ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

Minh Duc
Chia sẻ

(vovworld) - ​ ລາຍການສະ​ແດງ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ: ຂົວ​ເຊື່ອມ​ຕໍ່​ມິດຕະພາບ ນ້ຳ​ໃຈ​ສາມັກ​ຄີຖານ​ອ້າຍ​ນ້ອງ ຫວຽດນາມ - ລາວ, ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ສປປ ລາວ

(vovworld) - ​ ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

        ເພື່ອນ ສຸ​ວັນ ທິບ​ພະ​ຈັນ, ຫົວ​ໜ້າ​ຫ້ອງ​ການ​ທ່ອງ​ທ່ຽວ, ເມືອງ​ປາກ​ລາຍ, ແຂວງ​ໄຊ​ຍະ​ບູ​ລ​ີ ໄດ້​ຝາກ​ຈົດ​ໝາຍ​ມາຍັງ​ລາຍ​ການ ໂດຍ​ໃຫ້​ຮູ້​ວ່າ: ໃນ​ກາງເດືອນ 10 ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ການ​ຕິດ​ຕາມ​ຟັງຕະ​ຫຼອດ​ໄລ​ຍະ 3 ປີ, ພ້ອບ​ກັບ​ຂອງ​ຂວັນ​ຂອງ VOV. ຂ້າ​ພະ​ເຈົ້າ​ໄດ້​ຮັບຝັ​ງ​ລາຍ​ການ​ເປັນ​ປະ​ຈຳ ແລະ ສ່ວນ​ຫຼາຍ​ແມ່ນ​ໃນ​ເວ​ລາ 18 ໂມງ ແລະ 20 ໂມງ 30 ນາ​ທີຂອງ​ທຸກໆ​ແລງ, ມື້​ໃດ​ບໍ່​ມີ​ຟ້າ​ຝົນ​ສຽງ​ກໍ​ຟັງແຈ້ງ​ດີ, ມື້​ໃດ​ຫາກ​ມີ​ຟ້າ​ຮ້ອງ​ສຽງ​ກໍ່​ບໍ່​ແຈ້ງ ແລະ ມີ​ສຽງ​ລົບ​ກວນ.

        ຂໍ​ຂອບ​ໃຈເພື່ອນ ສຸ​ວັນ ທິບ​ພະ​ຈັນ ທີີ່່​​ໄດ້ຝາກ​ຈົດໝາຍ​ມາ​ລາຍການ ​ແລະ​ແບ່ງປັນຄວາມ​ເຫັນ​ກັບ​ພວກ​ຂ້າພະ​ເຈົ້າ. ຫວັງ​ວ່າ, ​ເພື່ອນ​ຍັງ​ຄົງ​ສື​ບຕໍ່​ຮັບ​ຟັງ ​ແລະ ອ່ານ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ ​ແລະ ຫວັງ​ວ່າພວກ​ຂ້າ​ພະ​ເຈົ້າ​ຈ​ະ​ໄດ້​ຮັບ​ຈົດໝາຍ ກໍ່​ຄືຄຳ​ເຫັ​ນປະກອບ​ຂອງ​ເພື່ອ​ນຕໍ່​ໄປ​ອີກ ເພື່ອ​ເຮັດ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງ. ຂໍ​ອວຍ​ພອນ​ໃຫ້​ເພື່ອນ​ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະ​ສົບ​ສຳ​ເລັດ​ໃນໜ້າ​ທີ່ວຽກ​ງານ​ຂອງ​ຕົນ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ລາຍການສະ​ແດງ​ສິລະ​ປະ​ພິ​ເສດຂ່ຳ​ນັບ​ຮັບ​ຕ້ອນ​ເຫດການ
​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ສປປ ລາວ)


