ເຈົ້າເຫຼົ່າ ອາຈົງ, ຜູ້ທີ່ມີອິດທິພົນ ແລະ ສ້າງເສດຖະກິດເກັ່ງ

Vinh Phong
Chia sẻ
(VOVWORLD) -ເຈົ້າເຫຼົ່າ ອາຈົງ, ຊົນເຜົ່າເຊີດັງ ຢູ່ບ້ານ ດັກກລົງ, ຕາແສງ ດັກເຮີຣິງ, ເມືອງດັກຮ່າ, ແຂວງ ກອນຕຸມ ແມ່ນ ຜູ້ທີ່ມີອິດທິພົນໃນວົງຄະນະຍາດ, ທ່ານບໍ່ພຽງແຕ່ສ້າງເສດຖະກິດເກັ່ງເທົ່ານັ້ນ, ຫາກຍັງຕັ້ງໜ້າ ເຂົ້າຮ່ວມວຽກງານສັງຄົມ, ຊ່ວຍເຫຼືອຫຼາຍຄົນທີ່ປະສົບກັບຄວາມຫຍຸ້ງຍາກເພື່ອພ້ອມກັນບືນຕົວຂຶ້ນໃນການດຳລົງຊີວິດ
ເຈົ້າເຫຼົ່າ ອາຈົງ, ຜູ້ທີ່ມີອິດທິພົນ ແລະ ສ້າງເສດຖະກິດເກັ່ງ - ảnh 1ເຈົ້າເຫຼົ່າ ອາຈົງ 

ກ່ອນປີ 1995, ຊີວິດການເປັນຢູ່ຂອງຄອບຄົວທ່ານ ອາຈົງ ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ພຽງແຕ່ລໍ່ຄອຍຕໍ່ລະດູການເກັບກ່ຽວເຂົ້າ, ສາລີເທົ່ານັ້ນ. ປີໃດທີ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ກໍພໍກິນ, ສ່ວນປີໃດ ທີ່ປະສົບໄພທຳມະຊາດ, ຖືກສັດຕູພືດທຳລາຍ ແມ່ນກໍບໍ່ພໍກິນ. ການໃຊ້ຈ່າຍທຸກສິ່ງ ທຸກຢ່າງໃນຊີວິດປະຈຳວັນຂອງຄອບຄົວ, ການລ້ຽງດູລູກເຕົ້າໄປໂຮງຮຽນກໍຫຍຸ້ງຍາກທີ່ສຸດ.

     ເພື່ອມານະພະຍາຍາມ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ທ່ານ ອາຈົງ ໄດ້ຕັດສິນໃຈ ຮຽນຮູ້ເອງກ່ຽວກັບເຕັກນິກການປູກຝັງ, ລ້ຽງສັດ. ທ່ານໄດ້ໄປຍັງແຂວງ ດັກລັກເພື່ອຊື້ແນວພັນກາເຟ 500 ເບ້ຍມາປູກ. ເມື່ອເຫັນຕົ້ນກາເຟເຕີບໂຕດີ, ພາຍຫຼັງ 2 ປີ , ທ່ານພັດເປີດກ້ວາງເນື້ອທີ່ກາເຟ ແລະ ປູກຕື່ມ 600 ເບ້ຍອີກ. 2-3 ປີຕໍ່ມາ, ເນື້ອທີ່ກາເຟກວ່າ 1 ແຮັກຕາຂອງທ່ານ ກໍໄດ້ໃຫ້ຜົນເກັບກູ້ຄັ້ງທຳອິດ. ຈຳນວນເງິນທີ່ໄດ້ຈາກການຂາຍກາເຟ ແລະ ຜະລິດຕະພັນກະເສດອື່ນໆ, ທ່ານໄດ້ໃຊ້ເພື່ອຊື້ງົວ 30 ໂຕ ແລະ ເປີດຟາມລ້ຽງງົວຢູ່ຮອມພູ ແຄມຫ້ວຍ ເຕເຣີເວ ຂຶ້ນກັບບ້ານ ຕູເກີແຕັງ, ຕາແສງ ດັກກລົງ ເມືອງດັກຮ່າ, ພ້ອມທັງຮັບວຽກງານປ້ອງກັນເນື້ອທີ່ປ່າແປກ 120 ແຮັກຕາ ໂດຍລັດມອບເໝົາ. ທ່ານ ອາຈົງ ເວົ້າວ່າ :

