ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ປະ​ຕິ​ບັດວຽກ​ງານ​ຊາວ​ໜຸ່ມ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

Chia sẻ
(VOVWORLD) - ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ເຮັດໃຫ້ຊຸດຝຶກອົບຮົມກ່ຽວກັບວຽກງານຊາວໜຸ່ມໃຫ້ແກ່ພະນັກງານຊາວໜຸ່ມປະຊາຊົນປະຕິວັດລາວຢູ່ສະຖານບັນຊາວໜຸ່ມ - ເຍົາວະຊົນ - ອານຸຊົນຫວຽດນາມບໍ່ສາມາດຈັດຂຶ້ນຢູ່ ຫວຽດນາມ ໄດ້. ໃນປີ 2021 ແລະ 2022 ນີ້, ຄາດວ່າ ແຕ່ລະປີ ສອງຝ່າຍຈະສົມທົບກັນຈັດຕັ້ງຊຸດຝຶກອົບຮົມຕາມຮູບການທາງອອນລາຍ2 ຊຸດ.
ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ປະ​ຕິ​ບັດວຽກ​ງານ​ຊາວ​ໜຸ່ມ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ - ảnh 1ການນຳສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: doanthanhnien.vn)

ອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ 424 ສະບັບ, ອີເມວ ແລະ ໂທລະສັບຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ ຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງຫລາຍຄົນ ໄດ້ສົ່ງຈົດໝາຍສະແດງຄວາມສົນໃຈກ່ຽວກັບວັດທະນະທຳ, ສິລະປະຂອງ ຫວຽດນາມ, ມີທ່ານຜູ້ຟັງລາວບາງທ່ານໄດ້ສົ່ງຈົດໝາຍເພື່ອຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຂອງຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄິດສະເໜີບາງຄຳເຫັນ, ເນື້ອໃນ ກໍ່ຄືຕອບຄຳຖາມຂອງທ່ານຜູ້ຟັງທີ່ສົ່ງມາລາຍການ.

ທ່ານຜູ້ຟັງ Paul Gager ມາຈາກ Wien - ໂອຕາລິດໄດ້ສົ່ງຈົດໝາຍອວຍພອນປີໃໝ່ປີສະຫຼຸແລະສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງລາຍການພາກພາສາເຢຍລະມັນ. ທ່ານຜູ້ຟັງ Paul Gager ກໍ່ໄດ້ຍ້ອງຍໍລາຍການພິເສດໃນວັນທີ 1 ມີນາ.

ທ່ານຜູ້ຟັງຈາງຄ້າງເວິ້ນຜູູ້ຟັງລາຍການຊາວປັກກິ່ງ, ຈີນ ປັດຈຸບັນພວມດຳລົງຊີວິດແລະເຮັດວຽກຢູ່ຮ່າໂນ້ຍໄດ້ຍ້ອງຍໍລາຍການກະຈາຍສຽງອອກອາກາດວັນທີ 13 ມີນາມີເນື້ອໃນມ່ວນແລະ ສຽງອ່ານທີ່ດີ.

ທ່ານຜູ້ຟັງ Volker Willschrey ຈາກ Dillingen ປະເທດເຢຍລະມັນໄດ້ຂຽນວ່າ: ຂ້າພະເຈົ້າຂໍຂອບໃຈ VOV5 ທີ່ໄດ້ນຳບັນດາລາຍການທີ່ເປັນໜ້າຈັບອົກຈັບໃຈມາໃຫ້ຂ້າພະເຈົ້າໃນອາທິດຜ່ານມາ, ຍ້ອນມີບັນດາລາຍການຂອງພວກເພື່ອນ, ຂ້າພະເຈົ້າຮູ້ສຶກໄດ້ວ່າຊີວິດປະຈຳວັນມີຄວາມສະບາຍກ່ວາ, ເຖິງວ່າຍັງມີບັນດາຂໍ້ຈຳກັດຂອງໂລກລະບາດໂຄວິດ - 19ກໍ່ຕາມ. ຂ້າພະເຈົ້າຫວັງວ່າພວກເພື່ອນຈະມີສຸຂະພາບທີ່ເຂັ້ມແຂງແລະບໍ່ມີຜູ້ໃດຕິດເຊື້ອພະຍາດໂຄວິດ - 19.

