ປ້າເຈິ່ນທິກີມເທຍ, ຜູ້ສອນລອຍນ້ຳໃຫ້ແກ່ເດັກໄດ້ຮັບການເຊີດຊູ ຈາກວາລະສານຟໍແບັດຫວຽດນາມ

Hong Van
Chia sẻ
(VOVWORLD) -ເມື່ອບໍ່ດົນມານີ້ວາລະສານຟໍແບັດຫວຽດນາມໄດ້ປະກາດບັນຊີລາຍຊື່ແມ່ຍິງ 20 ຄົນສາມາດສ້າງແຫຼ່ງບັນດານໃຈປີ 2021 ໂດຍວາລະສານນີ້ ເລືອກເຟັ້ນ.ໃນນັ້ນມີປ້າເຈິ່ນທິກີມເທຍຫຼືເອີນວ່າປ້າເສົາເທຍ. ປີນີ້ປ້າມີອາຍຸປ້າມີອາຍຸ 63 ປີຢູ່ຕາແສງຮຶງແທັ້ງເມືອງທາບເມື່ອຍແຂວງດົງທາບ. ປ້າຫາເງິນລ້ຽງຊີບດ້ວຍອາຊີບຂາຍຫວຍແຕ່ໃນເວລາກວ່າໜຶ່ງປີທີ່ຜ່ານມາປ້າໄດ້ພັກຜ່ອນຍ້ອນສາເຫດສຸຂະພາບ. ແຕ່ປ້າຍັງຄົງຮັກສາການສອນລອຍນ້ຳໃຫ້ເດັກໂດຍບໍ່ເກັບຄ່າແລະວຽງກນານີ້ໄດ້ຕິດພັນກັບປ້າເປັນເວລາ 17 ປີມານີ້
ປ້າເຈິ່ນທິກີມເທຍ, ຜູ້ສອນລອຍນ້ຳໃຫ້ແກ່ເດັກໄດ້ຮັບການເຊີດຊູ ຈາກວາລະສານຟໍແບັດຫວຽດນາມ - ảnh 1ປ້າເຈິ່ນທິກີມເທຍ ພວມສອນລອຍນ້ຳໃຫ້ເດັກ

    ຖ້າຫາກສົມທຽບໃສ່ແບບຢ່າງ19 ຄົນອື່ນໃນບັນຊີລາຍຊື່ແມ່ຍິງສາມາດສ້າງແຫຼ່ງບັນດານໃຈປີ 2021 ໂດຍວາລະສານຟໍແບັດຫວຽດນາມເລືອກເຟັ້ນນັ້ນ, ປ້າເສົາເທຍກໍ່ມີຄວາມແຕກຕ່າງກັນຫຼາຍ. ລາວບໍ່ມີສິດອຳນາດ, ລະດັບວຸດທິການສຶກສາບໍ່ສູງ ແຕ່ບັນດາການປະກອບສ່ວນຂອງປ້າແມ່ນມີຄວາມໝາຍທີ່ສຸດສຳລັບຊຸມຊົນພິເສດມີເດັກນ້ອຍນັບພັນຄົນສາມາດລອຍນ້ຳເປັນຍ້ອນປ້າເປັນຜູ້ສອນໃຫ້. ເມື່ອນັກຮຽນກ້າວເຂົ້າສູ່ລະດູພັກຜ່ອນຍາມລະດູຮ້ອນກໍ່ແມ່ນຊ່ວງເວລາ ທີ່ວຽງກງານສອນລອຍນ້ຳໃຫ້ແກ່ເດັກຂອງປ້າເສົາເທຍຢູ່ ຕາແສງຮຶງແທັ້ງ ເມືອງທາບເມື່ອຍ ແຂວງດົ່ງທາບໄດ້ເລີ່ມຕົ້ນ. ປ້າໄດ້ໄປຍັງແຕ່ລະຄອບຄົວທີ່ມີເດັກໄວ 7 ຫາ 15 ປີທີ່ລອຍນ້ຳບໍ່ເປັນ ເພື່ອຂົນຂວາຍພໍ່ແມ່ເດັກໃຫ້ພວກນ້ອງໄປຮຽນລອຍນ້ຳນຳປ້າ. ແມ່ຕູ້ເລທິຮ່າຢູ່ຕາແສງຮຶງແທັ້ງ ເມືອງທາບເມື່ອຍ ມີຫຼານສາມຄົນໃນເກນອາຍຸແຕ່ 4 ຫາ 9 ປີກໍ່ໄດ້ຮຽນລອຍນ້ຳນຳປ້າເສົາເທຍແບ່ງປັນວ່າ:

        “ຢູ່ແຫ່ງນີ້ມີແມ່ນ້ຳລຳເຊຫຼາຍສາຍເດັກນ້ອຍມັນລອຍນ້ຳບໍ່ເປັນ ກໍ່ເປັນຕາຢ້ານທີ່ສຸດ ແຕ່ຍ້ອນມີປ້າເສົາເທຍສອນລອຍນ້ຳໃຫ້ນັ້ນເຮົາກໍ່ມີຄວາມອຸ່ນອ່ຽນໃຈ. ປ້າເສົາເທຍມາຮັບພວກຫຼານໄປສອນລອຍນ້ຳແລ້ວກໍ່ສົ່ງມາເຮືອນ”.

