ເຈົ້າເຫຼົ່າ ອີເຢີກະບົວ ສຸມຈິດສຸມໃຈກັບວຽກງານຂອງໝູ່ບ້ານ.

Ngoc Anh
Chia sẻ
(VOVWORLD) -ເຖິງວ່າໄດ້ມີອາຍຸກວ່າ80  ປີແລ້ວກໍ່ຕາມເຈົ້າເຫຼົ່າອີເຢີກະບົວ ຢູ່ບ້ານກະເມີຣຶງ ປຣົງອາຕາແສງອີອາຕູນະຄອນບວນມາທ້ວດແຂວງດັກລັກຍັງຄົງແມ່ນຜູ້ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກຍາມໃດກໍ່ມີຄວາມຫ້າວຫັນແລະສຸດຈິດສຸດໃຈກັບວຽກງານສັງຄົມຂອງໝູ່ບ້ານ
ເຈົ້າເຫຼົ່າ ອີເຢີກະບົວ ສຸມຈິດສຸມໃຈກັບວຽກງານຂອງໝູ່ບ້ານ. - ảnh 1ເຈົ້າເຫຼົ່າອີເຢີກະບົວ ຕອບສຳພາດນັກຂ່າວ

ລຸງອີເຢີກະບົວໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ແຕ່ງຕັ້ງເປັນເຈົ້າເຫຼົ່າຂອງໝູ່ບ້ານ, ຫົວໜ້າຄະນະວຽກງານແນວໂຮມ, ປະທານສະພາເຈົ້າເຫຼົ່າໃນຫຼາຍປີ. ລຸງຍາມໃດກໍ່ນຳໜ້າໃນບັນດາຂະບວນການແຂ່ງຂັນຮັກຊາດ, ສ້າງຊີວິດວັດທະນະທຳ,  ບັນດາການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນ, ສຶກສາອົບຮົມລູກຫຼານໃນຄອບຄົວຮຽນຮູ້ຍົກສູງລະດັບຄວາມຮູ້ ເຮັດວຽກງານທີ່ດີໃຫ້ແກ່ສັງຄົມ. ລຸງຍັງຕັ້ງໜ້າໂຄສະນາໃຫ້ແກ່ຊາວບ້ານປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ປະກອບສ່ວນເຂົ້າໃນກອງທຶນປ້ອງກັນສະກັດກັ້ນໂຄວິດ - 19 ຂອງລັດຖະບານ, ຮອດຕອນຄ່ຳແຕ່ລະມື້, ເຈົ້າເຫຼົ່າ ອີເຢີກະບົວ ໄດ້ພ້ອມກັບຫົວໜ້າໜ່ວຍໜ່ວຍຊຸມຊົນຕ່າງໆໃນຕາແສງລົງໄປແຕ່ລະຄອບຄົວໃນບ້ານເພື່ອກະຕຸກຊຸກຍູ້ທຸກໆຄົນປະຕິບັດຕາມລະບຽບການປ້ອງກັນສະກັດກັ້ນໂລກລະບາດ, ຕັກເຕືອນໃຫ້ບັນດາຄອບຄົວທີ່ມີຍາດຕິພີ່ນ້ອງຫາກໍ່ກັບມາຈາກແດນໄກຕ້ອງລາຍງານສະພາບການສຸຂະພາບແລະແຍກຕົວດ້ວຍຕົນເອງຢູ່ໃນເຮືອນ. ນາງຮໍກະບົວຊາວບ້ານກະເມີຣຶງ ປຣົງອາ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ຮັບຟັງການໂຄສະນາບັນດາເນື້ອໃນກ່ຽວກັບໂລກລະບາດແລະວິທີການປ້ອງກັນສະກັດກັ້ນໂລກລະບາດໃນຄອບຄົວຢ່າງເປັນປະຈຳ, ດັ່ງນັ້ນເຮົາກໍ່ປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ. ເມື່ອມີການຂົນຂວາຍແຜ່ບໍລິຈາກເງິນເຮົາກໍ່ສະໜັບສະໜູນມີໜ້ອຍກໍ່ບໍລິຈາກໜ້ອຍມີຫຼາຍກໍ່ບໍລິຈາກຫຼາຍຕາມຄວາມສາມາດຂອງຕົນ”.

