ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ

Nguyen Xuyen
Chia sẻ
(VOVWORLD) -     ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄວ້ນ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ກໍຄືຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດໃນອາທິດຜ່ານມາ.

ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ ອ້າຍເຈິ່ນກວາງຮ໊ຽວ, ປັດຈຸບັນພວມເຮັດວຽກຢູ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງອີເມວມາຍັງລາຍການ ໂດຍມີບົດເພງໜຶ່ງເປັນພາສາຫວຽດ ຕິດຄັດມາພ້ອມ ແລະ ເພິ່ນໄດ້ແບ່ງປັນວ່າ: ປີ 2018, ລາວມີໂອກາດໄດ້ໄປປະຕິບັດງານຢູ່ລາວ ແລະ ໄດ້ໄປຢ້ຽມຢາມຫຼວງພະບາງ. ຕໍ່ກັບຄວາມງາມຂອງແມ່ນ້ຳຂອງງໍໂງ້ງ, ພູສີ, ຫໍພະບາງ, ນ້ຳຕົກຕາດກວາງຊີ ແລະ ບັນດາເຍື່ອງອາຫານທີ່ເຜັດແຊບນັ້ນ.... ໄດ້ເປັນແຫຼ່ງບັນດານໃຈໃຫ້ລາວ ແຕ່ງບົດກອນທີ່ມີຊື່ວ່າ “ຫຼວງພະບາງຍາມແລງ”. ເມື່ອກັບເມືອຫວຽດນາມ, ລາວໄດ້ແຕ່ງດົນຕີບົດກອນດັ່ງກ່າວ ແລະ ໄດ້ປ່ຽນມາເປັນບົດເພງທີ່ມີຊື່ວ່າ “ຄິດຮອດຫຼວງພະບາງ”.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 1 ຕາດກວາງຊີ 

ລາວເວົ້າຄວາມໃນໃຈສູ່ຟັງວ່າ: “ຂ້າພະເຈົ້າບໍ່ຮູ້ພາສາລາວ ແລະ ຍັງບໍ່ເຄີຍຟັງລາຍການກະຈາຍສຽງພາສາລາວຂອງວິທະຍຸກະຈາຍສຽງຫວຽດນາມຈັກເທື່ອ. ແຕ່ຢາກໃຫ້ທາງລາຍການ ຊ່ວຍສົ່ງແນວຄິດຈິດໃຈຂອງຂ້າພະເຈົ້າໄປຍັງບັນດາເພື່ອນລາວວ່າ: ຫຼວງພະບາງສວຍງາມ ແລະ ສະຫງົບຫຼາຍ”. ແລະ ຕໍ່ໄປນີ້, ເຊີນທ່ານຮັບຟັງບົດເພງ ຄິດຮອດຫຼວງພະບາງ ໂດຍ ເຈິ່ນກວາງຮ໊ຽວ ແຕ່ງ ແລະ ຂັບຮ້ອງ.

        ເປັນແນວໃດທ່ານຜູ້ຟັງ? ເປັນໜ້າເສຍດາຍ ທີ່ບົດເພງດັ່ງກ່າວຍັງບໍ່ທັນໄດ້ແປເປັນພາສາລາວເທື່ອ. ແຕ່ຂ້າພະເຈົ້າຄິດວ່າ ດົນຕີ ໄດ້ຊ່ວຍໃຫ້ທ່ານຜູ້ຟັງເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບແນວຄິດຈິດໃຈຂອງອ້າຍ ເຈິ່ນກວາງຮ໊ຽວ ສະຫງວນໃຫ້ແກ່ ເມືອງຫຼວງພະບາງທີ່ສວຍງາມ.

        ຕໍ່ໄປນີ້ ແມ່ນຄຳຖາມຂອງທ່ານ Reinhard Schumann - ເຊິ່ງເປັນຄົນຊູແອັດ ໄດ້ສົ່ງຈົດມາຍມາຍັງ VOV5 ດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບທະເລຊາຍຢູ່ຫວຽດນາມ. ທ່ານໄດ້ຖາມວ່າ: ຫວຽດນາມ ມີທະເລຊາຍບໍ ແລະ ມີຢູ່ແຂວງໃດແດ່?