   “ ປະຈຸບັນ, ຂ້າພະເຈົ້າມີເນື້ອທີ່ກາເຟ 3 ແຮັກຕາ, ມັນຕົ້ນກວ່າ 1 ແຮັກຕາ, ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າ ກໍດີຂຶ້ນຫຼາຍກ່ວາເມື່ອທຽບໃສ່ກ່ອນນີ້. ຍ້ອນເຫັນ ຂ້າພະເຈົ້າທຳມາຫາກິນ ຈາກການປູກກາເຟໄດ້ຮັບຜົນດີ, ບັນດາຄອບຄົວສ່ວນຫຼາຍໃນບ້ານທີ່ມີດິນຢູ່ແຄມຫ້ວຍ, ເຂົາເຈົ້າກໍຮຽນຕາມ ແລະ ໄດ້ຫັນໄປສູ່ການປູກກາເຟທັງໝົດ. ສະເພາະຕົ້ນໝາກພີກໄທ ຢູ່ທີ່ນີ້ ກໍປູກໜ້ອຍທີ່ສຸດ, ພຽງແຕ່ມີອ້າຍນ້ອງຊາວເຜົ່າກິງປູກເທົ່ານັ້ນ. ຍ້ອນຕົ້ນໝາກພີກໄທ ຕ້ອງການລົງທຶນເປັນເງິນຈຳນວນຫຼາຍ, ເຕັກນິກການບົວລະບັດກໍລຳບາກ, ດັ່ງນັ້ນ ຂ້າພະເຈົ້າກໍຫັນມາປູກຕົ້ນຢາງພາລາ 1 ແຮັກຕາ, ຕົ້ນໝີເໝັນ 1 ໄລ່ ”

