ມານະຈິດຂອງສິລະປິນຕາບອດ ເປົ່າຂຸ່ຍດ້ວຍດັງ

Ngoc Anh
Chia sẻ
(VOVWORLD) -ຮູ້ວິທີເຮັດຂຸ່ຍ ແລະ ເປົ່າຂຸ່ຍເປັນ, ສຳລັບຄົນທຳມະດາ ກໍ່ບໍ່ແມ່ນງ່າຍແລ້ວ ດັ່ງນັ້ນສຳລັບຄົນຕາບອດແມ່ນຍິ່ງຍາກກວ່າ. ແຕ່ລຸງ ຫງວຽນຕ໊ຽນກົງ ກໍ່ສາມາດເຮັດໄດ້. ເຖິງວ່າຕາຖືກບອດທັງຄູ່ກໍ່ຕາມ ແຕ່ສຳລັບສີມືອັນຄ່ອງແຄ້ວ ແລະ ຄວາມສາມາດຟັງສຽງທີ່ດີນັ້ນ, ໃນແຕ່ລະວັນ, ລຸງໄດ້ຜະລິດອອກຂຸ່ຍທີ່ເຮັດດ້ວຍໄມ້ໃຜ່  ໂດຍຄວາມເມົາມົວຂອງຕົນ ແລະ ສາມາດເປົ່າຂຸ່ຍທີ່ບໍ່ແຕກຕ່າງຫຍັງກັບສິລະປິນອາຊີບ
ມານະຈິດຂອງສິລະປິນຕາບອດ ເປົ່າຂຸ່ຍດ້ວຍດັງ   - ảnh 1 ລຸງຫງວຽນຕ໊ຽນກົງ ກັບສິລະປະການເປົ່າຂຸ່ຍ

ເກີດປີ 1958 ຢູ່ແຂວງ ຮ່າຕິ໊ງ, ໃນຄາວເຍົາໄວ, ຫງວຽນຕ໊ຽນກົງ ແມ່ນຜູ້ທີ່ມີຊາຕາກຳອາພັບຂະນະທີ່ຖືກຕາບອດທັງຄູ່ ເມື່ອມີອາຍຸພຽງ 5 ເດືອນເທົ່ານັ້ນ. ເມື່ອໃຫຍ່ມາໃນຄ້າຍເດັກກຳພ້າ, ກົງ ຍາມໃດກໍ່ພະຍາຍາມຮ່ຳຮຽນ ເພື່ອໃນພາຍພາກໜ້າສາມາດເຮັດວຽກ ແລະ ລ້ຽງດູຕົນເອງໄດ້. ລຸງ ຫງວຽນຕ໊ຽນກົງ ເລົ່າຄືນສູ່ຟັງວ່າ:

       “ຂ້າພະເຈົ້າໄດ້ໄປ ຮ່າໂນ້ຍ ແລະ ໄດ້ເຂົ້າໄປຢູ່ສູນຊ່ວຍເຫຼືອເດັກກຳພ້າ. ຈາກນັ້ນ ຂ້າພະເຈົ້າກໍ່ໄດ້ມີຄວາມພະຍາຍາມ ແລະ ຕັດສິນໃຈບືນຕົວຂຶ້ນ ເພື່ອໃຫ້ທຸກໆຄົນເຫັນໄດ້ວ່າ ເຮົາເປັນຄົນພິການ ແຕ່ບໍ່ເສຍຄຸນ ຄືດັ່ງຄຳສັ່ງສອນຂອງປະທານ ໂຮ່ຈີມິນ”.