        ທ່ານຜູ້ຟັງທີ່ເຄົາລົບ! ຕາມຄວາມຄິດຂອງຫຼາຍຄົນແລ້ວ ທະເລຊາຍພຽງແຕ່ມີຢູ່ອາຟະລິກາ ເທົ່ານັ້ນ, ແຕ່ຢູ່ບາງແຂວງຂອງຫວຽດນາມຄື ນິງທ້ວນ, ບິ່ງດິ້ງ... ກໍມີທະເລຊາຍຂະໜາດນ້ອຍບາງແຫ່ງ. ຕໍ່ໄປນີ້, ພວກຂ້າພະເຈົ້າຈະແນະນຳກ່ຽວກັບທະເລຊາຍຂະໜາດນ້ອຍບາງແຫ່ງຢູ່ຫວຽດນາມ:

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 2 ທະເລຢູ່ຕິດກັບໂນນຊາຍ  ມຸ໋ຍຢິງ 

1. ໂນນຊາຍ ມຸ໋ຍຢິງ (ນິງທ້ວນ) ຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ ໄປທາງທິດໃຕ້ປະມານ 30 ກິໂລແມັດ. ໂນນຊາຍມຸ໋ຍຢິງ ຍັງຮັກສາຄວາມງາມແບບຮົກເຮື້ອວາງເປົ່າໄວ້ໄດ້. ມີທະເລຢູ່ຕິດກັບໂນນຊາຍ ແລະ ໃນບໍລິເວນໂນນຊາຍກໍມີບັນດາບ່ອນນ້ຳອັ່ງ ແລ້ວກາຍເປັນໜອງນ້ອຍແຫ່ງຕ່າງໆຕິດຕໍ່ກັນ. ຢູ່ໃກ້ກັບບໍລິເວນໂນນຊາຍ ມຸ໋ຍຢິງ ຍັງມີແຄມທະເລ, ປາພະຄານ, ເຂດທ່ອງທ່ຽວຊີວະພາບມົງໂກນ Tanyoli ແລະທົ່ງກັງຫັນລົມຂະໜາດໃຫຍ່ອີກດ້ວຍ.

2.  ໂນນຊາຍຂາວ ຫຼື ເບົ່າຂາວ ຢູ່ແຂວງນິງທ້ວນ. ສາຍເຫດສະຖານທີ່ແຫ່ງນີ້ຖືກເອີ້ນວ່າ ເບົ່າຂາວ ຍ້ອນວ່າ ຂີ້ຊາຍຢູ່ນີ້ມີສີຂາວໃສສະອາດ. ເມື່ອທ່ານມາຢ້ຽມຢາມ ເບົ່າຂາວ ຈະເຫັນວ່າມີການເຄື່ອນໄຫວຫຼາຍຢ່າງທີ່ເປັນໜ້າຈັບອົກຈັບໃຈ ຄວນທົດລອງຄື: ຂີ່ລົດ Jeep ພິຊິດບັນດາເນີນຊາຍສູງ, ຈ້າງເຮືອຈັກ, ເຮືອພາຍເອງ ຫຼື ຖີບລົດຖີບຢູ່ໃນນ້ຳ ເພື່ອຄົ້ນຫາຄວາມງາມຂອງ ເບົ່າແຊນ - ເກາະດອນທີ່ຢູ່ໃຈກາງທະເລຊາຍ. ນອກຈາກນັ້ນ, ທ່ານກໍສາມາດຕັ້ງຄ້າຍ, ຕຶກເປັດ ຫຼື ນັ່ງໂອ້ລົມກັບໝູ່ເພື່ອນຢູ່ກ້ອງຮົ່ມໄມ້.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 3 ພໍ່ແມ່ຊາວເຜົ່າຈຳຂ້າມໂນນຊາຍເພື່ອອອກໄປທະເລ

