ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ

Chia sẻ
(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດຍີ່ປຸ່ນກຳປູເຈຍໄທລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ
ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1ຈອມພູ  Fansipan 

ກ່ອນທີ່ຈະຕິດຕາມລາຍການມື້ນີ້, ພວກຂ້າພະເຈົ້າອວຍພອນປະຊາຊົນລາວເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີ ແຫ່ງວັນຊາດ ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ (2 ທັນວາ 1975 – 2 ທັນວາ 2019). ໃນຕະຫຼອດໄລຍະ 44 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ພັກ, ລັດ ແລະ ປະຊາຊົນ ລາວ ໄດ້ບັນລຸບັນດາໝາກຜົນອັນຍິ່ງໃຫຍ່ໃນຫຼາຍຂົງເຂດຄື: ເສດຖະກິດ, ການສຶກສາ, ກະສິກຳ… ປີ 2019, ເຖິງວ່າ ລາວຍັງປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງ, ຖືກຜົນກະທົບຈາກໄພທຳມະຊາດ ກໍ່ຕາມ ແຕ່ພາຍໃຕ້ການຊີ້ນຳ, ນຳພາອັນ ສະຫຼາດສ່ອງໃສ ແລະ ທັນການຂອງ ພັກ, ລັດ; ປະຊາຊົນໄດ້ຫຼຸດຜ່ອນຜົນເສຍຫາຍຢ່າງໜັກໜ່ວງໂດຍໄພທຳມະຊາດກໍ່ຂຶ້ນ. ເນື່ອງໃນໂອກາດນີ້ພວກຂ້າພະເຈົ້າຂໍອວຍພອນ ໃຫ້ປະເທດລາວ ນັບມື້ນັບພັດທະນາ ແລະ ບັນລຸໄດ້ຜົນງານຫລາຍຢ່າງໃນຫຼາຍຂົງເຂດ. ຂໍອວຍພອນໃຫ້ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.

ເພື່ອນຕາດຳ ພວມຮຽນຢູ່ມະຫາວິທະໄລການຄ້າ ຢູ່ ຮ່າໂນ້ຍ ໄດ້ສົ່ງຄຳຖາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ:ນ້ອງແມ່ນນັກສຶກສາປີ 1 ຂອງ ມະຫານວິທະຍາໄລການຄ້າ, ໄລຍະຈະມາເຖິງ ນ້ອງພ້ອມກັບເພື່ອນຈະມີແຜນໄປທ່ຽວ ຊາປາ. ດັ່ງນັ້ນ ນ້ອງຢາກຖາມອ້າຍເອື້ອຍບັນນາທິການລາຍການພາກພາສາລາວສະຖານທີ່ທ່ອງທ່ຽວຕ່າງໆຢູ່ຊາປາ. ຂໍຂອບໃຈ

ເພື່ອນຕາດຳທີ່ຮັກແພງ! ທຸກໆປີ, ຊາປາ   ຮັບຕ້ອນແຂກທ່ອງທ່ຽວຫຼາຍລ້ານເທື່ອຄົນ ມາຢ້ຽມຊົມ ແລະ ຄົ້ນຫາວັດທະນະທຳ ການດຳລົງຊີວິດຂອງຊາວຊົນເຜົ່າຕ່າງ ກໍ່ຄືຊົມທິວທັດທຳມະຊາດທີ່ສວຍງາມ. ໄລຍະມີແຂກທ່ອງທ່ຽວມາ ທ່ຽວ ຊາປາ ຫຼາຍທີ່ສຸດແມ່ນ ເດືອນ ພະຈິກ ແລະ ເດືອນ ທັນວາ. ຍ້ອນວ່າ ເວລານັ້ນ ຊາປາ ຫາກໍ່ເຂົ້າລະດູໜາວ ອາກາດໜາວເຢັນ. ຢູ່ຊາປາມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຄື: ໂບດຫີນ ຊາປາ, ບ້ານ ກາດກາດ, ໂອກີໂຮ່… ແຕ່ສະຖານທີ່ ຈັບອົກຈັບໃຈສຸດເຊິ່ງ ບໍ່ສາມາດພາດໄດ້ແມ່ນ ຈອມພູ Fansipan, ດ້ວຍຄວາມສູງ 3.143 ແມັດເມື່ອທຽບໃສ່ຫນ້ານ້ຳທະເລ, ຈອມພູ  Fansipan ແມ່ນຈອມພູສູງທີ່ສຸດຂອງ ຫວຽດນາມ ພ້ອມທັງແມ່ນຈອມພູສູງທີ່ສຸດໃນ 3 ປະເທດ ອິນດູຈີນ, ດັ່ງນັ້ນໄດ້ມີນາມມະຍົດວ່າ “ຊາຍຄາຂອງ ອິນດູຈີນ”. ເວລາທີ່ເໝາະສົມທີ່ສຸດເພື່ອໄປຢ້ຽມຊົມ ຈອມ Fansipanນັ້ນແມ່ນ ຕອນສວາຍ ເວລານີ້ອາກາດອົບອູ່ນເຢັນສະບາຍ ເພື່ອໃຫ້ເພື່ອນສາມາດຊົມຄວາມງານ ທີ່ໃຫຍ່ໂຕມະໂຫຖານຂອງຊາປາ. ເພື່ອນຕາດຳທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເຖິງແມ່ນບັນດາສະຖານທີ່ທ່ອງທ່ຽວເຊິ່ງ ພວກຂ້າພະເຈົ້າແນະນຳໃຫ້ເພື່ອນ ຫວັງວ່າຈະມີປະໂຫຍດໃຫ້ແກ່ເພື່ອນໃນການທ່ອງທ່ຽວຈະມາເຖິງ.

