ພະອາຈານ ທິກດົ່ງເຕິ໊ນ, ຜູ້ທີ່ເຕັມໄປດ້ວຍຈິດໃຈເມດຕາປານີ

To Tuan
Chia sẻ
(VOVWORLD) -ຕາມພະທຳຄຳສັ່ງສອນພຸດທະສາສະໜາ, ດ້ວຍຈິດໃຈເມດຕາ, ກະລຸນນາຂອງພະອາຈານ” ທິກດົ່ງເຕິ໊ນ, ເຈົ້າອາວາດວັດ ດຶກໂບ໋ນ ອາລານ ຍ໊າ (ເມືອງ ບູ່ດັງ, ແຂວງ ບິ່ງເຟືອກ) ຍາມໃດກໍຖືວຽກງານການກຸສົນ, ຊ່ວຍເຫຼືອຄົນທຸກຍາກ ແມ່ນພາລະໜ້າທີ່ຂອງນັກບວດ. ພະອາຈານ ທິກດົ່ງເຕິ໊ນ ໄດ້ກາຍເປັນຜູ້ເຊື່ອມຕໍ່ລະຫວ່າງຈິດເມດຕາຂອງບັນດາພຸດທະສາສະນິກກະຊົນທີ່ຢູ່ໃກ້ ແລະ ໄກ ກັບເດັກນ້ອຍທຸກຍາກຫຼາຍຄົນຢູ່ ບູ່ດັງ ເພື່ອໃຫ້ພວກນ້ອງໄດ້ມີເງື່ອນໄຂໃນການດຳລົງຊີວິດທີ່ດີກວ່າ.

ຄອບຄົວຂອງອ້າຍ ເລວັນຕັ້ງ ຢູ່ຕາແສງ ບິ່ງມິງ, ເມືອງ ບູ່ດັງ ມີຄວາມພາກພູມໃຈທີ່ສຸດ ເມື່ອພະອາຈານ ທິກດົ່ງເຕິ໊ນ ພ້ອມກັບພຸດທະສາສະນິກກະຊົນວັດ ດຶກໂບ໋ນ ອາລານ ຍ໊າ ໄດ້ສົມທົບກັນມອບເຮືອນສາຍຈິດມິດໃຈ ໃຫ້ຄອບຄົວຂອງອ້າຍ ຕັ້ງ ໄດ້ມີບ່ອນຢູ່ທີ່ກວ້າງຂວາງ, ງາມຕາ ແລະ ຖາວອນ. ຜົວເມຍອ້າຍ ຕັ້ງ ຫາກໍ່ແຕ່ງງານ, ຊີວິດການເປັນຢູ່ແມ່ນປະສົບກັບຫຍຸ້ງຍາກລຳບາກ ຍ້ອນບໍ່ມີເນື້ອທີ່ດິນທຳການຜະລິດ; ລູກນ້ອຍຫາກໍ່ເກີດມາ ກໍເປັນພະຍາດທີ່ໜັກໜ່ວງຮ້າຍແຮງ ແລະ ບໍ່ມີເງິນປິ່ນປົວ. ເມື່ອໄດ້ຮູ້ເຖິງສະພາບຄອບຄົວ ແລະ ອາການເຈັບເປັນຂອງຫຼານນ້ອຍ, ພະອາຈານ ແລະ ພຸດທະສາສະນິກກະຊົນກໍໄດ້ໃຫ້ການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການປິ່ນປົວພະຍາດໃຫ້ຫຼານນ້ອຍ ແລະ ໜູນຊ່ວຍປຸກສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້. 

ພະອາຈານ ທິກດົ່ງເຕິ໊ນ, ຜູ້ທີ່ເຕັມໄປດ້ວຍຈິດໃຈເມດຕາປານີ - ảnh 1ພະອາຈານ ທິກດົ່ງເຕິ໊ນ ແຈກຢາຍເຂົ້າໃຫ້ຄົນທຸກຍາກ (ພາບ: thuonghieuvaphapluat.vn)

    ອ້າຍ ເລວັນຕັ້ງ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

        “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ຍ້ອນວ່າໄດ້ມີເຮືອນຢູ່ອັນແສນອົບອຸ່ນ ເວາຝົນຕົກກໍ່ບໍ່ຮົ່ວບໍ່ຊຶມ. ເມື່ອກ່ອນນີ້ ແມ່ນພຽງແຕ່ຕັ້ງໄມ້ຂຶ້ນແລ້ວເອົາຜ້າບັດມາປົກເພື່ອຢູ່ອາໄສເທົ່ານັ້ນ”.

