍຫຍໍ້ຂອງເລື່ອງເລົ່າຂານກັນມາ      “ລູກມັງກອນຫຼານເທວະດາ”. ຫວັງວ່າ ມັນຈະຊ່ວຍເພື່ອນມີຄວາມເຂົ້າໃຈຫຼາຍກວ່າ ກ່ຽວກັບ ກົກເຄົ້າເຫງົ້າກໍຂອງປະເທດ ຫວຽດນາມ.

        ເພື່ອນ ດວງຈັນ ວົງດາລາ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກ ເຖິງລາຍການ ດ້ວຍເນື້ອໃນວ່າ: ຜ່ານການຕິດຕາມຂ່າວຄາວໃນເວັບໄຊ vovwolrd.vn ຂ້າພະເຈົ້າ ຈຶ່ງຮູ້ວ່າ: ປີນີ້, ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ ງານບຸນວິສາຂະບູຊາ ເວຊັກ 2019 ຢູ່ກຸ່ມປູຊະນີຍະສະຖານວັດ ຕາມຈຸກ - ເຊິ່ງເປັນວັດໃຫຍ່ທີ່ສຸດໃນໂລກ. ຂ້າພະເຈົ້າ ຢາກຊອກຮູ້ກ່ຽວກັບວັດ ແຫ່ງນີ້. ຫວັງວ່າ ອ້າຍເອື້ອຍບັນນາທິການ ຈະແນະນຳບາງຈຸດພົ້ນເດັ່ນ ກ່ຽວກັບ ວັດແຫ່ງດັ່ງກ່າວ. ຂໍຂອບໃຈ.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1 ກຸ່ມປູຊະນີຍະສະຖານ ວັດ ຕາມຈຸກ 

        ເພື່ອນ ດວງຈັນ ທີ່ຮັກແພງ! ວັດຕາມຈຸກ ຕັ້ງຢູ່ກຸ່ມປູຊະນີຍະສະຖານໃນເຂດທ່ອງທ່ຽວ  ຕາມຈຸກ ຂຶ້ນກັບເທດສະບານເມືອງ ບາຊາວ, ເມືອງກິມບ໋າງ, ແຂວງຮ່ານາມ  ຫ່າງຈາກໃຈກາງນະຄອນຮ່າໂນ້ຍປະມານ 60 ກິໂລແມັດ. ປັດຈຸບັນ, ກຸ່ມປູຊະນີຍະສະຖານ ວັດ ຕາມຈຸກ ຍັງຄົງຢູ່ໃນໄລຍະກໍ່ສ້າງ ແລະ ປັບປຸງ. ເພື່ອໃຫ້ສໍາເລັດໂຄງການນີ້, ຄາດວ່າ ຕ້ອງໃຊ້ເວລາກໍ່ສ້າງອີກປະມານ 30 ປີ. ເວລານັ້ນ, ວັດ ຕາມຈຸກ ຈະກາຍເປັນວັດໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ທັງໝົດ ແມ່ນຂຶ້ນເຖິງ 5.000 ha. ກຸ່ມປູຊະນີຍະສະຖານ ວັດຕາມຈຸກ ມີທັດສະນີຍະພາບອັນໃຫຍ່ໂຕມະໂຫຖານ ໂດຍມີພູ 6 ໜ່ວຍຢູ່ໃຈກາງໜອງນໍ້າຢູ່ທາງໜ້າວັດ ແລະ ພູ 7 ໜ່ວຍຢູ່ທາງຫຼັງ ເຊິ່ງສາມາດເຮືອງແສງ ເມື່ອມີດວງຈັນໃນຍາມກາງຄືນ. ປີ 2013, ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບຮອງເອົາກຸ່ມປູຊະນີຍະສະຖານ ຕາມຈຸກ ແມ່ນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ. ພິເສດ, ຝາຂອງວັດ ຕາມຈຸກ ທັງໝົດ ລ້ວນແຕ່ໄດ້ຕິດຮູບພາບທີ່ພັນລະນາເຖິງ ບັນດານິທານການກໍາເນີດຂອງພະພຸດທະເຈົ້າ ເຊິ່ງ ໄດ້ແກະຄວັດສະຫຼັກດ້ວຍຫີນຫຼອມແຫຼວ ຢູ່ ອິນໂດເນເຊຍ 12.000 ແຜ່ນ. ປັດຈຸບັນ ມີພະພຸດທະຮູບ 3 ອົງ, ແຕ່ລະອົງມີນໍ້າໜັກກວ່າ 200 ໂຕນ ທີ່ໄດ້ຫຼໍ່ດ້ວຍທອງດໍາ ກໍພວມສະຖິດຢູ່ວັດແຫ່ງນີ້. ນອກຈາກນັ້ນ, ໃນບໍລິເວນຂອງວັດແຫ່ງນີ້ ຍັງໄດ້ກໍ່ສ້າງສວນເສົາຄໍາພີຫີນ 1.000 ເສົາ, ແຕ່ລະເສົາມີຄວາມສູງ 12 ແມັດ ແລະ ໜັກ 200 ໂຕນ. ປີ 2017, ສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບ ບໍລິສັດກໍ່ສ້າງ ຊວັນເຈື່ອງ ຈັດຕັ້ງພິທີແຫ່ ແລະ ປູກຕົ້ນໂພສໍາເລັດ ໂດຍທ່ານປະທານສະພາແຫ່ງຊາດ ສີລັງກາ ມອບໃຫ້.  ນີ້ແມ່ນຕ້ົນໂພທີ່ໄດ້ໂທມເອົາມາ ຈາກຕົ້ນໂພທີ່ີມີອາຍຸ 2.250 ປີ ແລະ ໄດ້ຮັບຖືວ່າ ແມ່ນຕົ້ນໂພປະເສີດ ຂອງ ສີລັງກາ.

        ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນ ບາງຈຸດພົ້ນເດັ່ນຂອງວັດ ຕາມຈຸກ. ເພື່ອຮັບຊົມຄວາມງາມຂອງວັດແຫ່ງນີ້, ທ່ານ ຈົ່ງຈັດແບ່ງເວລາມາຢ້ຽມຢາມຫວຽດນາມ ແລະ ໄປຢ້ຽມຢາມວັດແຫ່ງນີ້ແດ່ເດີ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