ການ​ນຳ​ຫວຽດ​ນາມ​ເຂົ້າ​ຮ່ວມພິ​ທີ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

Chia sẻ
(VOVWORLD) -  ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈໄປຍັງບັນດາທ່ານຜູ້ຟັງ ທີ່ມີຄວາມສົນໃຈເຖິງເຫດການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ກ່ອນທີ່ຈະເລີ່ມຕົ້ນລາຍການ, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈໄປຍັງບັນດາທ່ານຜູ້ຟັງ ທີ່ມີຄວາມສົນໃຈເຖິງເຫດການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈກ່ຽວກັບອາລົມຈິດຄວາມຮັກແພງຂອງ ພວກເພື່ອນຕໍ່ລຸງໂຮ່. ຕໍ່ໄປພວກຂ້າພະເຈົ້າຂໍຂັດສະເໜີຂໍ້ຄວາມ ຂອງເພື່ອນຕາແກ້ວ ໂດຍເປັນຊາວຫວຽດນາມອາໄສຢູ່ລາວ:

ຂ້າພະເຈົ້າໄດ້ກຳເນີດແລະ ເຕີບໃຫຍ່ຢູ່ປະເທດລາວ. ເຖິງວ່າຍັງບໍ່ທັນໄດ້ພົບປະກັບລຸງໂຮ່ຈັກເທື່ອກໍ່ຕາມ, ແຕ່ໃນຈິດໃຈຂອງຂ້າພະເຈົ້າຍາມໃດກໍ່ມີຄວາມ ນິຍົມນັບຖື ແລະ ຄວາມເຄົາລົບຮັກຕໍ່ລຸງໂຮ່. ຕອນໃດກໍ່ຄືກັນ, ເມື່ອມາໄວ້ອາໄລລຸງຢູ່ສຸສານໂຮ່ຈີມິນທີ່ຮ່າໂນ້ຍ, ຂ້າພະເຈົ້າລ້ວນແຕ່ມີຄວາມຮູ້ສຶກຍາກທີ່ຈະພັນລະນາໄດ້. ໃນໄລຍະຈະມາເຖິງ, ເມື່ອຫວຽດນາມສາມາດຄວບຄຸມໂລກລະບາດ covid 19 ໄດ້ແລ້ວ, ຂ້າພະເຈົ້າຈຶ່ງຈະມາໄວ້ອາໄລລຸງໂຮ່ ຢູ່ຫວຽດນາມອີກຄັ້ງໜຶ່ງ. 

ການ​ນຳ​ຫວຽດ​ນາມ​ເຂົ້າ​ຮ່ວມພິ​ທີ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກເຂົ້າຮ່ວມພິທີໄວ້ອາໄລທ່ານພົນເອກ ສີສະຫວາດແກ້ວບຸນພັນ (ພາບ: TTXVN) 

ເພື່ອນໜູເພັດ ຢູ່ແຂວງ ຫຼວງພະບາງໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການດ້ວຍເນື້ອໃນທີ່ວ່າ: ໃນອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn ລາຍການຂ່າວພາກພາສາລາວ, ຂ້າພະເຈົ້າໄດ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມໄປໄວ້ອາໄລທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີລາວຢູ່ລາວ, ກໍ່ຄືຂ່າວກ່ຽວກັບເລື່ອງບັນດາການນຳຂັ້ນສູງຂອງຫວຽດນາມເຂົ້າຮ່ວມພິທີໄວ້ອາໄລຂອງທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງໄດ້ຈັດຂຶ້ນຢູ່ສະຖານທູດລາວປະຈຳຮ່າໂນ້ຍ. ຜ່ານນັ້ນ, ຂ້າພະເຈົ້າຮູ້ສຶກໄດ້ເຖິງອາລົມຈິດທີ່ມີຄວາມຜູກພັນພິເສດຂອງການນຳຫວຽດນາມທີ່ສະຫງວນໃຫ້ແກ່ພວກຂ້າພະເຈົ້າກໍ່ຄືການພົວພັນພິເສດລະຫວ່າງສອງປະເທດພວກເຮົາ, ເຊິ່ງເປັນການພົວພັນທີ່ຫາຍາກ. ຂ້າພະເຈົ້າຂໍອວຍພອນໃຫ້ບັນດາການນຳຫວຽດນາມຈົ່ງມີສຸຂະພາບເຂັ້ມແຂງ, ອວຍພອນໃຫ້ປະເທດຫວຽດນາມນັບມື້ນັບວັດທະນາຖາວອນ.