ທ່ານຜູ້ຟັງ Hugo Longhi ມາຈາກອາກຊັງຕິນໄດ້ແບ່ງປັນກ່ຽວກັບເຫດການໄຂກອງປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດວ່າ: “ຫວັງວ່າບັນດາສະມາຊິກສະມາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມມີຄວາມສະຫຼາດສ່ອງໃສເພື່ອຕັດສິນບັນຫາຕ່າງໆທີ່ຖືກຕ້ອງທີ່ສຸດໃຫ້ແກ່ຊາວຫວຽດນາມ, ແນ່ນອນວ່າບັນດາບັນຫາຂອງປະເທດຊາດຈະໄດ້ຍົກອອກມາປຶກສາຫາລືແລະແກ້ໄຂເປັນຢ່າງດີໃນໂອກາດນີ້”

ທ່ານຜູ້ຟັງທີ່ເຄົາລົບ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳເຫັນຂອງບັນດາທ່ານຜູ້ຟັງຂອງບັນດາປະເທດຄື: ອິນເດຍ, ໂອຕາລິດ, ຈີນ, ເຢຍລະມັນ ແລະ ອາກຊັງຕິນ ແລະ ຕໍ່ໄປແມ່ນຄຳເຫັນຂອງທ່ານຜູ້ຟັງລາວ.

ໃນຈົດໝາຍຂອງເພື່ອນຈັນສະໝອນ ຢູ່ແຂວງ ຫົວພັນ ຂຽນວ່າ: ປີນີ້ ຂ້າພະເຈົ້າຈະພາຄອບຄົວໄປພັກຜ່ອນໃນຍາມພັກແລ້ງ ຢູ່ຫວຽດນາມ, ແຕ່ຂ້າພະເຈົ້າບໍ່ທັນຮູ້ວ່າຈະໄປຢ້ຽມຢາມເຂດພາກໃດ,ໄປໃນເວລາໃດຈຶ່ງເໝາະສົມ? ຫວັງວ່າ ລາຍການພາກພາສາລາວຈະແນະນຳຂໍ້ມູນກ່ຽວກັບການທ່ອງທ່ຽວຢູ່ບັນດາເຂດພາກຫວຽດນາມ ໃຫ້ຂ້າພະເຈົ້າແດ່.

ເພື່ອນຈັນສະໝອນທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນມັກບັນດາການທ່ອງທ່ຽວແບບຄົ້ນຫາຄວາມງາມເຂດພູຜາປ່າໄມ້ ເພື່ອນສາມາດໄປທ່ອງທ່ຽວພາກເໜືອຫວຽດນາມ ໃນລະດູບານໃໝ່ແຕ່ເດືອນ ມັງກອນ ຫາເດືອນ ເມສາ.ຖ້າຫາກມັກໄປທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ເພື່ອນສາມາດໄປຢ້ຽມຢາມພາກກາງຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວ ແລະ ຍາວຢຽດທີ່ມີຊື່ສຽງຄື: ທ້ວນອານ (ນະຄອນເຫວ້), ທຽນເກີມ (ຮ່າຕິງ), ໝີເຄ (ດ່າໜັງ)…ໄລຍະເວລາທີ່ເໝາະສົມພັກຜ່ອນບຳລຸງສຸຂະພາບແມ່ນແຕ່ເດືອນພຶດສະພາ ຫາເດືອນ ກັນຍາ. ຖ້າຫາກເພື່ອນຢາກໄປທ່ອງທ່ຽວວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊແມ່ນສາມາດໄປຢ້ຽມຢາມພາກໃຕ້ ຫວຽດນາມ, ອາກາດຢູ່ພາກໃຕ້ເອື້ອອຳນວຍຕະຫລອດປີ, ອຸນຫະພູມປານກາງ 27 ອົງສາ, ເພື່ອນສາມາດໄປຢ້ຽມຢາມບໍ່ວ່າຍາມໃດໃນປີກໍ່ຕາມ.

