ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ

Chia sẻ
(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດຍີ່ປຸ່ນກຳປູເຈຍໄທລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. 
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 1ທ່ານ ຫງວຽນເທ໊ກິ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ 

ກ່ອນອື່ນໝົດ, ລາຍການພາກພາສາລາວຂໍສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈເຖິງປະຊາຊົນບາງແຂວງທາງພາກກາງ ແລະ ພາກໃຕ້ລາວພວມຖືກນ້ຳຖ້ວມຍ້ອນຝົນຕົກໜັກ. ຕາມຄວາມຈິງແລ້ວ, ຝົນຕົກ, ນ້ຳຖ້ວມຢູ່ທີ່ນີ້ໄດ້ເຮັດໃຫ້ພໍ່ແມ່ພີ່ນ້ອງເສຍຫາຍຮ້າຍແຮງທີ່ສຸດ. ຫວັງວ່າດ້ວຍຄວາມມານະພະຍາຍາມໃນການໜູນຊ່ວຍ ແລະ ກູ້ໄພກູ້ຊີບຈາກພັກ, ລັດລາວ, ປະຊາຊົນຈະມີຄວາມປອດໄພ, ຫຼີກລ້ຽງໄດ້ບັນດາຜົນເສຍຫາຍທີ່ຮ້າຍແຮງກ່ວາ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7 ກັນຍາ 1945 – 7 ກັນຍາ 2019). ພະແນກພາກພາສາຕ່າງປະເທດ vov ໄດ້ຮັບ ຄຳອວຍພອນອັນປະເສີດຈາກບັນດາທ່ານຜູ້ຟັງ, ຜູ້ອ່ານທີ່ສົ່ງມາຈາກຫຼາຍປະເທດໃນໂລກ, ໃນນັ້ນ ລາຍການພາກພາສາລາວຂອງພວກເຮົາກໍ່ຮັບໄດ້ຄຳອວຍພອນທີ່ມີຄວາມໝາຍທີ່ສຸດຈາກທ່ານຜູ້ຟັງ, ຜູ້ອ່ານລາວ. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກເວົ້າລວມ ແລະ ທ່ານຜູ້ຟັງ, ຜູ້ອ່ານລາວເວົ້າສະເພາະ. ບັນດາຄຳອວຍພອນຂອງພວກທ່ານ ແມ່ນ ກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ພວກຂ້າພະເຈົ້າ. ຂໍອວຍພອນໃຫ້ທ່ານຜູ້ຟັງ, ຜູ້ອ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນວຽກງານ ແລະ ໃນຊີວິດ. ຫວັງວ່າ, ບັນດາທ່ານຜູ້ຟັງ, ຜູ້ອ່ານຈະສືບຕໍ່ຕິດຕາມລາຍການກໍ່ຄືປະກອບຄຳເຫັນຫຼາຍກ່ວາເກົ່າເພື່ອໃຫ້ລາຍການນັບມື້ນັບມີຄວາມດຶງດູດໃຈ.

ເພື່ອນຄຳຮູ້ຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງອີແມວດ້ວຍເນື້ອໃນທີ່ວ່າ: ໃນອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວັບໄຊ vovwolrd.vn ຂ້າພະເຈົ້າໄດ້ຮູ້ວ່າ ນະຄອນເກິນເທີໄດ້ນອນໃນບັນຊີລາຍຊື່ 15 ນະຄອນທີ່ມີຄວາມງາມທີ່ສຸດໃນໂລກໂດຍ Getty Images ຄັດເລືອກ. ຂ້າພະເຈົ້າເຄີຍໄປທ່ອງທ່ຽວ ເກິນເທີແລ້ວ, ຕາມຂ້າພະເຈົ້າເຫັນວ່ານະຄອນເກິນເທີງາມຫຼາຍ, ດ້ວຍລະບົບແມ່ນ້ຳລຳເຊທີ່ອຸດົມສົມບູນທີ່ສຸດ. ຂໍສະແດງຄວາມຍິນດີນຳຕໍ່ພວກເພື່ອນທີ່ມີນະຄອນສວຍງາມຄືດັ່ງກ່າວ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍໝາກຜົນນີ້, ນະຄອນເກິນເທີຈະດຶງດູດ ແຂກທ່ອງທ່ອງໄດ້ຢ່າງຫຼວງຫຼາຍໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າກໍ່ຫວັງວ່າລາຍການຈະຕອບຄຳຖາມທີ່ວ່າ ນອກຈາກເກິນເທີແລ້ວ, ຍັງມີນະຄອນໃດແດ່ຂອງປະເທດອາຊີໄດ້ນອນໃນບັນຊີລາຍຊື່ດັ່ງກ່າວ. ຂໍຂອບໃຈ.

