ອ້າຍຄູເຢືອງວັນເວີ໊ນ ມີບັນດາວຽກງານທີ່ດີສຳລັບນັກຮຽນ

Khoa Diem
Chia sẻ
(VOVWORLD) -ພາຍຫຼັງຜັນຂະຫຍາຍ ປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງສູນກາງພັກ ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ ເປັນເວລາ 3 ປີ, ຢູ່ແຂວງ ກອນຕຸມ ໄດ້ປະກົດມີບັນດາສ່ວນບຸກຄົນ,  ໝູ່ຄະນະທີ່ເປັນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ. ສຳລັບອ້າຍຄູ ເຢືອງວັນເວີ໊ນ ອາຍຸ 37 ປີ ສັງກັດໂຮງຮຽນມັດທະຍົມຕອນຕົ້ນດັກແວ ເມືອງ ກອນໄຣ, ລາວໄດ້ຮ່ຳຮຽນຕາມແບບຢ່າງຂອງລຸງ ໂຮ່ ແມ່ນໃນແຕ່ລະວັນ ເຮັດບັນດາວຽກງານທີ່ດີສຳລັບພວກນ້ອງນັກຮຽນຂອງຕົນ
ອ້າຍຄູເຢືອງວັນເວີ໊ນ ມີບັນດາວຽກງານທີ່ດີສຳລັບນັກຮຽນ - ảnh 1 ອ້າຍຄູ ເຢືອງວັນເວີ໊ນ ກັບນັກຮຽນຂອງຕົນ

ໃນຕະຫຼອດ 14 ປີທີ່ຜູກພັນກັບອາຊີບເປັນອ້າຍຄູຢູ່ເມືອງ ກອນໄຣ, ແຂວງ ກອນຕຸມ, ອ້າຍ ເຢືອງວັນເວີ໊ນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນດັກແວ ຍາມໃດກໍ່ເປັນຫ່ວງ ເພື່ອຊ່ວຍເຫຼືອພວກນ້ອງນັກຮຽນທີ່ມີສະພາບຄອບຄົວທີ່ຫຍຸ້ງຍາກ. ກ່ອນນີ້ກວ່າ 3 ປີ, ອ້າຍຄູ ເວີ໊ນ ໄດ້ສ້າງຕັ້ງກຸ່ມນັກອາສາສະໝັກ “ກອນໄຣ ເຊື່ອມຕໍ່ ແລະ  ແບ່ງປັນ” ໂດຍອ້າຍຄູ ເວີ໊ນ ເປັນຫົວໜ້າກຸ່ມ. ອ້າຍຄູ ເຢືອງວັນເວີ໊ນ ເວົ້າວ່າ:

     “ເຮົາມີຄວາມເປັນຫວ່ງທີ່ສຸດ ກໍ່ໄດ້ຄິດຫຼາຍທີ່ສຸດ. ເຮົາໄດ້ຖາມບາງຄົນ ແລະ ພິເສດແມ່ນຜູ້ເປັນເມຍຂອງຕົນ. ສຸດທ້າຍເຮົາກໍ່ໄດ້ຮຽກຮ້ອງບຸກຄົນຈຳນວນໜຶ່ງ ທີ່ເມື່ອກ່ອນນີ້ກໍ່ເຄີຍໄດ້ເຄື່ອນໄຫວວຽກງານນີ້ ໃນຂະນະທີ່ຍັງບໍ່ທັນສ້າງຕັ້ງກຸ່ມນີ້. ໃນເບື້ອງຕົ້ນພຽງແຕ່ຊ່ວຍເຫຼືອ ບັນດາຜູ້ຄົນທີ່ມີສະພາບຄອບຄົວຫຍຸ້ງຍາກເປັນພິເສດ ເພື່ອເຮັດແນວໃດໃຫ້ເຂົາເຈົ້າສາມາດໄປໂຮງຮຽນໄດ້”.

