ນັກຈິດຕະກອນຄົນສຸດທ້າຍ ຂອງປະເພດພາບແຕ້ມ ຮ່າງຈ໊ົງ

Ngoc Anh
Chia sẻ
(VOVWORLD) -ພາບແຕ້ມ ຮ່າງຈົ໊ງ (ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາປະເພດພາບແຕ້ມພື້ນເມືອງ ທີ່ພົ້ນເດັ່ນຢູ່ ຫວຽດນາມ. ຜູ້ສຸດທ້າຍຍັງຮັກສາເຄັດລັບອາຊີບແຕ້ມພາບພື້ນເມືອງ ຮ່າງຈົ໊ງ ແມ່ນຈິດຕະກອນດີເດັ່ນ ເລດິ່ງງຽນ. ທ່ານແມ່ນລຸ້ນຄົນທີສາມໃນຄອບຄົວ ທີ່ມີມູນເຊື້ອປະກອບອາຊີບ ແຕ້ມພາບຢູ່ບ້ານ ບິ່ງວ້ອງ ເມືອງ ເທື່ອງຕິ໊ນ, ທ່ານໄດ້ເດີນຕາມຄອບຄົວໄປຍັງ ຮ່າໂນ້ຍ ເພື່ອສ້າງອາຊີບຢູ່ຖະໜົນ ຮ່າງຈົ໊ງ  ແລະ ປັດຈຸບັນ, ດຳລົງຊີວິດຢູ່ເຮືອນເລກທີ 22A ຖະໜົນ ເກື໋ອດົງ ຮ່າໂນ້ຍ
 ນັກຈິດຕະກອນຄົນສຸດທ້າຍ ຂອງປະເພດພາບແຕ້ມ ຮ່າງຈ໊ົງ   - ảnh 1ຈິດຕະກອນດີເດັ່ນ ເລດິ່ງງຽນ 

ພໍ່ຂອງທ່ານ ເລດິ່ງງຽນ ກໍ່ແມ່ນພໍ່ຕູ້ ເລດິ່ງລ້ຽວ ກໍ່ແມ່ນຈິດຕະກອນແຕ້ມພາບ ຮ່າງຈົ໊ງ ທີ່ມີຊື່ສຽງໃນໄລຍະໜຶ່ງ. ພໍ່ຕູ້ ເລດິ່ງລ້ຽວ ມີລູກນຳກັນ 7 ຄົນແຕ່ມີພຽງແຕ່ທ່ານ ເລດິ່ງງຽນ ແມ່ນເດີນຕາມອາຊີບໃນວົງຕະກຸນ. ຄາວມີອາຍຸ 10 ປີ, ທ່ານ ງຽນ ໄດ້ເດີນຕາມພໍ່ ໄປແຕ້ມພາບພື້ນເມືອງຢູ່ຖະໜົນສາຍຕ່າງໆ ທີ່ນະຄອນຫຼວງ ຮ່າໂນ້ຍ. ບາດລ້ຽວຂອງທ່ານ ເລດິ່ງງຽນ ແມ່ນປີ 1972 ເມື່ອໄດ້ຮັບການເຊື້ອເຊີນເຂົ້າເຮັດວຽກ ຂອງຫໍພິພິທະພັນວິຈິດຕະກຳ ຫວຽດນາມ. ຢູ່ທີ່ນີ້ຍ້ອນໄດ້ສຳຜັດກັບພາບແຕ້ມຫຼາຍປະເພດ, ໄດ້ພົບປະແລກປ່ຽນກັບວົງການນັກຈິດຕະກອນ, ດັ່ງນັ້ນ ຄວາມເກັ່ງກ້າສາມາດຂອງທ່ານ ຍິ່ງໄດ້ຮັບການເສີມຂະຫຍາຍ. ໃນການປະຕິບັດງານຢູ່ຫໍພິພິທະພັນວິຈິດຕະກຳ ຫວຽດນາມ ເປັນເວລາກວ່າ 30 ປີ, ທ່ານ ງຽນ ບໍ່ພຽງແຕ່ເປັນຜູ້ປະພັນພາບແຕ້ມ, ກວດສອບພາບແຕ້ມເທົ່ານັ້ນ ຫາກຍັງເປັນຜູ້ແຕ່ງບັນດາພາບແຕ້ມເກົ່າ ໃຫ້ເປັນພາບແຕ້ມໃໝ່. ວຽກງານແຕ້ມ ແລະ ແຕ່ງຮູບເກົ່າເປັນຮູບໃໝ່ຂອງທ່ານ ງຽນ ແມ່ນມີຫຼາຍຢ່າງໃນຕະຫຼອດປີ, ບໍ່ແມ່ນວ່າມີໃນໂອກາດບຸນເຕັດ ຄືດັ່ງພວກພໍ່ຕູ້ເມື່ອກ່ອນນີ້. ນັກຈິດຕະກອນດີເດັ່ນ ເລດິ່ງງຽນ ແບ່ງປັນວ່າ:

