ກິດຈະກຳຫໍສະພາແຫ່ງຊາດລາວ ສຳເລັດ 95% ປະລິມານໜ້າວຽກແລ້ວ

Minh Duc
Chia sẻ
(VOVWORLD) -ພະນັກງານ, ນັກຮົບ, ຜູ້ອອກແຮງງານຂອງພົນລະພາກຫຼວງ 11 ຢູ່ດິນແດນລາວ ນັ້ນ ພ້ອມກັນຮັກສາລະດັບຄວາມຄືບໜ້າ, ປະຕິບັດວຽກງານທີ່ຍັງເຫຼືອໃຫ້ສຳເລັດ, ສູ້ຊົນໃຫ້ມີການມອບຮັບໄລຍະທີ 1 ຂອງກິດຈະກຳ ຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດລາວ ຊຸດທີ 9
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 443 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 9 ສະບັບຈາກທ່ານຜູ້ຟັງລາວ.
ກິດຈະກຳຫໍສະພາແຫ່ງຊາດລາວ ສຳເລັດ 95% ປະລິມານໜ້າວຽກແລ້ວ - ảnh 1(ເວັບໄຊພາກພາສາລາວ)

ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການພາກພາສາລາວ ອວຍພອນບຸນເຕັດປະຈຳຊາດປີສະຫຼູ ຫວຽດນາມ 2021 ແລະ ແບ່ງປັນຄວາມຮູ້ສຶກຂອງຕົນຕໍ່ລາຍການພາກພາສາລາວ, ເພື່ອນໃຫ້ຮູ້ວ່າ “ເນື່ອງໃນໂອກາດບຸນເຕັດປະຈຳຊາດຫວຽດນາມ ປີ 2021, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາການນຳ, ອ້າຍເອື້ອຍນ້ອງຂອງ VOV ປີໃໝ່ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ, ມີສຸຂະພາບເຂັ້ມແຂງເພື່ອສືບຕໍ່ຮັບໃຊ້ປະຊາຊົນ, ປະເທດຊາດ ແລະ ເພື່ອນມິດສາກົນ”.

ເພື່ອນ ວັນໄຊ ກໍ່ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ໃຫ້ຮູ້ວ່າ: “ເຖິງວ່າໃນໂອກາດບຸນເຕັດປະຈຳຊາດຫວຽດນາມ ປີ 2021 ສືບຕໍ່ເກີດໂລກລະບາດຄັ້ງໃໝ່, ແຕ່ບັນດາບັນນາທິການທາງລາຍການຍັງມານະພະຍາຍາມອອກຂ່າວ, ບົດມ່ວນໆສົ່ງເຖິງຜູ້ຟັງ. ຂ້າພະເຈົ້າຂໍອວຍພອນໃຫ້ບັນດາອ້າຍເອື້ອຍນ້ອງຂອງ VOV ມີສຸຂະພາບເຂັ້ມແຂງ”.

ສ່ວນເພື່ອນ Jayanta Chakrabarty, ມາຈາກອິນເດຍ ໄດ້ສົ່ງອີເມວມາຫາລາຍການແບ່ງປັນວ່າ: “ຂໍອວຍພອນໃຫ້ພວກເພື່ອນທຸກໆຄົນ ປີໃໝ່ 2021 ມີສຸຂະພາບເຂັ້ມແຂງ, ມີຄວາມວັດທະນາຖາວອນ. ຫວັງວ່າພວກເພື່ອນໄດ້ມີຊ່ວງເວລາພັກຜ່ອນທີ່ອົບອຸ່ນ, ມ່ວນຊື່ນ”.

