ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ VOV5 ​ກໍ​ຄື ລາຍການ​ພາກ​ພາສາ​ລາວ​ໃນ​ອາທິດຜ່ານ​ມາ

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງອີກຕາມເຄີຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້. ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຂອງວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍຫຼາຍສະບັບຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງໂລກລະບາດ Covid  19 ພ້ອມທັງມີຫຼາຍຄໍາຖາມທີ່ເປັນປະໂຫຍດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ກໍຄື ລາຍການພາກພາສາລາວໃນອາທິດຜ່ານມາ.

       ພາຍຫຼັງໄດ້ອ່ານຂ່າວທີ່ວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບ ວິທະຍຸກະຈາຍສຽງຫວຽດນາມ (VOV), ທ່ານຜູ້ຟັງ ພິຈິດ ທອງພຸມ, ຈາກປະເທດໄທ ໄດ້ສະແດງຄວາມໃນໃຈໂດຍໃຫ້ຮູ້ວ່່າ: “ເມື່ອໄດ້ອ່ານຂ່າວ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບ VOV, ຂ້າພະເຈົ້າດີໃຈຫຼາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານຜູ້ຟັງທຸກຄົນ ຈະໄດ້ຮັບຂໍ້ມູນຫຼາຍຢ່າງທີ່ເປັນປະໂຫຍດຈາກ VOV. VOV ຍາມໃດກໍແມ່ນສື່ທີ່ສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນ ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບພັກ ແລະ ລັດ ຫຼາຍກວ່າ. ໃນຕະຫຼອດໄລຍະ 75 ປີຜ່ານມາ, VOV ໄດ້ເປັນຂົວຕໍ່ດ້ານຈິດໃຈ, ວັດທະນະທໍາຂອງຊາວຫວຽດນາມ ກັບເພື່ອນມິດສາກົນ, ປະຕິເສດບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນໍາພາຂອງພັກ ແລະ ລັດ, ຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດຂອງປະເທດຊາດ ແລະ ຊີວິດຫຼາຍກວ່າອີກ”.

ກ່ອນນີ້ ສອງອາທິດ, ບັນດາລາຍການກະຈາຍສຽງຂອງ VOV5 ໄດ້ແນະນຳເຖິງທ່ານຜູ້ອ່ານບັນດາພາບຖ່າຍກ່ຽວກັບ ຄວາມງາມໃນການອອກແບບສະຖາປັດຕະຍາກຳ ຂອງເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ໃນເວັບໄຊ vovworld.vn. ພາຍຫຼັງໄດ້ຮັບຊົມບັນດາພາບຖ່າຍດັ່ງກ່າວ, ເພື່ອນ Kailimantan ຈາກ ອິນໂດເນເຊຍ ໄດ້ຖາມວ່າ: “ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳແລ້ວບໍ?”

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ VOV5 ​ກໍ​ຄື ລາຍການ​ພາກ​ພາສາ​ລາວ​ໃນ​ອາທິດຜ່ານ​ມາ - ảnh 1ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຢູ່ເລກທີ 128C ຖະໜົນດ້າຍລາ 

         ເພື່ອນ Kailimantan ແລະ ທ່ານຜູ້ຟັງທີ່ຮັກແພງ! ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຍັງບໍ່ທັນໄດ້ຮັບການຮັບຮອງໃຫ້ເປັນມໍລະດົກວັດທະນະທຳເທື່ອ. ເຖິງຢ່າງໃດກໍຕາມ, ໃນວັນທີ 25 ກຸມພາ ຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຮັດວຽກກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ, ສະມາຄົມສະຖາປະນິກຫວຽດນາມ ແລະ ສະມາຄົມນັກຄົ້ນຄວ້າ - ອະນຸລັກຮັກສາສະຖາປັດຕະຍາກຳທີ່ທັນສະໄໝຫວຽດນາມ ກ່ຽວກັບການອະນຸລັກຮັກສາກິດຈະກຳປະຫວັດສາດ ສະຖານີກະຈາຍສຽງ ແບັກມາຍ. ທີ່ການເຮັດວຽກ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບການດຳເນີນການສ້າງສຳເນົາເອກະສານ, ຜັນຂະຫຍາຍລະບຽບການຕ່າງໆ ເພື່ອຮັບຮອງເອົາເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຢູ່ເລກທີ 128C ຖະໜົນດ້າຍລາ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ເປັນ ປູຊະນີຍະສະຖານ ການປະຕິວັດແຫ່ງການຕໍ່ຕ້ານ.

        ໃນອາທິດຜ່ານມາ ມີທ່ານຜູ້ຟັງຄົນລາວທ່ານໜຶ່ງ ຊື່ວ່າ ວຽງຄຳ, ລາວເຄີຍຮຽນປະລິນຍາຕີຢູ່ຫວຽດນາມ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດສບຸກ ມາຫາລາຍການພາກພາສາລາວ ໂດຍມີເນື້ອໃນດັ່ງນີ້: “ຂ້າພະເຈົ້າ ເຄີຍຮຽນຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເປັນເວລາ 5 ປີ ແລະ ປັດຈຸບັນກຳລັງເຮັດວຽກຢູ່ຮ່າໂນ້ຍ. ເພື່ອໃຫ້ມີຄວາມສະດວກໃນການທ່ຽວໄປມາ ຢູ່ຫວຽດນາມ, ຂ້າພະເຈົ້າ ຢາກປ່ຽນໃບຂັບຂີ່ ລົດຈັກ ແລະ ລົດໃຫຍ່ຂອງລາວ ເປັນໃບຂັບຂີ່ຂອງຫວຽດນາມ, ຂ້າພະເຈົ້າຕ້ອງເຮັດແນວໃດ? ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາອ້າຍເອື້ອຍບັນນາທິການລາຍການພາກພາສາລາວ. ຂໍຂອບໃຈ.”

