ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການ ພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 396 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 10 ສະບັບຈາກທ່ານຜູ້ຟັງລາວ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
(ພາບ: VGP)
|
ເພື່ອນ ຫຼວງໄຊ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີເມວມາຫາລາຍການພາກພາສາລາວ ເຊິ່ງຮູ້ວ່າ: ໃນໄລຍະດຳເນີນການໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢູ່ຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນລັດຖະນະໂຍບາຍທີ່ຖືກຕ້ອງ ແລະ ມີປະສິດທິຜົນທີ່ສຸດ ເພື່ອສົ່ງສານເຖິງຜູ້ມີສິດເລືອກຕັ້ງ, ປະຊາຊົນກຳແໜ້ນໄດ້ຂໍ້ມູນຂ່າວຢ່າງວ່ອງໄວ, ພິເສດແມ່ນໃນໄລຍະທີ່ມີຄວາມສ່ຽງຂອງໂລກລະບາດ ບໍ່ຮູ້ວ່າຈະເກີດຂຶ້ນໃນຈຸດເວລາໃດອີກ.
ເພື່ອນ ເກດທະວົງ, ນັກສຶກສາລາວ ພວມຮຽນປີທີ 3 ຢູ່ມະຫາວິທະຍາໄລຊົນລະປະທານ, ໄດ້ສົ່ງຂໍ້ຄວາມມາຫາລາຍການພາກພາສາລາວ ໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຕິດພັນກັບລາຍການວິທະຍຸກະຈາຍສຽງຂອງ VOV, ພິເສດແມ່ນລາຍການພາກພາສາລາວ. ຜ່ານເວັບໄຊ ແລະ ວິທະຍຸກະຈາຍສຽງພາກພາສາລາວ, VOV5 ໄດ້ໃຫ້ຄວາມຮູ້ທີ່ເປັນປະໂຫຍດແກ່ຂ້າພະເຈົ້າ ແລະ ເຂົ້າໃຈແຈ້ງກ່ຽວກັບປະເທດຊາດ, ຊາວຫວຽດນາມ ກວ່າອີກ. ຫວັງວ່າ, ລາຍການພາກພາສາລາວ ຈະສືບຕໍ່ສະໜອງຂໍ້ມູນຂ່າວຢ່າງຫຼາກຫຼາຍໃຫ້ແກ່ຜູ້ຟັງກວ່າອີກ ເພື່ອໃຫ້ຂ້າພະເຈົ້າ ກໍຄືບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ ໄດ້ນຳໃຊ້ເຂົ້າໃນການຮຽນ, ກໍຄືຄວາມຕ້ອງການໄດ້ຮັບຂໍ້ມູນຂ່າວປະຈຳວັນ, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19 ຄືໃນປະຈຸບັນ.
ສ່ວນເພື່ອນ ວົງວິຈິດ ໃຫ້ຮູ້ວ່າ: ດ້ວຍເປົ້າໝາຍຮຽກຮ້ອງຄວາມເອົາໃຈໃສ່ຂອງປະຊາຄົມທີ່ມີຕໍ່ບັນດາຜູ້ເປັນໂລກຊຶມເສົ້າ, ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 2 ເມສາ ແຕ່ລະປີ ເປັນວັນ “ໂລກຮັບຮູ້ກ່ຽວກັບພະຍາດໂລກຊຶມເສົ້າ”. ໃນຊຸມມື້ນີ້, ບັນດາອົງການຈັດຕັ້ງສັງຄົມຢູ່ຫຼາຍປະເທດໄດ້ຈັດການເຄື່ອນໄຫວພົບປະແລກປ່ຽນ, ສິລະປະທີ່ມີປະໂຫຍດ ເພື່ອຊ່ວຍໃຫ້ເດັກເປັນໂລກຊຶມເສົ້າມີໂອກາດພົບປະແລກປ່ຽນກັບຜູ້ອື່ນ. ພາບສາລະຄະດີເຊິ່ງພາກພາສາລາວ VOV ໄດ້ລົງໃນເວັບໄຊໃນອາທິດຜ່ານມາ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບໂລກຊຶມເສົ້າ.
ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍ ສະພາແຫ່ງຊາດຊຸດທີ XIV ຂອງຫວຽດນາມ ໄດ້ບູລະນະບາງຕຳແໜ່ງຫຼັກແໜ່ງ, ເຊິ່ງລວມມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ໄດ້ຝາກຄຳອວຍພອນເຖິງການນຳຊຸດໃໝ່ຂອງຫວຽດນາມ, ທ່ານໃຫ້ຮູ້ວ່າ:
(ທ່ານເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)
ເພື່ອນ ວິໄລພອນ, ຢູ່ແຂວງ ຫົວພັນ ໃຫ້ຮູ້ວ່າ: ຂ້້າພະເຈົ້າໄດ້ຮູ້ຂ່າວວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ, ຕຳຫຼວດປະຊາຊົນຫວຽດນາມ ໄດ້ຈັດພິທີມອບເຄື່ອງຄອມພິວເຕີໃຫ້ແກ່ຕຳຫຼວດຢູ່ບາງແຂວງທາງພາກເໜືອຂອງລາວ. ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນ 2 ປະເທດ. ຫວັງວ່າ, ຕຳຫຼວດປະຊາຊົນລາວ - ຫວຽດນາມ ແລະ ປະຊາຊົນ 2 ປະເທດຈະນັບມື້ນັບສະໜິດຕິດພັນກັນແໜ້ນແຟ້ນກວ່າເກົ່າ.
ພິທີມອບເຄື່ອງຄອມພິວເຕີ
(ພາບ: nhandan.com.vn)
|
ເພື່ອນ ວິໄລພອນ ທີ່ຮັກແພງ! ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນບັນດາເຜົ່າລາວ ແລະ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ (ວັນທີ 5 ເມສາ 1961 – 5 ເມສາ 2021), ວັນທີ 02 ເມສາ, ຢູ່ດ່ານຊາຍແດນສາກົນ ໄຕຈາງ, ຕຳຫຼວດແຂວງ ດ້ຽນບຽນ ໄດ້ຈັດພິທີມອບເຄື່ອງຄອມພິວເຕີ 30 ຊຸດ ແລະ ເຄື່ອງພິມເອກະສານ 30 ໜ່ວຍໃຫ້ແກ່ຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ. ທີ່ພິທີ, ຜູ້ຕາງໜ້າໃຫ້ຕຳຫຼວດແຂວງ ດ້ຽນບຽນ ຢືນຢັນວ່າ ຍາມໃດກໍ່ຮ່ວມມືກັບກຳລັງຕຳຫຼວດ 6 ແຂວງທາງພາກເໜືອຂອງລາວຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ, ຕໍ່ສູ້, ປ້ອງກັນ ແລະ ຕ້ານອາດຊະຍາກຳລະຫວ່າງ 2 ຝ່າຍ.
ຜູ້ຕາງໜ້າຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ໄດ້ສົ່ງຄຳຂອບໃຈຕໍ່ຄະນະພັກແຂວງ, ອຳນາດການປົກຄອງແຂວງ ດ້ຽນບຽນ, ພິເສດແມ່ນກະຊວງຕຳຫຼວດຫວຽດນາມ ຍ້ອນໃນໄລຍະຜ່ານມາຍາມໃດກໍມີການຮ່ວມມື, ຊ່ວຍເຫຼືອຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ປະຕິບັດສຳເລັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ຜ່ານນັ້ນ, ກໍປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ຂອງ 2 ຊາດ, 2 ກຳລັງເວົ້າລວມ ແລະ ລະຫວ່າງຕຳຫຼວດແຂວງດ້ຽນບຽນ ກັບຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ເວົ້າສະເພາະ.