ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ

Chia sẻ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 314 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 39 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ - ảnh 1ສະແຕມ “ຊົມເຊີຍ ວັນບຸນວິສາຂະບູຊາ ສະຫະປະຊາຊາດ - Vesak 2019" (ພາບ: vtv.vn)

ເພື່ອນ ແກ້ວວິໄລ ມາຈາກແຂວງ ສະຫວັນນະເຂດໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວບໄຊ vovworld.vn ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ: ວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019 ໄດ້ຈຳໜ່າຍຊຸດສະແຕມ “ຊົມເຊີຍ ວັນບຸນວິສາຂະບູຊາ ສະຫະປະຊາຊາດ - Vesak 2019”. ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບຮູບພາບຂອງຊຸດສະແຕມດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຍັງບໍ່ຮູ້ຢ່າງຈະແຈ້ງກ່ຽວກັບຂໍ້ມູນຂອງຊຸດສະແຕມນັ້ນເທື່ອ, ຫວັງວ່າບັນດາບັນນາທິການຈະແນະນຳຊຸດສະແຕມນັ້ນໃຫ້ຂ້າພະເຈົ້າຮູ້ຢ່າງຈະແຈ້ງກ່ວາອີກ. ຂໍຂອບໃຈ.

ເພື່ອນ ແກ້ວວິໄລທີ່ຮັກແພງ! ຊຸດສະແຕມ “ຊົມເຊີຍ ວັນບຸນວິສາຂະບູຊາ ສະຫະປະຊາຊາດ - Vesak 2019” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມໄດ້ ສົມທົບກັບສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງການຈຳໜ່າຍເພື່ອແນໃສ່ຊົມເຊີຍຕ້ອນຮັບວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019. ຮູບພາບຫຼັກຂອງສະແຕມແມ່ນ ພະພຸດທະຮູບ, ພື້ນຫຼັງແມ່ນຮູບພາບໃບໂພສະໄໝເຈົ້າຊີວິດ ລີ໊ (1010 - 1025). ຢູ່ທາງຂ້າງແມ່ນຮູບພາບຂອງວັດ ຕາມຈຸ໊ກ, ເຊິ່ງແມ່ນສະຖານທີ່ດຳເນີນ ວັນບຸນ Vesak 2019 ແລະ ຮູບພາບໂຕມັງກອນສະໄໝເຈົ້າຊີວິດ ລີ໊ (ສະໄໝທີ່ພຸດທະສາສະໜາມີການພັດທະນາທີ່ສຸດ 1010 -1025). ທາງລຸ່ມແມ່ນຮູບພາບດອກບົວ ແລະ ເມກເຝື້ອສະແດງໃຫ້ເຫັນການສະຫຼັບໃສ່ກັນລະຫວ່າງ ຟ້າ ແລະ ດິນ, ນຳມາເຊິ່ງຊີວິດຢ່າງສະຫງົບສຸກ. ແລະ ເພື່ອນຢາກຊື້ຊຸດສະແຕນດັ່ງກ່າວ, ເພື່ອນສາມາດສັ່ງຊື້ໄດ້ ຫຼື ຫາໝູ່ເພື່ອນຫຼືຍາດຕິພີ່ນ້ອງຊື້ໃຫ້ກໍ່ໄດ້ຢູ່ສະຖານທີ່ຈຳໜ່າຍສະແຕມສຳນັກງານບໍລິສັດ ສະແຕມ (ເຮືອນເລກທີ 14 ຖະໜົນ ເຈິ່ນຮຶງດ້າວ, ຮ່າໂນ້ຍ); ສາຂາ ເຮືອນເລກທີ18 ດິງຕຽນຮ່ວາງ (ນະຄອນໂຮ່ຈີມິນ); ຫຼືຮ້ານວາງຂາຍເລກທີ 94 ຢູ່ຕະຫຼາດນັດ ຜະລິດຕະພັນວັດທະນະທຳ ທາງພຸດທະສາສະໜາ - ສູນວັດທະນະທຳພຸດທະສາສະໜາ, ວັດຕາມຈຸ໊ກ, ແຂວງຮ່ານາມດ້ວຍລາຄາ ສະແຕມໜຶ່ງ 4.000 ດົ່ງ ແລະ blog ໜຶ່ງ 15.000 ດົ່ງ. ຫວັງວ່າ ບັນດາຂໍ້ມູນທີ່ກ່າວມາຂ້າງເທິງນີ້ຈະເຮັດໃຫ້ເພື່ອນເພິ່ງພໍໃຈ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ - ảnh 2ຫາດຊາຍຮົ່ງວ່ານ - ເກາະໂກໂຕ (ພາບ: baomoi.com) 

ເພື່ອນ ພອນສະຫວັນ ຢູ່ແຂວງບໍ່ແກ້ວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ທຸກໆປີ, ຂ້າພະເຈົ້າ ແລະ ໝູ່ເພື່ອນມັກຈະໄປທ່ຽວຢູ່ ຫວຽດນາມໃນໂອກາດພັກແລ້ງ. ປີນີ້, ພວກຂ້າພະເຈົ້າຄາດວ່າຈະ ໄປທ່ຽວຢູ່ ເກາະ ໂກໂຕ, ແຂວງກ໋ວາງນິງ. ຫວັງວ່າບັນດາບັນນາທິການຈະແນະນຳໃຫ້ຂ້າພະເຈົ້າກ່ຽວກັບວິທີການເດີນທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ ເກາະ ໂກໂຕແດ່. ຂໍຂອບໃຈ.

