ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

Chia sẻ
(VOVWORLD) -ສະຖານທູດຫວຽດນາມ ປະຈຳລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ລັດຖະບານລາວ ໄດ້ອະນຸຍາດໃຫ້ພົນລະເມືອງຫວຽດນາມ ກັບມາປະເທດຕາມຄວາມມຸ່ງມາດປາດຖະໜາ

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1

ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ 30/04 

(ພາບເອກະສານ)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 255 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ.

        ໃນອາທິດຜ່ານມາ, ເພື່ອນ ແສນສົມບູນ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໂດຍແບ່ງປັນວ່າ: ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ 30/04. ຜ່ານທາງ VOV ຂ້າພະເຈົ້າຂໍອວຍພອນໃຫ້ຫວຽດນາມ ຍາດໄດ້ຜົນງານດີເດັ່ນຫຼາຍຢ່າງກວ່າອີກໃນການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືໃນພາລະກິດປົກປັກຮັກສາປະເທດຊາດ.

        ສ່ວນເພື່ອນ ວົງຟອງສາ, ນິລະພອນ, ບຸນມີ ແລະ ເພື່ອນຜູ້ຟັງອີກຈຳນວນໜຶ່ງກໍ່ໄດ້ສົ່ງຂໍ້ຄວາມ, ສະແດງຄວາມຄິດເຫັນຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: ດ້ວຍຄວາມເຫັນດີເຫັນພ້ອມ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ ໄດ້ເປັນກຸນແຈເພື່ອໃຫ້ຫວຽດນາມ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19, ກາຍເປັນແບບຢ່າງດີເດັ່ນໃຫ້ແກ່ບັນດາປະເທດຮ່ຳຮຽນຕາມ ແລະ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຂ່າວວ່າ, ຫວຽດນາມ ສາມາດຮັບມືກັບໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ.

        ທ່ານຜູ້ຟັງທີ່ເຄົາລົບ, ລາຍການພາກພາສາລາວ, VOV ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ຮ່ວມເດີນທາງພ້ອມກັບລາຍການເປັນເວລາຫຼາຍປີຜ່ານມາ. ຜ່ານນີ້, ພວກຂ້າພະເຈົ້າກໍ່ຢາກໄດ້ຮັບຄຳເຫັນປະກອບຫຼາຍກວ່າອີກໃຫ້ແກ່ບັນດາລາຍການທີ່ພວມອອກອາກາດໃນປະຈຸບັນ, ເພື່ອປະກອບສ່ວນຮັບໃຊ້ທ່ານຜູ້ຟັງໃຫ້ນັບມື້ນັບດີກວ່າເກົ່າ. ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ບັນລຸຜົນສຳເລັດໃນທຸກໜ້າທີ່ວຽກງານ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 (ດ່ານຊາຍແດນລາວ - ຫວຽດນາມ)

ມີບາງທ່ານຜູ້ຟັງເຊິ່ງແມ່ນຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ ໄດ້ໂທລະສັບມາຫາລາຍການ ຢາກຊອກຮູ້ຂໍ້ມູນກ່ຽວກັບເລື່ອງ ພົນລະເມືອງຫວຽດນາມ ຢູ່ລາວ ຢາກກັບເມືອປະເທດໃນຈຸດເວລານີ້. ໃນນັ້ນ, ເພື່ອນ ດ່ວານດິ່ງເຈືອງ, ປະຈຸບັນພວມເຮັດວຽກຢູ່ແຂວງ ບໍໍ່ແກ້ວ ຢາກຊອກຮູ້ລະບຽບການເພື່ອສາມາດກັບມາຫວຽດນາມ ໄດ້ໃນຈຸດເວລານີ້?

