ການ​ເສັງເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2020

Tran Tuan
Chia sẻ
(VOVWORLD) - ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 359 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ມອນແສງ, ດອກກຸລາບ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ”.

ການ​ເສັງເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2020 - ảnh 1ນະຄອນ ໂຮ່ຈີມິນ 

ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນ ເບັນ ພິມມະສອນ ຢູ່ແຂວງຈຳປາສັກ ຂຽນວ່າ: “ຂ້າພະເຈົ້າເຄີຍຕິດຕາມລາຍການຊາຍຄາ ອາຊຽນ ຂອງ VOV5, ຜ່ານລາຍການນີ້, ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊຽນ, ພິເສດແມ່ນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນປະເທດຫວຽດນາມ ທີ່ສວຍງາມ. ຫວັງວ່າໃນໄລຍະຈະມາເຖິງ, ລາວ ແລະ ຫວຽດນາມ ກໍ່ຄືບັນດາປະເທດໃນໂລກຈະສາມາດສະກັດກັ້ນໂລກລະບາດໂຄວິດ-19 ໄດ້, ຂ້າພະເຈົ້າຈະໄປທ່ຽວ ຫວຽດນາມ ແລະ ຢ້ຽມຢາມ 2 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ ແລະ ໂຮ່ຈີມິນ.

ທ່ານຜູ້ຟັງທີ່ເຄົາລົບ, ກ່ຽວຂ້ອງເຖິງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ, ເພື່ອນ ພອນຄຳ ສີສົມພັນ, ທ່ານຜູ້ຟັງລາຍການພາກພາສາລາວ ທີ່ໄດ້ຮັບລາງວັນຈາກການເສັງດັ່ງກ່າວ ໄດ້ສົ່ງຈົດໝາຍມາແບ່ງປັນກ່ຽວກັບແຮງບັນດານໃຈທີ່ຕົນເອງເຮັດບົດຈົນໄດ້ຮັບລາງວັນບົດເສັງທີ່ມີຮູບການ ແລະ ເນື້ອໃນດີເດັ່ນ. ເພື່ອນ ພອນຄຳ ສີສົມພັນ ແບ່ງປັນວ່າ: “ຂ້າພະເຈົ້າຢາກຮູ້ຫວຽດນາມ ໃຫ້ໄດ້ຫລາຍທີ່ສຸດ. ຕອນຄ່ຳທຸກໆມື້ ພາຍຫລັງກິນເຂົ້າແລ້ວ, ຂ້າພະເຈົ້າຈະຊອກຮູ້ ແລະ ເບິ່ງ Blog ວີດີໂອ ກ່ຽວກັບປະເທດທີ່ສວຍງາມຂອງພວກເພື່ອນ ຜ່ານ Youtube. ຂ້າພະເຈົ້າຮຽນໄດ້ສິ່ງໃໝ່ ແລະ ມີຄວາມຈັບໃຈຫລາຍຢ່າງກ່ຽວກັບຫວຽດນາມ ເຊິ່ງຂ້າພະເຈົ້າບໍ່ຄິດບໍ່ຝັນເຖິງ.ແຕ່ລະມື້ ຂ້າພະເຈົ້າຍິ່ງຮັກຫວຽດນາມ ຫລາຍກ່ວາ”.

ທ່ານຜູ້ຟັງທີ່ເຄົາລົບ! ນອກຈາກເພື່ອນ ພອນຄຳ ສີສົມພັນ ທີ່ຍາດໄດ້ລາງວັນບົດເສັງທີ່ມີຮູບການ ແລະ ເນື້ອໃນດີເດັ່ນດ້ວຍພາສາຫວຽດນາມ ທີ່ມີມູນຄ່າ 2 ລ້ານ VND ແລ້ວ, ທ່ານຜູ້ຟັງລາວທຸກຄົນທີ່ມີບົດເສັງສົ່ງມາໃຫ້ຄະນະຈັດຕັ້ງການເສັງ "ເພື່ອນຮູ້ຫຍັງແດ່ກຽວກັບຫວຽດນາມ 2020" ກໍ່ລ້ວນແຕ່ໄດ້ຮັບໃບຢັ້ງຢືນເອເລັກໂຕນິກ.

ທ່ານຜູ້ຟັງທີ່ເຄົາລົບ! ໃນການຈັດຕັ້ງການເສັງ "ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ" ມາຫລາຍຄັ້ງ, ຄະນະຈັດຕັ້ງການເສັງບໍ່ເຄີຍປະສົບກັບຄວາມຫຍຸ້ງຍາກ ໃນການກຳນົດວ່າ ທ່ານຜູ້ຟັງຄົນໃດທີ່ມີຄຳຕອບດີທີ່ສຸດກ່ຽວກັບຄຳຖາມໃດໜຶ່ງ ຄືດັ່ງການເສັງໃນປີ 2020. ນັ້ນແມ່ນຄວາມຫຍຸ້ງຍາກໃນການກຳນົດຄຳຕອບດີທີ່ສຸດຂອງຄຳຖາມທີ 5 "ເມື່ອເວົ້າເຖິງຫວຽດນາມ ເພື່ອນມີຄວາມປະທັບໃຈໃດແດ່ຕໍ່ພາບພົດ ຫຼື ເຫດການ?", ແມ່ນຄຳຖາມເປີດກ່ຽວກັບຄວາມປະທັບໃຈທຳອິດຂອງທ່ານຜູ້ຟັງເມື່ອຄິດເຖິງຫວຽດນາມ. ເຫດຜົນແມ່ນຍ້ອນມີຄຳຕອບດີເດັ່ນຫລາຍຢ່າງ, ເມື່ອຂຽນກ່ຽວກັບການເລືອກເຟັ້ນຫົວຂໍ້ "ປະທານໂຮ່ຈີມິນ", ທ່ານຜູ້ຟັງລ້ວນແຕ່ຂຽນດ້ວຍຄຳສັບທີ່ສະແດງເຖິງຄວາມເຄົາລົບນັບຖື, ນິຍົມສູງສຸດ. ທ່ານຜູ້ຟັງ ຕ໊ຽດຟີ, (ຊາວຈີນ, ລາຍການພາສາຈີນ) ຂຽນວ່າ "ເມື່ອເວົ້າເຖິງ ຫວຽດນາມ ພວກເຮົາຕ້ອງຄິດເຖິງຜູ້ນຳທີ່ແສນເຄົາລົບຮັກ ນັ້ນແມ່ນປະທານໂຮ່ຈີມິນ. ເພິ່ນບໍ່ພຽງແຕ່ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບຄວາມນິຍົມຈາກເພື່ອນມິດຢູ່ທົ່ວໂລກອີກດ້ວຍ. ຫວຽດນາມ - ໂຮ່ຈີມິນ ຍາມໃດເພື່ອນມິດສາກົນກໍ່ໄດ້ເວົ້າເຖິງ ດ້ວຍຄວາມເຄົາລົບນັບຖື."

