ໃນບັນດາວັນນະກຳບູຮານ ໄດ້ຂຽນກ່ຽວກັບການມີໜ້າຂອງຊາວເຜົ່າ ຮ່າຍີ່ ຢູ່ເຂດຕາເວັນຕົກສ່ຽງເໜືອ (ໄຕບັ໋ກ) ຫວຽດນາມ ແຕ່ສະຕະວັດທີ VIII, ແຕ່ສ່ວນໃຫຍ່ ຊາວເຜົ່າ ຮ່າຍີ່ ແມ່ນຊາວອົບພະຍົບມາຢູ່ ຫວຽດນາມ ກ່ອນນີ້ປະມານ 300 ປີ ແລະ ບຸນເຕັດປະເພນີ “ກໍ໊ແຍ່ຈ່າ” ຂອງຊາວເຜົ່າ ຮ່າຍີ່ ແມ່ນໜຶ່ງໃນບັນດາສີສັນວັດທະນະທຳທີ່ຍັງຄົງໄດ້ຮັບການສືບທອດ, ຮັກສາມາຮອດປັດຈຸບັນນີ້. ບຸນເຕັດປະເພນີ ແມ່ນໂອກາດເພື່ອໃຫ້ທຸກຄົນໄດ້ພັກຜ່ອນ, ລະຫຼິ້ນ, ບັນດາຄອບຄົວໄປອວຍພອນເຊິ່ງກັນ ແລະ ກັນ, ນັບແຕ່ອ້າຍເອື້ອຍນ້ອງ, ຍາດຕິພີ່ນ້ອງຕະຫຼອດຮອດທຸກຄອບຄົວໃນໝູ່ບ້ານ, ພາຍຫຼັງໜຶ່ງປີທີ່ອອກແຮງງານ, ທຳການຜະລິດ, ລະດູບການເກັບກ່ຽວໄດ້ຮັບຜົນ ແລະ ກໍແມ່ນໂອກາດຄົບຮອບ 1 ປີ ຕາມວິທີຄິດໄລ່ຂອງຊາວເຜົ່າ ຮ່າຍີ່. ພໍ່ແມ່ພີ່ນ້ອງຊົນເຜົ່າ ຮ່າຍີ່ ຢູ່ ລາຍເຈົາ ຕາມປົກກະຕິແມ່ນຈັດບຸນເຕັດນເວລາ 3 ມື້, ເລີ່ມຕົ້ນໃນມື້ຕົວມັງກອນ, ບໍ່ໄລ່ວ່າແມ່ນຕົ້ນເດືອນ ຫຼື ທ້າຍເດືອນ, ຂຶ້ນກັບແຕ່ລະໝູ່ບ້ານ, ແຕ່ລະຕາແສງ ຈະຈັດວັນບຸນໄວ ຫຼື ຊ້າ. ລຸງ ຈູແສ໊ລູ່, ຊົນເຜົ່າ ຮ່າຍີ່ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ຕາມປົກກະຕິ ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ຈະຈັດຂຶ້ນໃນເດືອນ ພະຈິກ (ໄລ່ຕາມປະຕິທິນສາກົນ) ແລະ ໃນເດືອນ ພະຈິກ ນີ້ ແມ່ນເລືອກເອົາມື້ໂຕມັງກອນເປັນມື້ຈັດງານບຸນ”.
