ເອກ​ອ້າງ​ທະ​ນົງ​ໃຈ ​ເມື່ອ​ມີ​ຊາວ​ຫວຽດນາມ​ ຜູ້​ທຳ​ອິດໄດ້​ຮັບ​ໜ້າ​ທີ່ ຢູ່ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ

Anh Huyen
Chia sẻ
(VOVWORLD) -ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນ ສປຊ ອາຍຸການ 2017 2021, ເມື່ອເດືອນມິຖຸນາ 2018, ປະລິນຍາເອກ ຫງວຽນຮົ່ງທາວ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການກົດໝາຍສາກົນ. ນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ບໍ່ພຽງແຕ່ສຳລັບຕົວທ່ານເຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນທີ່ຕັ້ງບົດບາດຂອງຫວຽດນາມ ໃນບັນດາອົງການຈັດຕັ້ງຫຼາຍຝ່າຍທົ່ວໂລກອີກດ້ວຍ.

 ເລື່ອງກາຍເປັນສະມາຊິກ ຄະນະກຳມະການກົດໝາຍສາກົນ (ILC) ແລະ ຮັບໜ້າທີ່ເປັນຮອງປະທານຂອງ ILC ບໍ່ພຽງແຕ່ແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ສຳລັບຕົວທ່ານປະລິນຍາເອກ ຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບຫວຽດນາມ ອີກດ້ວຍ. ເພາະວ່າ ILC ແມ່ນໜຶ່ງໃນບັນດາອົງການທີ່ສຳຄັນແຖວໜ້າຂອງ ສະຫະປະຊາຊາດ ໃນຂົງເຂດກົດໝາຍ. ນີ້ແມ່ນການຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຊິກ ILC ນັບແຕ່ເມື່ອໄດ້ຮັບການເລືອກຕັ້ງ. ເມື່ອແບ່ງປັນກ່ຽວກັບໜ້າທີ່ຮັບຜິດຊອບທີ່ສຳຄັນດັ່ງກ່າວ, ທ່ານປະລິນຍາເອກ ຫງວຽນຮົ່ງທາວ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຢາກນ້ຳເອົາບັນດາບົດຮຽນຂອງຕົນ, ຂອງປະເທດຊາດ ເພື່ອປະກອບຄຳຄິດຄຳເຫັນເຂົ້າໃນການສ້າງຫຼັກການນິຕິກຳ, ແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ຂອງກົດໝາຍສາກົນ, ກໍຄືສັງລວມຄືນບັນດາບົດຮຽນເກົ່າ ເພື່ອໂຄສະນາເຜີຍແຜ່ບັນດາບົດຮຽນນັ້ນ ໃຫ້ແກ່ບັນດາປະເທດອື່ນໃນຂອບເຂດກົດໝາຍສາກົນ. ນີ້ແມ່ນການປະກອບສ່ວນທີ່ມີລະດັບສາກົນ ທີ່ສົ່ງຜົນສະທ້ອນລວມຕໍ່ທຸກປະເທດ ຫາກບໍ່ແມ່ນສະເພາະປະເທດໃດປະເທດໜຶ່ງ”.

ເອກ​ອ້າງ​ທະ​ນົງ​ໃຈ ​ເມື່ອ​ມີ​ຊາວ​ຫວຽດນາມ​ ຜູ້​ທຳ​ອິດໄດ້​ຮັບ​ໜ້າ​ທີ່ ຢູ່ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ - ảnh 1 ທ່ານ ປອ. ຫງວຽນຮົ່ງທາວ (ພາບ: ກະຊວງການຕ່າງປະເທດຫວຽດນາມ)

