ນັກສິລະປິນເປຍໂນ ຈາງຈິ້ງ

Ngoc Anh
Chia sẻ

(VOVWORLD) -ຄາວຍັງໜຸ່ມ ນັກສິລະປິນເປຍໂນ ຈາງຈິ້ງ ຍາດໄດ້ລາງວັນສາກົນຢ່າງຫຼວງຫຼາຍ. ຈາງຈິ້ງ ບໍ່ພຽງແຕ່ແມ່ນໜຶ່ງໃນບັນດານັກສິລະປິນທີ່ມີຄວາມປີຊາສາມາດເທົ່ານັ້ນ ຫາກຍັງແມ່ນຜູ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອການກຸສົນໃຫ້ແກ່ສັງຄົມອີກດ້ວຍ. ວາລະສານ Forbes ຫວຽດນາມ ໄດ້ຄັດເລືອກເອົານັກສິລະປິນ ຈາງຈິ້ງ ແມ່ນໜຶ່ງໃນ ຈຳນວນ 30  ຄົນ ທີ່ມີຜົນສະທ້ອນຫຼາຍທີ່ສຸດໃນຊີວິດສັງຄົມຢູ່ ຫວຽດນາມ ປີ 2015.

ນັກສິລະປິນເປຍໂນ ຈາງຈິ້ງ - ảnh 1 ນັກສິລະປິນເປຍໂນ ຈາງຈິ້ງ

ຈາງຈິ້ງ ມີຊື່ເຕັມແມ່ນ ຈິ້ງມາຍຈາງ, ເກີດປີ 1986 ຢູ່ ຮ່າໂນ້ຍ. ເມື່ອອາຍຸ 7 ປີ, ຈາງຈິ້ງ ຮຽນເປຍໂນຢູ່ ໂຮງຮຽນວິທະຍາໄລສິລະປະ ຮ່າໂນ້ຍ.  ຈາງຈິ້ງ ມີພອນສະຫວັນທາງດ້ານດົນຕີມາແຕ່ຄາວຍັງນ້ອຍ,  ສະນັ້ນ ຈາງຈິ້ງ ຈຶ່ງຍາດໄດ້ລາງວັນທີ 1 ໃນການປະກວດຄວາມສາມາດດ້ານດົນຕີໄວໜຸ່ມ 2 ປີລຽນຕິດ ຄື ປີ 1996 ແລະ 1997. ຈາງຈິ້ງ ໃຫ້ເລົ່າສູ່ຟັງວ່າ:

        “ພໍ່ແມ່ຂອງຂ້າພະເຈົ້າບໍ່ແມ່ນນັກສິລະປິນດ້ານດົນຕີ ແຕ່ແມ່ຂ້າພະເຈົ້າເປັນຈິດຕະກອນ. ພໍ່ແມ່ຂອງຂ້າພະເຈົ້ານິຍົມດົນຕີທີ່ສຸດ ສະນັ້ນ ເມື່ອຂ້າພະເຈົ້າມີອາຍຸຫາກໍ່ໄດ້ 3 ປີເຄິ່ງ, ພໍ່ແມ່ຂອງຂ້າພະເຈົ້າກໍສົ່ງໄປຮຽນດົນຕີ, ສຳຜັດກັບດົນຕີ. ຂ້າພະເຈົ້າຖືກສົ່ງໄປຮຽນຢູ່ ເປຍໂນຢູ່ ສະຖາບັນດົນຕີ Royal Academy of Music ປະເທດ ອັງກິດ ເມື່ອຄາວມີອາຍຸ 16 ປີ. ຂ້າພະເຈົ້າໂຊກດີທີ່ໄດ້ຮັບການສິດສອນຈາກບັນດາສາດສະດາຈານທີ່ມີຊື່ສຽງ”.

