ຟ້າມດຶກອານ ເຊິ່ງແມ່ນກຳມະກອນທີ່ດີເດັ່ນ ເຮັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ

Ngoc Anh
Chia sẻ
(VOVWORLD) -ປີນີ້ແມ່ນສະເຫຼີມສະຫຼອງ 50 ແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ໃນຂະບວນການແຂ່ງຂັນຂອງຂະແໜງຖ່ານຫີນ ໄດ້ປະກົດມີບັນດາແບບຢ່າງກຳມະກອນທີ່ດີເດັ່ນ ເຊິ່ງໄດ້ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ອ້າຍ ຟ້າມດຶກອານ ສັງກັດບໍລິສັດຫຸ້ນສ່ວນຖ່ານຫີນ ຮ່າເລິ່ມ ເຊິ່ງແມ່ນກຸ່ມບໍລິສັດອຸດສາຫະກຳຖ່ານຫີນ ແລະ ແຮ່ທາດ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນເຫຼົ່ານັ້ນ
ຟ້າມດຶກອານ ເຊິ່ງແມ່ນກຳມະກອນທີ່ດີເດັ່ນ  ເຮັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ảnh 1ອ້າຍ ຟ້າມດຶກອານ ສັງກັດບໍລິສັດຫຸ້ນສ່ວນຖ່ານຫີນ ຮ່າເລິ່ມ 

ເກີດປີ 1973, ອ້າຍ ຟ້າມດຶກອານ ເຊິ່ງແມ່ນຫົວໜ້າໜ່ວຍຜະລິດຢູ່ໂຄງການພື້ນຖານເລກ 2, ລາວໄດ້ອອກແຮງງານໃນຂະແໜງຖ່ານຫີນເປັນເວລາ 25 ປີ, ດ້ວຍປະສົບການຍາວນານຂອງກຳມະກອນຖ່ານຫີນ, ພ້ອມກັບຄວາມກະຕືລືລົ້ນ  ແລະ ຫ້າວຫັນຂອງໄວໜຸ່ມ, ອ້າຍ ອານ ຍາມໃດກໍ່ນຳໜ້າໃນວຽກງານທຸກຢ່າງ ແລະ ສຸດຈິດສຸດໃຈ ແນະນຳທາງດ້ານທັກສະການເຮັດວຽກ ໃຫ້ແກ່ກຳມະກອນທີ່ຫາກໍ່ເຂົ້າເຮັດວຽກ. ໃນຄາວຍັງມີຊີວິດຢູ່, ທ່ານປະທານ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເຖິງຂະແໜງຖ່ານຫີນ ແລະ ບັນດາກຳມະກອນຢູ່ເຂດບໍແຮ່ ກວ໋າງນິງ. ປີ 1968 ທີ່ການຕ້ອນຮັບກຳມະກອນທີ່ມີບັນດາຜົນງານ ໃນການອອກແຮງງານທຳການຜະລິດ, ປະທານ ໂຮ່ຈີມິນ ໄດ້ສັ່ງສອນວ່າ: “ຂະແໜງການຜະລິດຖ່ານຫີນ ກໍ່ຄືກອງທັບຕີສັດຕູ. ລຸງຫວັງວ່າກຳມະກອນ ແລະ ພະນັກງານທຸກໆຄົນ ຈົ່ງພະຍາຍາມຫຼາຍກວ່າອີກ, ຍູ້ແຮງຂະແໜງຖ່ານຫີນ ໃຫ້ກາຍເປັນຂະແໜງການທີ່ເປັນແບບຢ່າງ ໃຫ້ແກ່ບັນດາຂະແໜງເສດຖະກິດອື່ນໆ”. ສຳລັບອ້າຍ ຟ້າມດຶກອານ ແລ້ວບັນດາຄຳສັ່ງຂອງເພິ່ນຍາມໃດກໍ່ແມ່ນກຳລັງໜູນ ເພື່ອໃຫ້ລາວພ້ອມກັບໜ່ວຍງານ ໂດຍອ້າຍເປັນຫົວໜ້າ ຜ່ານຜ່າຄວາມຫຍຸ້ງຍາກ, ເຮັດຫຼ້ອນໜ້າທີ່ຂອງຕົນເພື່ອກາຍເປັນຫົວໜ່ວຍດີເດັ່ນຂອງບໍລິສັດ. ອ້າຍ ຟ້າມດຶກອານ ເວົ້າວ່າ:

       “ໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ຂ້າພະເຈົ້າຍາມໃດກໍ່ຮ່ຳຮຽນ ແລະ ຝຶກຝົນ ຫຼໍ່ຫຼອມ, ຍົກສູງສີມືອາຊີບ. ຂ້າພະເຈົ້າພ້ອມກັບອ້າຍນ້ອງກຳມະກອນໃນໜ່ວຍງານ ຍາມໃດກໍ່ປະຕິບັດຫຼາຍກິດຈະກຳ ໂດຍບໍລິສັດມອບໃຫ້ ເຊິ່ງໄດ້ສຳເລັດກ່ອນກຳນົດ, ອັນໄດ້ເປີດເປົ້າໝາຍການຜະລິດໃໝ່ ໃຫ້ແກ່ບັນດາຫົວໜ່ວຍຜະລິດອື່ນໆ. ປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ຂ້າພະເຈົ້າຍາມໃດກໍ່ລະດົມໃຈ ໃຫ້ແກ່ອ້າຍນ້ອງກຳມະກອນ ໃນໜ່ວຍງານຜະລິດ ແມ່ນຕ້ອງປະຢັດວັດຖຸ, ນຳໃຊ້ບັນດາວັດຖຸເກົ່າ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ”.

