ລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ

Ngoc Anh
Chia sẻ
(VOVWORLD) -ມີບໍ່ເທົ່າໃດຄົນທີ່ອາດເຊື່ອວ່າ ມີຜູ້ໜຶ່ງເຄີຍໄປຕາມອົງການປະຕິການ ຟູນໂຣ ມ້າງທຳລາຍລັດ ຫວຽດນາມ ແຕ່ປັດຈຸບັນໄດ້ກັບເນື້ອກັບຕົວກາຍເປັນຜູ້ທີ່ມີອິດທິພົນຊື່ສຽງ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນາຍາດ ທ້ອງຖິ່ນ. ນັ້ນແມ່ນ ລຸງ ບອມ ຢູ່ບ້ານ ຣາຍ ຕາແສງ ຮ່າເບົ່າ ເມືອງ ດັກດວາ ແຂວງ ຢາລາຍ. 
ລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ - ảnh 1ລຸງບອມເຮັດສວນ

    ລຸງ ບອມ ແມ່ນຊາວເຜົ່າ ບານາ ເກີດປີ 1957. ເດືອນ ກຸມພາ ປີ 2001 ຍ້ອນຟັງຕາມຄຳປຸກປັ່ນຍຸແຍ່ຂອງອົງການປະຕິການ ຟູນໂຣ, ລຸງ ບອມ ພ້ອມກັບບາງເປົ້າໝາຍ ໄດ້ຍຸຍົງສົ່ງເສີມຊາວເຜົ່າສ່ວນໜ້ອຍນັບ 1.000 ຄົນຂຶ້ນນະຄອນ ປໄລກູ ເພື່ອເດີນຂະບວນປະທ້ວງ ກໍ່ການຈາລະຈົນທວງເອົາສ້າງຕັ້ງອັນທີ່ເອີ້ນວ່າ “ລັດເດກາ” - ລັດປົກຄອງໂດຍຕົນເອງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເຂດ ເຕິຍງວຽນ. ເປົ້າໝາຍຢືນຢູ່ເບື້ອງຫຼັງການກໍ່ຈາລະຈົນດັ່ງກ່າວແມ່ນ ກະຊໍເກີຊ ເຊິ່ງແມ່ນຫົວໂປ່ຂອງອົງການປະຕິການ ຟູນໂຣ ຢູ່ພັດຖິ່ນທີ່ ອາເມລິກາ. ລຸງ ບອມ ໄດ້ຖືກສານຕັດສິນຈຳຄຸກ 12 ປີ ຍ້ອນຄວາມຜິດທຳລາຍນະໂຍບາຍສາມັກຄີແຫ່ງຊາດ, ລຸງມີຄວາມກິນແໜງໃຈ ໃນການກະທຳຜິດໃນອະອີດຂອງຕົນ. ລຸງ ບອມ ເວົ້າວ່າ:

      “ຂ້າພະເຈົ້າມີຄວາມກິນແໜງໃຈທີ່ສຸດ ທີ່ໄດ້ເຮັດສິ່ງທີ່ບໍ່ຈົບບໍ່ງາມ. ປັດຈຸບັນກໍ່ບໍ່ຢາກກ່ຽວຂ້ອງເຖິງອົງການ ຟູນໂຣ ອີກແລ້ວ. ຟູນໂຣ ຄິດເຟີ້ຝັນ ໃຫ້ສ້າງຕັ້ງລັດຕ່າງຫາກ. ຟູນໂຣ ໄດ້ຫຼອກລວງ, ລັດ ຫວຽດນາມ ໄດ້ມີການປະພຶດຕໍ່ຊາວເຜົ່າ ກິ່ງ ແລະ ຊາວເຜົ່າສ່ວນໜ້ອຍຢ່າງສະເໜີພາບຄືກັນ. ຂ້າພະເຈົ້າມີຄວາມຫວັງຢາກຂົນຂວາຍ ແລະ ບອກເຕືອນໃຫ້ພໍ່ແມ່ພີ່ນ້ອງເພື່ອເຫັນໄດ້ເຖິງກົນອຸບາຍຂອງກຸ່ມຄົນທີ່ບໍ່ດີ ຢ່າຟັງພວກເຂົາເວົ້າຕ້ອງສັງເກດຕົວຈິງ ເພາະວ່າການດຳລົງຊີວິດໃນທຸກວັນນີ້ມີຄວາມຈົບງາມຫຼາຍກວ່າເກົ່າ”.

      ເດືອນ ສິງຫາ ປີ 2012 ລຸງ ບອມ ໄດ້ອອກຈາກຄຸກ ກັບຄືນສູ່ບ້ານເກີດເມືອງນອນ, ລຸງຕັດສິນໃຈລືມອະດີດຕະການ, ສ້າງການດຳລົງຊີວິດໃໝ່. ລຸງໄດ້ຊອກຮູ້ ແລະ ຮຽນຮູ້ບົດຮຽນຜະລິດກະສິກຳນຳພໍ່ແມ່ພີ່ນ້ອງໃນໝູ່ບ້ານເພື່ອປູກເຂົ້າ ກາເຟ ໝາກພິກໄທ ລ້ຽງປາ ສັດປີກ... ຈາກສອງຝາມືເປົ່າຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ມານະອົດທົນ ດັ່ງນັ້ນຊີວິດການເປັນຢູ່ໃນຄົວຄອບລຸງ ໄດ້ກັບຄືນສູ່ປົກກະຕິ ແລະ ນັບມື້ໄດ້ຮັບການປົວແປງດີຂຶ້ນ. ມີບາງປີຄອບຄົວລຸງສາມາດສ້າງລາຍຮັບເກືອບ 150 ລ້ານດົ່ງ. ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຢ້ຽມຢາມຖາມຂ່າວລະດົມກຳລັງໃຈ ແລະ ຊ່ວຍເຫຼືອຄອບຄົວຂອງລຸງ.  ທ່ານ ເລຫິວເຖາະ ເລຂາຄະນະພັກເມືອງ ປະທານສະພາປະຊາຊົນເມືອງ ດັກດວາ ໃຫ້ຮູ້ວ່າ:

      “ລຸງ ບອມແມ່ນຫົວໂປ່ຂອງອົງການ ຟູນໂຣ ຢູ່ ເຕິຍງວຽນ ເມື່ອລຸງຖືກເຂົ້າຄຸກ ແຕ່ພວກລູກເຕົ້າຂອງລຸງຍັງຄົງຮຽນມະຫາວິທະຍາໄລ, ພາຍຫຼັງຮຽນຈົບກໍ່ໄດ້ມີວຽກເຮັດງານທຳເປັນປົກກະຕິ, ທ້ອງຖິ່ນໄດ້ສ້າງເງື່ອນໄຂໃຫ້ຄອບຄົວລຸງໄດ້ກູ້ຢືມທຶນຈາກທະນາຄານ. ເມື່ອລຸງກັບສູ່ທ້ອງຖິ່ນທາງອຳນາດການປົກຄອງກໍ່ເຄີຍລົງໄປຢ້ຽມຢາມຖາມຂ່າວ ລະດົມກຳລັງໃຈ ແລະ ສ້າງເງື່ອນໄຂໃຫ້ແກ່ລຸງຟື້ນຟູເສດຖະກິດຄອບຄົວ”.

       ປັດຈຸບັນລຸງ ບອມ ໄດ້ກູ້ຢືມທຶນຈາກທະນາຄານພັດທະນາກະສິກຳຊົນນະບົດ ດ້ວຍຈຳນວນເງິນ 100 ລ້ານດົ່ງ ເພື່ອເປີດກວ້າງການຜະລິດ ພັດທະນາເສດຖະກິດຄອບຄົວ. ຮູບແບບສ້າງເສດຖະກິດຄອບຄົວຂອງລຸງ ແມ່ນຕົວແບບທີ່ດີເດັ່ນໃນໝູ່ບ້ານ ແລະ ໄດ້ມີຫຼາຍຄອບຄົວຢູ່ຕາແສງ ຮ່າເບົ່າ ຮຽນຕາມ ແລະ ທະວີຄູນ. ໃນຊຸມປີທີີ່ຜ່ານມາ ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບລຸງ ບອມ ໄດ້ຈັດການໂອ້ລົມຢູ່ບັນດາໝູ່ບ້ານ ເພື່ອໂຄສະນາເຜີຍແຜ່ໃຫ້ແກ່ພໍ່ແມ່ພີ່ນ້ອງກ່ຽວກັບແຜນນະໂຍບາຍ ນະໂຍບາຍຂອງພັກ ແລະ ລັດ. ຍ້ອນແນວນັ້ນໄດ້ຊ່ວຍໃຫ້ພໍ່ແມ່ພີ່ນ້ອງປະລະແນວຄິດເຟີ້ຝັນ ກ່ຽວກັບອັນທີ່ເອີ້ນວ່າ “ລັດ ເດກາ ປົກຄອງໂດຍຕົນເອງ ຂອງຊົນເຜົ່າສ້ວນໜ້ອຍຢູ່ ເຕິຍງວຽນ” ທ່ານ ດິ່ງເອີງ ຫົວໜ້າຄະນະຂົນຂວາຍປະຊາຊົນ ປະທານແນວໂຮມປະເທດຊາດ ຫວຽດນາມ ເມືອງ ດັກດວາ ເລົ່າສູ່ຟັງວ່າ:

     “ຍິ່ງກວ່າໃຜໝົດຂ້າພະເຈົ້າສາມາດເຂົ້າໃຈແຈ້ງກ່ຽວກັບລຸງ ບອມ ເພາະວ່າ ເມື່ອລຸງໄດ້ກັບຄືນຄອບຄົວ, ຂ້າພະເຈົ້າເປັນປະທານຄະນະກຳມະການປະຊາຊົນ ຕາແສງ ຮ່າເບົ່າ. ປັດຈຸບັນ ລຸງໄດ້ປະຕິບັດຕາມນະໂຍບາຍທ້ອງຖິ່ນເປັນຢ່າງດີທີ່ສຸດ ລຸງໄດ້ເຊື່ອມຕົວເຂົ້າກັບພໍ່ແມ່ພີ່ນ້ອງຊາວບ້ານ, ມີຄວາມມານະອົດທົນທຳມາຫາກິນ ຂົນຂວາຍປະຊາຊົນ ປະກອບເງິນທຶນກໍ່ສ້າງທາງ”.

      ປີ 2013 ຄອບຄົວລຸງ ບອມ ໄດ້ຮັບນາມມະຍົດຄອບຄົວວັດທະນະທຳ ຈາກຄະນະກຳມະການປະຊາຊົນຕາແສງ ຮ່າເບົ່າ. ສຳລັບລຸງແລ້ວ ບ້ານເກີດເມືອງນອນທີ່ສະຫງົບສຸກຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ ກໍ່ແມ່ນຄວາມຫວັງຢ່າງຈິງໃຈຂອງລຸງ. ລຸງ ບອມ ກໍ່ໄດ້ເປັນແບບຢ່າງເພື່ອໃຫ້ບັນດາຜູ້ມີຄວາມຫຼົງຜິດກັບເນື້ອກັບຕົວໃຫ້ກາຍເປັນຄົນດີ ພ້ອມກັນສາມັກຄີສ້າງສາບ້ານເມືອງ ໃຫ້ອີ່ມໜຳສຳລານຜາສຸກ.

ຕອບກັບ