ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ

Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ - ảnh 1ທ່ານຮອງນາຍົກລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ກ່າວຄຳເຫັນທີ່ສຳນັກງານສະຫະປະຊາຊາດພາຍຫຼັງຫວຽດນາມໄດ້ຮັບໄຊຊະນະການເລືອກຕັ້ງ 

ເພື່ອນ ບຸນຄົງ ຢູ່ ແຂວງຈຳປາສັກ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກຟັງ ແລະ ຊົມລາຍການ ຊາຍຄາອາຊຽນທີ່ສຸດ. ຜ່ານລາຍການດັ່ງກ່າວ, ຂ້າພະເຈົ້າສາມາດເຂົ້າໃຈໄດ້ຢ່າງຈະແຈ້ງກ່ຽວກັບບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍຂອງອົງການຈັດຕັ້ງອາຊຽນ, ກໍ່ຄືບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ງານບຸນທີ່ເປັນມູນເຊື້ອຂອງບັນດາປະເທດສະມາຊິກ ອາຊຽນ. ຂໍອວຍພອນລາຍການພາກພາສາລາວເວົ້າສະເພາະ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມຈົ່ງນັບມື້ນັບພັດທະນາ, ແລະ ນັບມື້ນັບມີຫຼາຍລາຍການທີ່ມວນໆ ແລະ ຈັບອົກຈັບໃຈຫຼາຍກ່ວາເກົ່າເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອນບຸນຄົງທີ່ຮັກແພງ! ລາຍການພາກພາສາລາວຂໍສົ່ງຄຳຂອບໃຈໄປຍັງເພື່ອນທີ່ໄດ້ຕິດຕາມເວັບໄຊ ແລະ ລາຍການຂອງພວກເຮົາຢ່າງຕໍ່ເນື່ອງ. ພວກຂ້າພະເຂົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ນຳມາໃຫ້ເພື່ອນເວລານາທີທີ່ເຕັມໄປດ້ວຍຄວາມໝາຍ. ອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸໄດ້ໝາກຜົນທີ່ດີໃນວຽກງານຂອງຕົນ ແລະ ຫວັງວ່າເພື່ອນຈະສືບຕໍ່ຮັບຟັງ ກໍ່ຄືປະກອບຄຳຄິດເຫັນໃຫ້ແກ່ລາຍກາຍພາສາລາວເພື່ອໃຫ້ລາຍການນັບມື້ນັບອຸດົມສົມບູນກ່ວາເກົ່າ. ຂໍຂອບໃຈ.

ເພື່ອນ ຄຳສີ ພຽງວໍລາວົງ ໄດ້ສົ່ງຂໍ້ຄວາມ ຜ່ານໂທລະສັບມາຍັງລາຍການມາດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະພາແຫ່ງປະຊາຊາດ. ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຍິນດີກັບ ຫວຽດນາມ ເມື່ອໄດ້ຮັບເລືອກຕັ້ງຕຳແໜ່ງດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບັນດາປະສົບການທີ່ ຫວຽດນາມ ມີຢູ່ ແລ້ວ, ພວກເພື່ອນຈະປະຕິບັດສຳເລັດບັນດາໜ້າທີ່ໃນອາຍຸການເປັນຢ່າງດີ. ນອກຈາກນັ້ນ, ຂ້າພະເຈົ້າຍັງມີຄຳຖາມທີ່ຢາກໃຫ້ລາຍການອະທິບາຍນັ້ນແມ່ນ: ໃນອາຍຸການ 2020 -2021 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ນອກຈາກ ຫວຽດນາມແລ້ວ ຍັງມີປະເທດໃດແດ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເງື່ອນໄຂທີ່ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນຫຍັງ? ຂໍຂອບໃຈ.

ເພື່ອນ ຄຳສີ ພຽງວໍລາວົງ ທີ່ຮັກແພງ! ລາຍການພາກພາສາລາວຂໍຂອບໃຈເພື່ອນທີ່ໄດ້ສົ່ງຄຳສະແດງຄວາມຍິນດີກັບພວກຂ້າພະເຈົ້າ. ຄວາມຈິງເລື່ອງ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງ ຫວຽດນາມໃນປີນີ້. ໃນອາຍຸການ 2020 -2021 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ນອກຈາກ ຫວຽດນາມແລ້ວຍັງມີ 4 ປະເທດອື່ນອີກກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດຕື່ມອີກນັ້ນແມ່ນ: ນີເຊ, ເກີນາດີນ, ຣູມານີ ແລະ ຕຸຍນີຊີ. ໃນນັ້ນເງື່ອນໄຂທີ່ຕັດສິນຊີ້ຂາດເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ: ບັນດາກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດຕ້ອງໄດ້ຮັບການຄັດເລືອກດ້ວຍວິທີປ່ອນບັດ, ສະມາຊິກກຳມະການບໍ່ປະຈຳການຕ້ອງບັນລຸໄດ້ ບັດເຫັນດີໜ້ອຍທີ່ສຸດແມ່ນ 2/3 ຂອງຈຳນວນບັດທັງໝົດຂອງບັນດາປະເທດສະມາຊິກສະຫະປະຊາຊາດ ທີ່ມີໜ້າ ແລະ ເຂົ້າຮ່ວມການປ່ອນບັດຢູ່ທີ່ວາລະກອງປະຊຸມໃຫຍ່.

