ການ​ເຄື່ອນ​ໄຫວໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ລະ​ຫວ່າງ​ ຫວຽດ​ນາມ - ລາວ

Chia sẻ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 366ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຢ່າງຊອກຮູ້ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການສຶກສາລະຫວ່າງສອງປະເທດ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.



ການ​ເຄື່ອນ​ໄຫວໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ລະ​ຫວ່າງ​ ຫວຽດ​ນາມ - ລາວ - ảnh 1ການນຳແຂວງວຽງຈັນມອບເງິນສະໜັບສະໜູນການປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ ຫ໋າຍເຢືອງ (ພາບ: TTXVN)

ໃນອາທິດຜ່ານມາ, ເພື່ອນສຸກສາຄອນ, ສຸມາລີ, ສຸກດາວັນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ “ຂໍຂອບໃຈລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າບັນດາການເຄື່ອນໄຫວລະຫວ່າງຫວຽດນາມແລະລາວທີ່ໄດ້ດຳເນີນໃນອາທິດຜ່ານມາ”

ທ່ານຜູ້ຟັງທີ່ເຄົາລົບ, ໃນໄລຍະເກີດໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ຊຶ່ງເຮັດໃຫ້ທັງສອງປະເທດຫວຽດນາມ ແລະ ລາວຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສຸ່ມສະຕິຢູ່ລະດັບສູງເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຫວຽດນາມ ແລະ ລາວ ຍາມໃດກໍ່ເອົາໃຈໃສ່ຕໍ່ການແປ່ງບັນຄວາມຫຍຸ້ງຍາກລຳບາກ, ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ. ມີການເຄື່ອນໄຫວມອບຮັບ, ໜູນຊ່ວຍວັດຖຸອະປຸກອນການແພດຫຼາຍຢ່າງ ເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຂອງທັງສອງປະເທດໄດ້ຮັບການຈັດຂຶ້ນ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳບາງການເຄື່ອນໄຫວໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຈຳນວນໜຶ່ງລະຫວ່າງສອງປະເທດທີ່ໄດ້ດຳເນີນໃນອາທິດຜ່ານມາ.

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາງຈິ້ງທິເຕີມອັກຄະລັດຖະທູດຫວຽດນາມປະຈຳລາວໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ວົງສຳພັນ ຜູ້ນຳໜ້າຄະນະຜູ້ແທນແຂວງວຽງຈັນ ມອບເງິນຈຳນວນ 100 ລ້ານກີບໃຫ້ແກ່ແຂວງ ຫ໋າຍເຢືອງ ເພື່ອນຳໃຊ້ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ແລະກໍ່ໃນວັນທີ 14 ມິຖຸນາ, ຢູ່ດ່ານຊາຍແດນສາກົນເກົາແຈວ (ຮ່າຕິງ), ຄະນະກຳມະການປະຊາຊົນ ຄະນະກຳມະການແນວໂຮມປະເທດຊາດແຂວງ ເງະອານ ໄດ້ຈັດພິທີມອບໂຄງການສຸກສາລາທະຫານ - ປະຊາຊົນນ້ຳອອນ ແລະ ສະບຽງອາຫານ, ອຸປະກອນການແພດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ອຳນາດການປົກຄອງ, ກຳລັງປະກອບອາວຸດແຂວງບໍລິຄຳໄຊ (ປະເທດລາວ).

ກ່ອນໜ້ານັ້ນ, ໃນວັນທີ 12 ມິຖຸນາ, ຜູ້ຕາງໜ້າອຳນາດການປົກຄອງແຂວງ ຜົ້ງສາລີ ໄດ້ມາຍັງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ເພື່ອມອບເງິນເປັນຈຳນວນ 150 ລ້ານກີບໜູນຊ່ວຍ 6 ແຂວງຫວຽດນາມລວມມີ: ລາຍເຈົາ, ເຊີນລາ, ຝູເຖາະ, ວິງຟຸກ, ຕວຽນກວາງ ແລະ ທ້າຍງວຽນ ເພື່ອຮັບມືກັບໂລກລະບາດໂຄວິດ - 19.

