ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ

Tran Tuan
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 321 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ຫລາຍຄົນທີ່ຮູ້ພາສາ ລາວ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ - ລາວ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ໃນອາທິດຜ່ານມາ, ເພື່ອນ ມອນແສງ, ດອກກຸຫລາບ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ ຢ່າງຈະແຈ້ງກ່ວາ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1 ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ, ນັບມື້ນັບໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກ 2 ປະເທດ

ຊຸມເດືອນປີລຳບາກກາກກຳໃນໄລຍະສົງຄາມໄດ້ຜ່ານໄປດົນແລ້ວ ເພື່ອໃຫ້ຊີວິດການເປັນຢູ່ມີຄວາມສະຫງົບສຸກຄືໃນປັດຈຸບັນ ມີບໍ່ວ່າເທົ່າໃດຄົນເສຍເລືອດເນື້ອຂອງຕົນ. ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມຕື່ນເຕັ້ນ ແລະ ບໍ່ສາມາດຫຼົງລືມໄດ້ການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ. ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອໄດ້ຮູ້ວ່າ: ວຽກງານຊອກຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ, ນັບມື້ນັບໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກ 2 ປະເທດ. ນັ້ນບໍ່ພຽງແຕ່ແມ່ນການກະທຳຕອບບຸນແທນຄຸນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນໃຫຍ່ຫລວງສຳລັບບັນດາລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບ. ນັ້ນແມ່ນຄຳແບ່ງປັນຄວາມໃນໃຈຂອງເພື່ອນຜູ້ຟັງ ຫງວຽນມິງດຶກ, ຢູ່ແຂວງ ເຊີນລາ, ເຄີຍມີໄລຍະເວລາດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ. ລາວຢາກຮູ້ແຈ້ງຂໍ້ມູນຂ່າວກ່ຽວກັບຄະນະປະຕິບັດງານພິເສດດັ່ງກ່າວນີ້.

        ເພື່ອນ ຫງວຽນມິງດຶກ ທີ່ຮັກແພງ! ຄະນະທ້ອນໂຮມອັດຖິນັບຮົບເສຍສະຫຼະຊີວິດເພື່ອຊາດໄດ້ຮັບການສ້າງຕັ້ງຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ,  ກອງທັບປະຊາຊົນ ຫວຽດນາມ ແລະ ບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມະການລະຫວ່າງລັດຖະບານແຫ່ງ ສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດ, ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະສົງຄາມຢູ່ ລາວ ກັບເມືອປະເທດ. ດ້ວຍຈິດໃຈ, ຄວາມຮັບຜິດຊອບ, ຄະນະທ້ອນໂຮມຍາມໃດກໍ່ຕັ້ງໜ້າເປັນເຈົ້າການ, ປະດິດຄິດສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກກາກກຳ, ໄພອັນຕະຫລາຍ…ນັບແຕ່ປີ 1994 ມາຮອດປັດຈຸບັນ,  ຄະນະໄດ້ເກັບກຳ, ສະຫລຸບຂໍ້ມູນຂ່າວຢູ່ 568 ບ້ານ, 63 ເມືອງຂອງ 6 ແຂວງພາກເໜືອ ລາວ; ຂຸດເອົາກະດູກຢູ່ 3.890 ສະຖານທີ່ທີ່ມີຂໍ້ມູນຂ່າວ; ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິເພືຶ່ອຊາດໄດ້ 1.743 ອັດຖິ (ໃນນັ້ນ, ມີ 123 ອັດຖິທີ່ມີຊື່ແລະນາມສະກຸນ, ບ້ານເກີດເມືອງນອນຢ່າງຄົບຖ້ວນ ແລະ ໄດ້ສົ່ງໃຫ້ 24 ແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ).