        ໃນໄລຍະທີ່ຜ່ານມາ, ບໍລິສັດຫຸ້ນສ່ວນຖ່ານຫີນ ຮ່າເລິ່ມ ໄດ້ປະກົດມີກຳມະກອນຜູ້ອອກແຮງງານທີ່ດີເດັ່ນ ເຊິ່ງອ້າຍ ອານ ກໍ່ແມ່ນແບບຢ່າງດີເດັ່ນ ເພື່ອໃຫ້ຜູ້ອອກແຮງງານໃນບໍລິສັດປະຕິບັດຕາມ. ທ່ານ ຈິ້ງງອກຕ່ວານ ປະທານກຳມະບານບໍລິສັດຫຸ້ນສ່ວນຖ່ານຫີນ ຮ່າເລິ່ມ ໃຫ້ຮູ້ວ່າ:

      “ປະຕິບັດຕາມແບບຢ່າງປະທານ ໂຮ່ຈີມິນ ດ້ວຍບັນດາວຽກງານທີ່ແທດຈິງຄື ປະຢັດ, ກຳມະກອນທີ່ມີປະສົບການ ກໍຊ່ວຍເຫຼືອກຳມະກອນທີ່ມາໃໝ່, ພວກຂ້າພະເຈົ້າຍາມໃດກໍ່ຊາບຊຶມ ໃຫ້ຜູ້ອອກແຮງງານປະຕິບັດຕາມ, ແລະ ຈາກນັ້ນແຜ່ຂະຫຍາຍອອກສູ່ໝູ່ກຳມະກອນ. ອ້າຍ ອານ ກໍ່ແມ່ນກຳມະກອນທີ່ດີເດັ່ນເຊັ່ນນັ້ນ, ຍາມໃດກໍ່ເອົາໃຈໃສ່ມີຄວາມເປັນຫວ່ງ ຊ່ວຍເຫຼືອບັນດາກຳມະກອນທີ່ເຂົ້າມາໃໝ່, ອ້າຍເປັນແບບຢ່າງເພື່ອໃຫ້ຜູ້ອອກແຮງງານທຸກໆຄົນ ປະຕິບັດຕາມ ແລະ ໃນຂະບວນວິວັດປະຕິບັດວຽກງານ ກໍ່ໄດ້ຮັບຫຼາຍລາງວັນຈາກພັກ ແລະ ລັດ”.

        ການຄົ້ນພົບບັນດາແບບຢ່າງທີ່ດີເດັ່ນ ເພື່ອຈາກນັ້ນທະວີຄູນ, ກາຍເປັນຂະບວນການແຂ່ງຂັນ; ສືບຕໍ່ບຳລຸງກໍ່ສ້າງເພື່ອໃຫ້ເຂົາເຈົ້າກາຍເປັນ ແຫຼ່ງຊັບພະຍາກອນມະນຸດ ສືບທອດຕາມທັດສະນະຂອງປະທານ ໂຮ່ຈີມິນ ເຊິ່ງຄະນະພັກຂອງບໍລິສັດຖ່ານຫີນ ຮ່າເລິ່ມ ຍາມໃດກໍ່ວາງເປົ້າໝາຍເພື່ອປະຕິບັດ. ທ່ານ ຫວູດິ່ງຣ້າວ ຮອງເລຂາຄະນະພັກຂອງບໍລິສັດ ໃຫ້ຂໍ້ສັງເກດວ່າ:

      “ກຳມະກອນ ຟ້າມດຶກອານ ໄດ້ເສີມຂະຫຍາຍບົດບາດນຳໜ້າ ແລະ ເປັນແບບຢ່າງອັນແທ້ຈິງ. ໜ່ວຍງານຜະລິດຂອງອ້າຍ ອານ ໄດ້ກາຍເປັນໜ່ວຍງານ ເຮັດສຳເລັດໜ້າທີ່ເປັນເວລາຫຼາຍປີລຽນຕິດ ແລະ ໄດ້ມີກຳມະກອນດີເດັ່ນຫຼາຍຄົນ. ປັດຈຸບັນອົງຄະນະພັກ ຂະແໜງຖ່ານຫີນ ກວ໋າງນິງ ພວມມີບັນດາລາຍການສ້າງຮູບພາບ, ກຳມະກອນບໍ່ແຮ່ ເພື່ອຍ້ອງຍໍຊົມເຊີຍໃນແຕ່ລະເດືອນ, ແຕ່ລະໄຕມາດ, ແຕ່ລະປີ. ຟ້າມດຶກອານ ກໍ່ໄດ້ຮັບການຍ້ອງຍໍຊົມເຊີຍໃນລາຍການນີ້”.

       ດ້ວຍບັນດາການປະກອບສ່ວນ, ອຸທິດສ່ວນຂອງຕົນໃນຂະແໜງຖ່ານຫີນ, ຟ້າມດຶກອານ ມີຄວາມເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນສາມ, ໃບຍ້ອງຍໍຂອງນາຍົກລັດຖະມົນຕີ. ບັນດາແບບຢ່າງດີເດັ່ນຄື ອ້າຍ ຟ້າມດຶກອານ ໄດ້ຖືກການນຳກຸ່ມບໍລິສັດອຸດສາຫະກຳຖ່ານຫີນ ແລະ ແຮ່ທາດຫວຽດນາມ ແນະນຳທາງສື່ສັງຄົມ ເຟດບຸກ, ຊາໂລ, ເວບໄຊຂອງກຸ່ມບໍລິສັດ ເພື່ອທະວີຄູນຕົວແບບທີ່ດີເດັ່ນ ໃນການອອກແຮງງານທຳການຜະລິດ, ໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ.

ຕອບກັບ