ເພື່ອນ ໜູເພັດ ພວມເຮັດວຽກແລະດຳລົງຊີວິດຢູ່ແຂວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຄວາມໝາຍຂອງວັນບຸນດວານເງາະຢູ່ຫວຽດນາມ, ເປັນຫຍັງຈິ່ງໄດ້ເອີ້ນວ່າວັນບຸນຂ້າແມງໄມ້? ນອກຈາກ ຫວຽດນາມ ແລ້ວ, ມີປະເທດໃດອີກບໍ່ທີ່ມີວັນບຸນດັ່ງກ່າວ? ຂໍຂອບໃຈ.

ເພື່ອນ ໜູເພັດ ທີ່ຮັກແພງ! ວັນບຸນດວານເງາະໄດ້ຈັດຂຶ້ນໃນວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນຫວຽດນາມ ຂອງທຸກປີ, ໃນນັ້ນ “ດວານ” ໝາຍຄວາມວ່າເລີ່ມຕົ້ນ, “ເງາະ” ແມ່ນໄລຍະເວລາແຕ່ 11ໂມງເຊົ້າຫາ 1 ໂມງສວາຍ, ດັ່ງນັ້ນວັນບຸນດວາມເງາະໄດ້ຈັດໃນຕອນທ່ຽງ. ນີ້ແມ່ນໜຶ່ງໃນວັນດາວັນບຸນທີ່ເປັນມູນເຊື້ອທີ່ມີເນື້ອໃນວັດທະນະທຳອຸດົມສົມບູນຕິດພັນກັບບົດຮຽນ, ປະສົບການຂອງປະຊາຊົນກໍ່ຄືການເຄື່ອນໄຫວຜະລິດລະດູການໃນປີ.

ຢູ່ ຫວຽດນາມ, ວັນບຸນດວາມເງາະຍັງໄດ້ເອີ້ນວ່າ “ວັນບຸນຂ້າແມງໄມ້”. ເຂົ້າໃຈງ່າຍໆວ່າ, ນີ້ແມ່ນວັນເລີ່ມຕົ້ນການຂ້າແມງໄມ້ທີ່ເປັນສັດຕູພືດກໍ່ຜົນຮ້າຍຕໍ່ຕົ້ນໄມ້. ຍ້ອນວ່າຫວຽດນາມແມ່ນປະເທດກະສິກຳດັ່ງນັ້ນວັນບຸນດັ່ງກ່າວໄດ້ມີຄວາມສຳຄັນຍິ່ງ. ນອກຈາກຫວຽດນາມແລ້ວ, ວັນບຸນດວານເງາະຍັງແມ່ນວັນບຸນປະເພນີຢູ່ບາງປະເທດອາຊີຕາເວັນອອກຕ່າງໆຄື: ສປປ.ເກົາຫຼີ, ໄຕ້ຫວັນ (ຈີນ), ຍີ່ປຸ່ນ, ແລະຈີນ.

ໃນອີເມວຂອງເພື່ອນອະນຸສິດຢູ່ແຂວງຊຽງຂວາງຂຽນວ່າ: “ຂ້າພະເຈົ້າຢາກຊອກຮູ້ບັນດາການເຄື່ອນໄຫວລົງທຶນຈາກບັນດາປະເທດໃນພາກພື້ນອາຊຽນທີ່ມາລົງທຶນຢູ່ລາວ. ຜ່ານມາ, ຢູ່ແຂວງຊຽງຂວາງ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ໄດ້ເປີດຕົວໂຄງການຮ່ວມທຸລະກິດງົວພັນນົມຫວຽດນາມ - ລາວ - ຍີ່ປຸ່ນແລະລົງມືກໍ່ສ້າງໜ່ວຍຟາມ“Resort” ງົວພັນນົມ Organic. ໜ່ວຍຟາມດັ່ງກ່າວຈະປະກອບສ່ວນໃດໜຶ່ງບໍ່ໜ້ອຍເຂົ້າໃນ GDP ຂອງປະເທດລາວທີ່ມີພົນລະເມືອງ 7 ລ້ານຄົນຂອງພວກຂ້າພະເຈົ້າ. ດັ່ງນັ້ນຜ່ານລາຍການ, ຂ້າພະເຈົ້າຢາກຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບຂອບຂະໜາດຂອງໜ່ວຍຟາມດັ່ງກ່າວ