    “ຂ້າພະເຈົ້າກໍ່ຕ້ອງເຮັດແຕ່ຫົວທີ ຈົນຮອດຂອດສຸດທ້າຍ, ຈາກການພິມດ້ວຍແມ່ພິມ, ສຳລັບພາບທີ່ບໍ່ໃຊ້ແມ່ພິມນັ້ນ, ເຮົາຕ້ອງວາດແຕ້ມດ້ວຍສໍ, ແລ້ວກໍ່ໃຊ້ຟອຍແຕ້ມ, ທັງໝົດບໍ່ມີຂັ້ນຕອນໃຊ້ຈັກ, ພຽງແຕ່ໃຊ້ດ້ວຍມືເທົ່ານັ້ນ. ມັນກໍ່ຂຶ້ນກັບພາບແຕ້ມແຕ່ລະປະເພດ, ມີປະເພດຕ້ອງໃຊ້ເວລາ 10 ວັນຈຶ່ງຈະສຳລັບ ແຕ່ກໍ່ມີບາງປະເພດໃຊ້ພຽງແຕ່ມື້ດຽວ ຫຼື ໃນເຄິ່ງມື້ເທົ່ານັ້ນ.  ປັດຈຸບັນຂ້າພະເຈົ້າກໍ່ພວມນຳໃຊ້ທຸກສິ່ງທຸກຢ່າງ ທີ່ປູ່ຍ່າຕາຍາຍປະໄວ້ໃຫ້ຄື ເຄັດລັບການປະສົມສີ, ການນຳໃຊ້ແມ່ພິມ…”

      ພາບແຕ້ມ ຮ່າງຈົ໊ງ ຖືກແຕ້ມດ້ວຍຫຼາຍຫົວເລື່ອງ, ຈາກພາບໃຊ້ໃນການບູຊາ, ພາບຫຼິ້ນໃນໂອກາດບຸນເຕັດ ຕະຫຼອດຮອດພາບແຕ້ມບັນດາຕົວລະຄອນໃນປະຫວັດສາດ, ພາບແຕ້ມເຍາະເຢີ້ຍ… ດັ່ງນັ້ນ ວາດແຕ້ມໃນຮູບກໍ່ອຸດົມສົມບູນ ມີຄວາມປານີດສູງ. ພາບແຕ້ມແຕ່ລະແຜ່ນກໍ່ມີຄວາມໝາຍ ທາງດ້ານເຫຼື້ອມໃສສາສະໜາ, ເນື້ອໃນກໍ່ຫວັງໃຫ້ມີຄວາມຢູ່ເຢັນເປັນສຸກ ຫຼື ສະແດງໃຫ້ເຫັນດ້ານປັດຊະຍາທີ່ເລິກເຊິ່ງໃນຊີວິດ, ສ່ອງແສງຄວາມງາມທາງດ້ານວັດທະນະທຳພື້ນເມືອງ. ສີສັນພາບແຕ້ມ ຮ່າງຈົ໊ງ ແມ່ນຖືກບັນດາຈິດຕະກອນເມື່ອກ່ອນນີ້ນຳໃຊ້ຢ່າງຄ່ອງແຄ້ວ. ທ່ານ ເຈິ່ນເໝິ໊ນ ນັກຄົ້ນຄວ້າກ່ຽວກັບພາບແຕ້ມ ຮ່າງຈົ໊ງ ໃຫ້ຮູ້ວ່າ:

