ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

Chia sẻ
(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດຍີ່ປຸ່ນກຳປູເຈຍໄທລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາຮັບຟັງ.
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1ກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນພັກແຂວງ ດຽນບຽນ, ຫວຽດນາມ ແລະ ຄະນະຜູ້ແທນພັກແຂວງ ຫຼວງພະບາງ, ລາວ (ພາບ: TTXVN)

ກ່ອນທີ່ຈະເຂົ້າລາຍການໃນມື້ນີ້, ພວກຂ້າພະເຈົ້າຂໍສົ່ງຄຳສະແດງຄວາມຊົມເຊີຍເນື່ອງໃນກາດສະເຫຼີມສະຫຼອງ 69 ປີແຫ່ງວັນສື່ມວນຊົນ ແລະ ພິມຈຳໜ່າຍຂອງລາວ (13 ສິງ 1950 -13 ສິງ 2019) ແລະວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວຄົບຮອບ 59 ປີ (13ສິງຫາ 1960 -13 ສິງຫາ 2019). ໃນໄລຍະທີ່ຜ່ານມາ, ຂົງເຂດສື່ມວນຊົນ, ພິເສດແມ່ນສະຖານີ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຍາມໃດກໍ່ໄດ້ສະແດງໃຫ້ເຫັນບົດບາດທີ່ສຳຄັນເປັນອົງການກະບອກສຽງຂອງພັກໃນຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ແລະ ເສລີພາບມາໃຫ້ປະຊາຊົນ, ທັງໃນພາລະກິດພັດທະນາ ແລະ ປົກປັກຮັກສາປະເທດຊາດ. ຂໍອວຍພອນໃຫ້ຂົງເຂດສື່ມວນຊົນ ແລະ ພິມຈຳໜ່າຍ ແລະ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ນັບມື້ນັບພັດທະນາ ແລະ ປະສົບຜົນສຳເລັດທີ່ດີກວ່າອີກ ໃນໄລຍະທີ່ຈະມາເຖິງນີ້.

ເພື່ອນ ໄມຈັນຕອງ ຢາຍຢາງ ໄດ້ສົ່ງ email ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າ ມີຄວາມປະທັບໃຈ ແລະ ນິຍົມນັບຖືຕໍ່ຜູ້ນຳທີ່ມີຄວາມເກັ່ງກ້າສາມາດຄືທ່ານທໍ່ຕູ້ ຢາໄຊຈູ. ຂໍສະແດງຄວາມຂອບໃຈ ນັກປະພັນ ຫງວຽນກວາງວິງ ທີ່ແຕ່ງບົດປະພັນທີ່ມີຄຸນຄ່ານີ້.

ເພື່ອນ ໄມຈັນຕອງ ຢາຍຢາງ ທີ່ຮັກແພງ! ພວກຂ້າພະເຈົ້າຈະສົ່ງຄຳຂອບໃຈຂອງເພື່ອນໄປຍັງນັກປະພັນ ຫງວຽນກວາງວິງ. ຄວາມຈິງແລ້ວ, ປຶ້ມຫົວເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ແມ່ນປຶ້ມທີ່ມ່ວນ ແລະ ມີຄວາມໝາຍທີ່ສຸດ, ມັນໄດ້ສະແດງໃຫ້ເຫັນວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ຢ່າງຈະແຈ້ງ. ຂ້າພະເຈົ້າຄິດວ່າຖ້າທ່ານຜູ້ຟັງທ່ານໃດຍັງບໍ່ທັນໄດ້ອ່ານປຶ້ມຫົວນີ້ອາດເວົ້າໄດ້ເປັນໜ້າເສຍດາຍທີ່ສຸດ. ພວກເພື່ອນອາດຈະໄດ້ຮັບປຶ້ມດັ່ງກ່າວຜ່ານການເຂົ້າຮ່ວມການຕອບຄຳຖາມໃນການຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ໂດຍລາຍການພາກພາສາລາວຈັດຂຶ້ນໃນລະຫວ່າງວັນທີ 7 - 31 ສິງຫາ 2019 (ມີແຕ່ 7 ຄົນຕອບຖືກແລະໄວກ່ວາໝູ່ເທົ່ານັ້ນ ຈຶ່ງຈະໄດ້ຮັບປຶ້ມຫົວດັ່ງກ່າວ). ນອກຈາກນັ້ນ, ທ່ານຜູ້ຟັງທີ່ເຂົ້າຮ່ວມການຕອບຄຳຖາມກໍ່ຈະໄດ້ຮັບລາງວັນຊົມເຊີຍຈາກທາງລາຍການຄື: ວີ, ແນວໃສ່ບິກ, ແນວຕິດຕູ້ເຢັນ; ແນວຫ້ອຍກະແຈ. ດັ່ງນັ້ນ, ຈົ່ງເຂົ້າຮ່ວມການຕອບຄຳຖາມຂອງພວກຂ້າພະເຈົ້າໃຫ້ໄວວາເດີແລະຮັບປະກັນຄວາມຖືກຕ້ອງເພື່ອຮັບລາງວັນຈາກທາງ ລາຍການພາກພາສາລາວ.

