ແບບຢ່າງທະຫານເສຍອົງຄະຫງວຽນກວາງຕວ່ານ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜະລິດກະສິກຳ

Thu Hang
Chia sẻ
(VOVWORLD) -ໂດຍໄດ້ເຄີຍເຂົ້າຮ່ວມການຕໍ່ຕ້ານຕ້ານອາເມລິກາກູ້ຊາດແລະປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້(1974 – 1979), ທ່ານຫງວຽນກວາງຕວ່ານຢູ່ຕາແສງອຽນເຖາະເມືອງຍືແທັງແຂວງແທັງຮວ໊າເຊິ່ງແມ່ນທະຫານເສຍອົງຄະໄດ້ເຮັດສຳເລັດໜ້າທີ່ ແລະໄດ້ກັບຄືນສູ່ທ້ອງຖິ່ນ ທ່ານໄດ້ລົງມືອອກແຮງງານທຳການຜະລິດ. ບໍ່ພຽງແຕ່ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກສ້າງຄວາມຮັ່ງມີຢ່າງຊອບທຳເທົ່ານັ້ນທ່ານຍັງຊ່ວຍເຫຼືອຊາວທ້ອງຖິ່ນ ຫຼາຍຄົນເພື່ອມີວຽກເຮັດງານທຳ ມີລາຍຮັບປົກກະຕິແລະຜ່ານຜ່າຄວາມຫຍຸ້ງຍາກ.
ແບບຢ່າງທະຫານເສຍອົງຄະຫງວຽນກວາງຕວ່ານ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜະລິດກະສິກຳ - ảnh 1ທ່ານຫງວຽນກວາງຕວ່ານ

 ໂດຍໄດ້ກັບຄືນສູ່ທ້ອງຖິ່ນພາຍຫຼັງສົງຄາມ, ທ່ານຫງວຽນກວາງຕວ່ານໄດ້ບັນເທົາຄວາມເຈັບປວດໃນຮ່າງກາຍຂອງຕົນ ດ້ວຍຄວາມສຳນຶກວ່າ: “ບາດແຜໃນຮ່າງກາຍຈະເຊົາເຈັບຕາມວັນເວລາ". ຄວາມຫຍຸ້ງຍາກລຳບາກແລ້ວກໍ່ຕ້ອງຜ່ານຜ່າ.ທ່ານຖືວ່າມີສິ່ງໜຶ່ງທີ່ຄົງຕົວມາຮອດວັນນີ້ ນັ້ນແມ່ນຄວາມຊົງຈຳກ່ຽວກັບຊຸມວັນເດືອນປີແຫ່ງສົງຄາມ. ຄວາມຊົງຈຳນີ້ ໄດ້ສ້າງຄວາມພະຍາຍານແລະມານະຈິດ ເພື່ອເຮົາດຳລົງຊີວິດອອກແຮງງານແລະທຳການຜະລິດ.ນັ້ນແມ່ນບັນດາຄຳແບ່ງປັນຂອງທ່ານເມື່ອຫວນຄືນໄລຍະທາງກວ່າ 30 ປີທີ່ທ່ານໄດ້ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານກ່າວວ່າ:

      “ເງື່ອນໄຂເສດຖະກິດທີ່ຫຍຸ້ງຍາກເຮົາກໍ່ຕ້ອງພະຍາຍາມ, ຄາວກັບຄືນສູ່ທ້ອງຖິ່ນກໍ່ແມ່ນໄລຍະເກື້ອກູນແຕ່ລະເດືອນໄດ້ເຂົ້າສານ13ກິໂລກາມແລະຕ້ອງກິນກັບມັນຕົ້ນອີກຄາວຂ້າພະເຈົ້າກັບຄືນສູ່ທ້ອງຖິ່ນແມ່ນຢູ່ບ່ອນຮົກເຮື້ອຫວ່າງເປົ່າ ແລະເມື່ອລັດມີກົນໄກພວກຂ້າພະເຈົ້າໄດ້ເປີດຮາກຖານຜະລິດດິນຈີ່  ແລ້ວດຳເນີນທຸລະກິດທຳການຜະລິດພັດທະນາ ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນຫຼາຍຄົນ”.

      ດ້ວຍຄວາມມານາພະຍາຍາມແລະຄວາມຕັດສິນໃຈບໍ່ຍອມຈຳນົນຕໍ່ຄວາມທຸກຍາກອຶດຫິວ, ທ່ານຫງວຽນກວາງຕວ່ານໄດ້ເຂົ້າຮ່ວມພັດທະນາເສດຖະກິດຕໍ່ສູ້ກັບໄພອຶດຫິວທຸກຍາກ. ໃນເບື້ອງຕົ້ນ ທ່ານຕວ່ານພ້ອມກັບຄອບຄົວໄດ້ທຳການປູກຝັງໃນເນື້ອທີ່ດິນ 5.000 ຕາແມັດ, ທ່ານໄດ້ນຳໃຊ້ວິທະຍາຍສາດເຕັກນິກເຂົ້າໃນການລ້ຽງສັດປູກຝັງແລະໄດ້ນຳມາເຊິ່ງລາຍໄດ້ຫຼາຍພໍສົມຄວນ ຈາກບັນດາຮູບແບບລ້ຽງໄກ່ ລ້ຽງປາ ປູກຕົ້ນໄມ້ກິນໝາກທີ່ມີຄຸນນະພາບສູງເພື່ອສະໜອງໃຫ້ແກ່ປະຊາຊົນໃນບໍລິເວນ. ປະສິດທິຜົນຂອງຮູບແບບສວນ-ສະ-ຄອກໄດ້ຊ່ວຍໃຫ້ທ່ານມີກຳລັງໜູນເພື່ອສືບຕໍ່ພ້ອມກັບຄອບຄົວເປີດກວ້າງການຜະລິດດຳເນີນທຸລະກິດ ດັ່ງນັ້ນໃນແຕ່ລະປີທ່ານສາມາດສ້າງລາຍຮັບໄດ້ປະມານ 200.000.000 ດົ່ງ. ອ້າຍ ເລວັນຕິ່ງ ຢູ່ຕາແສງອຽນເຖາະເມືອງຍືແທັງ ໃຫ້ຮູ້ວ່າ ທ່ານຕວ່ານກໍ່ແມ່ນແບບຢ່າງທີ່ດີສຳລັບຊາວທ້ອງຖິ່ນ. ອ້າຍເລວັນຕິ່ງເວົ້າວ່າ:

      “ເມື່ອເຕີບໃຫຍ່ຂຶ້ນຂ້າພະເຈົ້າໄດ້ຮູ້ຈັກລຸງຕວ່ານແມ່ນທະຫານເສຍອົງຄະທີ່ກັບມາຈາກສະໜາມຮົບ. ດ້ວຍມານະຈິດຄວາມມານະອົດທົນຂອງອ້າຍທະຫານລຸງໂຮ່, ລຸງຕວ່ານໄດ້ບືນຕົວຂຶ້ນໃນການດຳລົງຊີວິດພິເສດແມ່ນການພັດທະນາເສດຖະກິດຄອບຄົວລ້ຽງດູລູກເຕົ້າ. ລຸງຕວ່ານຍາມໃດກໍ່ເປັນແບບຢ່າງສຳລັບການປະຕິບັດແຜນນະໂຍບາຍນະໂຍບາຍກົດໝາຍຂອງລັດ.ພິເສດໃນຊຸມປີມໍ່ໆມານີ້  ໃນການສ້າງຊົນນະບົດໃໝ່ ລຸງແລະຄອບຄົວຍາມໃດກໍ່ນຳໜ້າໃນບັນດາຂະບວນການ”.

      ບໍ່ພຽງແຕ່ທຳການຜະລິດເກັ່ງເທົ່ານັ້ນທ່ານຕວ່ານຍັງເປັນແບບຢ່າງນຳໜ້າໃນຂະບວນການຂອງທ້ອງຖິ່ນ. ທ່ານແມ່ນຜູ້ມີອິດທິພົນຊື່ສຽງໃນຊຸມຊົນທ່ານເອງຍາມໃດກໍ່ປະຕິບັດແນວທາງແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດເປັນຢ່າງດີ. ທ່ານໄດ້ຮຽນຮູ້ຝຶກຝົນຫຼໍ່ຫຼອມລະດັບຄວາມຮູ້ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການປູກຝັງລ້ຽງສັດແລະພ້ອມແລ້ວແບ່ງປັນບົດຮຽນກັບອ້າຍນ້ອງໝູ່ເພື່ອນແລະຊ່ວຍເຫຼືອຄອບຄົວທີ່ທຸກຍາກໃນບ້ານ ເພື່ອພັດທະນາເສດຖະກິດສ້າງການດຳລົງຊີວິດເປັນປົກກະຕິ. ທ່ານເຈິ່ນແອັງຕ໊ວນ ຮອງຫົວໜ້າຂະແໜງແຮງງານທະຫານເສຍອົງຄະແລະສັງຄົມເມືອງ ຍືແທັງ ໃຫ້ຮູ້ວ່າ:

     “ດ້ວຍຄຸນທາດຂອງທະຫານລຸງ ໂຮ່, ທ່ານຫງວຽນກວາງຕວ່ານ ໄດ້ສະແດງໃຫ້ເຫັນວ່າຕົນເອງແມ່ນຜູ້ມີເຈດຈຳນົງມີຄວາມມານະອົດທົນຜ່ານຜ່າຄວາມຫຍຸ້ງຍາກ. ແບບຢ່າງຄືທ່ານໄດ້ສະແດງໃຫ້ເຫັນສັດຈະທຳທີ່ວ່າພິການແຕ່ບໍ່ເສຍຄຸນ. ທ່ານໄດ້ຜ່ານຜ່າຄວາມຫຍຸ້ງຍາກແລະສາມາດສ້າງຄວາມຮັ່ງມີຈາກສອງຝາມືຂອງຕົນເອງ”.

     ທ່ານຕວ່ານມີຄວາມສຳນຶກວ່າໂດຍໄດ້ຜ່ານໄລຍະເປັນທະຫານ,ທ່ານພ້ອມກັບເພື່ອນຮ່ວມກົມກອງໄດ້ເຄີຍທຳການສູ້ຮົບຜ່ານຜ່າຄວາມເປັນອັນຕະລາຍແຕ່ປະເທດຊາດມີສັນຕິພາບ ແລະ ມີເງື່ອນໄຂຄືໃນປັດຈຸບັນເຮົາຍິ່ງຕ້ອງມານະພະຍາມບືນຕົວຂຶ້ນເປັນແບບຢ່າງຜ່ານຜ່າຄວາມຫຍຸ້ງຍາກເພື່ອພັດທະນາການຜະລິດດຳເນີນທຸລະກິດສ້າງຄວາມຮັ່ງມີຢູ່ດິນແດນບ້ານເກີດເມືອງນອນຂອງຕົນ. 

ຕອບກັບ