3.  ໂນນຊາຍນາມເກື່ອງ ຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ ໄປປະມານ 8 ກິໂລແມັດ. ເຂດໂນນຊາຍນາມເກື່ອງ ມີເນື້ອທີ່ກວ້າງປະມານ 700 ເຮັກຕາ, ໂດຍຕັ້ງຢູ່ໃກ້ກັບບັນດາໝູ່ບ້ານຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈຳ. ດັ່ງນັ້ນ, ມັນໄດ້ກາຍເປັນສ່ວນໜຶ່ງທີ່ບໍ່ອາດຂາດໄດ້ໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າຈໍາຢູ່ທີ່ນີ້. ນີ້ໄດ້ຮັບຖືວ່າ ແມ່ນໂລກຂອງຜູ້ທີ່ຊັດເຊພະເນຈອນຢ່າງແທ້ຈິງ ດ້ວຍບັນດາຝູງແບ້, ຝູງແກະເລາະເລັມກິນຫຍ້າ ແລະ ຮູບພາບພໍ່ແມ່ຊາວເຜົ່າຈຳຂ້າມໂນນຊາຍເພື່ອອອກໄປທະເລ, ໄປເຮັດນາ, ໄປໂຮງຮຽນ ແລະ ໄປຕະຫຼາດປະຈຳວັນ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 4 ຄວາມງາມຂອງໂນນຊາຍກວາງຝູ 

4.  ໂນນຊາຍກວາງຝູ (ກວ໋າງບິ່ງ) ໄດ້ຮັບການຂະໜານນາມວ່າ ແມ່ນໜຶ່ງໃນບັນດາໂນນຊາຍທີ່ງາມທີ່ສຸດຂອງພາກກາງ, ໂນນຊາຍກວາງຝູ ຕັ້ງຢູ່ຫ່າງຈາກນະຄອນ ດົ່ງເຮີ໊ຍ ປະມານ 8 ກິໂລແມັດ. ໂນນຊາຍກວາງຝູ ມີຈຸດພິເສດດຶງດູດແຂກທ່ອງທ່ຽວ ນັ້ນແມ່ນ ບໍ່ພຽງແຕ່ບັນດາຮອຍຂີ້ຊາຍຖືກປ່ຽນຮູບຮ່າງໃນທຸກວັນ, ທຸກຊົ່ວໂມງເທົ່ານັ້ນ ຫາກສີຂອງມັນກໍປ່ຽນແປງຢູ່ຕະຫຼອດເວລາ. ຍາມຕາເວັນຂຶ້ນ, ທ່ານຈະເຫັນຂີ້ຊາຍມີສີຂາວ,  ແຕ່ເມື່ອມີແສງແດດອອກນັ້ນ ມັນຈະປ່ຽນສີມາເປັນສີນ້ຳຕານ, ຮອດຍາມໃກ້ຈະຄ່ຳ ຂີ້ຊາຍພັດປ່ຽນເປັນສີໝົ່ນອອກຂາວ. ໄປຄຽງຄູ່ກັນນັ້ນ, ໂນນຊາຍກວາງຝູ ຍັງມີເນີນຊາຍເປັນຄ້ອຍໆຍາວຢຽດຈົນໄປຮອດແຄມທະເລ ທີ່ມີນ້ຳໃສຂຽວ ແລະ ສະອາດອີກດ້ວຍ.

ເພື່ອນ Oikawa Kazuaki ຢູ່ໂຕກຽວ, ຍີ່ປຸ່ນ ຖາມວ່າ: ຢູ່ຫວຽດນາມ, ໂຕອ່ຽນໄດ້ປຸງແຕ່ງເປັນເຍື່ອງອາຫານໃດແດ່?

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 5 ແກງອ່ຽນ

ເພື່ອນ Oikawa Kazuaki ແລະ ທ່ານຜູ້ຟັງທີ່ຮັກແພງ! ອ່ຽນ ແມ່ນສະບຽງອາຫານທີ່ມີໂພສະນາການສູງ ສະນັ້ນ, ຊາວຫວຽດນາມ ໄດ້ນໍາມາປຸງແຕ່ງເປັນອາຫານຫຼາຍເຍື່ອງຄື: ເຂົ້າປຽກເຂົ້າອ່ຽນ, ແກງອ່ຽນ, ຂົ້ວອຽນເຜັດສີໄຄ, ຈຸ່ມອ່ຽນ, ຫຼາມອ່ຽນ, ຕ້ົມເສັ້ນລ້ອນໃສ່ອ່ຽນ, ອ່ຽນຂົ້ວໜໍ່ໄມ້… ຖ້າຫາກວ່າ, ເພື່ອນມີໂອກາດມາຢ້ຽມຢາມຫວຽດນາມ ລອງຊີມເຍື່ອງອາຫານທີ່ປຸງແຕ່ງດ້ວຍອ່ຽນແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