ກິດຈະກຳຫໍສະພາແຫ່ງຊາດລາວ ສຳເລັດ 95% ປະລິມານໜ້າວຽກແລ້ວ - ảnh 2(ຫໍສະພາແຫ່ງຊາດລາວ)

ໃນໂອກາດບຸນເຕັດວຽນມານັ້ນ, ຜູ້ໃດກໍ່ມີຄວາມກະຕືລືລົ້ນທີ່ໄດ້ກັບເມືອບ້ານເຕົ້າໂຮມພ້ອມກັບຄອບຄົວ. ໃນຕອນເຊົ້າວັນທີ 1 ເດືອນຈຽງ ບຸນເຕັດປີສະຫຼູ (ໄລ່ຕາມຈັນທະປະຕິທິນຫວຽດນາມ), ມີພະນັກງານ, ນັກຮົບ ແລະ ຜູ້ອອກແຮງງານຂອງພົນລະພາກຫຼວງ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ ຍັງເມົາມົວກັບວຽກງານດ້ວຍຈິດໃຈຫ້າວຫັນໃນໂອກາດບຸນເຕັດ. ພາຍຫຼັງການກໍ່ສ້າງມາເປັນເວລາ 3 ປີ, ເຖິງວ່າຈະຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19, ຜູ້ອອກແຮງງານມາຈາກຫວຽດນາມ ແລະ ການຂົນສົ່ງວັດຖຸອຸປະກອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ຍັງໄດ້ຍົກສູງຈິດໃຈຄວາມຕັດສິນໃຈຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ. ມາຮອດປະຈຸບັນ, ກິດຈະກຳໄດ້ສຳເລັດ 95% ປະລິມານໜ້າວຽກແລ້ວ. ເປັນບຸນເຕັດປີທີ 3 ທີ່ບໍ່ໄດ້ກັບເມືອບ້ານ, ພັນຕີ, ນາຍຊ່າງ ດິງງອັກເກືອງ, ຮັບຜິດຊອບພາກສ່ວນໄຟຟ້າຂອງຫໍສະພາແຫ່ງຊາດ, ແບ່ງປັນວ່າ.

“ໃນຊຸມມື້ບຸນເຕັດ, ພວກຂ້າພະເຈົ້າຄິດຮອດຄອບຄົວຫຼາຍ, ແຕ່ທຸກສິ່ງທຸກຢ່າງກໍ່ເພື່ອຈະນຳກິດຈະກຳນີ້ເຂົ້າໃຊ້ການໃຫ້ຖືກຕາມກຳນົດເວລາ. ຂ້າພະເຈົ້າຂໍອວຍພອນໃຫ່້ທຸກຄົນຕ້ອນຮັບບຸນເຕັດຢ່າງເບີກບ່ານມ່ວນຊື່ນ, ລະດົມກຳລັງໃຈເພື່ອໃຫ້ບັນດາອ້າຍນ້ອງມີຄວາມອຸ່ນອ່ຽນໃຈປະຕິບັດວຽກງານ, ສຳເລັດໜ້າທີ່ການງານທີ່ໄດ້ຮັບການມອບໝາຍໃນຊຸມມື້ຕົ້ນປີນີ້ ແລະ ໝັ້ນໝາຍຕໍ່ຄອບຄົວຈະພົບໜ້າພໍຕາໃນບຸນເຕັດປີໜ້າ.”

ພະນັກງານ, ນັກຮົບ, ຜູ້ອອກແຮງງານຂອງພົນລະພາກຫຼວງ 11 ຢູ່ດິນແດນລາວ ນັ້ນ ພ້ອມກັນຮັກສາລະດັບຄວາມຄືບໜ້າ, ປະຕິບັດວຽກງານທີ່ຍັງເຫຼືອໃຫ້ສຳເລັດ, ສູ້ຊົນໃຫ້ມີການມອບຮັບໄລຍະທີ 1 ຂອງກິດຈະກຳ ຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດລາວ ຊຸດທີ 9, ເຊິ່ງຈະໄຂຂຶ້ນໃນທ້າຍເດືອນ ມີນາ ຈະມາເຖິງນີ້, ເພື່ອໃຫ້ຫໍສະພາແຫ່ງຊາດ ສົມເປັນສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ.

