ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ

Chia sẻ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 328 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 37 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ໂທລະສັບມາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບສະພາບດິນຟ້າອາກາດ, ບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ.ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.


ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ - ảnh 1ຄະນະປະຕິບັດງານຜູ່ແທນສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບ ຄະນະຜູ້ແທນສະຖາບັນຄົ້ນຄວ້າກົດໝາຍ, ສະພາແຫ່ງຊາດ ລາວ  (ພາບ: Quocchoi.vn)

ໃນອາທິດຜ່ານມາ, ເພື່ອນ ຈັນດອນ, ເພື່ອນປານຸສອນ ແລະ ເພື່ອນ ອະນຸສິດໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ແນະນຳແກ້ໄຂບັນດາຄວາມຂ້ອງໃຈໃຫ້ແກ່ພວກຂ້າພະເຈົ້າທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ.”

ເພື່ອນ ປາຍຝົນທີ່ຮັກແພງ! ພາກໃຕ້ ຫວຽດນາມ ນອນໃນເຂດເປັນເອກະລັກສະເພາະຂອງດິນຟ້າອາກາດໂຊນຮ້ອນລົມມໍລະສຸມຊຸ່ມ ແລະ ໃກ້ເສັ້ນສູນສູດ, ພື້ນຖານອຸນຫະພູມຊຸ່ມ, ແສງແດດກວມເອົາສ່ວນຫລາຍ, ຄວາມຊຸ່ມສະເລ່ຍໃນແຕ່ລະປີປະມານແຕ່ 80 – 82%, ອຸນຫະພູມສະເລ່ຍແຕ່ 25 – 28 ອົງສາ C. ອາກາດມີ 2 ລະດູຕົ້ນຕໍຕະຫຼອດໃນໜຶ່ງປີ ນັ້ນແມ່ນລະດູແລ້ງ ແລະ ລະດູຝົນ, ປະລິມານຝົນຕົກໃນແຕ່ລະປີປະມານ 90% ໂດຍສຸມໃສ່ແຕ່ເດືອນ ພຶດສະພາ ຫາເດືອນ ພະຈິກ; ໃນນັ້ນ ແຕ່ເດືອນ ມິຖຸນາ ຫາເດືອນ ກັນຍາ ມີປະລິມານຝົນຕົກຫຼາຍທີ່ສຸດ, ເມື່ອຝົນຕົກແຮງ ສົມທົບກັບປະກົດການນ້ຳທະເລຂຶ້ນສູງ ຈະກໍ່ໃຫ້ເກີດນ້ຳຖ້ວມ, ອາດຈະສົ່ງຜົນສະທ້ອນເຖິງການໄປຢ້ຽມຢາມຂອງເພື່ອນ. ສະນັ້ນ, ເພື່ອນຄວນມີແຜນການກະກຽມໃຫ້ເໝາະສົມ ເພື່ອໃຫ້ການຢ້ຽມຢາມ ຫວຽດນາມຢ່າງສະດວກ ແລະ ເປັນໜ້າຈັບໃຈກ່ວາ.

ເພື່ອນ ນິກອນ ແກ້ວປັນຍາ ທີ່ຮັກແພງ! ໃນອາທິດຜ່ານມາ, ທີ່ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າກົດໝາຍ, ສະພາແຫ່ງຊາດ ລາວ ໂດຍທ່ານຫົວໜ້າສະຖາບັນ ຄຳເຜີຍ ປານມາໄລທອງ ເປັນຫົວໜ້າຄະນະ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໊ບ໊າຕິ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນການເຮັດວຽກຂອງຄະນະຜູ້ແທນສະຖາບັນຄົ້ນຄວ້າກົດໝາຍສະພາແຫ່ງຊາດ ລາວ ແມ່ນບັນດາເນື້ອໃນແທດຈິງສຳລັບການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າກົດໝາຍສະພາແຫ່ງຊາດລາວ ກໍ່ຄືສະຖາບັນຄົ້ນຄວ້າກົດໝາຍ ແລະ ສູນບຳລຸງສ້າງສະມາຊິກສະພາແຫ່ງຊາດຂຶ້ນກັບຄະນະປະຕິບັດງານສະມາຊິກສະພາແຫ່ງຊາດຂອງສະພາແຫ່ງຊາດ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໊າຕິ້ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ.