       ປັດຈຸບັນຄອບຄົວຂອງລຸງກົງ ແມ່ນຢູ່ເຮືອນຫຼັງນ້ອຍທີ່ຖະໜົນ ຫວູຮິ໊ວ ເມືອງ ແທັງຊວນ ຮ່າໂນ້ຍ. ມີບໍ່ເທົ່າໃດຄົນທີ່ອາດວາດນຶກໄດ້ວ່າ ຜູ້ເປັນຕາປອດຄົນນັ້ນ ພັດແມ່ນແຮງງານຫຼັກໃນຄອບຄົວ. ເພື່ອຫາເງິນລ້ຽງຊີບ, ລຸງ ຫງວຽນຕ໊ຽນກົງ ໄດ້ຜ່ານຫຼາຍອາຊີບ ຈາກການເຮັດໄມ້ຈີ້ມແຂ້ວ, ເຮັດຟອຍ, ເຮັດທູບ ຕະຫຼອດເຮັດຂຸ່ຍ. ແຕ່ລະວັນ ລຸງ ກົງ ກໍ່ໄດ້ໄປໜອງ ຮວ່ານກ໊ຽມ ຮ່າໂນ້ຍ, ຂາຍຂຸ່ຍ, ຂາຍໄມ້ຈີ້ມແຂ້ວ, ຂາຍທູບ… ເຄື່ອງຂອງເຫຼົ່ານັ້ນກໍ່ໂດຍແມ່ນລຸງ ກົງ ເປັນຜູ້ເຮັດເອງ. ລຸງ ກົງ ໄດ້ມີຄວາມເມົາມົວກັບສິລະປະເປົ່າຂຸ່ຍຂອງຕົນ ລຸງໄດ້ສະແດງເປົ່າຂຸ່ຍປຽບເໝືອນນັກສິລະປິນ ຢູ່ຕາມທ້ອງຖະໜົນ ເພື່ອຮັບໃຊ້ແຂກຄົນໄປມາ ໂດຍບໍ່ຄິດຄ່າ. ລຸງ ກົງ ສາມາດເປົ່າຂຸ່ຍໄດ້ທັງປາກ ແລະ ທັງດັງ. ພິເສດສຽງຂຸ່ຍຂອງລຸງ ເມື່ອກັງວານຂຶ້ນ ກໍ່ເຮັດໃຫ້ຈິດໃຈຂອງຄົນຫຼົງໄຫຼ ແລະ ຫຼາຍຄົນເມື່ອໄດ້ຟັງສຽງຂຸ່ຍຂອງລຸງ ຕ່າງກໍ່ມີຄວາມນິຍົມນັບຖື.

         ກໍ່ຍ້ອນມີຄວາມຮູ້ດີກ່ຽວກັບຂຸ່ຍ, ດັ່ງນັ້ນບັນດາເພື່ອນນັກສຶກສາ ຢູ່ໂຮງຮຽນດົນຕີ ກໍ່ເຄີຍມາຮັບຟັງລຸງ ກົງ ແນະນຳກ່ຽວກັບບົດຮຽນ, ເຕັກນິກໃນການເປົ່າຂຸ່ຍ ກໍ່ຄືວິທີເລືອກເອົາຂຸ່ຍທີ່ມີຄຸນນະພາບ. ລຸງ ກົງ ຍັງສອນວິຊາຊີບ ແລະ ຊ່ວຍເຫຼືອຫຼາຍຄົນ ທີ່ມີສະພາບຫຍຸ້ງຍາກ, ພິເສດແມ່ນຄົນພິການ ທີ່ມີຊາຕາກຳຄືຕົນເອງ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນຄວາມບົ່ມດ້ອຍ ແລະ ເຊື່ອມຕົວເຂົ້າກັບສັງຄົມ ແລະ ມີຄວາມໝັ້ນໃຈ ກ້າວເຂົ້າສູ່ຊີວິດ. ສຳລັບລຸງ ກົງ ແລ້ວ ຂຸ່ຍແມ່ນເພື່ອນທີ່ສະໜິດຕິດພັນໃນຕະຫຼອດຊີວິດຂອງລາວ. ລຸງກົງ ເລົ່າສູ່ຟັງວ່າ:

      “ຂ້າພະເຈົ້າໄດ້ຮູ້ເປົ່າຂຸ່ຍ ນັບແຕ່ຄາວມີອາຍຸ 5 ປີ. ປັດຈຸບັນຂ້າພະເຈົ້າມີລູກສອງຄົນ ຊາຍໜຶ່ງ ຍິງໜຶ່ງ, ເມຍຂ້າພະເຈົ້າກໍ່ໄດ້ເຕີບໃຫຍ່ຂຶ້ນໃນຄອບຄົວທີ່ທຸກຍາກຢູ່ຮ່າໂນ້ຍ ແລະ ກໍ່ບໍ່ຮູ້ຫຍັງກ່ຽວກັບດົນຕີເລີຍ, ດັ່ງນັ້ນກໍ່ບໍ່ສາມາດຊ່ວຍເຮົາໄດ້. ມີຄົນພິການຫຼາຍຄົນ ກໍ່ປະສົບຄວາມຫຍຸ້ງຍາກທີ່ສຸດ ຂ້າພະເຈົ້າກໍ່ໄດ້ແນະນຳໃຫ້ເຂົາເຈົ້າເຮັດທູບ, ເຮັດຂຸ່ຍເພື່ອຫາເງິນລ້ຽງຊີບ. ມີຫຼານນ້ອຍທຸກຍາກບາງຄົນ ຢາກຮຽນເປົ່າຂຸ່ຍ, ຂ້າພະເຈົ້າກໍ່ໄດ້ແນະນຳ ແລະ ກໍ່ໄດ້ໃຫ້ຂຸ່ຍອັນໜຶ່ງ ເພື່ອເອົາໄປແອບເປົ່າ. ຂ້າພະເຈົ້າພວມມີແນວຄວາມຄິດ ເປີດຊຸດຮຽນເປົ່າຂຸ່ຍດ້ວຍດັງ ເພາະໃນປັດຈຸບັນຢູ່ທົ່ວປະເທດ ຍັງບໍ່ມີໃຜສາມາດສອນເປົ່າຂຸ່ຍດ້ວຍດັງໄດ້ເທື່ອ, ສິ່ງນີ້ກໍ່ໄດ້ນຳຄວາມມ່ວນຊື່ນມາສູ່ຊີວິດຂອງທຸກໆຄົນ”.

     ນອກຈາກຮູ້ເປົ່າຂຸ່ຍ, ລຸງ ກົງ ຍັງຮູ້ແຕ່ງກາບກອນ ລຸງໄດ້ປະພັນບົດກາບກອນນັບຮ້ອຍບົດ ໃນນັ້ນມີຫຼາຍບົດສັນລະເສີນພັກ, ປະທານ ໂຮ່ຈີມິນ, ສັນລະເສີນຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ ຊຶ່ງໄດ້ເອົາລົງທາງສື່ສັງຄົມ ເຟດບຸກ ຂອງລຸງ, ອັນໄດ້ດຶງດູດຜູ້ຊົມ ແລະ ສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ຊົມຢ່າງຫຼວງຫຼາຍ.

      ເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກ ແລະ ມະນາຈິດບືນຕົວຂຶ້ນໃນຊີວິດ ຂອງສິລະປິນຄົນຕາປອດນີ້ ໄດ້ຮັບການຕອບແທນຢ່າງເໝາະສົມ, ໃນພິທີສະເຫຼີມສະຫຼອງວັນມໍລະດົກ ຫວຽດນາມ ປີນີ້, ລຸງ ກົງ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມວັນບຸນມໍລະດົກ ວັດທະນະທຳທ່ອງທ່ຽວ ຫວຽດນາມ ປີ 2019. ສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ ຈະມອບໃບຢັ້ງຢືນ ນັກສິລະປະການເປົ່າຂຸ່ຍດ້ວຍດັງ ໃຫ້ແກ່ລຸງ ຫງວຽນຕ໊ຽນກົງ ໃນໂອກາດສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ ປີ 2020).

ຕອບກັບ