ເພື່ອນໜູເພັດທີ່ຮັກແພງ! ໂດຍ ຕາງໜ້າໃຫ້ຜູ້ຈັດທຳລາຍການ, ຂ້າພະເຈົ້າຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາເພື່ອນມິດ ກ່ຽວກັບການຈາກໄປຂອງທ່ານ ພົນເອກສີສະຫວາດ ແກ້ວບຸນພັນ, ນັ້ນແມ່ນການສູນເສຍອັນຍິ່ງໃຫຍ່ຂອງພວກເພື່ອນ. ມີທ່ານຜູ້ຟັງລາວຫຼາຍຄົນກໍ່ໄດ້ສົ່ງຈົດໝາຍ, ສົ່ງອີແມວມາຍັງລາຍການ. ເພື່ອສະແດງຄວາມຂອບໃຈ, ກໍ່ຄືຄວາມຄິດເຫັນ, ຄວາມຮູ້ສຶກຂອງຕົນກ່ຽວກັບການເດີນທາງໄປເຂົ້າຮ່ວມພິທີໄວ້ອາໄລ, ທ່ານພົນເອກ ສີສະຫວາດ ແກ້ວບຸນພັນຢູ່ລາວ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ. ບໍ່ພຽງແຕ່ບັນດາທ່ານຜູ້ຟັງ ຂອງ VOVເທົ່ານັ້ນ, ບັນດາການນຳຂອງລາວກໍ່ມີຄວາມຮູ້ສຶກປະທັບໃຈ ແລະ ມີຄວາມຕື້ນຕັນໃຈເມື່ອເວົ້າເຖິງອາລົມຈິດຂອງບັນດາການນຳຫວຽດນາມທີ່ສະຫງວນໃຫ້ລາວ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວປະຈຳຫວຽດນາມ ໃຫ້ຮູ້ວ່າ:

ທ່ານຜູ້ຟັງທີ່ຮັກແພງ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຂອງພວກເຮົາໄດ້ດຳເນີນມາເປັນເວລາເກືອບ 3 ເດືອນແລ້ວ. ເຫຼືອພຽງແຕ່ 2 ເດືອນຕື່ມອີກ ພວກເຮົາຈະໄດ້ຮູ້ວ່າຜູ້ໃດໃນຈຳນວນບັນດາທ່ານຜູ້ຟັງທີ່ສົ່ງບົດມາເຂົ້າຮ່ວມການເສັງນຳລາຍການ ຈະຍາດໄດ້ລາງວັນທີ່ດຶງດູດໃຈຂອງພວກເຮົາ. ມື້ນີ້, ພວກຂ້າພະເຈົ້າຂໍຢ້ຳຄືນກ່ຽວກັບລາງວັນ ນັ້ນແມ່ນ: 3 ທ່ານທີ່ມີບົດ ເສັງດີທີ່ສຸດ ຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ຫວຽດນາມເປັນເວລາ 5 ວັນໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ຍັງມີລາງວັນຕ່າງໆມອບໃຫ້ແກ່ຜູ້ເຂົ້າຮ່ວມຕື່ມອີກ. ຄວາມຈິງແລ້ວ, ລາງວັນຂອງພວກເຮົາມີຄວາມຈັບໃຈຫຼາຍແມ່ນບໍ່, ປັດຈຸບັນ, ໂອກາດຍັງມີຢູ່ໃຫ້ແກ່ທຸກໆຄົນ, ດັ່ງນັ້ນຜູ້ໃດຍັງບໍ່ທັນສົ່ງບົດເຂົ້າຮ່ວມການ ເສັງ ຈົ່ງຟ້າວສົ່ງໄປມາຫາລາຍການໄວໆເດີ. ເພື່ອຊອກຮູ້ລາຍລະອຽດຕື່ມ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນລາຍການໂອ້ລົມກັນເພື່ອນລາວ ຫຼື ລາຍການຫວຽດນາມ - ລາວ ໃນເວັບໄຊ vovworld.vn. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການ ເສັງດ້ວຍຜົນສຳເລັດຢ່າງຈົບງາມ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