ເພື່ອນອະນຸສິດທີ່ຮັກແພງ! ພາຍຫຼັງການຄົ້ນຄ້ວາ, ຊອກຮູ້ມາເປັນເວລາຫຼາຍປີ, ເຊິ່ງເຫັນໄດ້ຄວາມສາມາດບົ່ມຊ້ອນເພື່ອພັດທະນາກະສິກຳແລະທ່າໄດ້ປ່ຽບໃນການພັດທະນາການລ້ຽງງົວນົມຢູ່ເຂດພູພຽງຊຽງຂວາງ (ລາວ). ດັ່ງນັ້ນຮອດທ້າຍປີ 2018, Vinamilk ໄດ້ລົງທຶນປະຕິບັດໂຄງການພັດທະນາ ການລ້ຽງງົວນົມດ້ວຍຂອບຂະໜາດໃຫຍ່ຢູ່ທີ່ນີ້. ໂຄງການນີ້ນອນໃນຍຸດທະສາດເປີດກວ້າງແຫຼ່ງວັດຖຸດິບນົມສົດຂອງ Vinamilk.

ໄລຍະທີ 1 ໂຄງການມີເນື້ອທີ່ຕາມການວາງແຜນທັງໝົດ 5.000 ເຮັກຕາ, ດ້ວຍຂອບຂະໜາດຝູງງົວ 24.000 ໂຕ. ໂດຍສຸມໃສ່ພັດທະນາໂຄງການພິເສດນີ້, ຄາດວ່າVinamilk ຈະຍົກລະດັບການລົງທຶນໃຫ້ແກ່ໄລຍະນີ້ຂຶ້ນເຖິງ 150 ລ້ານ USD.

ປັດຈຸບັນ Vinamilk ພວມຢູ່ໃນວິວັດການສ້າງ ເຂດຟາມລ້ຽງງົວທຳອິດດ້ວຍຝູງງົວ 8000 ໂຕ. ດ້ວຍຂອບຂະໜາດນີ້, ຟາມອາດຈະສະໜອງນົມສົດກ່ວາ 120 ໂຕນ/ວັນ, ປະມານເກືອບ 44.000 ໂຕນ/ປີ.

ໂລກລະບາດໂຄວິດ - 19 ພວມກໍ່ຜົນກະທົບຕໍ່ແຜນການສ້າງໂຄງການນີ້. ເຖິງຢ່າງໃດກໍ່ຕາມ, ຕາມຂໍ້ມູນຂ່າວຈາກຝ່າຍວິສາກິດແລ້ວ, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຄາດວ່າຮອດໄຕມາດທີ I/ປີ2022, ຟາມງົວນົມຢູ່ຊຽງຂວາງຈະສາມາດຜະລິດ ນົມງົວໄດ້.

ຕາມແຜນການແລ້ວ, ໃນປີນີ້, Vinamilk ຈະນຳເຂົ້າງົວຕື່ມອີກ 5000 ໂຕ, ໃນນັ້ນມີສ່ວນໜຶ່ງແມ່ນຮັບໃຊ້ໃຫ້ແກ່ໂຄງການຢູ່ລາວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.ຂໍຂອບໃຈ!

ຕອບກັບ