ແມ່ຍິງຊາວເຜົ່າຮ່າຍີ່ ເຮັດເຂົ້າໜົມໄຢ່ |
ໃນຊຸມວັນໃກ້ຮອດບຸນເຕັດ, ທຸກຄົນກໍເປັນເຈົ້າການໃນການມ້ຽນມັດຈັດແຈງ, ເຮັດອະນາໄມເຮືອນຊານ, ບັນດາເສັ້ນທາງໄປມາໃນໝູ່ບ້ານ ກໍຄືບັນດາເດີ່ນລະຫຼິ້ນ, ບ່ອນທີ່ບັນດາຊາວໜຸ່ມຍິງຊາຍ ແລະ ທຸກຄົນໃນໝູ່ບ້ານ ພ້ອມກັນຈັດຕັ້ງບັນດາການລະຫຼິ້ນພື້ນເມືອງ, ຟ້ອນລຳທຳເພງຕາມຈັງຫວະທີ່ເປັນເອກະລັກຂອງຊາວເຜົ່າ ຮ່າຍີ່ ໃນຊຸມວັນບຸນເຕັດ. ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ໄດ້ມີການຫຼ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ ນັບແຕ່ຊຸດອາພອນປະຈຳເຜົ່າ ຕະຫຼອດຮອດອາຫານການກິນ, ເຂົ້າຕົ້ມເຂົ້າໜົມ ລ້ວນແຕ່ມີຄວາມຫຼາກຫຼາຍ ແລະ ພຽງພໍສຳລັບວັນບຸນ. ພິເສດແມ່ນປະເພດເຂົ້າໜົມທີ່ເປັນເອກະລັກຄື ເຂົ້າໝົມໂຈຍ, ເຂົ້າໜົມໄຢ່, ເຂົ້າຕົ້ມນັ້ນ ບັນດາຄອບຄົວຈະເຮັດດໃຫ້ຫຼາຍ ເຊິ່ງບໍ່ພຽງແຕ່ນຳໄປບູຊາບັນພະບຸລຸດເທົ່ານັ້ນ ຫາກຍັງນຳໄປແບ່ງປັນໃຫ້ລູກຫຼານເອົາໂຊກເອົາໄຊໃນວັນບຸນເຕັດ ແລະ ເປັນຂອງຕ້ອນໃຫ້ແຂກນຳອີກ. ແລະ ອີກສິ່ງໜຶ່ງທີ່ບໍ່ອາດຂາດໄດ້ໃນຮີດຄອງປະເພນີບຸນເຕັດນັ້ນແມ່ນຊີ້ນໝູ. ຕາມຄວາມສຳນຶກໃນເມື່ອກ່ອນແລ້ວ, ຖ້າຫາກຄອບຄົວໃດມີຊີ້ນໝູຫຼາຍໃນການປຸງແຕ່ງອາຫານ ເພື່ອນຳໄປບູຊາບັນພະບຸລຸດເນື່ອງໃນໂອກາດບຸນເຕັດ ແມ່ນສະແດງໃຫ້ເຫັນວ່າ ປີທີ່ຜ່ານມາ ຄອບຄົວນັ້ນທຳມາຫາກິນໄດ້ດີ, ລະດູການເກັບກ່ຽວໄດ້ຮັບຜົນດີ. ຄຽງຄູ່ກັນນັ້ນ, ຄອບຄົວໃດກໍເຮັດເຂົ້າຕົ້ມ, ເຂົ້າໜົມໄຢ່ ດ້ວຍເຂົ້າໜຽວທີ່ປູກຢູ່ໄຮ່, ນີ້ກໍແມ່ນເຄື່ອງບູຊາທີ່ບໍ່ອາດຂາດໄດ້ໃນການຖະຫວາຍບູຊາບັນພະບຸລຸດ. ພາເຂົ້າບູຊາບັນພະບຸລຸດ ລ້ວນແຕ່ມີບັນດາເຍື່ອງອາຫານທີ່ລູກຫຼານເຮັດເອງ ຄື: ເຂົ້າໜົມໄຢ່, ເຂົ້າໝົມໂຈຍ, ເຫຼົ້າ, ຂີງ, ແຈ່ວຈໍ້າ, ເຂົ້າ, ຊີ້ນ. ພິເສດ, ວຽກການບູຊາບັນພະບຸລຸດໃນວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່ ແມ່ນແມ່ຍິງເປັນຜູ້ຮັບຜິດຊອບ.ຮ້ານໄຫວ້ບູຊາທາງຜົວຂອງຊາວເຜົ່າ ຮ່າຍີ່ ແມ່ນໄດ້ຕັ້ງຢູ່ເທິງຫົວຕຽງຂອງຜົວເມຍເຈົ້າຂອງເຮືອນ. ສ່ວນຮ້ານໄຫວ້ບູຊາທາງເມຍ ແມ່ນຕັ້ງຢູ່ແຈເຮືອນຄົວ. ລຸງ ຈູປໍ໊ຈື່, ຢູ່ບ້ານ ທູລູ໊ມ, ຕາແສງທູລູ໊ມ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ວຽກການບູຊາບັນພະບຸລຸດໃນວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່ ສ່ວນຫຼາຍແມ່ນແມ່ຍິງເປັນຜູ້ຮັບຜິດຊອບ, ຍ້ອນວ່າ ແມ່ຍິງຍາມໃດກໍຢູ່ເຮືອນ ເປັນຜູ້ຮັບຜິດຊອບທຸກວຽກງານ ແລະ ເປັນແມ່ເຮືອນ. ເຄື່ອງບູຊາກໍງ່າຍດາຍ, ໃນມື້ບຸນເຕັດ ເຮົາມີອັນໃດ ກໍບູຊາອັນນັ້ນ. ຖ້າຄອບຄົວໃດຂ້າໝູ ກໍເອົາຊີ້ນໝູມາບູຊາ, ຄອບຄົວໃດມີໄກ່ ກໍເອົາໄກ່ມາບູຊາ, ພ້ອມກັບເຂົ້າ, ເຫຼົ້າໜ້ອຍໜຶ່ງ…”
ຕາມການເຫຼື້ອມໃສແບບດັ້ງເດີມແລ້ວ, ຫຼັງຈາກເຄື່ອງບູຊາໄດ້ກະກຽມສຳເລັດແລ້ວ ເຈົ້າຂອງເຮືອນຈະນຸ່ງຊຸດປະຈຳເຜົ່າ ເພື່ອປະຕິບັດບັນດາພິທີສົມມະນາຄຸນບັນພະບຸລຸດທີ່ໄດ້ດົນບັນດານໃຫ້ໃນປີ ທຳມາຫາກິນສະດວກ ແລະ ພາວະນາຂໍໃຫ້ປີໃໝ່ ເຄື່ອງປູກຂອງຝັງຈະເລີນເຕີບໂຕ, ທັນຍາຫານອຸດົມສົມບູນ, ທຸກຄົນມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ…
ພໍ່ແມ່ພີ່ນ້ອງຊາວເຜົ່າຮ່າຍີ່ ແຂ່ງດຶງເຊືອກ ໃນຊຸມວັນບຸນເຕັດ |
ໃນຊຸມວັນບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່, ນັບແຕ່ຜູ້ເຖົ້າ ຜູ້ແກ່ຕະຫຼອດຮອດເດັກນ້ອຍ, ຜູ້ໃດກໍລ້ວນແຕ່ນຸ່ງເຄື່ອງໃໝ່ ເຊິ່ງແມ່ນຊຸດອາພອນປະຈຳຕົນສວຍງາມໄປດ້ວຍສີສັນຫລາກຫລາຍ ເພື່ອໄປຫຼິ້ນບຸນເຕັດ. ຢູ່ບັນດາເດີ່ນລະຫຼິ້ນຂອງໝູ່ບ້ານ ກໍໄດ້ຈັດຕັ້ງການລະຫຼີ້ນພື້ນເມືອງຫຼາຍຢ່າງ ຄື: ຂີ່ຊິງຊ້າ, ຕີດອກຂົນໄກ່ດ້ວຍມື, ສັບໝາກຂ່າງ… ແລະ ທັງບັນດາບົດຂັບລຳ, ຈັງຫວະຟ້ອນທີ່ເບີກບານມ່ວນຊື່ນ, ຂັບລຳອວຍພອນປີໃໝ່, ຂັບກ້ຽວກັນລະຫວ່າງຍິງຊາຍທີ່ພວມຢູ່ໃນໄວອາຍຸສ້າງຄອບຄົວ.
ດ້ວຍການຈັດຕັ້ງງານບຸນເຕັດໃນເວລາ 5 ວັນ, ທຸກຄົນໃນໝູ່ບ້ານໄດ້ກິນດື່ມ, ລະຫຼິ້ນຢ່າງສະໜຸກສະໜານ ພາຍຫຼັງເຮັດວຽກຢ່າງອິດເມື່ອຍມາເປັນເວລາໜຶ່ງປີ ແລະ ພ້ອມກັບຄຳອວຍພອນອັນປະເສີດ ນຳມາເຊິ່ງຄວາມໂຊກດີ, ເຂົ້າເຕັມເລົ້າ, ການລ້ຽງສັດແຜ່ຂະຫຍາຍຕົວດີ ໃນປີໃໝ່. ໃນວົງຄະນະຍາດບັນດາຊົນເຜົ່າຢູ່ ຫວຽດນາມ, ແຕ່ລະຊົນເຜົ່າກໍລ້ວນແຕ່ມີປະເພນີໃນການຕ້ອນຮັບບຸນເຕັດສະເພາະ, ເຊິ່ງໄດ້ຈັດຂຶ້ນໃນຈຸດເວລາທີ່ແຕກຕ່າງກັນ, ເໝາະສົມກັບວິທີການຄິດໄລ່ຕາມປະຕິທິນຂອງຊົນເຜົ່າຕົນ. ຮີດຄອງປະເພນີຕ້ອນຮັບບຸນເຕັດ “ກໍ໊ແຍ່ຈ່າ” ທີ່ເປັນມູນເຊື້ອຂອງຊົນເຜົ່າ ຮ່າຍີ່ ໄດ້ສະແດງໃຫ້ເຫັນຄວາມເປັນເອກະລັກສະເພາະກ່ຽວກັບວັດທະນະທຳ, ປະກອບສ່ວນເຂົ້າໃນຮູບພາບທີ່ຫຼາຍຮູບຫຼາຍແບບເຕັມໄປດ້ວຍສີສັນວັດທະນະທຳ 54 ຊົນເຜົ່າ ຫວຽດນາມ.