ຮວ່າງທິມິງຮົ່ງ ແລະ ການເດີນທາງຕ້ານປ່ຽນແປງຂອງດິນຟ້າອາກາດ

Thu Hoa
Chia sẻ
(VOVWORLD) -ປີ 1997 ຮວ່າງທິມິງຮົ່ງ ຄາວນັ້ນມີອາຍຸພຽງ 24 ປີ ໄດ້ກາຍເປັນຊາວ ຫວຽດນາມ ຄົນທຳອິດໄດ້ໄປຮອດຂົ້ວໂລກໃຕ້ ພ້ອມກັບຄະນະນັກຜະຈົນໄພຄົ້ນຫາຂົ້ວໂລກໃຕ້ ລວມມີຊາວໜຸ່ມຫຼາຍຄົນ ຂອງປະເທດຕ່າງໆໃນໂລກ. ນັບແຕ່ນັ້ນມາຮອດປັດຈຸບັນ ເລື່ອງລາວກ່ຽວກັບການເດີນທາງຂອງນາງ, ກ່ຽວກັບທຸງຊາດທີ່ນາງນຳໄປຮອດຂົ້ວໂລກໃຕ້, ບັນດາການກະທຳຂອງນາງ ພາຍຫຼັງການເດີນທາງນັ້ນ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ຫຼາຍຄົນ ເຊິ່ງສ່ວນຫຼາຍແມ່ນໄວໜຸ່ມ
ຮວ່າງທິມິງຮົ່ງ ແລະ ການເດີນທາງຕ້ານປ່ຽນແປງຂອງດິນຟ້າອາກາດ  - ảnh 1 ນາງຮວ່າງທິມິງຮົ່ງ ພ້ອມກັບທຸງຊາດຢູ່ຂົ້ວໂລກໃຕ້ ເມື່ອປີ 1997

ສູນກະທຳ ແລະ ຮ່ວມສຳພັນເພື່ອສິ່ງແວດລ້ອມ ແລະ ການພັດທະນາ - Change ລວມມີຊາວໜຸ່ມເກືອບ 30 ຄົນ, ບັນດາການເຄື່ອນໄຫວປະຕິບັດໂຄງການ ໂດຍສູນປະຕິບັດນັ້ນ ຕົ້ນຕໍແມ່ນສະຫງວນໃຫ້ແກ່ໄວໜຸ່ມ. ແຕ່ບັນດາບັນຫາ ເຊິ່ງບັນດາການເຄື່ອນໄຫວມຸ່ງໄປສູ່ ພັດສະຫງວນໃຫ້ແກ່ທຸກໆຄົນ ເພື່ອການດຳລົງຊີວິດທີ່ດີງາມກວ່າ. ຜູ້ບໍລິຫານສູນແຫ່ງນີ້ ແມ່ນແມ່ຍິງຄົນໜຶ່ງ ເຊິ່ງບໍ່ຫ່າງໄກກັບຊາວ ຫວຽດນາມ ແລະ ເພື່ອນມິດສາກົນຜູ້ຮັກຫອມສິ່ງແວດລ້ອມ ແລະ ສຸດໃຈເພື່ອການເຄື່ອນໄຫວ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ນັ້ນແມ່ນນາງ ຮວ່າງທິມິງຮົ່ງ ຊາວຫວຽດນາມ ຄົນທຳອິດ ໄດ້ໄປຮອດຂົ້ວໂລກໃຕ້, ລາວໄດ້ປັກທຸງຊາດຢູ່ຂົ້ວໂລກໃຕ້, ນຸ່ງຊຸດເສື້ອຍາວ ຫວຽດນາມ ຢູ່ຂົ້ວໂລກໃຕ້ ເມື່ອປີ 1997. 