     “ສຳລັບຜູ້ອື່ນໆນັ້ນ, ເມື່ອແຕ້ມໜວດຂອງຄົນ ແມ່ນແຕ້ມໄປແຕ້ມມາ ບາງເທື່ອເບິ່ງກໍ່ບໍ່ຄື, ແຕ່ສຳລັບທ່ານ ງຽນ ພຽງແຕ່ໃຊ້ມືແຕ້ມບຶດດຽວກໍ່ສຳເລັດ. ທ່ານສາມາດທັງແຕ້ມທັງໂອ້ລົມກັນ. ນັ້ນກໍ່ແມ່ນການເຕົ້າໂຮມ ສິ່ງທີ່ຍອດຍິ່ງນັບແຕ່ໃດໆມາ ຈົນຮອດເວລາສາມາດແຕ້ມໄດ້ຢ່າງຊຳນິຊຳນານ, ຫາກບໍ່ແມ່ນມີອາຈານໃດສາມາດສອນໄດ້, ອາຊີບເບິ່ງຄືວ່າໄດ້ຄ່ອຍໆມາກັບກະໂຕຂອງທ່ານເອງ. ຈິດຕະກອນແຕ້ມພາບ ຮ່າງຈົ໊ງ ໃນປັດຈຸບັນ ມີພຽງແຕ່ທ່ານ ງຽນ ເທົ່ານັ້ນ. ເປັນໜ້າເສຍດາຍທີ່ສຸດ ແມ່ນຍັງບໍ່ທັນຊອກຫາໄດ້ຜູ້ສືບທອດ”.

      ດ້ວຍຄວາມຜູກພັນກັບອາຊີບແຕ້ມພາບ ຮ່າງຈົ໊ງ ເປັນເວລາ 60 ປີ, ນັກຈິດຕະກອນດີເດັ່ນ ເລດິ່ງງຽນ ແມ່ນຜູ້ທັງມີຈິດໃຈ ແລະ ທັງມີຄວາມເກັ່ງກ້າສາມາດ. ຈິດໃຈຂອງທ່ານແມ່ນສະແດງອອກຜ່ານຄວາມສັດຊື່ບໍລິສຸດກັບອາຊີບ ເຖິງວ່າອາຊີບນີ້ ມີຄວາມລຳບາກແນວໃດກໍ່ຕາມ, ລາຍຮັບພັດບໍ່ໄດ້ຫຼາຍ ເມື່ອທຽບໃສ່ບັນດາຈິດຕະກອນຍຸກປັດຈຸບັນ ແຕ່ທ່ານມີຄວາມຜູກພັນກັບອາຊີບ ຍ້ອນມີຄວາມເຄົາລົບ ຕໍ່ມໍລະດົກວັດທະນະທຳອັນລ້ຳຄ່າ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ຄວາມເກັ່ງກ້າສາມາດຂອງທ່ານ ໄດ້ສະແດງອອກຜ່ານບັນດາວາດແຕ້ມລວດລາຍ ຜ່ານພາບແຕ່ລະແຜ່ນທີ່ທ່ານໄດ້ແຕ້ມ. ໃນວົງການຈິດຕະກອນແຕ້ມພາບ ຮ່າງຈົ໊ງ ນັບແຕ່ກ່ອນມາຮອດປັດຈຸບັນ, ມີບໍ່ເທົ່າໃດຄົນສາມາດທຽບທັນໄດ້.

ຕອບກັບ