ນາງ ຫຼໍ່ທິເຝີ໋ ຜູ້ສຸມຈິດສຸມໃຈ ຮັກສາສີສັນວັດທະນະທຳເຜົ່າຂາງ

Thu Hang
Chia sẻ
(VOVWORLD) -ຊົນເຜົ່າຂາງ ຢູ່ເມືອງ ກວິ່ງຍາຍ ແຂວງ ເຊີນລາ ມີບັນດາຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ. ແຕ່ຍ້ອນມີຫຼາຍປັດໄຈສົ່ງຜົນກະທົບ, ດັ່ງນັ້ນ ບາງງານບຸນປະເພນີ, ສິລະປະຟ້ອນລຳທຳເພງຂອງພໍ່ແມ່ພີ່ນ້ອງ ພວມຢືນຢູ່ຕໍ່ໜ້າຄວາມສູນຫາຍໄປ. ດ້ວຍຄວາມເປັນຫ່ວງຕໍ່ສະພາບການນີ້, ນາງ ຫຼໍ່ທິເຝີ໋ ຊາວເຜົ່າຂາງ ຢູ່ຕາແສງ ເຈື່ອງເອີນ ໄດ້ສຸມຈິດສຸມໃຈໄປທົ່ວທຸກໝູ່ບ້ານຊາວເຜົ່າຂາງ ເພື່ອຂົນຂວາຍສ້າງຕັ້ງກອງສິລະປະຊົນເຜົ່າ ອັນໄດ້ປະກອບສ່ວນຮັກສາວັດທະນະທຳຂອງເຜົ່າຕົນ

ນາງ ຫຼໍ່ທິເຝີ໋ ຜູ້ສຸມຈິດສຸມໃຈ ຮັກສາສີສັນວັດທະນະທຳເຜົ່າຂາງ - ảnh 1 ນາງ ຫຼໍ່ທິເຝີ໋

ຕາມນາງ ຫຼໍ່ທິເຝີ໋ ເພື່ອສ້າງຕັ້ງກອງສິລະປະວັນນະຄະດີ ຂອງເຜົ່າຂາງ ເພື່ອຮັກສາການເຄື່ອນໄຫວຢ່າງເປັນລະບຽບ ແລະ ມີປະສິດທິຜົນຄືໃນວັນນີ້ ກໍ່ຍ້ອນມີຂະບວນວິວັດແຫ່ງການຂົນຂວາຍທີ່ລຳບາກ. ນາງ ຫຼໍ່ທິເຝີ໋ ແບ່ງປັນວ່າ:

      “ຄວາມຫຍຸ້ງຍາກທີ່ສຸດ ແມ່ນການໄປຂົນຂວາຍ ເຮັດວຽກງານແນວຄິດກັບຜົວ ແລະ ລູກ, ພໍ່ແມ່ຂອງບັນດາສະມາຊິກ. ມີບາງຄົນມີຜົວ ແລະ ລູກເຫັນດີໃຫ້ເຂົ້າຮ່ວມກອງສິລະປະວັນນະຄະດີ, ແຕ່ພໍ່ແມ່ທາງຜົວພັດບໍ່ເຫັນດີ, ດັ່ງນັ້ນ ຂ້າພະເຈົ້າກໍ່ໄດ້ພະຍາຍາມ ໄປແຕ່ລະຄອບຄົວສືບຕໍ່ຂົນຂວາຍ ແລະ ໄດ້ອະທິບາຍວ່າ ປັດຈຸບັນ ພັກ ລັດ ອຳນາດການປົກຄອງທ້ອງຖິ່ນ ພວມມີຄວາມເອົາໃຈໃສ່ທີ່ສຸດເຖິງການຮັກສາ ແລະ ຮັກສາສີສັນວັດທະນະທຳຊົນເຜົ່າ, ໃນນັ້ນມີຊົນເຜົ່າຂາງ, ເພາະສະນັ້ນໄດ້ເກ້ຍກ່ອມ ແລະ ລະດົມໃຈໃຫ້ພວກຫຼານພະຍາຍາມເຂົ້າຮ່ວມ”.

    ໂດຍເຂົ້າໃຈໄດ້ເຖິງຄວາມຮັກ ຄວາມກະຕືລືລົ້ນຂອງນາງ ຫຼໍ່ທິເຝີ໋ ມີຫຼາຍຄົນຊາວເຜົ່າຂາງ ຢູ່ຕາແສງ ເຈື່ອງເອີນ ໄດ້ຄ່ອຍໆເຂົ້າ ແລະ ພ້ອມກັບນາງໄດ້ເຂົ້າຮ່ວມກອງສິລະປະວັນນະຄະດີ ຂອງເຜົ່າຂາງ. ເລີ່ມແຕ່ປີ 2017 ມາຮອດປັດຈຸບັນ ກອງສິລະປະວັນນະຄະດີ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ລວມມີຊາຍ 10 ຄົນ ຍິງ 10 ຄົນ. ດ້ວຍບົດບາດຄວາມຮັບຜິດຊອບຂອງຜູ້ລິເລີ່ມ, ເປັນຫົວໜ້າກອງສິລະປະວັນນະຄະດີ ນາງ ຫຼໍ່ທິເຝີ໋ ພ້ອມດ້ວຍເອື້ອຍນ້ອງແມ່ຍິງ ໄດ້ຍາດແຍ່ງເວລາຫວ່າງ ເພື່ອພ້ອມກັນຫຍິບປັກທັກແສ່ວຊຸດອາພອນຂອງຊົນເຜົ່າ ເພື່ອທຳການສະແດງ. ສ່ວນພວກເພດຊາຍ ກໍ່ໄດ້ເຮັດເຄື່ອງດົນຕີພື້ນເມືອງບາງປະເພດ ແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ໄດ້ຝຶກແອບເປັນປະຈຳ ເພື່ອຮັກສາການເຄື່ອນໄຫວຂອງກອງສິລະປະມາຮອດປັດຈຸບັນ. ນາງ ຫຼໍ່ທິຢຸງ ສັງກັດສະໂມສອນ ຮັກສາສີສັນຊົນເຜົ່າຂາງ ໃຫ້ຮູ້ວ່າ:

      “ນາງ ເຝີ໋ ໄດ້ໄປຮອດເຮືອນຂ້າພະເຈົ້າ ເພື່ອຂົນຂວາຍລະດົມໃຈ ໃຫ້ເຂົ້າຮ່ວມກອງສິລະປະວັນນະຄະດີ, ເຖິງວ່າເຮັດກະສິກຳທີ່ລຳບາກກໍ່ຕາມ ແຕ່ໂຊກດີຜົວຂອງຂ້າພະເຈົ້າໄດ້ສ້າງເງື່ອນໄຂ ແລະ ເຫັນດີໃຫ້ເຂົ້າຮ່ວມກອງສິລະປະ, ດັ່ງນັ້ນ ຂ້າພະເຈົ້າໄດ້ມີຄວາມພາກພູມໃຈ ແລະ ອຸ່ນອ່ຽນໃຈເຂົ້າຮ່ວມ”.

      ຕາແສງ ເຈື່ອງເອີນ ມີ 6 ໝູ່ບ້ານປະກອບດ້ວຍສາມຊົນເຜົ່າຄື ຜູ້ໄທ, ລາຮາ, ຂາງ ດຳລົງຊີວິດຢູ່ຮ່ວມກັນ ໃນນັ້ນຊົນເຜົ່າຂາງກວມກວ່າ 50% ຈຳນວນປະຊາກອນ ໃນທົ່ວຕາແສງ. ການຮັກສາການເຄື່ອນໄຫວຂອງກອງສິລະປະວັນນະຄະດີຊົນເຜົ່າຂາງຢ່າງເປັນປະຈຳ ອັນໄດ້ປະກອບສ່ວນອານຸລັກຮັກສາ ແລະ ພັດທະນາສີສັນວັດທະນະທຳຊົນເຜົ່າ. ໂດຍແມ່ນກອງສິລະປະວັນນະຄະດີຊົນເຜົ່າຂາງພຽງກອງດຽວ ຂອງເມືອງ ກວິ່ງຍາຍ, ປັດຈຸບັນບໍ່ພຽງແຕ່ສະແດງສິລະປະຮັບໃຊ້ພໍ່ແມ່ພີ່ນ້ອງ ບັນດາໝູ່ບ້ານເທົ່ານັ້ນ ກອງສິລະປະວັນນະຄະດີຂອງນາງ ເຝີ໋ ຍັງເຂົ້າຮ່ວມບັນດາງານປະກວດ, ງານສະແດງສິລະປະມະຫາຊົນຕ່າງໆຢູ່ທ້ອງຖິ່ນ ໃນບັນດາໂອກາດວັນບຸນເຕັດ ແລະ ວັນບຸນຕ່າງໆຂອງໝູ່ບ້ານ ດ້ວຍບັນດາບົດເພງ, ວາດຟ້ອນພື້ນເມືອງຂອງຊົນເຜົ່າ. ບັນດາລາຍການສະແດງນີ້ ກໍ່ໂດຍແມ່ນນາງ ຫຼໍ່ທິເຝີ໋ ເປັນຜູ້ຖ່າຍທອດ ແລະ ກຳກັບການສະແດງດ້ວຍຄວາມຫວັງພຽງຢ່າງດຽວ ແມ່ນພວກລູກຫຼານຈະສືບຕໍ່ຮັກສາວັດທະນະທຳຂອງຕົນ. ນາງ ເຝີ່ ໃຫ້ຮູ້ຕື່ມອີກວ່າ:

      “ປັດຈຸບັນສັງຄົມຂະຫຍາຍຕົວ, ມີເງື່ອນໄຂດີກວ່າເມື່ອກ່ອນນີ້, ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນປັດຈຸບັນ ແມ່ນຢາກໃຫ້ລຸ້ນລູກລຸ້ນຫຼານ ຂອງຊົນເຜົ່າຂາງ ມີຄວາມເອົາໃຈໃສ່ເຖິງການຮັກສາ ແລະ ພັດທະນາສີສັນວັດທະນະທຳຂອງຊົນເຜົ່າຕົນ. ແລະ ແຕ່ລະໝູ່ບ້ານຂອງຊົນເຜົ່າຂາງ ຈະສ້າງຕັ້ງກອງສິລະປະວັນນະຄະດີ ສະເພາະຂອງໝູ່ບ້ານຕົນ ພ້ອມທັງພະຍາຍາມຮັກສາ ເພື່ອບໍ່ໃຫ້ມັນສູນຫາຍໄປຕາມການເວລາ”.

      ດ້ວຍຄວາມສຸດຈິດສຸດໃຈ ໃນການຮັກສາວັດທະນະທຳຂອງເຜົ່າຕົນ, ບັນດາວຽກງານຂອງນາງ ຫຼໍ່ທິເຝີ໋ ແມ່ນມີຄວາມໝາຍຢ່າງເລິກເຊິ່ງ ໃນການຮັກສາສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມ.

ຕອບກັບ