ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ

Minh Duc
Chia sẻ
(VOVWORLD) -ຜູ້ຟັງລາວ ຫຼາຍທ່ານໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນບັນດາແຂວງທາງພາກກາງເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ .

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 413 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1 (ບັນດາແຂວງທາງພາກກາງຂອງຫວຽດນາມ ຖືກເສຍຫາຍຍ້ອນຝົນຕົກໜັກ, ນ້ຳຖ້ວມ)

ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, VOV ສືບຕໍ່ໄດ້ຮັບອີແມວ, ຂໍ້ຄວາມຜ່ານທາງ Facebook ຈາກທ່ານຜູ້ຟັງ ແສງສຸລິດ, ແກ້ວສົມບູນ, ອະນຸລັກ… ທີ່ສົ່ງມາຫາລາຍການໂດຍແບ່ງປັນກ່ຽວກັບບັນດາຄວາມເສຍຫາຍຍ້ອນຝົນຕົກໜັກ, ນ້ຳຖ້ວມ, ດິນເຊາະເຈື່ອນເກີດຂຶ້ນຢູ່ບັນດາແຂວງທາງພາກກາງຂອງຫວຽດນາມ. ໃນນັ້ນ, ເພື່ອນ ວິພາພອນ ໃຫ້ຮູ້ວ່າ: “ປະຈຸບັນ, ຢູ່ບາງເມືອງຂອງແຂວງ ສະຫວັນນະເຂດ ກໍ່ພວມຖືກນ້ຳຖ້ວມຢ່າງໜັກໜ່ວງຈາກພາຍຸ. ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວທາງ VOV, ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກ, ຄວາມເສຍຫາຍເຊິ່ງໄພທຳມະຊາດກໍ່ຂຶ້ນສຳລັບປະຊາຊົນຢູ່ບັນດາແຂວງທາງພາກກາງຫວຽດນາມ ໃນເຫດຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດນີ້. ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນບັນດາແຂວງທາງພາກກາງ ເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ. ຫວັງວ່າ, ພວກເພື່ອນຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອສືບຕໍ່ບືນຕົວຂຶ້ນສ້າງຊີວິດໃຫ້ເປັນປົກກະຕິໂດຍໄວ”.

        ໃນອາທິດຜ່ານມາ, ເພື່ອນ ສຸວັນນະແສນ, ດຳລົງຊີວິດຢູ່ ແຂວງ ຫຼວງນ້ຳທາ ໄດ້ສົ່ງອີແມວມາຍັງລາຍການໂດຍສະແດງຄວາມປະທັບໃຈເມື່ອຫວຽດນາມ ເປີດຕົວໂປຼແກຼມ “Du lich Viet Nam an toan” (ມາທ່ຽວຢູ່ຫວຽດນາມ ຮັບປະກັນຄວາມປອດໄພ). ເພື່ອນໄດ້ຕີລາຄາສູງຕໍ່ໂປຼແກຼມດັ່ງກ່າວ, ຍ້ອນມັນມີປະໂຫຍດຫຼາຍຢ່າງຕໍ່ນັກທ່ອງທ່ຽວທີ່ໄປມາຢູ່ຫວຽດນາມ, ຊ່ວຍໃຫ້ນັກທ່ອງທ່ຽວມີຄວາມອຸ່ນອ່ຽນໃຈເມື່ອໄປທ່ອງທ່ຽວ, ຈາກນັ້ນໄດ້ເປັນການໂຄສະນາ, ແນະນຳພາບພົດຫວຽດນາມ ທີ່ປອດໄພ, ໃກ້ຊິດສະໜິດສະໜົມ. ນອກນັ້ນ, ນີ້ຍັງແມ່ນເຄື່ອງມືທີ່ມີປະໂຫຍດ, ກ່າວເຕືອນສະຖານທີ່ປອດໄພ ແລະ ໂຄສະນາຈຸດນັດພົບໃຫ້ແກ່ນັກທ່ອງທ່ຽວ, ໂປຼແກຼມນີ້ໄດ້ຮັບຄວາມຫວັງວ່າຈະໃຊ້ໃຫ້ບັນດາລາຍການກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຄ່ອຍເປີດປະຕູການທ່ອງທ່ຽວສາກົນຂອງຫວຽດນາມ.

        ປະຈຸບັນ, ໂປຼແກຼມ ມາທ່ຽວຢູ່ຫວຽດນາມ ຮັບປະກັນຄວາມປອດໄພ ໂດຍກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ) ສ້າງຂຶ້ນ, ໂປຼແກຼມ ສາມາດດາວໂລດຕິດຕັ້ງໃນໂທລະສັບມືຖືຂອງລະບົບງານ Androi ແລະ IOS.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 2 ລາວ ໄດ້ປະກາດໃຊ້ຄຳສັ່ງແນະນຳການປະຕິບັດມາດຕະການຜ່ອນຜັນ, ແຍກຕົວຜູ້ເຂົ້າເມືອງ

(ພາບປະກອບ)

ໃນອາທິດຜ່ານມາ, ມີທ່ານຜູ້ຟັງຊາວຫວຽດນາມ ໄດ້ໂທລະສັບ, ສົ່ງຂໍ້ຄວາມມາຫາລາຍການໂດຍຖາມກ່ຽວກັບບັນດາຂໍ້ກຳນົດການເຂົ້າເມືອງລາວ ສຳລັບພົນລະເມືອງຊາວຕ່າງປະເທດ.