ການ​ເສັງເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2020 - ảnh 2 (ພາບປະກອບ)

ສ່ວນທ່ານຜູ້ຟັງ Kurita Toshiki, ຊາວ ຍີ່ປຸ່ນ, ລາຍການພາສາ ຍີ່ປຸ່ນ ແບ່ງປັນວ່າ “ໃນລາຍການມໍລະດົກໂລກ ເມື່ອໄດ້ເຫັນ ອ່າວຮະລອງ ຂອງພວກເພື່ອນເທື່ອທຳອິດ, ຄວາມຈິງ ຂ້າພະເຈົ້າບໍ່ເຊື່ອສາຍຕາຂອງຕົນ, ບໍ່ຄິດວ່າ ປະເທດຫວຽດນາມ ຈະມີຄວາມສວຍງາມ, ຍິ່ງໃຫຍ່ຢ່າງໜ້າມະຫັດສະຈັນແບບນີ້ ເບິ່ງຢູ່ບ່ອນໃດກໍ່ສວຍງາມ, ຂຽວອຸ່ມທຸ່ມໄປໝົດ. ຂ້າພະເຈົ້າຈະນຳອ່າວຮະລອງ ເຂົ້າໃນບັນຊີລາຍຊື່ບັນດາສະຖານທີ່ຕ້ອງແວ່ຢາມກ່ອນທີ່ຈາກໄປ.

ສ່ວນເພື່ອນ Rudi Hartono, ຊາວອິນໂດເນເຊຍ, ລາຍການພາສາອິນໂດເນເຊຍ ແບ່ງປັນວ່າ “ເມື່ອຂຽນກ່ຽວກັບຫວຽດນາມ ແມ່ນຄວາມເປັນກຽດສຳລັບຕົນເອງ ຍ້ອນວ່າຕົນເອງເປັນມິດລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ມາຕະຫລອດ 32 ປີແລ້ວ. ຫວຽດນາມ ແມ່ນປະເທດທີ່ສວຍງາມ, ມີສັນຕິພາບ ແລະ ນັບມື້ນັບພັດທະນາ. ຄວາມສວຍງາມຂອງປະເທດຫວຽດນາມ ໄດ້ສ້າງຄວາມຢາກຊອກຮູ້ຊອກເຫັນໃນໃຈຂອງຕົນເອງ ແລະ ກໍ່ໄດ້ມີໂອກາດໄປຢ້ຽມຢາມ ແລະ ຄົ້ນຫາ ຫວຽດນາມ ມາແລ້ວ. ຂ້າພະເຈົ້າໄປ ຫວຽດນາມ 2 ຄັ້ງ, ນັ້ນແມ່ນນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ຂ້າພະເຈົ້າຢາກກັບຄືນໄປ ຫວຽດນາມ ອີກຄັ້ງໜຶ່ງ.

ທ່ານຜູ້ຟັງ Paul Jamet, ຊາວ ຝຣັ່ງ, ລາຍການພາສາຝຣັ່ງ ຂຽນວ່າ “ປະເທດຫວຽດນາມ ຂອງພວກເພື່ອນໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ຢູ່ ຫວຽດນາມ, ບັນດາຄຸນຄ່າຮີດຄອງປະເພນີ ແລະ ຄວາມທັນສະໄໝ ຍາມໃດກໍ່ສະຫຼັບສັບປົນກັນໄປ. ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ຍ້ອນສິ່ງດັ່ງກ່າວ ໄດ້ສ້າງຜົນສຳເລັດຂອງພວກເພື່ອນໃນວັນນີ້.

ຂໍເວົ້າຄືນວ່າ, ຍັງມີຫລາຍຄຳຕອບທີ່ດີ, ບັນດາການແບ່ງປັນປະທັບໃຈ ແລະ ເຕັມໄປດ້ວຍນ້ຳໃຈຂອງບັນດາທ່ານຜູ້ຟັງທີ່ມີຕໍ່ ຫວຽດນາມ ເຊິ່ງທາງວິທະຍຸກະຈາຍສຽງ ຫວຽດນາມ ຍັງບໍ່ທັນໄດ້ຄັດສະເໜີ. ອີກຄັ້ງໜຶ່ງຂໍຮັບຮູ້ ແລະ ຂອບໃຈພວກເພື່ອນຫລາຍໆ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