      ໃນເບື້ອງຕົ້ນ, ກຸ່ມນັກອາສາສະໝັກ ຂອງອ້າຍຄູ ເຢືອງວັນເວີ໊ນ ແມ່ນສຸມໃສ່ການຈັດຕັ້ງ ບັນດາຄາບເຂົ້າກິນໂດຍບໍ່ເກັບຄ່າ ເພື່ອແນໃສ່ສ້າງຄວາມໃກ້ຊິດສະໜິດສະໜົມກັບພວກນ້ອງນັກຮຽນ. ຈາກນັ້ນການເຄື່ອນໄຫວຂອງກຸ່ມ ໄດ້ຮັບການສະໜັບສະໜູນຈາກບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງ. ອ້າຍຄູ ເວີ໊ນ ໃຫ້ຮູ້ວ່າ ພາຍຫຼັງເຄື່ອນໄຫວມາເປັນເວລາກວ່າ 3 ປີ, ທາງກຸ່ມກໍ່ໄດ້ມອບທຶນການສຶກສາກວ່າ 270 ທຶນ, ຂອງຂວັນນັບພັນພູດ, ຄາບເຂົ້າກິນໂດຍບໍ່ເກັບຄ່າລວມມູນຄ່າເກືອບ 1,5 ຕື້ດົ່ງໃຫ້ແກ່ພວກນ້ອງນັກຮຽນ. ຈຳນວນສະມາຊິກທີີ່ເຂົ້າຮ່ວມໃນກຸ່ມກໍ່ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 800 ຄົນ ນັ້ນແມ່ນຍັງບໍ່ທັນນັບເຖິງຖັນແຖວເພື່ອນຮ່ວມງານ. ວຽກງານຂອງອ້າຍຄູ ເວີ໊ນ ພ້ອມກັບກຸ່ມ “ກອນໄຣ ເຊື່ອມຕໍ່ ແລະ ແບ່ງປັນ” ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນທີ່ມີສະພາບຄວາມຫຍຸ້ງຍາກຫຼາຍຄົນ ສືບຕໍ່ໄປໂຮງຮຽນ ແລະ ນີ້ກໍ່ແມ່ນແຫຼ່ງລະດົມກຳລັງໃຈໃຫ້ແກ່ພວກນ້ອງ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮ່ຳຮຽນ. ນ້ອງ ເລືອງງອກແຄັ໊ງອວຽນ ນັກຮຽນສັງກັດຫ້ອງ ມໍ3A ໂຮງຮຽນມັດທະຍົມຕອນຕົ້ນດັກແວ, ເທດສະບານ ດັກແວ ເມືອງ ກອນໄຣ ໄດ້ເວົ້າກ່ຽວກັບອ້າຍຄູ ເວີ໊ນ ຂອງຕົນວ່າ:

     “ນ້ອງຮູ້ສຶກວ່າອ້າຍຄູ ເວີ໊ນ ແມ່ນຜູ້ໜຶ່ງທີ່ມີຄວາມກະຕືລືລົ້ນ ແລະ ເປັນຄົນມັກມ່ວນ. ໃນວຽກງານກອງເຍົາວະຊົນ, ອ້າຍຄູ ເວີ໊ນ ຍາມໃດກໍ່ສ້າງການລະຫຼິ້ນມ່ວນຊື່ນໃຫ້ແກ່ພວກນ້ອງ ແລະ ຊ່ວຍໃຫ້ພວກນ້ອງເພີ່ມຄວາມເຂົ້າໃຈ ແລະ ມີແຫຼ່ງບັນດານໃຈເພື່ອຮ່ຳຮຽນຫຼາຍກວ່າ”.