ເພື່ອນ ມານີວັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ ອີແມວ ດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ ໂຮງຮຽນ ທະຫານປ້ອງກັນຊາຍແດນຊັ້ນກາງ ເລກ 1, ກອງບັນຊາການ ທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ໂຮງຮຽນວິຊາສະເພາະທະຫານປ້ອງກັນຊາຍແດນ 712, ກົມທະຫານປ້ອງກັນຊາຍແດນ, ກອງເສນາທິການໃຫຍ່ ກອງທັບປະຊາຊົນລາວ ໄດ້ລົງນາມບົດບັນທຶກແຮກສ່ຽວ. ຂ້າພະເຈົ້າຢາກໃຫ້ລາຍການພາກພາສາລາວສະໜອງຂໍ້ມູນກ່ຽວກັບເຫດການນີ້ຕື່ມອີກ. ຂໍຂອບໃຈ.

ເພື່ອນ ມານີວັນ ທີ່ຮັກແພງ! ອາທິດຜ່ານມາ, ຢູ່ແຂວງ ບັກຢາງ, ປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີລົງນາມແຮກສ່ຽວລະຫວ່າງ ໂຮງຮຽນ ທະຫານປ້ອງກັນຊາຍແດນຊັ້ນກາງ ເລກ 1 ກອງບັນຊາການ ທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ໂຮງຮຽນວິຊາສະເພາະທະຫານປ້ອງກັນຊາຍແດນ 712, ກົມທະຫານປ້ອງກັນຊາຍແດນ, ກອງເສນາທິການໃຫຍ່ ກອງທັບປະຊາຊົນລາວ ໂດຍທ່ານ ພັນເອກ 4 ດາວ ຮ່ວາງກວກແອັງ, ອາທິການບໍດີໂຮງຮຽນທະຫານປ້ອງກັນຊາຍແດນຊັ້ນກາງ ເລກ 1 ແລະ ທ່ານ ພັນໂທ ສັກສົມບັດ ແກ້ວສິດທິວົງສາ, ອາທິການບໍດີໂຮງຮຽນວິຊາສະເພາະທະຫານຊາຍແດນ 712 ເປັນປະທານຮ່ວມຂອງພິທີລົງນາມ. ພິທີມີການເຂົ້າຮ່ວມຂອງ ທ່ານພັນເອກ 3 ດາວ ຫງວຽນຊວັນແບກ, ຮອງຫົວໜ້າ ການເມືອງ ທະຫານປ້ອງກັນຊາຍແດນ, ກະຊວງປ້ອງປະເທດ ຫວຽດນາມ. ຕາມເນື້ອໃນຂອງການລົງນາມ,  2 ໂຮງຮຽນຈະສົມທົບກັນໃນການແລກປ່ຽນຂໍ້ມູນ ແລະ ເອກະສານຮ່ຳຮຽນ, ພົບປະສັງສັນ, ແລກປ່ຽນບົດຮຽນກ່ຽວກັບວຽກງານສຶກສາ - ບຳລຸງສ້າງ ແລະ ຍົກສູງຄຸນນະພາບການສິດສອນ; ຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນຂົງເຂດບຳລຸງສ້າງນັກຊ່ຽວຊານ ແລະ ຍົກສູງຄຸນນະພາບການບຳລຸງສ້າງ, ສິດສອນສຳລັບພະນັກງານຄູອາຈານ ແລະ ນັກສຳມະນາກອນຂອງສອງຝ່າຍ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືໃນຂົງເຂດການທະຫານຂອງ 2 ປະເທດໃນໄລຍະຈະມາເຖິງ, ສະແດງໃຫ້ເຫັນ ຄວາມສາມັກຄີແບບພິເສດ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ.

ທີ່ພິທີລົງນາມ, ທ່ານ ພົນເອກ 3 ດາວ ຫງວຽນຊວັນແບກ ປາດຖະໜາວ່າ ໝາກຜົນການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ, ສອງ ໂຮງຮຽນເວົ້າສະເພາະຈະນັບມື້ນັບພັດທະນາ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງກ່ວາອີກເປັນຕົ້ນແມ່ນໃນວຽກງານສຶກສາ - ບຳລຸງສ້າງ ແລະ ຍົກສູງຄຸນນະພາບການສອນ.

ສ່ວນທ່ານ ສັກສົມບັດ ແກ້ວສິດທິວົງສາ ກໍ່ໄດ້ສົ່ງຄຳຂອບໃຈທີ່ເລິກເຊິ່ງຕໍ່ຄວາມເອົາໃຈໃສ່ຂອງການນຳກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ຄະນະອະທິການບໍດີ ໂຮງຮຽນທະຫານປ້ອງກັນຊາຍແດນຊັ້ນກາງ ເລກ 1. ທ່ານຫວັງວ່າສອງຝ່າຍຈະຍູ້ແຮງການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນການບຳລຸງສ້າງພະນັກງານ, ນັກສຳມະນາກອນຂອງກອງທັບປະຊາຊົນລາວ ຮ່ຳຮຽນຢູ່ໂຮງຮຽນປ້ອງກັນຊາຍແດນ.

ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