ເພື່ອນຄຳຮູ້ທີ່ຮັກແພງ! ນອກຈາກນະຄອນເກິນເທີຂອງ ຫວຽດນາມ ຍັງ ມີ 3 ນະຄອນຂອງ 3 ປະເທດຢູ່ອາຊີກໍ່ນອນໃນບັນຊີລາຍຊື່. ນັ້ນແມ່ນ: ນະຄອນຊຸເຈົາ (suzhou), ປະເທດຈີນ (ຢືນອັນດັບທີ 9); ນະຄອນຫຼວງ ບາງກອກ, ປະເທດໄທ (ຢືນອັນດັບທີ 13) ແລະ ນະຄອນ Alappuzha, ປະເທດອິນເດຍ (ຢືນອັນດັບທີ 11). ບັນດາແມ່ນ້ຳລຳເຊເຫຼົ່ານັ້ນໄດ້ໄຫຼ່ເຂົ້າໄປໃຈກາງນະຄອນໄດ້ສ້າງເປັນທິວທັດທີ່ດຶງດູດໃຈ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ, ວິທີການວາງແຜນຜັງທີ່ມີຄວາມອັດສະລິຍະຂອງແຕ່ລະປະເທດກໍ່ໄດ້ສ້າງຄວາມສະດວກໃນການສັນຈອນໄປມາໃຫ້ແກ່ຊາວທ້ອງຖິ່ນຢູ່ບັນດານະຄອນດັ່ງກ່າວແຕ່ບໍ່ສ້າງຜົນກະທົບທາງລົບຕໍ່ບັນດາແມ່ນ້ຳເຫຼົ່ານັ້ນ, ແລະນີ້ກໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ດຶງດູດແຂກທ່ອງທ່ຽວ.

ເພື່ອນໄຊສົມພອນຢູ່ແຂວງບໍ່ແກ້ວໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ ອີແມວດ້ວຍເນື່ອໃນທີ່ວ່າ: ຂ້າພະເຈົ້າຫາກໍ່ສິ້ນສຸດຊຸດບຳລຸງສ້າງວຽກງານກ່ຽວກັບຊາວໜຸ່ມຢູ່ສະຖາບັນຊາວໜຸ່ມ ໂຮ່ຈີມິນ, ໃນໄລຍະທີ່ຮ່ຳຮຽນ ແລະ ບຳລຸງສ້າງກ່ຽວກັບວຽກງານຊາວໜຸ່ມຢູ່ສະຖາບັນນັ້ນ, ຂ້າພະເຈົ້າໄດ້ຮຽນເອົາບັນດາຄວາມຮູ້ທີ່ມີປະໂຫຍດ ແລະ ແທດຈິງຢ່າງຫຼວງຫຼາຍຜ່ານບັນດາການຮຽນຢູ່ຫ້ອງ, ໄປທັດສະນະສຶກສາ, ລວມທັງບັນດາການສົນທະນາອີກດ້ວຍ. ແນ່ນອນວ່າ ພວກຂ້າພະເຈົ້າຈະນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານຂອງຕົນໃຫ້ເໝາະສົມກັບສະພາບຕົວຈິງຢູ່ປະເທດລາວ. ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການຊ່ວຍເຫຼືອຈາກບັນດາຄູອາຈານປະຈຳຫ້ອງ ແລະ ຄູອາຈານປະຈຳວິຊາຕື່ມອີກ, ເຖິງວ່າໃນໄລຍະສັ້ນກໍ່ຕາມ, ແຕ່ຂ້າພະເຈົ້າກໍ່ມີອະນຸສອນທີ່ດີງາມຫຼາຍຢ່າງຕໍ່ຊາວ ຫວຽດນາມ ແລະ ປະເທດຫວຽດນາມ. ມື້ນີ້, ຂ້າພະເຈົ້າສົ່ງອີແມວມາຫາລາຍການດ້ວຍຄວາມປາດຖະໜາຢາກສະແດງຄວາມຂອບໃຈເຖິງບັນດາຄູອາຈານ, ເຊິ່ງເພິ່ນເປັນຜູ້ທີ່ຖ່າຍທອດຄວາມຮູ້ ແລະ ເບິ່ງແຍງດູແລ, ຊ່ວຍເຫຼືອພວກຂ້າພະເຈົ້າໃນເວລາທີ່ຮ່ຳຮຽນສັ້ນ, ແລະ ກໍ່ຂໍມອບເພງ “ໂອດວງຈຳປາ” ໃຫ້ເພື່ອນໆທີ່ຮຽນນຳກັນໃນຊຸດຝຶກອົບຮົມນີ້ .

ຕໍ່ໄປ, ລາຍການຂໍແນະນຳບົດເພງ “ໂອດວງຈຳປາ” ຕາມຄວາມຮຽກຮ້ອງຂອງເພື່ອນ ໄຊສົມພອນ.

ບົດເພງ “ໂອດວງຈຳປາ” ໄດ້ສິ້ນສຸດລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