ເພື່ອນ ຄອນ ດາລາວັນ ນັກສຶກສາ ຂອງມະຫາວິທະຍາໄລການຄ້າ ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັກບຸກ ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ອາທິດໜ້າ, ຂ້າພະເຈົ້າ ແລະ ພວກເພື່ອນຂອງຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ. ເພາະສະນັ້ນ, ພວກຂ້າພະເຈົ້າ ຢາກຊອກຮູ້ບາງສະຖານທີ່ທ່ອງທ່ຽວໃໝ່ຢູ່ ນະຄອນໂຮ່ຈີມິນ ເພື່ອມີແຜນການທີ່ເໝາະສົມກັບການເດີນທາງຄັ້ງນີ້. ຫວັງວ່າ ບັນນາທິການພາກພາສາລາວຈະແນະນຳໃຫ້ ພວກຂ້າພະເຈົ້າກ່ຽວກັບສະຖານທີ່ທ່ອງທ່ຽວໃໝ່ຢູ່ ນະຄອນໂຮ່ຈີມິນ, ຂໍຂອບໃຈ.

ເພື່ອນ ຄອນ ດາລາວັນ ທີ່ຮັກແພງ! ນະຄອນໂຮ່ຈີມິນມີສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ ແລະ ມີຊື່ສຽງ ຫຼາຍແຫ່ງເຊິ່ງພວກເພື່ອນສາມາດເລືອກໄປທ່ຽວຊົມໃນການທ່ອງທ່ຽວຂອງຕົນຄື: ວັດຄຸນພໍ່ ດຶກບ່າ, ຕະຫຼາດເບັ໊ນແທັງ, ຖະໜົນຄົນຍ່າງ ຫງວຽນເຫ້ວ…ແຕ່ມື້ນີ້, ພວກຂ້າພະເຈົ້າຈະແນະນຳໃຫ້ເພື່ອນບາງສະຖານທີ່ທ່ອງທ່ຽວໃໝ່ເພື່ອຊ່ວຍໃຫ້ ເພື່ອນມີການເລືອກເຟັ້ນຫຼາຍບ່ອນກ່ວາໃນການເດີນທາງມາຢ້ຽມຢາມຄັ້ງນີ້. ທຳອິດແມ່ນ, ຖ້າເພື່ອນເປັນຜູ້ທີ່ນິຍົມການທ່ອງທ່ຽວຢ້ຽມຊົມທິວທັດຕາມແນວສະຖາປັດຕະຍະກຳທີ່ເກົ່າແກ່ນັ້ນ, ແນ່ນອນວ່າເພື່ອນຕ້ອງໄປວັດຄຸນພໍ່ ເຕິນດິ້ງ, ເຊິ່ງຕັ້ງຢູ່ເຮືອນເລກທີ 289 ຮາຍບ່າຈຶງ, ຕາແສງ 8, ເມືອງ 3, ນະຄອນຫຼວງ ໂຮ່ຈີມິນ. ເມື່ອພົບເຫັນ ວັດຄຸນພໍ່ເຕິນດິ້ງ, ເພື່ອນຈະຖືກດຶງດູດໃຈໂດຍຝາທາສີບົວໂດດເດັ່ນທີ່ສຸດໃນເສັ້ນທາງ, ນີ້ແມ່ນການປະສົມປະສານກັນລະຫວ່າງສະຖາປັດຕະຍະກຳ Gothic ແລະ Roman. ແຕ່ຖ້າເພື່ອນເປັນຜູ້ທີ່ນິຍົມສິລະປະ, ເພື່ອນສາມາດໄປຢ້ຽມຊົມຫໍພິພິທະພັນ 3D Artinus ຕັ້ງຢູ່ເຮືອນເລກທີ 02 – 04, ຖະໜົນເລກທີ 9, ເຂດຕົວເມືອງໃໝ່ ຮີມລາມ, ຕາແສງເຕິນຮຶງ, ເມືອງ 7, ນະຄອນ ໂຮ່ຈີມິນ. ນີ້ແມ່ນຫໍພິພິທະພັນທີ່ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍຂອງທຸກເພດໄວລຸ່ນຍ້ອນຄວາມເປັນເອກະລັກສະເພາະ ແລະ ແປກປະຫຼາດຂອງມັນ. ນອກຈາກນັ້ນ, ຍັງມີສະຖານທີ່ທ່ອງທ່ຽວອື່ນໆຄື:  ອຸໂມງໃຕ້ດິນກູ໋ຈີ, ສວນສາທາລະນະຕາວດ່ານ,  ສວນສາທາລະນະປາ Koi RinRin Park… ສິ່ງທີ່ກ່າວມາຂ້າງເທິງແມ່ນສະຖານທີ່ຈຳນວນໜຶ່ງທີ່ພວກຂ້າພະເຈົ້າແນະນຳໃຫ້ເພື່ອນ. ຫວັງວ່າຈະຊ່ວຍໃຫ້ເພື່ອນມີຄວາມສະດວກໃນການທ່ອງທ່ຽວນີ້.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