        ບໍ່ພຽງແຕ່ຊ່ວຍບັນດາຄອບຄົວທີ່ທຸກຍາກເທົ່ານັ້ນ, ພະອາຈານ ທິກດົ່ງເຕິ໊ນ ພ້ອມກັບພຸດທະສາສະນິກກະຊົນວັດ ດຶກໂບ໋ນ ອາລານ ຍ໊າ ຍັງໄດ້ສ້າງຫ້ອງຮຽນໃໝ່ 2 ຫ້ອງ ແລະ ຫ້ອງເຮັດວຽກ 1 ຫ້ອງທີ່ມີອຸປະກອນຄົບຊຸດ ດ້ວຍມູນຄ່າການກໍ່ສ້າງກວ່າ 400 ລ້ານດົ່ງ ມອບໃຫ້ແກ່ຄູອາຈານ ແລະ ນັກຮຽນ ໂຮງຮຽນປະຖົມ ກິມດົ່ງ. ໃນມື້ເປີດສະຫຼອງໂຮງຮຽນຫຼັງໃໝ່, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນ ລ້ວນແຕ່ຮູ້ສຶກພາກພູມໃຈ ຍ້ອນນັບແຕ່ນີ້ເປັນຕົ້ນໄປ ຈະໄດ້ມີເງື່ອນໄຂໃນການຮຽນການສອນທີ່ດີກວ່າອີກ. ທ່ານນາງ ຟ້າມທິລວານ, ອຳນວຍການໂຮງຮຽນປະຖົມ ກິມດົ່ງ, ຕາແສງ ດຶກລ໊ຽວ, ເມືອງ ບູ່ດັງ ແບ່ງປັນວ່າ:

        “ຜ່ານການເກັບກຳສະພາບການຂອງໂຮງຮຽນແລ້ວ, ພະອາຈານໄດ້ມີຄວາມເອົາໃຈໃສ່ທີ່ສຸດ ແລະ ໄດ້ໃຫ້ການອຸປະຖຳປຸກສ້າງຫ້ອງຮຽນ 2 ຫ້ອງ, ພະອາຈານກໍໄດ້ຢື້ຢາມຖາມຂ່າວເຖິງສະພາບການຂອງໂຮງຮຽນ ແລະ ໄດ້ຮູ້ວ່າ ໂຮງຮຽນເອົາຫ້ອງເຮັດວຽກໃຊ້ເປັນຫ້ອງຮຽນເພື່ອສອນໜັງສືໃຫ້ນັກຮຽນ, ສະນັ້ນ ພະອາຈານກໍສືບຕໍ່ສະໜັບສະໜູນຫ້ອງເຮັດວຽກອີກ 1 ຫ້ອງ”.

        ໂດຍເດີນຕາມຫຼັກພະທຳຄຳສັ່ງສອນຂອງພຸດທະສາສະໜາ, ເລືອກເອົາເສັ້ນທາງເຂົ້າບວດຖືສິນກິນທຳມາແຕ່ຄາວຍັງໜຸ່ມນ້ອຍ, ບັນດາຫຼັກພະທຳຄຳສັ່ງສອນອັນເມດຕາກະລຸນນາຂອງພຸດທະສາສະໜາໄດ້ຊຶມຊັບເຂົ້າໃນແນວຄວາມຄິດ, ໃນແຕ່ລະວຽກງານຂອງພະອາຈານ. ຍ້ອນແນວນັ້ນ, ເມື່ອໄດ້ຮັບຄຳສະເໜີໃຫ້ຊ່ວຍເຫຼືອເດັກນ້ອຍທຸກຍາກ, ໜູນຊ່ວຍບັນດາໂຮງຮຽນທີ່ຍັງປະສົບກັບຄວາມຫຍຸ້ງຍາກນັ້ນ ພະອາຈານກໍພ້ອມກັບພຸດທະສາສະນິກກະຊົນພ້ອມແລ້ວທີ່ເປັນຂົວຕໍ່ເພື່ອຊ່ວຍເຫຼືອຢ່າງທັນການ. ພະອາຈານ ທິກດົ່ງເຕິ໊ນ, ເຈົ້າອາວາດວັດ ດຶກໂບ໋ນ ອາລານ ຍ໊າ, ເມືອງ ບູ່ດັງ ແບ່ງປັນວ່າ:

        “ຊີວິດຂອງອາດຕະມາແມ່ນອາໄສສັງຄົມ, ສັງຄົມໃຫ້ທຸກສິ່ງທຸກຢ່າງທີ່ອາດຕະມາມີ, ຍ້ອນແນວນັ້ນ ອາດຕະມາເຫັນວ່າ ອາດຕະມາມີຄວາມຮັບຜິດຊອບຕໍ່ສັງຄົມ. ອາດຕະມາເຫັນວ່າ ຕົນເອງສາມາດກຸ້ມຕົນເອງ ແລະ ແບ່ງປັນໃຫ້ຜູ້ອື່ນໄດ້ ແລະ ໄດ້ຮັບການແບ່ງປັນຈາກຜູ້ອື່ນ ນັ້ນແມ່ນຄວາມຜາສຸກ”.

        ດ້ວຍຈິດໃຈອັນເມດຕາ, ກະລຸນນາຂອງພະອາຈານ, ໃນຊຸມປີຜ່ານມາ, ມີເຮືອນແຫ່ງສາຍຈິດມິດໃຈ ກວ່າ 100 ຫຼັງ, ກິດຈະກຳປຸກສ້າງໂຮງຮຽນຫຼາຍແຫ່ງ ແລະ ຈຳນວນເງິນນັບສິບໆຕື້ດົ່ງ ເຊິ່ງພະອາຈານ ແລະ ພຸດທະສາສະນິກກະຊົນຂອງວັດໄດ້ລະດົມຂົນຂວາຍເພື່ອມອບໃຫ້ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ, ບັນດາປະຊາຊົນທີ່ທຸກຍາກ ແລະ ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ ໃນບໍລິເວນ ແລະ ຕ່າງແຂວງ. ທ່ານ ເລແທັງຮ໋າຍ, ພະນັກງານຄະນະພັກເມືອງ ບູ່ດັງ ໃຫ້ຮູ້ວ່າ:

        “ການນຳເມືອງ ໄດ້ຕີລາຄາສູງຄວາມເອື້ອເຟື້ອເພື່ອແຜ່ຂອງພະອາຈານ ກໍຄືສາສະນິກກະຊົນໃນການລະດົມບັນດາແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ບັນດາຄອບຄົວທີ່ທຸກຍາກ. ພິເສດ ພະອາຈານກໍມີຄວາມຮັກແພງເປັນພິເສດທີ່ສຸດສຳລັບບັນດານ້ອງນ້ອຍ”.

        ສຳລັບບັນດາປະຊາຊົນຜູ້ທຸກຍາກໃນບໍລິເວນ, ຍາກທີ່ຈະຜອງຕອງໄດ້ນ້ຳໃຈຂອງພະອາຈານ ທິກດົ່ງເຕິ໊ນ ແລະ ພຸດທະສາສະນິກກະຊົນວັດ ດຶກໂບ໋ນ ອາລານ ຍ໊າ ໃນວຽກງານການບໍລິຈາກຢູ່ທ້ອງຖິ່ນ. ໄປພ້ອມກັບແນວຄວາມຄິດອັນສູງສົ່ງຂອງພະອາຈານ, ມີຜູ້ໃຈບຸນໃຈກຸສົນ, ພຸດທະສາສະນິກກະຊົນເປັນຈຳນວນຫຼວງຫຼາຍໄດ້ໄປຊອກຫາເພື່ອພົບປະກັບພະອາຈານທິກດົ່ງເຕິ໊ນ, ພ້ອມແລ້ວທີ່ຈະຮ່ວມເດີນທາງໄປພ້ອມກັບພະອາຈານ ເພື່ອນຳເອົາຂອງຂວັນແຫ່ງສາຍຈິດມິດໃຈ, ນັບແຕ່ເມັດເຂົ້າສານຕະຫຼອດຮອດບັນດາເຮືອນແຫ່ງສາຍຈິດມິດໃຈໄປເຖິງມືຂອງບັນດາຄອບຄົວທຸກຍາກ, ບັນດາເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພາຍໃນບໍລິເວນແຂວງໂດຍໄວ.

ຕອບກັບ