     ປັດຈຸບັນບ້ານກະເມີຣຶງປຣົງອາມີປະມານ 550 ຄອບຄົວດ້ວຍພົນລະເມືອງ 2.200 ຄົນເຊິ່ງສ່ວນຫຼາຍແມ່ນຊາວເຜົ່າເອເດ, ຍ້ອນມີເຈົ້າເຫຼົ່າທີ່ເປັນແບບຢ່າງ, ມີຄະນະຄຸ້ມຄອງເອງເຄື່ອນໄຫວຢ່າງຕັ້ງໜ້າດັ່ງນັ້ນ ບັນດາຂະບວນການສ້າງເສດຖະກິດຮັກສາວັດທະນະທຳໄດ້ຮັບການຕອບສະໜອງຈາກພໍ່ແມ່ປະຊາຊົນ,  ເພາະສະນັ້ນມາຮອດປັດຈຸບັນທາງໝູ່ບ້ານ ຍັງຄົງຮັກສາຄ້ອງປະເສີດຫຼາຍຊຸດພ້ອມດ້ວຍໂຖບູຮານ, ແຜ່ນແພພື້ນເມືອງ, ຊຸດອພອນປະຈຳເຜົ່າ, ທ່ານ້ຳ, ສາລາບ້ານ. ແຕ່ລະເທື່ອເມື່ອໃນບ້ານເກີດຄວາມຂັດແຍ້ງກັນ,  ທຸກໆຄົນກໍ່ຕ້ອງນັ່ງໂອ້ລົມນຳກັນເພື່ອໄກ່ເກ່ຍບໍ່ຕ້ອງການມີການແຊກແຊງຈາກກົດໝາຍ. ເຈົ້າເຫຼົ່າອີເຢີກະບົວ ຍາມໃດກໍ່ສົບທົບກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອໂຄສະນາໃຫ້ພໍ່ແມ່ປະຊາຊົນເພື່ອບໍ່ຫຼົງເຊື່ອ,ບໍ່ຟັງຄວາມຍຸແຍ່ຈາກພວກປະຕິການພ້ອມກັນຮ່ວມແຮງຮ່ວມໃຈຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ດຸໝັ່ນທຳການຜະລິດເພື່ອພັດທະນາເສດຖະກິດ. ເຈົ້າເຫຼົ່າ ອີເຢີກະບົວ ເລົ່າສູ່ຟັງວ່າ:

      “ທຸກໆຄົນຈາກຊາວໜຸ່ມເຍົາວະຊົນໃນບ້ານໄດ້ມີຄວາມເຫັນດີເຫັນພ້ອມແລະປະຕິບັດເປັນຢ່າງດີທີ່ສຸດ ດັ່ງນັ້ນພວກເຂົາເຈົ້າມີຄວາມພາກພູມໃຈທີ່ສຸດ. ທີສອງແມ່ນກ່ຽວກັບການຮັກສາຮີດຄອງປະເພນີ, ການທຳພິທີພື້ນເມືອງ, ການໄຫວບູຊາເທວະດາຟ້າແຖນຫຼືບູຊາໃຫ້ມີສຸຂະພາບເຂັ້ມແຂງນັ້ນ, ພວກຂ້າພະເຈົ້າ, ນາຍບ້ານ, ບັນດາອົງການຈັດຕັ້ງມະຫາຊົນ, ສະພາເຈົ້າເຫຼົ່າກໍ່ລ້ວນແຕ່ສົມທົບນຳກັນຕັກເຕືອນໃຫ້ທຸກໆໃນບ້ານພ້ອມກັນປົກປັກຮັກສາ”.

     ຕາມທ່ານ ບຸ່ຍວັນເຮືອງ ພະນັກງານວັດທະນະທຳຕາແສງ ອີອາຕູ ນະຄອນບວນມາທ້ວດ, ເຈົ້າເຫຼົ່າ ອີເຢີກະບົວ ໄດ້ມີບັນດາການປະກອບສ່ວນກັບທ້ອງຖິ່ນ. ດ້ວຍປະສົບການເຮັດວຽກງານແນວໂຮມດຳລົງຕຳແໜ່ງເປັນປະທານສະພາເຈົ້າເຫຼົ່າຂອງຕາແສງເປັນເວລາຫຼາຍປີ, ເຖິງວ່າໃນຖານະຕຳແໜ່ງໃດລຸງກໍ່ຕັ້ງໜ້າສົມທົບກັບບັນດາພະນັກງານຮາກຖານບັນດາອົງການຈັດຕັ້ງມະຫາຊົນໃນບ້ານເພື່ອເຮັດສຳເລັດວຽກງານເປັນຢ່າງດີເສີມຂະຫຍາຍບົດບາດຂອງຕົນເພື່ອສ້າງຄວາມສາມັກຄີເຕົ້າໂຮມປະຊາຊົນເປັນແບບຢ່າງນຳໜ້າໃນບັນດາການເຄື່ອນໄຫວ. ທ່ານບຸ່ຍວັນເຮືອງເວົ້າວ່າ:

       “ສະພາເຈົ້າເຫຼົ່າກໍ່ໄດ້ຕັກເຕືອນໃຫ້ບັນດາເຈົ້າເຫຼົ່າ ໂຄສະນາຂົນຂວາຍໃຫ້ປະຕິບັດບັນຫາຮັກສາລູກນ້ອງຂອງຕົນບໍ່ຕິດໄພສັງຄົມແລະປະຕິບັດຕາມວິທີປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ. ສະພາເຈົ້າເຫຼົ່າກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າຕົນ”.

       ໃນໄລຍະກວ່າ 30 ປີທີ່ຜ່ານມາ ເຈົ້າເຫຼົ່າອີເຢີກະບົວ ໄດ້ກາຍເປັນສູນສາມັກຄີຂອງບ້ານກະເມີຣຶງ ປຣົງອາ, ລຸງບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກແລະຮັບຄວາມເຊື່ອໝັ້ນຈາກຊາວບ້ານ.

ຕອບກັບ