ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

Chia sẻ
(VOVWORLD) - ນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ດາລາວັນ ຢູ່ ແຂວງ ວຽງຈັນ, ປັດຈຸບັນ ກຳລັງກຽມພາສາ ຫວຽດ ຢູ່ ໂຮງຮຽນມິດຕະພາບ T78 ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນວ່າ: ຂ້າພະເຈົ້າຫາກໍ່ມາຮຽນຢູ່ຫວຽດນາມ ເປັນເວລາ 6 ເດືອນ, ໃນ 6 ເດືອນນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກ ເວັບໄຊ vovworld.vn ໃນນັ້ນມີລາຍການພາສາລາວ. ພິເສດຜ່ານບັນດາຂ່າວຄາວປະຈຳວັນທີ່ໄດ້ເອົາລົງໃນເວັບໄຊນັ້ນໄດ້ເປັນປະໂຫຍດຫຼາຍຢ່າງໃນການຮຽນພາສາຫວຽດຂອງຂ້າພະເຈົ້າ. ຂ້າພະເຈົ້າຂໍຂອບໃຈ ແລະ ຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການ ພາສາລາວ ເວົ້າສະເພາະນັບມື້ນັບພັດທະນາ ແລະ ນັບມື້ນັບມີຫຼາຍລາຍການທີ່ມ່ວນ ແລະ ຈັບອົກຈັບໃຈເພື່ອຮັບໃຊ້ທ່ານຜູ້ຟັງ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ຮງຮຽນມິດຕະພາບ T78

ເພື່ອນ ດາລາວັນ ທີ່ຮັກແພງ! ກ່ອນອື່ນ, ຂ້າພະເຈົ້າຂໍຕາງໜ້າລາຍການພາກພາສາລາວຂອບໃຈເພື່ອນທີ່ໄດ້ຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າໃນໄລຍະທີ່ຜ່ານມາ. ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ທາງລາຍການຂອງພວກເຮົາເປັນປະໂຫຍດໃຫ້ແກ່ການຮ່ຳຮຽນຂອງເພື່ອນ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ບັນລຸໄດ້ຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຫວັງວ່າເພື່ອນຈະສືບຕໍ່ຕິດຕາມຮັບຟັງກໍ່ຄືປະກອບຄຳຄິດເຫັນເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບມີສີສັນຫຼາກຫຼາຍ ແລະ ອຸດົມສົມບູນກ່ວາເກົ່າ. ຂໍຂອບໃຈ.

ເພື່ອນ ວົງດາລາ ຢູ່ ແຂວງ ຈຳປາສັກ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຊົມເຊີຍ ໄຊຊະນະ 6 - 0 ຂອງທີມ U23 ຫວຽດນາມ ຕໍ່ ທີມ U23 ບຣຸໄນ, ແລະ ໄຊຊະນະ 1 0 ຕໍ່ທີມ U23 ອີນໂດເນເຊຍພິເສດແມ່ນໄຊຊະນະ 4 0 ຕໍ່ທີມ U23 ໄທ. ຂໍໃຫ້ນັກກິລາບານເຕະທຸກຄົນຈົ່ງມີຄວາມໝັ້ນໃຈໃນການແຂ່ງຂັນເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ. ຂ້າພະເຈົ້າຂໍເປັນກຳລັງໃຈໃຫ້ແກ່ພວກເຈົ້າຕະຫຼອດໄປ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2ນັກແຕະບານ ກວາງຫາຍ. 

ເພື່ອນ ວົງດາລາ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈອາລົມຈິດ ຄວາມຮັກແພງຂອງເພື່ອນທີ່ສະຫງວນໃຫ້ແກ່ທີມບານເຕະ U23 ຫວຽດນາມ. ຂໍໃຫ້ທີມບານເຕະ U23 ລາວ ກໍ່ມີຄວາມໝັ້ນໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸໄດ້ໝາກຜົນທີ່ດີໃນການແຂ່ງຂັນນັດຕໍ່ໄປ.