ເພື່ອນ ຄຳນ້ອຍປັດຈຸບັນພວມດຳລົງຊີວິດແລະເຮັດວຽກຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານ email ດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອຕິດຕາມລາຍການໃນເວັບໄຊvovworld.vn, ຂ້າພະເຈົ້າໄດ້ຮູ້ຈັກເຖິງການໂອ້ລົມທາງໂທລະສັບລະຫວ່າງສະຫາຍຫງວຽນແອັງຕວັນ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນແລະສະຫາຍອາລຸນໄຊສູນນະລາດ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ເຕື້ອງເຖິງການຮ່ວມມືບຳລຸງສ້າງພະນັກງານເຮັດວຽກງານຊາວໜຸ່ມ, ຂ້າພະເຈົ້າຢາກຮູ້ຂໍ້ມູນກ່ຽວກັບການຮ່ວມມືນີ້ລະຫວ່າງສອງປະເທດໃນໄລຍະຈະມາເຖິງຕື່ມອີກ, ພິເສດແມ່ນໃນສະພາບການເກີດໂລກລະບາດໂຄວິດ - 19. ຂໍຂອບໃຈ.

ເພື່ອນຄຳນ້ອຍທີ່ຮັກແພງ! ຄືເພື່ອນໄດ້ຮູ້: ອາທິດຜ່ານມາ, ຢູ່ຮ່າໂນ້ຍໄດ້ດຳເນີນການໂອ້ລົມທາງໂທລະສັບລະຫວ່າງສະຫາຍຫງວຽນແອັງຕວັນ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນແລະສະຫາຍອາລຸນໄຊສູນນະລາດ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ. ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ຫວນຄືນບັນດາໝາກຜົນທີ່ບັນລຸໄດ້ກໍ່ຄືປຶກສາຫາລືກ່ຽວກັບທິດທາງການ່ຮວມມືໃນໄລຍະຈະມາເຖິງ, ໃນນັ້ນສະຫາຍຫງວຽນແອັງຕວັນໄດ້ເຕື້ອງເຖິງການບຳລຸງສ້າງພະນັກງານເຮັດວຽກງານຊາວໜຸ່ມຂອງຫວຽດນາມຕໍ່ກັບ ລາວຄືດັ່ງນີ້:

ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ເຮັດໃຫ້ຊຸດຝຶກອົບຮົມກ່ຽວກັບວຽກງານຊາວໜຸ່ມໃຫ້ແກ່ພະນັກງານຊາວໜຸ່ມປະຊາຊົນປະຕິວັດລາວຢູ່ສະຖານບັນຊາວໜຸ່ມ - ເຍົາວະຊົນ - ອານຸຊົນຫວຽດນາມບໍ່ສາມາດຈັດຂຶ້ນຢູ່ ຫວຽດນາມ ໄດ້. ໃນປີ 2021 ແລະ 2022 ນີ້, ຄາດວ່າ ແຕ່ລະປີ ສອງຝ່າຍຈະສົມທົບກັນຈັດຕັ້ງຊຸດຝຶກອົບຮົມຕາມຮູບການທາງອອນລາຍ2 ຊຸດ. ຄຽງຄູ່ກັນນັ້ນ, ສະຫາຍຫງວຽນແອັງຕວັນກໍໄດ້ສະເໜີໃຫ້ຈັດຕັ້ງບັນດາຊຸດຝຶກອົບຮົມທີ່ ຫວຽດນາມພາຍຫຼັງສະພາບການໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, 2 ຝ່າຍຈະສົມທົບກັນຈັດຕັ້ງບັນດາລາຍການຊອກຮູ້ຜ່ານພຶດຕິກຳຕົວຈິງໃຫ້ແກ່ນັກສຳມະນາກອນຢູ່ຫວຽດນາມ.

ເພື່ອນຄຳນ້ອຍທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານກ່ຽວກັບຄຳຖາມຂອງເພື່ອນຫວັງວ່າຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈຕື່ມອີກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ,ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