ປີ 2009 ເປັນຄັ້ງທີສອງທີ່ໄດ້ກັບຄືນຂົ້ວໂລກໃຕ້ ໄດ້ເຫັນປະຈັກຕາຄວາມອຸ່ນຂຶ້ນຂອງດິນຟ້າອາກາດໃນທົ່ວໂລກ ດ້ວຍບັນດາຫຼັກຖານທີ່ຈະແຈ້ງ, ນາງ ຮວ່າງທິມິງຮົ່ງ ຍິ່ງມີຄວາມຕັດສິນໃຈເພື່ອກະທຳ. ນາງເຮັດວຽກໃຫ້ແກ່ບັນດາອົງການສິ່ງແວດລ້ອມ, ເຮັດວຽກໃຫ້ແກ່ບັນດາອົງການບໍ່ຂຶ້ນກັບລັດຖະບານ ເພື່ອຮຽນຮູ້ວິທີປະຕິບັດຂອງເຂົາເຈົ້າ, ສະສົມບົດຮຽນປະສົບການ ເພື່ອສືບຕໍ່ເສັ້ນທາງຂອງຕົນ. ພາຍຫຼັງເຮັດວຽກໃຫ້ແກ່ບາງໂຄງການ ແລະ WWFເປັນເວລາຫຼາຍປີ, ມິງຮົ່ງ ໄດ້ຕັດສິນເລີ່ມຕົ້ນທຸລະກິດ ດ້ວຍວິທີສ້າງຕັ້ງອົງການເຄື່ອນໄຫວສັງຄົມໃນຂົງເຂດສິ່ງແວດລ້ອມ - ດິນຟ້າອາກາດ. ແລະ ອົງການ Change ໄດ້ຮັບການສ້າງຕັ້ງຂຶ້ນ. ປີ 2018 ມິງຮົ່ງ ຍັງມີຄວາມເປັນກຽດໄດ້ຮັບທຶນສຶກສາຈາກໂຄງການນັກຮຽນຮູ້ກອງທຶນ ໂອບາມາ. ນາງ ຮວ່າງທິມິງຮົ່ງ ເວົ້າວ່າ:

“ເຮົາໄດ້ສ້າງຖັນແຖວບັນດາຜູ້ທີ່ໜຸ່ມແໜ້ນຄືຕົນເອງ ແລະ ເຮົາຊ່ວຍພວກເພື່ອນຫຼໍ່ລ້ຽງຄວາມໃຝ່ຝັນ. ເຮົາຄິດວ່າການຮັກສາຂະບວນການສິ່ງແວດລ້ອມ ໂດຍວົງຄະນະຍາດຄຸ້ມຄອງ, ນຳໜ້າ, ມີແນວຄວາມຄິດ ແລະ ມີຈຸດເລີ່ມຕົ້ນຈາກບັນຫາຂອງວົງຄະນະຍາດ ຂອງພວກເພື່ອນພວມດຳລົງຊີວິດ, ນັ້ນຈຶ່ງມີຄວາມຈິງແທ້, ດັ່ງນັ້ນການສ້າງຂະບວນການສິ່ງແວດລ້ອມ ໂດຍວົງຄະນະຍາດປະຕິບັດ ກໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ”.