ໃນຈົດໝາຍຂອງເພື່ອນ ມານີສອນ ຢູ່ຊຽງຂວາງທີ່ຝາກມາຍັງລາຍການດ້ວຍເນື້ອໃນຄຳຖາມທີ່ວ່າ: ປີໜ້ານ້ອງມີແຜນຈະໄປຮຽນຢູ່ ຫວຽດນາມ. ຕາມນ້ອງຮູ້ຈັກ, ນັກສຶກສາ ລາວ ທຸກໆຄົນ ທີ່ໄປຮຽນຢູ່ບັນດາມະຫາວິທະຍາໄລທີ່ຂຶ້ນກັບພາກເໜືອຂອງ ຫວຽດນາມ ຕ້ອງ ໄດ້ໄປກຽມພາສາ ຫວຽດ ປີໜຶ່ງຢູ່ໂຮງຮຽນ T78 . ນ້ອງຫວັງວ່າ ບັນນາທິການລາຍການກະຈາຍສຽງພາກພາສາລາວ ຈະເວົ້າແຈ້ງກວ່າ ກ່ຽວກັບໂຮງຮຽນ T78 ດັ່ງກ່າວ. ຂໍຂອບໃຈ.

ເພື່ອນ ມານີສອນທີ່ ຮັກແພງ! ໂດຍຫ່າງຈາກ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 40  ກິໂລແມັດ. ໂຮງຮຽນມິດຕະພາບ T78 ຕັ້ງຢູ່ຕາແສງ ເທາະລົກ, ເມືອງ ຟຸກເທາະ, ນະຄອນຮ່າໂນ້ຍ. ຜ່ານ ການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາ 61 ປີ, ປັດຈຸບັນ, ໂຮງຮຽນT78 ມີພະນັກງານ, ຄູອາຈານກ່ວາ 117 ຄົນ ທີ່ບັນລຸໄດ້ມາດຕະຖານ ແລະ ກຳລັງຄວາມສາມາດທາງດ້ານວິຊາຄູ. ບໍລິເວນຂອງໂຮງຮຽນມີເນື້ອທີ່ກ້ວາງ ກ່ວາ 33.000 ຕາແມັດລວມມີ: , ອາຄານຮຽນ, ຫໍພັກ, ເດີ່ນຮົ່ມ, ຫໍສະໝຸດ, ຫໍປະຊຸມ, ຫ້ອງກິນລວມ ແລະ ບັນດາລາຍການໜູນຊ່ວຍອື່ນໆຄື: ສະໜາມກິລາ ແລະ ສຸກສາລາ. ສ່ວນອຸປະກອນທີ່ຮັບໃຊ້ໃຫ້ແກ່ການຮ່ຳຮຽນລວມມີ: ຄອມພິວເຕີ,  ເຄື່ອງພິມທີ່ເຊື່ອມຕໍ່ອີນເຕີແນັດ, ຫ້ອງຮຽນທີ່ປະກອບດ້ວຍອຸປະກອນທີ່ທັນສະໄໝ…ປັດຈຸບັນ, ໂຮງຮຽນ T78 ມີນັກສຶກສາຕ່າງປະເທດ ກ່ວາ 350 ຄົນ, ໃນນັ້ນ 200 ຄົນແມ່ນນັກສຶກສາ ລາວ. ໃນ ໄລຍະ5 ປີ ມານີ້ ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮຽນພາສາ ຫວຽດ ໃຫ້ແກ່ນັກສຶກສາ ລາວ, ໂຮງຮຽນໄດ້ປະຕິບັດໂຄງການນຳນັກສຶກສາລາວໄປ ລົງປະສົບການຕົວຈິງຢູ່ເຮືອນປະຊາຊົນ (ຫຼືເອີ້ນວ່າ Homestay). ໂຄງການໄດ້ດຳເນີນເປັນເວລາ 1 ເດືອນ, ເຖິງວ່າແມ່ນເວລາສັ້ນກໍ່ຕາມ ແຕ່ວ່າໂຄງການດັ່ງກ່າວກໍ່ເປັນໂອກາດດີທີ່ສຸດເພື່ອໃຫ້ນັກສຶກສາ ລາວ ຝຶກຝົນທັກສະພາສາ ຫວຽດ, ຊອກຮູ້ຊີວິດການເປັນຢູ່, ຊີວິດວັດທະນະທຳ ກໍ່ຄືບັນດາຮີດຄອງປະເພນີຂອງປະຊາຊົນ ຫວຽດນາມ. ດັ່ງທີ່ກ່າວມາ ຂ້າງເທິງນັ້ນແມ່ນບັນດາຂໍ້ມູນພື້ນຖານກ່ຽວກັບ ໂຮງຮຽມມິດຕະພາບ T78. ຫວັງວ່າບັນດາຂໍ້ມູນດັ່ງກ່າວຈະຊ່ວຍເປັນປະໂຫຍດໃຫ້ເພື່ອນໃນໄລຍະທີ່ສຶກສາຮ່ຳຮຽນຢູ່ ຫວຽດນາມ.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