ກິດຈະກຳຫໍສະພາແຫ່ງຊາດລາວ ສຳເລັດ 95% ປະລິມານໜ້າວຽກແລ້ວ - ảnh 3(ພາບ: hanotour)

ເພື່ອນ ຄຳປະສົງ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງລາຍການໂດຍໃຫ້ຮູ້ວ່າ “ຂ້າພະເຈົ້າໄດ້ຮູ້ວ່າ, ແຂວງ ມົກເຈົາ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຢູ່ ຫວຽດນາມ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບທຳມະຊາດ, ປະຊາຊົນຢູ່ສະຖານທີ່ທ່ອງທ່ຽວດັ່ງກ່າວ. ຂ້າພະເຈົ້າຄວນໄປທ່ອງທ່ຽວແບບໃດຈຶ່ງເໝາະສົມ?”.

        ເພື່ອນ ຄຳປະສົງ ທີ່ຮັກແພງ, ມົກເຈົາ ປຽບເໝືອນ “ດ່າລາດ” ຂອງເຂດ ໄຕບັ໊ກ (ໝາຍເຖິງທິດຕາເວັນຕົກສ່ຽງເໜືອ), ດ້ວຍອາກາດທີ່ເຢັນສະບາຍຕະຫຼອດປີ, ທິວທັດທຳມະຊາດອັນສວຍງາມ, ບັນດາທົ່ງຫຍ້າ, ໂນນຊາຂຽວສົດງົດງາມຕະຫຼອດປີ. ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ລວມມີ 2 ເມືອງ: ມົກເຈົາ ແລະ ເວີນໂຮ່, ເຊິ່ງຫ່າງຈາກນະຄອນຫຼວງຮ່າໂນ້ຍ 200 ກ.ມ. ເຂດທ່ອງທ່ຽວນີ້ມີຫຼາຍຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະຊົນເຜົ່າກໍ່ມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງໃຜມັນ, ມີຄວາມດູດດຶ່ມສະເພາະ. ມີສີສັນວັດທະນະທຳທາງດ້ານຊຸດອາພອນຫຼາກຫຼາຍ, ສະຖາປັດຕະຍາກຳເຮືອນຢູ່, ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ, ອາຫານການກິນກໍ່ມີຫຼາຍເຍື່ອງ ນັ້ນແມ່ນບັນດາປັດໄຈດຶງດູດນັກທ່ຽວທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຖ້າຫາກເພື່ອນຢາກຊອກຮູ້ກ່ຽວກັບທິວທັດທຳມະຊາດ, ປະຊາຊົນມົກເຈົາ, ເພື່ອນຄວນເລືອກການທ່ອງທ່ຽວແບບ homestay (ພັກຢູ່ເຮືອນປະຊາຊົນ). ເມື່ອເພື່ອນມາພັກຜ່ອນດຳລົງຊີວິດຢູ່ກັບວົງຄະນະຍາດ, ເພື່ອນບໍ່ພຽງແຕ່ມີໂອກາດໄດ້ຮັບປະທານບັນດາເຍື່ອງອາຫານຂອງຊົນເຜົ່າ, ແລກປ່ຽນວັດທະນະທຳ, ສິລະປະເທົ່ານັ້ນ, ຫາກຍັງໄດ້ຄົ້ນຫາທິວທັດທຳມະຊາດແບບປະຖົມປະຖານ, ຫົກເຮື້ອເປົ່າຫວ່າງ, ສວຍງາມ; ໄດ້ຊອກຮູ້ກ່ຽວກັບຮີດຄອງປະເພນີ, ສີສັນວັດທະນະທຳຂອງຊົນເຜົ່າ ແລະ ໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ອາຊີບຫັດຖະກຳ, ເຂົ້າຮ່ວມການເຄື່ອນໄຫວອອກແຮງງານທຳການຜະລິດກັບພໍ່ແມ່ປະຊາຊົນຢູ່ທີ່ນີ້ອີກດ້ວຍ. ຫວັງວ່າ, ຮູບແບບທ່ອງທ່ຽວ homestay ເຊິ່ງທາງລາຍການແນະນຳມານັ້ນຈະຊ່ວຍໃຫ້ເພື່ອນມີເວລາພັກຜ່ອນທີ່ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຢູ່ຫວຽດນາມ.

ຕອບກັບ