        ນັບແຕ່ເມື່ອໄປຮຽນຢູ່ອັງກິດ, ຈາງຈິ໊ງ ກໍຍາດໄດ້ລາງວັນດົນຕີສາກົນຢ່າງຫຼວງຫຼາຍ. ປີ 2006, ຍາດໄດ້ລາງວັນສູງສຸດໃນການປະກວດຄັດເລືອກເອົາຜູ້ບັນເລງດົນຕີດ່ຽວ ໃນ Festival “Paganini” ແລະ ເປີດຕົວຕໍ່ມະຫາຊົນຊາວ ລອນດອນ ດ້ວຍບົດດົນຕີ “ຈັງຫວະເຕັ້ນແຫ່ງຄວາມຕາຍ” ຂອງ Franz Liszt ພ້ອມກັບ Edward Gardner ຜູ້ບັນຊາວົງດົນຕີທີ່ມີຊື່ສຽງຂອງ ໂຮງລະຄອນດົນຕີ ແຫ່ງຊາດ ອັງກິດ. ປີ 2007, ຈາງຈິ້ງ ກໍຍາດໄດ້ລາງວັນ Francis Simmer Prize ເຊິ່ງແມ່ນລາງວັນສຳລັບຜູ້ທີ່ດີເລີດໃນງານປະກວດຜູ້ບັນເລງເປຍໂນດ່ຽວ ແລະ ລາງວັນ Lilian Davis Prixe ທີ່ງານປະກວດການສະແດງບົດດົນຕີ Sonata ຂອງ Ludwig van Beethoven. ຕໍ່ຈາກນັ້ນ ແມ່ນລາງວັນ Gretta GM Parkinson Prize 2008 ເຊິ່ງແມ່ນລາງວັນສຳລັບຜູ້ທີ່ມີຜົນງານໃນການຮ່ຳຮຽນດີເລີດຂອງ ສະຖາບັນດົນຕີ Royal Academy of Music ປະເທດ ອັງກິດ. ປີ 2010, ຈາງຈິ໊ງ ຂຶ້ນປ້ອງກັນບົດນິພົນລະດັບປະລິນຍາໂທ ກ່ຽວກັບດົນຕີລົງເລິກຂະແໜງການສະແດງ ຢູ່ ສະຖາບັນດົນຕີ Royal Academy of Music ປະເທດ ອັງກິດ ດ້ວຍຜົນງານດີເລີດ ແລະ ໄດ້ຈັດຕັ້ງການໄປສະແດງຢູ່ບັນດາປະເທດ ເອີລົບ ຄັ້ງທຳອິດ ດ້ວຍບັນດາການສະແດງບັນເລງດົນຕີດ່ຽວຢູ່ Vienna, Dublin, Belfast, Enns, London. ຈາງຈິ໊ງ ເລົ່າສູ່ຟັງວ່າ:

        “ຂ້າພະເຈົ້າໂຊກດີທີ່ໄດ້ສະແດງຢູ່ໂຮງລະຄອນດົນຕີຂອງຫຼາຍປະເທດໃນໂລກ. ຂ້າພະເຈົ້າມັກເສບບັນດາບົດດົນຕີ ຄຼາດຊິກຂອງ Mozart, Betheeven, Chopin… ເປັນຕົ້ນ. ຂ້າພະເຈົ້າມັກທີ່ສຸດແມ່ນຕອນໄປສະແດງຢູ່ ວຽນ, ປະເທດ ໂອຕຣິດ, ຕອນນັ້ນ ,ມີຜູ້ຊົມທ່ານຫນຶ່ງ ອາຍຸສູງແລ້ວ ເມື່ອງເບິ່ງຈາງສະແດງຈົບ ລາວ ໄດ້ຂຶ້ນມາເວທີແລ້ວເວົ້າວ່າ ເຖິງວ່າ ປ້າໄດ້ຟັງບົດດົນຕີ Sonata ຂອງ Beethoven ມາຫຼາຍຄັ້ງແລ້ວ, ແຕ່ຄັ້ງນີ້ເຫັນ ຈາງ ສະແດງມ່ວນກວ່າຫຼາຍ ແລະ ມີສິ່ງໃດສິ່ງໜຶ່ງທີ່ແປກໃໝ່. ນັ້ນແມ່ນອະນຸສອນທີ່ເປັນໜ້າຈົດຈຳຂອງຊີວິດ ຈາງ ໃນການໄປສະແດງຄັ້ງຕ່າງໆຢູ່ ເອີລົບ ເມື່ອປີ 2010”.

ນັກສິລະປິນເປຍໂນ ຈາງຈິ້ງ - ảnh 2 ນັກສິລະປິນເປຍໂນ ຈາງຈິ້ງ ກັບ ຜົວ ແມ່ນຊາວ ສເກົາຫລີ

        ພາຍຫຼັງຮຽນຈົບຢູ່ ອັງກິດ ແລະ ປະຕິເສດບັນດາຄຳເຊີນທີ່ເປັນໜ້າສົນໃຈໃນວຽກງານຢູ່ຕ່າງປະເທດ, ຈາງຈິ໊ງ ຕັດສິນໃຈພ້ອມກັບຜົວ ເຊິ່ງແມ່ນ Park Sung Min ນັກສິລະປິນໂອເປຣາ ຊາວ ສ.ເກົາຫຼີ ກັບຄືນມາ ຫວຽດນາມ ດ້ວຍຄວາມຫວັງ ຢາກເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອປະຊາຄົມ ແລະ ນຳເອົາດົນຕີຄຼາດຊິກ ຫຍັບເຂົ້າໃກ້ກັບມະຫາຊົນຊາວ ຫວຽດນາມ ຫລາຍກວ່າອີກ. ຈາງຈິ້ງ ໄດ້ຈັດຕັ້ງລາຍການສະແດງເພື່ອການກຸສົນ ແລະ ປະຕິບັດບັນດາໂຄງການສອນດົນຕີໃຫ້ເດັກນ້ອຍ. ນອກນັ້ນ ຈາງຈິ້ງ ຍັງສະແດງບັນດາລາຍການປະສານສຽງໃຫ້ປະຊາຊົນໄດ້ຮັບຊົມ ໂດຍບໍ່ເສຍຄ່າຢູ່ຕາມຊຸມຊົນຕ່າງໆ ແລະ ປະຕິບັດບັນດາໂຄງການສອນດົນຕີໃຫ້ເດັກກ່ຳພ້າຢູ່ແຂວງ ຫວິ໋ງຟຸກ. ແລະອີກໂຄງການໜຶ່ງຂອງ ຈາງຈິ້ງ ມີຊື່ວ່າ “Rethinking Beethoven” ທີ່ສະຫງວນໃຫ້ໄວໜຸ່ມ ກໍໄດ້ຮັບການຕີລາຄາວ່າ ເປັນໂຄງການທີ່ເຕັມໄປດ້ວຍຫົວຄິດປະດິດສ້າງ ແລະ ມີຄຸນຄ່າດ້ານການສຶກສາສູງ. ຈາງຈິ້ງ ໃຫ້ຮູ້ວ່າ:

        “ຈາງ ມີຄວາມປະທັບໃຈທີ່ສຸດຕໍ່ໂຄງການ ວົງດົນຕີປະສານສຽງມະຫັດສະຈັນ. ໂຄງການນີ້ ຊ່ວຍໃຫ້ເດັກນ້ອຍໄດ້ຮຽນດົນຕີໂດຍບໍ່ເສຍຄ່າ. ວົງດົນຕີປະສານສຽງມະຫັດສະຈັນ ເລີ່ມສ້າງຕັ້ງຂຶ້ນໃນປີ 2013 ທຳອິດມີເດັກນ້ອຍເຂົ້າຮ່ວມໂຄງການພຽງແຕ່ 15 ຄົນເທົ່ານັ້ນ , ແຕ່ດຽວນີ້ ມີເດັກນ້ອຍ 116 ຄົນທີ່ພວມຮຽນເປຍໂນໂດຍບໍ່ເສຍຄ່າ ທີ່ບັນດາໝູ່ບ້ານເດັກຢູ່ ຮ່າໂນ້ຍ ຄື ໝູ່ບ້ານເດັກ SOS, ໝູ່ບ້ານເດັກ Birla. ຢູ່ ສ.ເກົາຫຼີ ມີວົງດົນຕີແຫ່ງຄວາມຝັນ ຫຼື ຢູ່ ອັງກິດ ມີໂຄງການ Hamony ສະຫງວນໃຫ້ເດັກນ້ອຍທຸກຍາກ ແຕ່ໃນຂະນະນັ້ນ ຫວຽດນາມ ຍັງບໍ່ທັນມີ. ສະນັ້ນ ຂ້າພະເຈົ້າ ແລະ ຜົວ ຈຶ່ງຕັດສິນໃຈປະຕິບັດໂຄງການໜຶ່ງທີ່ເປັນໜ້າປະທັບໃຈຢູ່ ຫວຽດນາມ. ຂ້າພະເຈົ້າກໍພ້ອມກັບບັນດາເພື່ອນຮ່ວມງານຢູ່ວິທະຍຸກະຈາຍສຽງ ຫວຽດນາມ ໄປ ຮອດຮ່າຢາງ ເພື່ອສອນດົນຕີໃຫ້ບັນດາເດັກນ້ອຍ. ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມືຈາກ ວິທະຍຸກະຈາຍສຽງ ຫວຽດນາມ ໃນອະນາຄົດ”.

        ປັດຈຸບັນ ຈາງຈິ້ງ ແລະ ຜົວພວມດຳລົງຊີວິດຢ່າງມີຄວາມສຸກຢູ່ເຮືອນຄອນໂດ Kaengnam, ຮ່າໂນ້ຍ ແລະ ມີລູກສາວ 1 ຄົນ ອາຍຸ 2 ປີ. ສຳລັບວົງການນັກສິລະປິນ, ຈາງຈິ໊ງ ກໍມີແບບກິລິຍາທ່າທາງສະເພາະ ແລະ ບັນລຸລະດັບການສະແດງຢູ່ໃນລະດັບສາກົນ. ສ່ວນສຳລັບບັນດາຜູ້ທີ່ນິຍົມບົດດົນຕີຄຼາດຊິກ, ຈາງຈິ້ງ ໄດ້ກາຍເປັນປະກົດການ ເມື່ອດຶງດູດເອົາບັນດາທ່ານຜູ້ຊົມດ້ວຍວິທີການສະແດງທີ່ມີຫົວຄິດປະດິດສ້າງ ຜ່ານບັນດາລາຍການສະແດງຄື ບັນທຶກເປຍໂນ, Beethoven A Fantasy, ງານມະໂຫລານສັດສາວາສິ່ງ… ຈາງຈິ້ງ ຍັງສືບຕໍ່ຝັກໄຝ່ບັນດາລາຍການສະແດງດົນຕີ ແລະ ກະກຽມບັນດາລາຍການສະແດງ ໃໝ່ຕື່ມອີກ ດ້ວຍຄວາມປາດຖະໜາຢາກອຸທິດສ່ວນໃຫ້ແກ່ມະຫາຊົນໃຫ້ຫຼາຍກວ່າອີກ.

ຕອບກັບ