ເພື່ອນພອນມະນີມາຈາກແຂວງຫົວພັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍຄຳຖາມ ທີ່ວ່າ:

ເພື່ອນພອນມະນີທີ່ຮັກແພງ! ສົກຮຽນ 2018 - 2019, ສູນການສຶກສາປະຈຳ ແຂວງດ້ຽນບຽນໄດ້ຕ້ອນຮັບນັກສຶກສາລາວ 145 ຄົນ, ໃນນັ້ນ 75 ຄົນແມ່ນ ແລະ ນອກແຜນ 70 ຄົນ. ໂດຍກຳນົດໄດ້ຄວາມສຳຄັນຂອງການບຳລຸງສ້າງພາສາຫວຽດວ່າ ແມ່ນເຄຶ່ອງມືພື້ນຖານເພື່ອໃຫ້ນັກສຶກສາກ້າວເຂົ້າສູ່ການຮຽນລົງເລິກຂະແໜງ, ສູນໄດ້ເປັນເຈົ້າການສ້າງແຜນການເຄື່ອນໄຫວໃຫ້ແກ່ສົກຮຽນ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ບັນດາພະນັກງານຄຸ້ມຄອງ, ຄູອາຈານຢ່າງລະອຽດບົນພື້ນຖານຄວາມເໝາະສົມກັບລະດັບຄວາມຮູ້, ກຳລັງຄວາມສາມາດຂອງພະນັກງານແຕ່ລະຄົນເພື່ອເສີມຂະຫຍາຍຄວາມຖະນັດ, ກຳລັງຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ. ນອກຈາກນັ້ນ, ຂະແໜງສຶກສາ ແຂວງດ້ຽນບຽນ ຍັງຕັ້ງໜ້າປ່ຽນແປງໃໝ່ວິທີສິດສອນ, ເປັນເຈົ້າການຂຸດຄົ້ນ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຮຽນ - ການສອນເພື່ອຍົກສູງລະດັບຄວາມຮູ້, ວິຊາສະເພາະຂອງຕົນ. ໝາກຜົນຂອງສົກຮຽນ 2018 - 2019, ມີນັກສຶກສາລາວ 144/145 ຄົນ (99,3%) ໄດ້ຮັບຮອງວ່າສຳເລັດຫຼັກສູດການຮຽນພາສາຫວຽດ ຈາກພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ. ໃນນັ້ນ: ມີນັກສຶກສາບັນລຸລະດັບເກັ່ງ 25,5%, ດີ 39,3%, ແລະ ປານກາງ 34,5%. ພາຍຫຼັງຮ່ຳຮຽນ, ນັກຮຽນທຸກຄົນສາມາດກຳໄດ້ຫຼັກໄວຍະກອນພາສາ ຫວຽດ ດີພໍສົມຄວນ, ສາມາດຮັບຮູ້ໄດ້ບັນດາຄວາມຮູ້ດ້ານວິທະຍາສາດ, ທິດສະດີ ຢູ່ບັນດາໂຮງຮຽນວິຊາສະເພາະ ແລະໂຮງຮຽນການເມືອງ

ນອກນັ້ນ, ທາງແຂວງຍັງໄດ້ຈັດຕັ້ງຊຸດບຳລຸງສ້າງ,ຝຶກອົບຮົມ ແລະ ລົງພຶດຕິກຳຕົວຈິງຢູ່ຂັ້ນພື້ນຖານຊຸດທີ IV ປີ 2019, ໃຫ້ແກ່ນັກສຳມະນາກອນ 26 ຄົນເຊິ່ງແມ່ນພະນັກງານຂອງ 3ແຂວງທາງທິດເໜືອຂອງລາວແມ່ນ: ຫຼວງພະບາງ, ອຸດົມໄຊ ແລະ ຜົ້ງສາລີ. ໃນໄລຍະຝຶກອົບຮົມ, ນັກສຳມະນາກອນຈະໄດ້ຄົ້ນຄ້ວາບັນດາຄວາມຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ຊາວດ້ຽນບຽນ, ບັນດາຂົງເຂດກ່ຽວກັບການສຶກສາແລະບຳລຸງສ້າງ, ສາທາລະນະສຸກ, ກະສິກຳແລະພັດທະນາຊົນນະບົດ…ພິເສດ, ໃນໄລຍະຝຶກອົບຮົມ, ນັກສຳມະນາກອນຈະໄດ້ລົງພຶດຕິກຳຕົວຈິງຢູ່ບັນດາພື້ນຖານຕ່າງໆ. ດັ່ງທີ່ກ່າວມາຂ້າງເທິງແມ່ນບາງຂໍ້ມູນພື້ນຖານກ່ຽວກັບຄຳຖາມຂອງເພື່ອນພອນມະນີ, ຫວັງວ່າເພື່ອນຈະມີຄວາມເພິ່ງພໍໃຈ.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