​ເພື່່ອນ ພົງ​ສະ​ຫວັນ ບຸດ​ດາ​ຄຳ, ຢູ່​ແຂວງວຽງ​ຈັນ ໄດ້​ສົ່ງ​ອີກ​ແມວ​ມາ​ຍັງລາຍ​ການ​ໃຫ້​ຮູ້​ວ່າ: ໃນ​ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຂ່າວວ່າ​ຄະ​ນະນັກ​ສິລະ​ປະຂອງ​ໂຮງ​ລະຄອນ​ສິລະ​ປະ ຫວຽດນາມ ​ໄດ້ມີລາຍການສະ​ແ​ດງ​ສີ​ລະ​ປະ​ເພື່ອຂ່ຳ​ນັບ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສປປ ລາວ? ແຕ່​​ໜ້າເສຍ​ດາຍ​​ຂ້າ​ພະ​ເຈົ້າ​ພັດບໍ່​ໄດ້​ຮັບ​ຟັງຂ່າວນີ້​ເທື່ອ. ສະ​ນັ້ນ, ຜ່ານ​ລາຍການ​ນີ້​ຂໍ​ໄດ້ຟັງ​ຄືນ​ຈະ​ໄດ້​ບໍ່?

        ເພື່່ອນ ພົງ​ສະ​ຫວັນ ບຸດ​ດາ​ຄຳ ທີ່​ຮັກ​ແພງ, ໃນ​ອາ​ທິດ​ຜ່ານ​ມາ, ຢູ່​ນະຄອນຫລວງ ວຽງ​ຈັນ, ສປປ ລາວ. ​ໄດ້ຈັດ​ລາຍການສະ​ແດງ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ: ຂົວ​ເຊື່ອມ​ຕໍ່​ມິດຕະພາບ ນ້ຳ​ໃຈ​ສາມັກ​ຄີຖານ​ອ້າຍ​ນ້ອງ ຫວຽດນາມ - ລາວ, ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ສປປ ລາວ (2/12/1975 – 2/12/2015), ລາຍການ​ນີ້ໂດຍ​ກະ​ຊວງ​ຖ​ະ​ແຫຼງ​ຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ​​ລາວ ແລະ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວຫວຽດນາມ ສົ​ມ​ທົບ​ກັນຈັດ​ຕັ້ງ. ​ການ​ສະ​ແ​ດງ​ຄັ້ງ​ນີ້​ມີ​ນັກ​ສິ​ລະ​ປີນ 30 ຄົ​ນ ຂອງ​ໂຮງ​ລະ​ຄອນ​ສິລະ​ປະ ຫວຽດນາມ ສະ​ຫະ​ພັ​ນ ກາຍ​ຍະ​ສິນຫວຽດ​ນາ​ມ, ກອງສິ​ລະ​ປະກອນລ້າງ​ເຊີນ.. ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ພິທີ​ເປີດ​ລາຍ​ການສະ​ແດງ, ນັກ​ດົນຕີ, ນັກ​ສິລະ​ປິນດີ​ເດັ່ນ ຫງວຽນ​ກວາງວິ​ງ ຜູ້ອຳນວຍການໂຮງ​ລະ​ຄອນສິປະ​ປະຫວຽດນາມ  ​ໃຫ້ຮູ້​ວ່າ, ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ບັນ​ດາ​ລາຍ​ກາ​ນ​ສະ​ແ​ດງທີ່​​​ເຕັມ​ໄປ​ດ້ວຍອາ​ລົມ​ຈິດຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ​ເຖິງ​ປະຊາຊົນ​​ລາວ, ເພື່ອ​​​ອວຍ​ພອນ​ບັນ​ດາ​ຜົນ​ງານ​ເຊິ່ງ​ປະ​ເທດລາວ ຍາດ​ມາ​ໄດ​້​ໃນ​ໄລ​ຍະ 40 ປີ​ຜ່າມ​ມາ. ດ້ວຍ​ຈຸດ​ປະ​ສົງ​ຮັບ​ໃຊ້​ເຫດການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດລາວ. ພວກ​ຂ້າ​ພະ​ເຈົ້າ​ຢາກ​ສະ​ແດງ​ບັນດາ​ທຳນອງເພງ, ວາດ​ຟ້ອນ ​ກ່ຽວ​ກັບນ້ຳ​ໃຈ​ສາ​ມັກ​ຄີ​ລະຫວ່າງ​ຫວຽດ​ນາມ ແລະ ລາວ​ໃນ​ວິວັດ​ແຫ່ງ​ການຕໍ່​ສູ້, ປົກ​ປັກ​ຮັກ​ສາ ແລະ ​ສ້າງ​ສາ​ປະ​ເທດຊາດ.