ສ່ວນໃນອີແມວທີ່ສົ່ງມາຍັງລາຍການຂອງເພື່ອນ ເບັ້ນ ພິມມະສອນ ຢູ່ແຂວງ ຈຳປາສັກ ຂຽນວ່າ: “ຂ້າພະເຈົ້າເຄີຍຕິດຕາມລາຍການຊາຍຄາອາຊຽນ ຂອງ VOV5, ຜ່ານລາຍການດັ່ງກ່າວ ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ພິເສດແມ່ນພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນປະເທດ ຫວຽດນາມ ທີ່ສວຍສົດງົດງາມ. ຄາດວ່າ ບຸນປີໃໝ່ 2020 ຂ້າພະເຈົ້າຈະໄປທ່ອງທ່ຽວ ຫວຽດນາມ ແລະ ຢ້ຽມຢາມ 2 ນະຄອນໃຫຍ່ຂອງ ຫວຽດນາມ ນັ້ນແມ່ນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ດັ່ງນັ້ນ ຜ່ານທາງລາຍການ ຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກ ກ່ຽວກັບການສັນຈອນໄປມາລະຫວ່າງ 2 ນະຄອນດັ່ງກ່າວ. ຂໍຂອບໃຈ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 2 ນະຄອນຫລວງ ຮ່າໂນ້ຍ

        ເພື່ອນ ເບັ້ນ ພິມມະສອນ ທີ່ຮັກເພງ! ຈາກ ຮ່າໂນ້ຍ ໄປນະຄອນ ໂຮ່ຈີມິນ ແມ່ນໄລຍະທາງທີ່ຍາວໄກເຊື່ອມຕໍ່ລະຫວ່າງ 2 ພາກເໜືອ - ໃຕ້, ເຊື່ອມຕໍ່ 2 ສູນເສດຖະກິດ, ວັດທະນະທຳໃຫຍ່ສຸດຂອງ ຫວຽດນາມ. ຈາກ ຮ່າໂນ້ຍ ໄປນະຄອນ ໂຮ່ຈີມິນ ເພື່ອນຕ້ອງຜ່ານໄລຍະທາງຍາວປະມານ 1730 ກມ. ເພື່ອນອາດຈະໄປດ້ວຍລົດເມ, ລົດໄຟ, ເຮືອບິນ ຫຼື ພາຫະນະສ່ວນຕົວກໍ່ໄດ້.

        ຖ້າຫາກຂີ່ລົດໂອໂຕ, ເພື່ອນສາມາດຂຶ້ນລົດເມຢູ່ຄິວລົດໃນ ຮ່າໂນ້ຍ ສາຍ ຮ່າໂນ້ຍ - ນະຄອນ ໂຮ່ຈີມິນ ຫຼື ຮ່າໂນ້ຍ - ໄຊງ່ອນ ໃຊ້ເວລາແຕ່ 37 – 38 ຊົ່ວໂມງ, ປີ້ແຕ່ລະຖ້ຽວມີລາຄາແຕ່ 600.000 – 900.000 ດົ່ງຕາມຄຸນນະພາບຂອງລົດ.

        ຖ້າຫາກຂີ່ລົດໄຟ, ເພື່ອນອາດຈະໄປສະຖານີລົດໄຟ ຮ່າໂນ້ຍ ຊື້ປີ້ໄປ ໄຊງ່ອນ ແມ່ນລົດໄຟ SE1, ລົດໄຟເອກະພາບ. ລາຄາປີ້ແມ່ນຂຶ້ນກັບຄຸນນະພາບຂອງຕູ້ລົດໄຟ, ເພາະສະນັ້ນ ເພື່ອນສາມາດເຂົ້າເວັບໄຊຂອງທາງລົດໄຟ ຫວຽດນາມ (www.dsvn.vn) ເພື່ອເລືອກເອົາປີ້ໃຫ້ເໝາະສົມ.

        ຖ້າຫາກເພື່ອນຂີ່ຍົນ, ປະຈຸບັນຢູ່ ຫວຽດນາມ ມີຫລາຍບໍລິສັດການບິນທີ່ມີສາຍການບິນ ຮ່າໂນ້ຍ - ໄຊງ່ອນ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 3 ນະຄອນ ໂຮ່ຈີມິນ (ພາບອິນເຕີແນັດ)

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