      ພ້ອມກັບການຈັດຕັ້ງບັນດາການເຄື່ອນໄຫວ ອາສາສະໝັກເພື່ອນັກຮຽນ, ໃນວຽກງານວິຊາສະເພະ, ອ້າຍຄູ ເຢືອງວັນເວີ໊ນ ກໍ່ມີຫົວຄິດປະດິດສ້າງຫຼາຍຢ່າງ. ດ້ວຍບົດບາດເປັນຜູ້ຮັບຜິດຊອບກອງເຍົາວະຊົນ, ອ້າຍຄູ ເວີ໊ນ ໄດ້ມີຂໍ້ລິເລີ່ມການສ້າງຕັ້ງ ແລະ ຮັກສາປະສິດທິຜົນການເຄື່ອນໄຫວຂອງ “ຕູ້ປຶ້ມລຸງ ໂຮ່”. ຈາກແຫຼ່ງເງິນຂົນຂວາຍມາໄດ້, ອ້າຍຄູພ້ອມກັບຄະນະອຳນວຍການໂຮງຮຽນໄດ້ສ້າງຮູບແບບ “ເສົາຫຼັກໝາຍເຈື່ອງຊາ” ຢູ່ໃນເດີ່ນຂອງໂຮງຮຽນ.  ນີ້ແມ່ນຈຸດທີ່ບັນດາຄູອາຈານໃນໂຮງຮຽນ ໄດ້ປຸກລຸກຄວາມຮັກທະເລໝູ່ເກາະ, ສຶກສາອົບຮົ່ມນ້ຳໃຈຮັກຊາດ  ແລະ ຄວາມເອກອ້າງທະນົງໃຈຂອງຊາດ ໃນບັນດາຊົ່ວໂມງຮຽນນອກລະບົບ. ອ້າຍຄູ ເລືອງເຕິ໊ນແທັງ ຮອງຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນຕົ້ນດັກແວ ໃຫ້ຮູ້ວ່າ:

     “ອ້າຍຄູ ເຢືອງວັນເວີ໊ນ ແມ່ນຄູສອນຮັບຜິດຊອບກອງເຍົາວະຊົນຂອງໂຮງຮຽນ. ອ້າຍຄູ ເວີ໊ນ ມີຄວາມສາມາດໃນວຽກງານຂອງຕົນ ແລະ ໄດ້ບັນລຸຜົນງານທີ່ດີເດັ່ນຂອງໂຮງຮຽນ ກໍ່ຄືຂອງຂະແໜງການສຶກສາ. ອ້າຍຄູ ເວີ໊ນ ເປັນເສນາທິການໃຫ້ແກ່ໂຮງຮຽນ ຈັດຕັ້ງບັນດາການເຄື່ອນໄຫວສຶກສາອົບຮົ່ມໃຫ້ແກ່ນັກຮຽນ ຢ່າງມີປະສິດທິຜົນ. ຍາມໃດອ້າຍຄູ ເວີ໊ນ ກໍ່ນຳໜ້າໃນຂະບວນການແຂ່ງຂັນຂອງຂະແໜງ ແລະ ຂອງໂຮງຮຽນ”.

      ຜ່ານໄລຍະຜູກພັນກັບອາຊີບເປັນອ້າຍຄູຢູ່ເມືອງທຸກຍາກ ກອນໄຣ ແຂວງ ກອນຕຸມ ເປັນເວລາ 14 ປີ, ອ້າຍຄູ ເຢືອງວັນເວີ໊ນ ໄດ້ເຮັດຫຼາຍວຽກງານທີ່ດີ ສຳລັບພວກນ້ອງນັກຮຽນຂອງຕົນ. ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ, ອ້າຍຄູ ເຢືອງວັນເວີ໊ນ ທີ່ມີບ້ານເກີດຢູ່ ເຫວ້ ປັດຈຸບັນໄດ້ກາຍເປັນລູກຮັກຫຼານແພງຂອງເມືອງ ກອນໄຣ ແລະ ໄດ້ຮັບຄວາມນິຍົມນັບຖືຈາກຊາວທ້ອງຖິ່ນ.

ຕອບກັບ