     ດ້ວຍຈິດໃຈຮັກແພງກັບເດັກ,ປ້າເຈິ່ນທິກີມເທຍ ຍາມໃດກໍ່ມີຄວາມອົດທົນ ແນະນຳໃຫ້ບັນດານັກຮຽນແຕ່ລະຈັງຫວະ, ປ້າສອນໃຫ້ເດັກຈົນກວ່າສາມາດລອຍນ້ຳເປັນ ຈຶ່ງຈະສິ້ນສຸດຊຸດຮຽນ. ນ້ອງເຈິ່ນມິງເຕິນຢູ່ບ້ານສາມຕາແສງຮຶງແທັ້ງ ເມືອງທາບເມື່ອຍ ເວົ້າຄວາມໃນໃຈສູ່ຟັງວ່າຢູ່ເຂດບ້ານນາເມື່ອຮອດຍາມນ້ຳຖ້ວມນ້ອງກໍ່ພ້ອມກັບໝູ່ເພື່ອນໃນບ້ານເຄີຍໄປຕຶກປາຈັບໜູແຕ່ພວກນ້ອງລອຍນ້ຳບໍ່ເປັນກ່ຢ້ານຫຼາຍ. ດັ່ງນັ້ນພວກນ້ອງໄດ້ເຂົ້າຮ່ວມຊຸດສອນລອຍນ້ຳຂອງປ້າເຈິ່ນທິກີມເທຍ, ຮຽນໄດ້ອາທິດໜຶ່ງນ້ອງກໍ່ສາມາດລອຍນ້ຳເປັນ. ນ້ອງເຈິ່ນມິງເຕິນໃຫ້ຮູ້ວ່າ:

      “ຮຽນນຳ ພໍ່ແມ່ຫຼານກໍຍາກກວ່າເມື່ອທຽບໃສ່ປ້າເສົາເທຍ, ປ້າກໍ່ແອບໃຫ້ເຮົາແຕ່ລະຈັງຫວະລະອຽດທີ່ສຸດ.  ຢູ່ບ້ານຂອງນ້ອງກໍ່ມີເພື່ອນຫຼາຍຄົນຄືນ້ອງຮຽນລອຍນ້ຳນຳປ້າເສົາເທຍ ນ້ອງສາມາດລອຍນ້ຳເປັນ ກໍ່ມີຄວາມອຸ່ນອ່ຽງໃຈຍ້ອນວ່າຮອດຍາມນ້ຳຖ້ວມນ້ອງກໍ່ບໍ່ຢ້ານນຳອີກແລ້ວ.”

      ຍ້ອນຄວາມກະຕືລືລົ້ນຂອງປ້າ,ມີເດັກນ້ອຍປະມານ 3.800 ຄົນ ຢູ່ດົ່ງທາບສາມາດລອຍນ້ຳເປັນ. ປັດຈຸບັນຕໍ່ໜ້າການຜັນແປຢ່າງສັບສົນຂອງໂຄວິດ - 19, ແຕ່ລະຊຸດຮຽນລອຍນ້ຳຂອງປ້າເສົາເທຍກໍ່ຫຼຸດລົງເຫຼືອພຽງ ຕ່ຳກວ່າ 10 ຄົນ ເພື່ອຮັບປະກັນການປ້ອງກັນໂລກລະບາດ.  ປ້າເສົາເທຍເວົ້າວ່າ:

    “ເມື່ອໃດຂ້າພະເຈົ້າຍັງແຂງແຮງຢູ່ນັ້ນ, ຂ້າພະເຈົ້າຍັງສອນລອຍນ້ຳໃຫ້ພວກເດັກ. ຂ້າພະເຈົ້າໄປແຕ່ລະຄອບຄົວເພື່ອຊອກຫາແລະສອນລອຍນ້ຳໃຫ້ເດັກ ເພື່ອໃຫ້ພວກຫຼານຫຼີກລ້ຽງຈາກດຶກນ້ຳ. ວັດຖຸເງິນທອງເຮົາບໍ່ມີ ແຕ່ເຮົາມີແຕ່ຄວາມຮັກແພງກັບເດັກແລະມີຄວາມຮັກແພງກັບປ້າລຸງອາວອາຢູ່ບ້ານໃກ້ຄຽງ”.

     ແບ່ງປັນກ່ຽວກັບວຽກງານທີ່ມີຄວາມໝາຍຂອງປ້າເສົາແທຍໃນຕະຫຼອດໄລຍະທີ່ຜ່ານມາ, ທ່ານນາງຫງວຽນທິຫາກຮອງຫົວໜ້າໂຄສະນາສຶກສາເມືອງທາບເມື່ອຍແຂວງດົ່ງທາບໃຫ້ຮູ້ວ່າ:

    “ເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ປ້າເສົາເທຍຍັງສອນລອຍນ້ຳໃຫ້ແກ່ພວກຫຼານນ້ອຍເພື່ອປ້ອງກັນຕົວ. ບັນດາວຽກງານຂອງປ້າເສົາເທຍແມ່ນລຽບງ່າຍພ້ອມທັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນໝູ່ປະຊາຊົນ”.

     ປີ 2018 ປ້າ ເສົາເທຍໄດ້ຮັບລາງວັນໂກວາ, ປີ 2020 ປ້າໄດ້ຮັບຫຼຽນໄຊແຮງານຊັ້ນສາມຂອງປະທານປະເທດ, ໃບຍ້ອງຍໍຂອງນາຍົກລັດຖະມົນ ຍ້ອນມີຜົນງານດີເດັ່ນໃນການສອນລອຍນ້ຳໃຫ້ເດັກໂດຍບໍ່ເກັບຄ່າ. 

ຕອບກັບ