        ບຸກຄົນທີ່ໄດ້ຮັບການສະເໜີ ແລະ ໄດ້ເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການດັ່ງກ່າວຈາກບັນດາປະເທດ ແມ່ນອີງໃສ່ພື້ນຖານກຳລັງຄວາມສາມາດທາງດ້ານນິຕິກຳ ແລະ ມີການປະກອບສ່ວນໃດໜຶ່ງໃຫ້ແກ່ການພັດທະນາຂອງກົດໝາຍສາກົນ. ຕາມທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລ້ວ, ທ່ານປອ. ຫງວຽນຮົ່ງທາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກກະຊວງການຕ່າງປະເທດ ເພາະວ່າ ທ່ານແມ່ນທະນາຍຄວາມ, ແມ່ນນັກການທູດອາວຸໂສ, ເປັນນັກຊ່ຽວຊານກ່ຽວກັບກົດໝາຍສາກົນ, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍທາງທະເລ, ການຂີດຂັ້ນປັກຫຼັກໝາຍຊາຍແດນ, ເປັນສະມາຊິກຄະນະເຈລະຈາກ່ຽວກັບຊາຍແດນຜືນແຜ່ນດິນ ແລະ ຮຽບຮຽງ - ຜະລິດປື້ມ, ໜັງສືພິມກ່ຽວກັບກົກໝາຍສາກົນຫຼາຍສະບັບ. ແລະ ຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານ ປອ. ຫງວຽນຮົ່ງທາວ ກໍມີບັນດາການປະກອບສ່ວນທີ່ດີເດັ່ນໃນຂົງເຂດເຊິ່ງຕົນຮັບຜິດຊອບ.

        “ພວກເຮົາສະເໜີ ແມ່ນອີງໃສ່ການຕີລາຄາກ່ຽວກັບກຳລັງຄວາມສາມາດ ກ່ຽວກັບປະສົບການ ແລະ ລະດັບຄວາມຮູ້ຂອງທ່ານ ຫງວຽນຮົ່ງທາວ. ທ່ານ ປອ ຫງວຽນຮົ່ງທາວ ແມ່ນຜູ້ທີ່ໄດ້ຮັບການບຳລຸງສ້າງຢູ່ ລັດເຊຍ ແລະ ຝລັ່ງ. ໄດ້ເຂົ້າຮ່ວມຫຼາຍວິວັດການສຶກສາຄົ້ນຄວ້າ ແລະ ສິດສອນໃນຂົງເຂດກົດໝາຍສາກົນຢູ່ຫວຽດນາມ. ທ່ານ ກໍເຮັດວຽກກ່ຽວກັບຂົງເຂດກົດໝາຍມາເປັນເວລາ 40 ປີ ແລະ ເຄີຍຮັບດຳລົງຕຳແໜ່ງທາງການທູດທີ່ສຳຄັນ”.

        ໂດຍກຳແໜ້ນໄດ້ກົດໝາຍສາກົນ, ມີພື້ນຖານຖານວິຊາການສຶກສາທີ່ໝັ້ນແກ່ນ ພ້ອມກັບປະສົບການທີ່ຫຼາກຫຼາຍ, ສະໄໝຍັງເປັນຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ທ່ານແມ່ນຜູ້ທີ່ມີການອຸທິດສ່ວນຍິ່ງໃຫຍ່ໃນການເຈລະຈາກ່ຽວກັບຊາຍແດນຄັ້ງຕ່າງໆ, ປະກອບສ່ວນສ້າງສຳເລັດວິວັດການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ຈີນ ກໍຄືຊຸກຍູ້ການເຈລະຈາຢູ່ອ່າວພາກເໜືອ, ຊຸກຍູ້ວິວັດການຂີດຂັ້ນປັກຫຼັກໝາຍກັບ ລາວ, ກຳປູເຈຍ, ປະກອບສ່ວນຫຼາຍຂໍ້ລິເລີ່ມຢູ່ບັນດາເວທີປາໄສ, ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ພາຍໃຕ້ການຕີລາຄາຂອງນັກສ້າງກົດໝາຍ ແລະ ຄົ້ນຄວ້າກ່ຽວກັບກົດໝາຍຢ່າງເລິກເຊິ່ງ. ດັ່ງນັ້ນ, ໃນ 2 ປີກວ່າທີ່ຜ່ານມາ, ນັບແຕ່ເມື່ອເປັນສະມາຊິກຂອງ ILC ແລະ ປັດຈຸບັນເປັນຮອງປະທານ ILC, ທ່ານ ປອ. ຫງວຽນຮົ່ງທາວ ຍາມໃດກໍຕັ້ງໜ້າປະກອບສ່ວນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ ເຊິ່ງ ຄະນະກຳມະການ ILC ພວມຄົ້ນຄວ້າ, ຕັ້ງໜ້າຄົ້ນຄວ້າ ແລະ ຊຸກຍູ້ບັນດາຫົວຂໍ້ທີ່ຕິດພັນກັບສະພາບການຕົວຈິງຂອງຫວຽດນາມ ຄື ອາດຊະຍາກຳເຄືອຂ່າຍອິນເຕີເນັດ; ການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ; ຕ້ານການກໍ່ການຮ້າຍ ແລະ ແກ້ໄຂການຂັດແຍ່ງກັນລະຫວ່າງບັນດາປະເທດ. ຜ່ານນັ້ນ, ຢັ້ງຢືນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ເຄົາລົບກົດໝາຍ ແລະ ຢັ້ງຢືນໃຫ້ເຫັນຄວາມຖືເປັນສຳຄັນບັນດາຫຼັກການເຄົາລົບກົດໝາຍໃນການພົວພັນສາກົນ. ທ່ານ ປອ. ຫງວຽນຮົ່ງທາວ ໃຫ້ຮູ້ວ່າ:

        “ສຳລັບບັນດາອົງການນິຕິກຳທັງໝົດ, ການພິພາກສາສາກົນ, ນ້ຳໃຈເຄົາລົບກົດໝາຍ ແມ່ນຍິ່ງກວ່າສິ່ງໃດໝົດ. ໜ້າທີ່ຂອງຄະນະກຳມະການກົດໝາຍສາກົນ ແມ່ນລວບລວມເອກະສານນິຕິກຳ ແລະ ພັດທະນາກົດໝາຍສາກົນ ກໍສວມບົດບາດເຊັ່ນກັນ. ການເຂົ້າຮ່ວມຄະນະກຳມະການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ພວກເຮົານັບມື້ນັບມີຄວາມກ້າກັ່ນ, ໝັ້ນໃຈ, ມີກຳລັງແຮງ ແລະກໍາລັງຄວາມສາມາດພຽງພໍ ເພື່ອແບກຫາບບັນດາໜ້າທີ່ສຳຄັນ ບໍ່ພຽງແຕ່ຢູ່ລະດັບຊາດເທົ່ານັ້ນ ຫາກຍັງແມ່ນລະດັບສາກົນອີກດ້ວຍ”.

        ຫວຽດນາມ ພວມເຊື່ອມໂຍງຢ່າງຮອບດ້ານ, ບໍ່ພຽງແຕ່ເຊື່ອມໂຍງທາງດ້ານເສດຖະກິດ, ວັດທະນະທຳ - ສັງຄົມ ເທົ່ານັ້ນ ຫາກຍັງເຊື່ອມໂຍງທາງດ້ານກົດໝາຍອີກດ້ວຍ. ເລື່ອງ ທ່ານ ປອ. ຫງວຽນຮົ່ງທາວ, ຊາວຫວຽດນາມຜູ້ທຳອິດ ຕາງໜ້າໃຫ້ປະເທດ ກໍຄື ຕາງໜ້າໃຫ້ກຸ່ມ ອາຊຽນ, ຮັບດຳລົງຕຳແໜ່ງທີ່ສຳຄັນໃນ ILC ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ສະແດງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນ ສຳລັບທີ່ຕັ້ງບົດບາດຂອງຫວຽດນາມ. ນີ້ກໍແມ່ນການຮັບຮູ້ເຖິງກຳລັງຄວາມສາມາດຂອງຊາວຫວຽດນາມ ທີ່ປະກອບສ່ວນເຂົ້າໃນວຽກງານລວມຂອງປະຊາຄົມສາກົນ./.

ຕອບກັບ