ນ້ຳໃຈຮັກຊາດ, ຄວາມເອກກ້າງທະນົງໃຈຂອງຊາດ ເບິ່ງຄືວ່າແມ່ນບັນຫາທີ່ຍິ່ງໃຫຍ່ ແຕ່ພັດກາຍເປັນສິ່ງທີ່ໃກ້ຊິດສະໜິດສະໜົມ ແລະ ສາມາດປະຕິບັດໄດ້ຢ່າງງ່າຍດາຍ. ຮູບພາບທຸງຊາດ ຫວຽດນາມ ປິວສະບັດໃນທ່າມກາງຂົ້ວໂລກໃຕ້ທີ່ກວ້າງໃຫຍ່ໄພສານ ດ້ວນຫິມະຂາວ ແລະ ນ້ຳທະເລຂຽວໃສເຢັນໃນຄາວນັ້ນ, ບໍ່ໍພຽງແຕ່ຄົງຕົວໃນຄວາມຊົງຈຳຂອງ ຮວ່າງທິມິງຮົ່ງ ເທົ່ານັ້ນ, ຮູບພາບນີ້ໄດ້ຫັນເປັນການກະທຳ ເພື່ອໃຫ້ຫວຽດນາມ ເຂົ້າຮ່ວມໃນບັນດາກິດຈະກຳ ຕ້ານການປ່ຽນແປງດິນຟ້າອາກາດຂອງໂລກ ແລະ  ເພື່ອໃຫ້ໂລກຮູ້ຈັກເຖິງປະເທດ ຫວຽດນາມ. ໃນບັນດາຜູ້ເປັນໄວໜຸ່ມທີ່ພວມເຮັດວຽກຢູ່ ອົງການ Change, ມີນາງ ໂງທິແທັງຖາວ ຮຽນຈົບມະຫາວິທະຍາໄລ ລົງເລິກຂະແໜງການເງິນ ແຕ່ລາວໄດ້ຊອກເຫັນຄວາມເບີກບານມ່ວນຊື່ນຂອງຕົນ ໃນການເຄື່ອນໄຫວສິ່ງແວດລ້ອມ. ສຳລັບນ່າງ ຖາວ ແລ້ວ ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບໄວໜຸ່ມ ຫວຽດນາມ ໄດ້ປາກົດມີໃນບັນດາການເຄື່ອນໄຫວປະຈຳວັນ ປະຈຳເດືອນ ແລະ ໃນແຕ່ລະໂຄງການຂອງ Change. ນາງ ຖາວ ເວົ້າວ່າ:

 “ມີເທື່ອໜຶ່ງ ມີພະນັກງານຄົນໜຶ່ງຢູ່ສະຖານກົງສູນອາເມລິກາ ມາພົບພວກນ້ອງ. ຄາວນັ້ນຢູ່ Change ແຕ້ມຮູບຝາພະໜັງກ່ຽວກັບໂຕແຮດ. ຄາວນັ້ນລາວບໍ່ເຊື່ອໄດ້ວ່າຢູ່ ຫວຽດນາມ ໄດ້ມີບັນດາເພື່ອນໜຸ່ມທີ່ເອົາໃຈໃສ່ເຖິງບັນຫານີ້.  ຄຳເວົ້ານັ້ນໄດ້ພາໃຫ້ນ້ອງຮູ້ສຶກຕົກສະເງິ ແລະ ຕ້ອງຄິດວ່າ ບໍ່ຮູ້ໃນສາຍຕາຂອງສາກົນຄິດກ່ຽວກັບຫວຽດນາມຄືແນວໃດ,ຄິດກ່ຽວກັບບັນດາໄວໜຸ່ມຄືແນວໃດ. ສິ່ງນີ້ໄດ້ສ້າງກຳລັງໜູນເພື່ອໃຫ້ນ້ອງເຫັນວ່າຂົງເຂດກ່ຽວກັບສິ່ງແວດລ້ອມຢູ່ ຫວຽດນາມຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຫຼາຍເທື່ອ ແລະນ້ອງກໍ່ຢາກເຂົ້າຮ່ວມ”.

ນາງ ຮວ່າງທິມິງຮົ່ງ ແລະ ບັນດາເພື່ອນໜຸ່ມ ຢູ່ອົງການ Change ໄດ້ມີທຸງຊາດຢູ່ໃນຫົວໃຈຂອງຕົນ. ບັນດາການເຄື່ອນໄຫວວົງຄະນະຍາດຂອງ ມິງຮົ່ງ ໄດ້ຊ່ວຍໃຫ້ຜູ້ຄົນທັງຫຼາຍເຊື່ອວ່າ ຊາວຫວຽດນາມ ບໍ່ວ່າຜູ້ໃດກໍ່ມີທຸງຊາດນັ້ນ ແຕ່ບັນຫາເຮັດແນວໃດເພື່ອ ສິ່ງນັ້ນກາຍເປັນການກະທຳ. ນັ້ນກໍ່ແມ່ນວິທີເພື່ອໃຫ້ ຫວຽດນາມ ເຊື່ອມໂຍງສາກົນ ແລະ ໂລກຮູ້ຈັກກ່ຽວກັບປະເທດ ຫວຽດນາມ ກະທຳ. 

ຕອບກັບ