ອາທິດຜ່ານມາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ປະກາດຮັບສະໝັກນັກສຶກສາໄປຮຽນຢູ່ ລາວ ຕາມຮູບການທຶນການສຶກສາໃນແຜນປີ 2019. ຕາມກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ປັດຈຸບັນມີ 60 ທຶນສຶກສາບຳລຸງສ້າງລະດັບປະລິນຍາຕີ, ປະລິນຍາໂທ ແລະ ບຳລຸງສ້າງພາສາລາວໄລຍະສັ້ນ (ບຸລິມະສິດບັນດາຂະແໜງຄື: ພາສາສາດ, ວັດທະນະທຳ, ການເມືອງ, ປະຫວັດສາດ, ພູມສາດ). ໃນນັ້ນ, ມີທຶນການສຶກສາລະດັບປະລິນຍາຕີ 40 ທຶນ, ທຶນສຶກສາລະດັບປະລິນຍາໂທ 5 ທຶນ ແລະ ທຶນສຶກສາບຳລຸງສ້າງພາສາລາວໄລຍະສັ້ນ 15 ທຶນ. ຜູ້ຖືກຄັດເລືອກຈະໄດເຮັບເບັຍລ້ຽງຈາກລັດຖະບານ ລາວ ລວມມີຄ່າຮຽນ ມີຫໍພັກໃຫ້ຢູ່. ລັດຖະບານ ຫວຽດນາມ ຈະສະໜອງຄ່າໃຊ້ຈ່າຍໃນການດຳລົງຊີວິດປະຈຳເດືອນ, ຄ່າເຮັດວິຊາ ແລະ ຄ່າປະກັນສຸຂະພາບຕື່ມອີກຕາມລະບົບທີ່ໃຊ້ໃນປະຈຸບັນສຳລັບນັກສຶກສາໄດ້ທຶນໃນແຜນຢູ່ລາວ.

ອາທິດຜ່ານມາ, ພະແນກຍຸຕິທຳແຂວງ ເງະອານ, ທະຫານປ້ອງກັນຊາຍແດນແຂວງ ເງະອານ, ຕຳຫລວດແຂວງ ເງະອານ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຢູ່ເມືອງ ເກ໊ວຟອງ ແລະ ເມືອງ ເຕືອງເຢືອງ ຜັນຂະຫຍາຍການປະຕິບັດບັນດາລະບຽບການຖືສັນຊາດ ຫວຽດນາມ ໃຫ້ຄົນ ລາວ 70 ຄົນທີ່ໄດ້ສົມລົດມີໄປຈົດທະບຽນໃນບໍລິເວນ. ຈຸດປະສົງຕົ້ນຕໍແມ່ນເພື່ອເຮັດໃຫ້ລະບຽບການຫັນສຳມະໂນຄົວເປັນງ່າຍດາຍໃຫ້ແກ່ບັນດາກໍລະນີທີ່ໄດ້ຮັບການອະນຸມັດຜ່ານຈາກຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ. ສ່ວນຫລາຍບັນດາກໍລະນີໄດ້ເຮັດລະບຽບການຖືສັນຊາດ ຫວຽດນາມ ໃນຄັ້ງນີ້ ແມ່ນແມ່ຍິງ ຄົນລາວ, ເອົາຜົວເປັນຄົນຫວຽດ. ເຖິງວ່າໄດ້ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາຫລາຍປີແລ້ວກໍ່ຕາມ ແຕ່ບັນດາກໍລະນີນີ້ ຍັງບໍ່ທັນໄດ້ຖືສັນຊາດ ຫວຽດນາມ. ດັ່ງນັ້ນ, ເລື່ອງຫັນລະບຽບການຖືສັນຊາດ ຫວຽດນາມ ເປັນງ່າຍດາຍໃຫ້ຄົນ ລາວ ໃນຄັ້ງນີ້ຢູ່ 2 ເມືອງພູດອຍຂອງ ແຂວງເງະອານ ໄດ້ນຳມາເຊິ່ງຄວາມພາກພູມໃຈໃຫ້ແກ່ບັນດາຜູ້ທີ່ໄດ້ຖືສັນຊາດ ຫວຽດນາມ. ຕາມແຜນການແລ້ວ, ເລື່ອງຜັນຂະຫຍາຍການຖືສັນຊາດ ຫວຽດນາມ ໃຫ້ແກ່ຄົນລາວທີ່ ອົບພະຍົບ ແລະ ສົມລົດບໍ່ມີໃນຈົດທະບຽນ ໄດ້ພັກພາອາໄສຢູ່ເຂດຊາຍແດນຂຶ້ນກັບບໍລິເວນແຂວງ ເງະອານ ຈະໃຫ້ສຳລັດໃນເດືອນ ພະຈິກ 2019

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