ການ​ຮ່ວມ​ມື​ດ້ານ​ສຶກ​ສາ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) - ສົກປີ 2020 – 2021 ນີ້ ລັດຖະບານ ຫວຽດນາມ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ລາວ ມາຮ່ຳຮຽນຢູ່ຫວຽດນາມ ກ່ວາ 1.100 ທຶນ; ລັດຖະບານ ລາວ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນ ຕາມຫຼັກສູດປະລິຍາຕີ, ປະລິຍາໂທແລະ ຝຶກອົບຮົມໄລຍະສັ້ນ. 
ການ​ຮ່ວມ​ມື​ດ້ານ​ສຶກ​ສາ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1ພິທີລົງນາມການຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ (ພາບ: icd.edu.vn/)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 372 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຄວາມສົນໃຈກ່ຽວກັບຂົງເຂດການສຶກສາບຳລຸງສ້າງລະຫວ່າງສອງປະເທດ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ທ່ານຜູ້ຟັງອິນເດຍ ໄດ້ສົ່ງຈົດໝາຍມາຍັງ VOV 5 ເພື່ອແບ່ງປັນກ່ຽວກັບ 5 ມາດຕະການປ້ອງກັນ, ສະກັດກັ້ນຂອງ ຫວຽດນາມ ໄດ້ຮັບການໝູນໃຊ້ຢູ່ Bengal ຕາເວັນຕົກ, ໂດຍເປັນສະຖານທີ່ ເພື່ອນພວມດຳລົງຊີວິດຊຶ່ງໄດ້ນຳມາເຊິ່ງປະສິດທິຜົນທີ່ດີໃນວຽກງານ, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ໃນຂະນະນັ້ນ, ທ່ານຜູ້ຟັງ Osmany Cabrera Herrera ມາຈາກ ກູບາ ໄດ້ໃຫ້ຮູ້ວ່າ ເພື່ອນມີຄວາມສົນໃຈຕໍ່ສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ ພິເສດແມ່ນຢູ່ ກູບາ. ເພື່ອນກໍ່ແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮັບຟັງບັນດາມາດຕະການເຊິ່ງ ຫວຽດນາມ ໄດ້ນຳໃຊ້ເພື່ອຫຼີກລ້ຽງການແຜ່ລະບາດ ແລະ ຂໍ້ມູນເຊິ່ງເຂົາເຈົ້າສະໜອງໃຫ້ແກ່ປະຊາຊົນ. ຫວັງວ່າ ຫຼາຍປະເທດໃນໂລກຈະປະຕິບັດຕາມປະເທດ ຫວຽດນາມ ໃນບັ້ນຕໍ່ສູ້ນີ້”

ທ່ານຜູ້ຟັງ ອິນໂດເນເຊຍ Jayanta Chakrabarty ກໍ່ໄດ້ສົ່ງຂໍ້ຄວາມໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຟັງລາຍການອອກອາກາດພາສາອິນໂດເນເຊຍ ຂອງ VOV ໃນໄລຍະແຍກຕົວຢູ່ເຮືອນ. ຂ້າພະເຈົ້າຕີລາຄາສູງ ແລະ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະມາຊິກຂອງລາຍການອອກອາກາດພາສາ ອິນໂດເນເຊຍ ຊຶ່ງໄດ້ສະໜອງບັນດາຂ່າວຄາວຫຼ້າສຸດ ຈາກ ຫວຽດນາມ ກໍ່ຄືນຳລາຍການອອກອາກາດທີ່ມີຄຸນນະພາບດີທີ່ສຸດມາໃຫ້ພວກຂ້າພະເຈົ້າໃນໄລຍະໂລກລະບາດໂຄວິດ - 19 ພວມຄຸກຄາມຄືແນວນີ້.

ເພື່ອນບຸນຕຽງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກລາຍການວັດທະນະທຳທີ່ໄດ້ລົງໃນເວັບໄຊ vovworld.vn ພາກພາສາລາວທີ່ສຸດ. ຜ່ານລາຍການນັ້ນ, ຂ້າພະເຈົ້າສາມາດຮູ້ຕື່ມອີກຂໍ້ມູນຫຼາຍຢ່າງກ່ຽວກັບປະເທດ ຫວຽດນາມທີ່ສວຍງາມ, ພິເສດແມ່ນບັນດາຮີດຄອງປະເພນີຂອງບັນດາເຜົ່າ ຫວຽດນາມ. ໃນໂອກາດນີ້ ຂ້າພະເຈົ້າກໍ່ຂໍອວຍພອນໃຫ້ບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ ຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກ, ອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບພັດທະນາ ແລະ ມີຫຼາຍລາຍການທີ່ມ່ວນ ແລະ ດຶງດູດໃຈກ່ວາອີກ.