    ດ້ວຍຄວາມສາມາດ ແລະ ອິດທິພົນຂອງຕົນ, ປີ 2003, ທ່ານອາຈົງ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ຊຶ່ງໄດ້ແຕ່ງຕັ້ງເປັນປະທານສະມາຄົມຊາວກະສີກອນຕາແສງ ດັກເຮີຣິງ. ໝົດອາຍຸການ, ທ່ານໄດ້ອອກພັກບຳນານ ແຕ່ກໍບໍ່ເຊົາເຮັດວຽກ, ເພາະວ່າ ພໍ່ແມ່ຊາວບ້ານໄດ້ແຕ່ງຕັ້ງເປັນເຈົ້າເຫຼົ່າບ້ານດັກກລົງ, ແລ້ວ ກໍເຂົ້າຮ່ວມຄະນະວຽກງານແນວໂຮມບ້ານ, ທັງເປັນຫົວໜ້າສະມາຄົມຜູ້ອາຍສູງ. ເຖິງວ່າ ມີຄວາມຂ້ອງຄາກັບວຽກງານສັງຄົມຫຼາຍຢ່າງກໍຕາມ, ແຕ່ທ່ານອາຈົງ ຍັງຄົງບໍລິຫານວຽກງານອອກແຮງງານ, ທຳການຜະລິດໃນຄອບຄົວເປັນຢ່າງດີ ແລະ ມີປະສິດທິຜົນ. ແຕ່ລະປີ, ຄອບຄົວຂອງທ່ານ ສາມາດສ້າງລາຍຮັບໄດ້ນັບຮ້ອຍລ້ານດົງ, ສາມາດປຸກເຮືອນຫຼັງໜຶ່ງທີ່ໃຫຍ່ໂຕໂອຖົງ. ທ່ານກໍໄດ້ລົງທຶນຊື້ປະກອບເຄືອ່ງຈັກກະສີກຳເພື່ອໃຊ້ຄອບຄົວ ແລະ ພໍ່ແມ່ພີນ້ອງຢູ່ອ້ອມເຂດ. ທ່ານນາງ ອີນົງ ຮອງປະທານຄະນະກຳມະການປະຊາຊົນຕາແສງດັກເຮີຣິງ, ເມືອງດັກຮ່າ ແບ່ງປັນວ່າ :  ທ່ານອາຈົງແມ່ນຜູ້ທີ່ມີອິດທິພົນ, ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ທ້ອງຖິ່ນ, ທ່ານຍາມໃດກໍສົມທົບກັບຄະນະວຽກງານບ້ານ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ເພື່ອຜັນຂະຫບາຍບັນດາແຜນນະໂຍບາຍ, ແນວທາງຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃຫ້ເປັນຢ່າງດີ. ທ່ານບໍ່ພຽງແຕ່ຜະລິດເກັ່ງເທົ່ານັ້ນ, ຫາກຍັງຊ່ວຍເຫຼືອຫຼາຍຄອບຄົວທີ່ທຸກຍາກ ບືນຕົວຂຶ້ນສ້າງການດຳລົງຊີວິດເປັນປົກກະຕິ ແລະ ສ້າງຄວາມຮັ່ງມີບົນດິນແດນບ້ານເກີດເມືອງຂອງຕົນ. ທ່ານນາງ ອີນົງ ຮອງປະທານຄະນະກຳມະການປະຊາຊົນຕາແສງດັກເຮີຣິງ, ເມືອງດັກຮ່າ ເວົ້າວ່າ:

   “ ຫຼາຍປີທີ່ຜ່ານມາ, ເຈົ້າເຫຼົ່າ ອາຈົງ ແມ່ນສະມາຊິກທີ່ຕັ້ງໜ້າໃນຄະນະວຽກງານແນວໂຮມ. ທ່ານມີອິດທິພົນໃນວົງຄະນະຍາດ, ພິເສດ ທ່ານຍາມໃດກໍມີການປະກອບສ່ວນພ້ອມກັບພະນັກງານຕາແສງ, ບ້ານ ໂຄສະນາກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ແລະ ໄດ້ຮັບການເຄົາ ລົບປະຕິບັດຈາກພໍ່ແມ່ພີນ້ອງເປັນຢ່າງດີ. ທ່ານຍັງແມ່ນແບບຢ່າງສ້າງເສດຖະກິດເກັ່ງກວ່າໝູ່ຂອງບ້ານ ດັກກລົງ. ປີໃດທ່ານກໍໄດ້ຮັບໃບຍ້ອງຍໍຈາກຂັ້ນເທິງ ”

    ປີນີ້ເຖິງວ່າມີອາຍຸເກືອບ 75ປີແລ້ວກໍຕາມ, ແຕ່ ເຈົ້າເຫຼົ່າ ອາຈົງ ຍັງຄົງເປັນແບບຢ່າງ, ມີຄວາມຮັບຜິດຊອບຕໍ່ວຽກງານທຸກຢ່າງຂອງບ້ານ, ທ່ານຍາມໃດ ກໍໃຫ້ການແນະນຳໃຫ້ບັນດາຄອບຄົວທີ່ທຸກຍາກ ໃຫ້ບືນຕົວຂຶ້ນ. ບໍ່ພຽງແຕ່ແບ່ງປັນບົດຮຽນເພື່ອພັດທະນາເສດຖະກິດເທົ່ານັ້ນ, ທ່ານ ອາຈົງ ຍັງຂົນຂວາຍພໍ່ແມ່ພີນ້ອງຊາວບ້ານ ຈົ່ງຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ.

ຕອບກັບ