ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ

Tran Tuan
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 250 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງ ລາວ ຫລາຍຄົນໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ, ແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ເພື່ອນ ລໍຄຳໄຊ ວິພາວັນ ແລະ ເພື່ອນ ວິໄລສຸກ ວະລາດາບຸດ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, VOV ໄດ້ແນະນຳໃຫ້ຂ້າພະເຈົ້າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ພິເສດແມ່ນລາຍການທ່ອງທ່ຽວ ຫ້າລອງ ແລະ ການໄປທ່ອງທ່ຽວຢູ່ວິຫານຮຸ່ງ,  ຫວັງວ່າ ໃນການໄປທ່ອງທ່ຽວຈະມາເຖິງຂອງຂ້າພະເຈົ້າ ແລະ ຄອບຄົວຈະມີຄວາມສະດວກ.”

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ - ảnh 1 ສະຖານທູດ ຫວຽດນາມ, ລາວ ປະຈຳ ຈີນ ຈັດຕັ້ງບຸນປີໃໝ່ ລາວ

ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ປານຸສອນ ຈິນດາວົງ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ອັດຕະປື ແບ່ງປັນວ່າ: “ພວກຂ້າພະເຈົ້າແມ່ນນັກສຶກສາ ລາວ ເຄີຍຮ່ຳຮຽນຢູ່ ຫວຽດນາມ. ເມື່ອປີໃໝ່ລາວວຽນມາ, ພວກຂ້າພະເຈົ້າພັດຄິດເຖິງໄລຍະທີ່ພວມຮ່ຳຮຽນ ແລະ ຕ້ອນຮັບປີໃໝ່ລາວຢູ່ ຫວຽດນາມ. ເຖິງວ່າຢູ່ໄກກັບຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ ຢູ່ໂຮງຮຽນທີ່ພວກຂ້າພະເຈົ້າຮ່ຳຮຽນ. ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນຍາກາດທີ່ຟົດຟື້ນມ່ວນຊື່ນໃນການຕ້ອນຮັບປີໃໝ່ລາວ ທີ່ໄດ້ຈັດຂຶ້ນຢູ່ບາງມະຫາວິທະຍາໄລຂອງ ຫວຽດນາມ .

ສ່ວນເພື່ອນ ອານຸສິດ, ແກ້ວດວງໃຈ ຢູ່ແຂວງ ຫລວງພະບາງ ແລະ ເພື່ອນ ອາມິນຕາ ຢູ່ແຂວງ ອັດຕະປື ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ແຈ້ງກ່ວາກ່ຽວກັບບັນດາການເຄື່ອນໄຫວພົ້ນເດັ່ນລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ.

ເພື່ອນ ອານຸສິດ, ເພື່ອນ ແກ້ວດວງໃຈ ແລະ ເພື່ອນ ອາມິນຕາ ທີ່ຮັກແພງ! ເນື່ອງໃນໂອກາດບຸນປີໃໝ່ ລາວ ຈະດຳເນີນໃນລະຫວ່າງວັນທີ 14 – 16 ເມສາ, ວັນທີ 5 ເມສາ ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເປັນຫົວໜ້າຄະນະ, ໄດ້ໄປອວຍພອນປີ ຢູ່ໃໝ່ກະຊວງການຕ່າງປະເທດ ລາວ, ນະຄອນຫລວງ ວຽງຈັນ. ຕາງໜ້າລັດຖະບານ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ມອບກະຕາດອກໄມ້ໃຫ້ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄຳອວຍພອນອັນດີງາມ ເນື່ອງໃນໂອກາດບຸນປີໃໝ່ລາວ, ພ້ອມທັງສົ່ງຈົດໝາຍອວຍພອນປີໃໝ່ຂອງທ່ານ ຟ້າມບີງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ.

ຕອນເຊົ້າວັນທີ 06 ເມສາ (ກົງກັບວັນທີ 2 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ກໍ່ໄດ້ດຳເນີນເປັນຄັ້ງທຳອິດຢູ່ນະຄອນຫລວງ ວຽງຈັນ, ລາວ. ເຫດການດັ່ງກ່າວ ໂດຍສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ, ຄະນະຈັດຕັ້ງວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ຢູ່ຫລາຍປະທດໃນໂລກ, ສະມາຄົມວິສາຫະກິດ ຫວຽດນາມ ລົງທຶນຢູ່ ລາວ ສົມທົບກັນຈັດຕັ້ງ. ໃນບັນຍາກາດແຫ່ງຄວາມສັກສິດຂອງວັນບຸນໄຫວ້ບູຊາ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ແລະ ບັນດາອົງການທຸຕານຸທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ວຽງຈັນ ແລະ ບາງທ້ອງຖິ່ນຂອງ ລາວ ຄື: ຊຽງຂວາງ, ສະຫວັນນະເຂດ, ຈຳປາສັກ; ຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ປະຈຳ ລາວ, ປະຊາຄົມວິສາຫະກິດ ຫວຽດນາມ, ຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ລາວ…ໄດ້ທຳການເຄົາລົບຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາຕໍ່ດວງວິນຍານບັນດາເຈົ້າຊີວິດຮຸ່ງ, ສະແດງຄວາມຮູ້ບຸນຄຸນຂອງລຸ້ນລູກຫຼານໃນວັນນີ້ຕໍ່ບັນພະບຸລຸດ.

ໃນລະຫວ່າງວັນທີ 06 – 07 ເມສາ, ຢູ່ມະຫາວິທະຍາໄລສ້າງຄູກິລາກາຍະກຳ ຮ່າໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ກໍ່ໄດ້ສົມທົບກັບມະຫາວິທະຍາໄລດັ່ງກ່າວ ຈັດຕັ້ງງານມະຫາກຳກິລານັກສຶກສາລາວ ຢູ່ ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019. ງານມະຫາກຳກິລາຄັ້ງນີ້ ມີການເຂົ້າຮ່ວມຂອງນັກສຶກສາລາວເກືອບ 2.000 ຄົນ ທີ່ມາຈາກ 48 ຮາກຖານການສຶກສາຢູ່ເຂດພາກເໜືອ ຫວຽດນາມ, ແລະ ໄດ້ແຂ່ງຂັນກິລາ 5 ປະເພດຄື: ຕີດອກປີກໄກ່, ບານສົ່ງ, ກະຕໍ້ຫວາຍ, ດຶງເຊືອກ ແລະ ຕີປິງປອງ. ນີ້ແມ່ນການເຄື່ອນໄຫວແທດຈິງ ແນໃສ່ຂ່ຳນັບຮັບຕ້ອນບຸນປີໃໝ່ຂອງປະຊາຊົນ ລາວ ບັນດາເຜົ່າ; ສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 42 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ - ảnh 2 ງານມະຫາກຳກິລານັກສຶກສາລາວ ຢູ່ ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