ເພື່ອນບຸນຕຽງ ທີ່ຮັກແພງ, ພວກຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮັບຄຳຕິຊົມພ້ອມກັບບັນດາຄຳອວຍພອນອັນດີງາມ ເຊິ່ງເພື່ອນໄດ້ສະຫງວນໃຫ້ແກ່ພວກຂ້າພະເຈົ້າ. ຄວາມຈິງແລ້ວ, ບັນດາຄຳຕິຊົມ ແລະ ລະດົມກຳລັງໃຈນັ້ນ ໄດ້ເພີ່ມກຳລັງແຮງໃຫ້ແກ່ພວກຂ້າພະເຈົ້າເມື່ອປະຕິບັດວຽກງານຂອງຕົນ. ໃນໂອກາດນີ້, ພວກຂ້າພະເຈົ້າກໍ່ຂໍອວຍພອນໃຫ້ເພື່ອນ ແລະ ຄອບຄົວຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ຫວັງວ່າ ເພື່ອນຈະສືບຕໍ່ສະໜັບສະໜູນລາຍການພາກພາສາລາວ. ຂໍຂອບໃຈ.  

ໃນຈົດໝາຍຝາກມາຍັງລາຍການເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ ແລະເພື່ອນ ເບັນ ພິມມະສອນ ຢູ່ນະຄອນຫລວງວຽງຈັນ ຂຽນວ່າ: “ຂ້າພະເຈົ້າພວມວາງແຜນໄປຮ່ຳຮຽນຢູ່ປະເທດຫວຽດນາມ ໃນໄລຍະຈະມາເຖິງ, ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານຫວຽດນາມ ສະຫງວນໃຫ້ນັກສຶກສາ ລາວ. ສະນັ້ນ ຂ້າພະເຈົ້າຢາກໃຫ້ທາງລາຍການພາກພາສາລາວ ແນະນຳໃຫ້ຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບໂຄງການທຶນການສຶກສາປີ2021 ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ຂໍຂອບໃຈ”.

ເພື່ອນເພັດສະຫວັນ ສົມສະນິດ ແລະເພື່ອນເບັນ ພິມມະສອນ ທີ່ຮັກແພງ! ຕາມທີ່ຂ້າພະເຈົ້າໄດ້ຮູ້ແລ້ວ, ລັດຖະບານ 2 ປະເທດ ຫວຽດນາມ ແລະ ລາວສືບຕໍ່ເອົາໃຈໃສ່ສະຫງວນບຸລິມະສິດສູງໃຫ້ແກ່ຂົງເຂດການສຶກສາບຳລຸງສ້າງ. ສົກປີ 2020 – 2021 ນີ້ ລັດຖະບານ ຫວຽດນາມ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ລາວ ມາຮ່ຳຮຽນຢູ່ຫວຽດນາມ ກ່ວາ 1.100 ທຶນ; ລັດຖະບານ ລາວ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນ ຕາມຫຼັກສູດປະລິຍາຕີ, ປະລິຍາໂທແລະ ຝຶກອົບຮົມໄລຍະສັ້ນ. ນອກນັ້ນ ຢູ່ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ມະຫາວິທະຍາໄລຂອງຫວຽດນາມ ກໍ່ຍັງມີບັນດາການໜູນຊ່ວຍຫຼາຍຢ່າງດ້ວຍແຫຼ່ງກຳລັງຂອງຕົນໃນວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ.

ມາເຖິງປະຈຸບັນ, ຈຳນວນນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ ມີປະມານ 16.000 ຄົນ . ເລື່ອງຄັດເລືອກ ນັກສຶກສາສຳລັບສົກຮຽນໃໝ່ ພວມໄດ້ຮັບການສົມທົບກັນຜັນຂະຫຍາຍຈາກ 2 ຂະແໜງການສຶກສາ 2 ປະເທດ.ວຽກງານກໍ່ສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບຈຳນວນ, ປັບປຸງດ້ານຄຸນນະພາບດ້ວຍບັນດາວິທີ ແລະ ຮູບການກໍ່ສ້າງຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຂອງ ລາວ; ບັນດາຮາກຖານກໍ່ສ້າງນັກສຶກສາ ລາວ ຢູ່ ຫວຽດນາມກໍ່ໄດ້ຮັບຄວາມເອົາໃຈໃສ່ເຖິງການລົງທຶນ, ຍົກລະດັບ. ຄຸນນະພາບການຮ່ຳຮຽນຂອງນັກສຶກສາລາວ ຕາມທຶນລັດຖະບານກໍ່ມີການຫັນປ່ຽນເປັນຢ່າງດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