ເພື່ອນພອນສະຫວັນທີ່ຮັກແພງ! ເພື່ອໄປຍັງເກາະ ໂກໂຕ, ເພື່ອນຕ້ອງເລີ່ມເດີນທາງແຕ່ ຮ່າໂນ້ຍໄປຍັງທ່າກຳປັ່ນ ກ໊າຍຣົ່ງ, ຫຼັງຈາກນັ້ນໄປແຕ່ທ່າກຳປັ່ນ ກ໊າຍຣົ່ງຮອດເກາະໂກໂຕ. ເພື່ອນອາດຈະໄປຂຶ້ນລົດຢູ່ ຄິວລົດ ໝີດີ່ງ, ເມືອງນາມຕື່ລຽມ ຫຼື ຄິວລົດ ອຽນເຫງັຍ, ເມືອງ ຮ່າດົງ ໄປ ຫາແຂວງກ໋ວາງນີງກໍ່ໄດ້ລາຄາຜູ້ໜຶ່ງ ປະມານ 100.000 ດົ່ງ - 120.000 ດົ່ງ, ເສຍເວລາປະມານ 4 - 5 ຊົ່ວໂມງ. ເມື່ອໄປຮອດ ແຂວງກ໋ວາງນີງ ແລ້ວ, ເພື່ອນກໍ່ລົງຢູ່ສາມແຍກ ເວິນໂດນ ແລະ ສືບຕໍ່ຂີ່ລົດເມ ຫຼື ແທັກຊີ, ລົດຈັກໄປຫາທ່າກຳປັ່ນກ໊າຍຣົ່ງກໍ່ໄດ້, ດ້ວຍລາຄາຕາມລຳດັບ ແມ່ນ 10.000 ດົ່ງ , 120.000 ດົ່ງ ແລະ 50. 000 ດົ່ງ. ຫຼັງຈາກນັ້ນ, ເພື່ອນກໍ່ສືບຕໍ່ຂີ່ກຳປັ່ນຄວາມໄວສູງໄປຍັງເກາະໂກໂຕດ້ວຍລາຄາ ແມ່ນ 250.000 ດົ່ງ/ຕໍ່ຄົນ/ເທື່ອ, ເສຍເວລາປະມານ 90 ນາທີ. ທີ່ໂກໂຕມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງເປັນໜ້າຈັບໃຈຄື: ຖະໜົນແຫ່ງຄວາມຮັກ, ພະລານຫີນ ເກົ່າມິ, ຫາດຊາຍ ວ່ານໃຈ໋, ທ່າກຳປັ່ນ ບັກວ່ານ, ເກາະ ໂກໂຕນ້ອຍ…ໃນນັ້ນມີບາງສະຖານທີ່ທີ່ເພື່ອນບໍ່ຄວນພາດໂອກາດເມື່ອມາເຖິງ ໂກໂຕ ແມ່ນ ເກາະໂກໂຕນ້ອຍ, ຊຶ່ງແມ່ນສະຖານທີ່ທີ່ມີຫາດຊາຍທະເລທີ່ສວຍງາມທີ່ສຸດ ໂກໂຕ ດ້ວຍປ່າດົງດິບທີ່ມີສັດປະເສີດຫຼາຍຊະນິດ, ທະເລມີປະກາລັງທີ່ສວຍງາມທີ່ສຸດ. ທີ່ນີ້, ເພື່ອນອາດຈະທົດລອງນອນໃນຕູບຕາມຫາດຊາຍທະເລ, ເຊິ່ງແມ່ນຄວາມຮູ້ສຶກທີ່ຈັບອົບຈັບໃຈສຳລັບຜູ້ທີ່ນິຍົມຄວາມຮູ້ສຶກທີປະຫຼາດໃຈ. ນອກຈາກນັ້ນຍັງມີຫາດຊາຍ ຮ່ົງວ່ານ: ມີຄວາມສວຍງາມແບບທຳມະຊາດ, ປະຖົມປະຖານ, ເມັດຊາຍຂາວກ້ຽງນຸ້ມຄືກຳມະຫຍີ່, ພິເສດໃນຕອນຄ້າຍແລງ ຫາດຊາຍ ຮ່ົງວ່ານມີສີບົວຄືກັບຊື່ເອີ້ນຂອງຫາດ. ດັ່ງທີ່ກ່າວມານັ້ນແມ່ນຂໍ້ມູນພື້ນຖານກ່ຽວກັບວິທີການເດີນທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ ເກາະໂກໂຕ, ຊຶ່ງອາດຈະຊ່ວຍໃຫ້ເພື່ອນມີຄວາມສະດວກໃນການເດີນທາງມາທ່ຽວເກາະໂກໂຕ. ຫວັງວ່າເພື່ອນຈະມີການທ່ອງທ່ຽວທີ່ເບີກບານມ່ວນຊື່ນ ແລະ ປະທັບໃຈ.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