        ເພື່ອນ ວຽງຄຳ ທີ່ຮັກແພງ! ໂດຍອີງໃສ່ມາດຕາ 41 ຂອງຄໍາສັ່ງແນະນໍາສະບັບເລກທີ 12/2017 ຂອງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ກ່ຽວກັບລະບຽບການປ່ຽນໃບຂັບຂີ່ ຫຼື ໃບຂັບຂີ່ຂອງຕ່າງປະເທດ ລະອຽດດັ່ງນີ້: ເພື່ອນຕ້ອງເຮັດສຳເນົາເອກະສານຊຸດໜຶ່ງ ແລ້ວໄປຍື່ນໂດຍກົງໃຫ້ກົມໃຫຍ່ທາງບົກຫວຽດນາມ ຫຼື ພະແນກຄົມມະນາຄົມຂົນສົ່ງ ບ່ອນທີ່ເພື່ອນຈົດທະບຽນພັກເຊົາຊົ່ວຄາວ ຫຼື ດຳລົງຊີວິດໄລຍະຍາວ. ສຳເນົາເອກະສານລວມມີດັ່ງນີ້:

-      ໃບຄຳຮ້ອງຂໍປ່ຽນໃບຂັບຂີ່.

-      ໃບຂັບຂີ່ສະບັບແປເປັນພາສາຫວຽດ ໂດຍໄດ້ຮັບການຢັ້ງຢືນຄຸນນະພາບຈາກອົງການທະບຽນເອກະສານ ຫຼື ສະຖານທູດລາວ ປະຈຳ ຫວຽດນາມ (ສະບັບສຳເນົາ) ແລະ ໄດ້ຈ້ຳກາເຈ້ຍທັງສອງໃບແປະໃສ່ກັນ ກັບໃບຂັບຂີ່ສະບັບສຳເນົາ.

-      ໜັງສືຜ່ານແດນ ສະບັບສຳເນົາ (ໂດຍສຳເນົາເອົາໜ້າທີ່ມີຮູບ, ຊື່ ແລະ ນາມສະກຸນເຈົ້າຂອງໜັງສືຜ່ານແດນ, ວັນເດືອນປີໝົດຜົນສັກສິດ ແລະ ໜ້າກາຈ້ຳເຂົ້າເມືອງຫວຽດນາມ); ບັດພັກເຊົາສະບັບສຳເນົາ, ບັດພັກເຊົາຊົ່ວຄາວ ຫຼື ໃບຢັ້ງຢືນດຳລົງຊີວິດແບບຍາວນານຢູ່ຫວຽດນາມ.

ເມື່ອເພື່ອນໄປຍື່ນເອກະສານດັ່ງກ່າວ, ເພືິ່ອນຈະຕ້ອງໄດ້ຖ່າຍຮູບໂດຍກົງ ຢູ່ອົງການອອກໃບຂັບຂີ່ ແລະ ຕ້ອງແຈ້ງເອກະສານຕົ້ນສະບັບ ເພື່ອປຽບທຽບ.

ຫວັງວ່າເພື່ອນຈະໄປປ່ຽນໃບຂັບຂີ່ສຳເລັດໂດຍໄວ. ຂໍອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ມີບັນດາການຄົ້ນຫາທີ່ຈັບອົກຈັບໃຈຢູ່ຫວຽດນາມ.

ຈາກຍີ່ປຸ່ນ, ທ່ານ Yasushi Imai ໄດ້ສ່ົງຂໍ້ຄວາມມາຖາມວ່າ: ສ່ວນຫຼາຍ ຫວຽດນາມສົ່ງອອກສິນໃນນໍ້າ ໄປຍັງປະເທດໃດແດ່?

ເພື່ອນ Yasushi Imai ແລະ ທ່ານຜູ້ຟັງທີ່ຮັກແພງ! ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ປີ 2019, ຫວຽດນາມ ໄດ້ສົ່ງອອກສິນຄ້າສິນໃນນໍ້າໄປຍັງຕະຫຼາດຕົ້ນຕໍ່ 4 ແຫ່ງ ນັ້ນແມ່ນ ຈີນ, ອາເມລິກາ, ຍີ່ປຸ່່ນ ແລະ ສ.ເກົາຫຼີ ໂດຍກວມເອົາອັດຕາສ່ວນຕາມລໍາດັບແມ່ນ 27,5%,  22,6%, 8,9% ແລະ 6,0%.

ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຂໍຂອບໃຈທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານທີ່ໄດ້ຝາກຈົດໝາຍມາຫາລາຍການ. ທ່ານຜູ້ຟັງຜູ້ອ່ານ ຢາລືມຕິດຕາມ ແລະ ເຂົ້າຮ່ວມການເສັງ ດ້ວຍຫົວຂໍ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ” ດ້ວຍລາງວັນຈັບອົກຈັບໃຈຫຼາຍຢ່າງ. ຖ້າຫາກມີບັນຫາໃດໜຶ່ງ ບັນດາທ່ານກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn  ຂອງພວກເຮົາ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.

ຕອບກັບ