        ທ່ານຜູ້ຟັງທີ່ເຄົາລົບ, ວັນທີ 14 ຕຸລາ ຜ່ານມາ, ຄະນະກຳມະການສະເພາະກິດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງລາວ ໄດ້ປະກາດໃຊ້ຄຳສັ່ງແນະນຳການປະຕິບັດມາດຕະການຜ່ອນຜັນ, ແຍກຕົວຜູ້ເຂົ້າເມືອງກັບມາຈາກບັນດາປະເທດບໍ່ກວດພົບຜູ້ຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

        ຕາມນັ້ນແລ້ວ, ຊາວຕ່າງປະເທດ ແລະ ພົນລະເມືອງລາວ ທີ່ມາຈາກບັນດາປະເທດທີ່ບໍ່ກວດພົບຜູ້ຕິດໂລກລະບາດໂຄວິດ-19 ໃນຊຸມຊົນ, ກ່ອນທີ່ຈະເດີນທາງເຂົ້າເມືອງລາວ ຕ້ອງມີໃບຢັ້ງຢືນກວດພະຍາດໂຄວິດ-19 ດ້ວຍຜົນກວດເປັນລົບກັບເຊື້ອພະຍາດໂຄວິດ-19 ໃນຮອບເວລາ 72 ຊົ່ວໂມງ, ພາຍຫຼັງເຂົ້າເມືອງແມ່ນສືບຕໍ່ໃຫ້ກວດຫາເຊື້ອ ແລະ ລໍຖ້າຢູ່ເຂດແຍກຕົວໂດຍຄະນະສະເພາະກິດກຳນົດໄວ້ໃນຮອບເວລາ 48 ຊົ່ວໂມງ ຫຼື ຈົນເຖິງເວລາໄດ້ຮັບຜົນກວດ. ຖ້າຫາກຜົນກວດອອກເປັນລົບ, ຜູ້ເຂົ້າເມືອງສາມາດແຍກຕົວຢູ່ເຮືອນ, ສຳນັກງານເຮັດວຽກ ພາຍໃຕ້ການຄວບຄຸມ ແລະ ຄຸ້ມຄອງຂອງບັນດາຫົວໜ່ວຍສະເພາະກິດ ແລະ ບໍ່ອະນຸຍາດໃຫ້ອອກຈາກບ້ານຈົນຄົບ 14 ວັນ. ສຳລັບນັກທ່ອງທ່ຽວໄປເປັນກຸ່ມ, ກໍ່ໃຫ້ປະຕິບັດຄ້າຍຄືກັນນັ້ນ, ຖ້າຫາກຜົນການກວດອອກມາວ່າ ບໍ່ຕິດເຊື້ອພະຍາດໂຄວິດ-19 ກໍ່ສາມາດເດີນທາງຕາມແຜນການກ່ອນນັ້ນໄດ້ເລີຍ. ກໍລະນີຜູ້ເຂົ້າເມືອງຕິດພະຍາດໂຄວິດ-19, ເຈົ້າໜ້າທີ່ຈະດຳເນີນການແຍກຕົວ, ປິ່ນປົວຕາມຂໍ້ກຳນົດ.

        ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງການເຂົ້າອອກເມືອງຢູ່ລາວ, ທ່ານຜູ້ຟັງຄວນເປັນເຈົ້າການຕິດຕໍ່ໂດຍກົງກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນ ເພື່ອໄດ້ຮັບຄຳແນະນຳຢ່າງລະອຽດກວ່າ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 3 ລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ລາວ ປີ 2020

(ພາບ: baonghean.vn)

ເພື່ອນ ຫວູງອັກເຟືອງ, ໄດ້ສົ່ງຂໍ້ຄວາມທາງ Facebook ມາລາຍການໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ຢູ່ແຂວງ ເງະອານ ໄດ້ດຳເນີນລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ລາວ ປີ 2020. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງຊາວໜຸ່ມ 2 ປະເທດເວົ້າສະເພາະ. ນອກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອປັບປຸງ, ຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ຜ່ານໄລຍະຕ່າງໆຕື່ມອີກ.

        ທ່ານຜູ້ຟັງທີ່ເຄົາລົບ, ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ 2 ປະເທດຫວຽດນາມ - ລາວ, ຕອນບ່າຍວັນທີ 13 ຕຸລາ, ຢູ່ເທດສະບານ ເກືອລໍ່, ແຂວງ ເງະອານ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິງ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ຊາວໜຸ່ມ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ”. ໂດຍມີການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນຊາວໜຸ່ມຂອງ 2 ປະເທດຫວຽດນາມ - ລາວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ປະກອບສ່ວນສຶກສາໃຫ້ຊາວໜຸ່ມ 2 ປະເທດກ່ຽວກັບ “ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ”. ຜ່ານນັ້ນ, ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງຊາວໜຸ່ມ 2 ປະເທດ; ຢືນຢັນຄວາມຮັກ, ຄວາມໄວ້ເນື້ອເຊື່ອໃຈຂອງໄວໜຸ່ມ 2 ປະເທດໃນເສັ້ນທາງແຫ່ງການປະຕິວັດ; ສະແດງໃຫ້ເຫັນຄວາມຕັດສິນໃຈ, ໜ້າທີ່ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ 2 ປະເທດ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືບັນດາເນື້ອໃນ ສຸມໃສ່ເຮັດແຈ້ງຄວາມຍິ່ງໃຫຍ່ຂອງສາຍພົວພັນພິເສດຫຽດນາມ - ລາວ ໃນການພົວພັນກັບສາກົນ; ບົດບາດຂອງລຸ້ນໜຸ່ມເວົ້າລວມ, ໂດຍສະເພາະແມ່ນບັນດາທູດຜູ້ໜຸ່ມແໜ້ນ ແລະ ນັກສຶກສາຂອງ 2 ປະເທດເວົ້າສະເພາະ ໃນການຜັນຂະຫຍາຍສາຍພົວພັນແບບພິເສດລະຫວ່າງ 2 ປະເທດໃນສະພາບການໃໝ່.

ຕອບກັບ