        ທ່ານຜູ້ຟັງທີ່ເຄົາລົບ, ວັນທີ 05 ພຶດສະພາ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ລັດຖະບານລາວ ໄດ້ອະນຸຍາດໃຫ້ພົນລະເມືອງຫວຽດນາມ ກັບມາປະເທດຕາມຄວາມມຸ່ງມາດປາດຖະໜາ; ເຄົາລົບບັນດາຂໍ້ກຳນົດຂອງລາວ ແລະ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ. ລະອຽດແມ່ນ, ໃນແຈ້ງການຂອງສະຖານທູດຫວຽດນາມ ປະຈຳລາວ ໃຫ້ຮູ້ວ່າ, ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ພວມເຮັດວຽກ, ດຳລົງຊີວິດ, ຮ່ຳຮຽນຢູ່ລາວ, ກໍ່ຄືເພື່ອຜັນຂະຫຍາຍການປະຕິບັດວຽກງານປົກປ້ອງພົນລະເມືອງຂອງສະຖານທູດ, ຕອນເຊົ້າວັນທີ 04 ພຶດສະພາ 2020, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ເຮັດວຽກກັບຫ້ອງວ່າການນາຍົກລັດຖະມົນຕີ ແລະ ກະຊວງການຕ່າງປະເທດລາວ ກ່ຽວກັບຈຸດທີ່ຍັງມີຄວາມເຫັນແຕກຕ່າງກັນໃນເອກະສານສະບັບຕ່າງໆຂອງບັນດາອົງການທີ່ມີໜ້າທີ່ຂອງລາວ, ສະເໜີຕໍ່ລັດຖະບານລາວ ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ໄດ້ອອກຈາກເມືອງລາວ ກັບເມືອຫວຽດນາມ.

        ວັນທີ 05 ພຶດສະພາ, ກະຊວງການຕ່າງປະເທດລາວ ໄດ້ມີຈົດໝາຍທາງການສົ່ງເຖິງສະຖານທູດຫວຽດນາມ ປະຈຳລາວ, ແຈ້ງເລື່ອງອະນຸຍາດໃຫ້ພົນລະເມືອງຕ່າງປະເທດຈົດທະບຽນກັບອົງການຜູ້ຕາງໜ້າປະຈຳປະເທດລາວ ເພື່ອຂໍອອກເມືອງ, ແຈ້ງບັນຊີລາຍຊື່ໃຫ້ກະຊວງການຕ່າງປະເທດລາວ ເພື່ອສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງຕ່າງປະເທດໄດ້ຮັບອະນຸຍາດໃຫ້ອອກເມືອງ.

        ບົນພື້ນຖານການເຮັດວຽກຮ່ວມກັນນັ້ນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ແຈ້ງໃຫ້ບັນດາອົງການທີ່ມີໜ້າທີ່ຂອງລາວ ຮັບຊາບກ່ຽວກັບເລື່ອງເຫັນດີອະນຸຍາດໃຫ້ພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ລາວ ໄດ້ຮັບອະນຸຍາດອອກເມືອງເພື່ອກັບເມືອປະເທດ ຜ່ານບັນດາດ່ານຊາຍແດນສາກົນ ດ້ວຍເງື່ອນໄຂທີ່ວ່າ ຕ້ອງຈົດທະບຽນຂໍກັບເມືອປະເທດຢູ່ສະຖານທູດ ແລະ ບັນດາສະຖານກົງສູນຫວຽດນາມ ປະຈຳລາວ; ປະຕິບັດບັນດາຂໍ້ກຳນົດຂອງລາວ ແລະ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃນຈຸດເວລາປະຈຸບັນຢ່າງເຂັ້ມງວດ.

        ເພື່ອນ ປານີຊາ, ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນຢາກໄດ້ຮັບຟັງການແນະນຳກ່ຽວກັບຕົ້ນກຳເນີດຂອງຕົ້ນໝາກພິກໄທ ແລະ ປູກຫຼາຍທີ່ສຸດແມ່ນຢູ່ເຂດໃດຂອງຫວຽດນາມ?

        ເພື່ອນ ປານີຊາ ທີ່ຮັກແພງ, ຕົ້ນໝາກພິກໄທ ມີຊື່ວິທະຍາສາດແມ່ນ Piper nigrum, ມີຕົ້ນກຳເນີດມາຈາກປະເທດອິນເດຍ, ຊາວ ຝລັ່ງ ໄດ້ນຳມາປູກຢູ່ຫວຽດນາມ ນັບແຕ່ສະຕະວັດທີ 17. ຮອດທ້າຍສະຕະວັດທີ 19, ໝາກພິກໄທໄດ້ກາຍເປັນສິນຄ້າ ເຊິ່ງໄດ້ປູກຢູ່ ຟູ໊ກວ໊ກ, ຮ່ອນຈົ່ງ ແລະ ຮ່າຕຽນ (ແຂວງ ກຽນຢາງ). ໃນຕົ້ນສະວັດທີ 20, ໝາກພິກໄທໄດ້ຂະຫຍາຍໄປປູກຢູ່ເຂດດິນແດງ bazan ຢູ່ທາງທິດຕາເວັນອອກພາກໃຕ້ ແລະ ພາກກາງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ໃນຊຸມປີ 1972 ເນື້ອທີ່ປູກຕົ້ນໝາກພິກໄທຢູ່ຫວຽດນາມ ຍັງໜ້ອຍຢູ່, ມີພຽງແຕ່ປະມານ 400 ເຮັດຕາ, ບັນລຸປະລິມານປະມານ 500 ໂຕນເທົ່ານັ້ນ. ແຕ່ມາຮອດປະຈຸບັນ, ຫວຽດນາມ ໄດ້ມີ 6 ແຂວງຈຸດສຸມປູກໝາກພິກໄທລວມມີ: ແຂວງ ບິ່ງເຟື໊ອກ, ດັ໊ກນົງ, ດັ໊ກລັ໊ກ, ບ່າເຣຍ - ວູງເຕົ່າ… ໃນນັ້ນ, ເຂດ ໄຕງວຽນ ແລະ ທາງທິດຕາເວັນອອກພາກໃຕ້ ແມ່ນເຂດນຳໜ້າກ່ຽວກັບເນື້ອທີ່ປູກ, ສະມັດຕະພາບ ແລະ ປະລິມານ. ນອກນັ້ນ, ຍັງມີບັນດາເຂດປູກຕົ້ນໝາກພິກໄທອື່ນຄື: ຟູ໊ກວ໊ກ (ແຂວງ ກຽນຢາງ) ໄດ້ສ້າງເຄື່ອງໝາຍການຄ້າມາແຕ່ດົນນານ ແລະ ເຂດປູກຕົ້ນໝາກພິກໄທຢູ່ແຂວງກວາງຈິ້… ຫວຽດນາມ ມີລະດັບການສົ່ງອອກໝາກພິກໄທຢ່າງໄວ, ບັນລຸລະດັບເພີ່ມຂຶ້ນແຕ່ 15 - 20% ຕໍ່ປີ.

        ໃນອາທິດຜ່ານມາ, ລາຍການພາກພາລາວ ຍັງໄດ້ຮັບຈົດໝາຍ, ອີແມວ, ການສະແດງຄວາມຄິດເຫັນຜ່ານທາງ Facebook ຂອງເພື່ອນ ແສງຈັນ, ຢູ່ນະຄອນຫຼວງວຽງຈັນ; ເພື່ອນ ດວງຕາ, ຢູ່ແຂວງ ຫົວພັນ… ອີກດ້ວຍ. ຜ່ານນີ້, ພາກພາສາລາວ, VOV ກໍ່ຢາກໄດ້ຮັບຄຳເຫັນປະກອບ, ຄຳຮຽກຮ້ອງຈາກທ່ານຜູ້ຟັງແກ່ລາຍການຫຼາຍກວ່າອີກ, ເພື່ອໃຫ້ຮັບໃຊ້ທ່ານຜູ້ຟັງໄດ້ເປັນຢ່າງດີກວ່າ.

        ສຸດທ້າຍ, ພວກຂ້າພະເຈົ້າກໍ່ຂໍຢ້ຳຄືນວ່າ: ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ດຳເນີນມາໄດ້ເຄິ່ງທາງແລ້ວ, ພວກຂ້າພະເຈົ້າກໍ່ໄດ້ຮັບບົດເສັງຂອງທ່ານຜູ້ຟັງທີ່ສົ່ງເຖິງລາຍການຫຼາຍບົດພໍສົມຄວນ. ຫວັງວ່າ, ທ່ານຜູ້ຟັງຈະມີຄວາມສົນໃຈເຖິງການເສັງນີ້ ແລະ ສົ່ງຄຳຕອບມາຍັງລາຍການ ເພື່ອສາມາດຍາດໄດ້ 1 ລາງວັນນັ້ນແມ່ນການໄປຢ້ຽມຢາມຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ.

ຕອບກັບ