ເພື່ອ​ນ​​ສີ​ສຸກ, ຢູ່ແຂວງ​ຄຳ​ມ່ວນ ​ຝາກອີ​ແມວ​ມາ​ລາຍ​ການ ໃຫ​້​ຮູ້​ວ່າ: ໃນ​ປີ 2016, ລາວ​ຈ​ະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ. ໃນ​ອາ​ທິ​ດ​ຜ່ານ​ມາ, ຝ່າຍ​ຫວຽດ​ນາມ ໄດ້​ຈັດ​ຊຸດ​ບຳ​ລຸງວິ​ຊາ​ການ​ສື່ມວນ​ຊົນ​ໃຫ້​ນັກ​ຂ່າວ​ລາວ. ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ເນື້ອ​ໃນ​ຂອງ​ຊຸດ​ບຳ​ລຸງ​ດັ່ງ​ກ່າວ.

ເພື່ອ​ນ​​ສີ​ສຸກ ທີ່​ຮັກ​ແພງ, ພິ​ທີເປີດ​ຊຸດ​ບຳ​ລຸງວິ​ຊາ​ການ​ສື່ມວນ​ຊົນ​ໃຫ້​ນັກ​ຂ່າວ​ລາວ ດ້ວຍ​ຫົວ​ຂໍ້ “ທັກ​ສະ​ໃນ​ການ​ຂຽນ​ຂ່າວ​, ບົດ ໃຫ້​ແກ່​ບັນ​ດາ​ເຫດ​ການ​ໃຫຍ່” ໄດ້​ດຳ​ເນີນໃນ​ອາ​ທິດ​ຜ່ານ​ມາ ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ນີ້​ແມ່ນ​ຊຸດ​ບຳ​ລຸງວິ​ຊາ​ການ​ຄັ້ງ​ທີ 12 ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫ​ວຽດ​ນາມ ສົມ​ທົບ​ກັບ ກະ​ຊວງ​ຖະ​ແຫຼງ​ຂ່າວ ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ​ຈັດ​ຕັ້ງ​ຂຶ້ນ ເພື່ອ​ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ຂ່າວ​ລາວ. ຊຸດ​ບຳ​ລຸງ​ດັ່ງ​ກ່າວແມ່ນ​ເພື່​ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນ​ດາ​ນັກ​ຂ່າວ​ລ​າວ ຈັດ​ຕັ້ງ​ວຽກ​ງານ​​ໂຄສະນາ​ບັນ​ດາ​ເຫດ​ການ​ໃຫຍ່​ໃນ​ປີ 2016 ໃຫ້​ດີກວ່າ. ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ, ຫົວຫນ້າ​ສະ​ຖາ​ບັນ​ຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​(ກະຊວງ​ຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ) ໃຫ້​ຮ​ູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ກົ​ມ​ສື່​ມວນ​ຊົນ - ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ຊ​ຸດ​ບຳ​ລຸງ​ດ້ານວິ​ຊາ​ການ​ຫຼາຍ​ຊຸດ, ດ້ວຍ​ບັນ​ດາ​ຫົວ​ຂໍ້​ແຕກ​ຕ່າ​ງ​ກັນ ທີ່​ສະ​ຫງວນ​ໃຫ້​ນັກ​ຂ່າວ​ລາວ ກວ່າ 400 ຄົນ.

(ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ, ຫົວຫນ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ​

ແລະ ວັດທະນະທຳ​ລາວ)

 

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຕອບກັບ