ນັກຂ່າວ ເຈິ່ນທິທ໋າວ - ແບບຢ່າງທີ່ດີເດັ່ນໃນການໂຄສະນາ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19

Vinh Phong
Chia sẻ
(VOVWORLD) -ໃນການຕໍ່ສູ້ປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ -19, ເພື່ອມີຮູບພາບຂໍ້ມູນຂ່າວສານເປັນຈິງ ກ່ຽວກັບສະພາບໂລກລະບາດ ແລະ ວຽກງານປ້ອງກັນ ສະກັດກັ້ນໂລກລະບາດຂອງທົ່ວປວງຊົນ, ຖັນແຖວນັກຂ່າວ ບັນນາທິການ ບັນດາອົງການສື່ມວນຊົນ ຕ້ອງກິ້ງເກືອກລີເລືອ ຢູ່ທົ່ວທຸກຫົນແຫ່ງ ເພື່ອເອົາຂ່າວຢູ່ບັນດາສະຖານທີ່ເປັນອັນຕະລາຍ. ນັກຂ່າວ ເຈິ່ນທິທ໋າວ ສັງກັດໜັງສືພິມເສດຖະກິດ ແລະ ຕົວເມືອງ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນ  ບົນສະໜາມຮົບໂຄສະນາ ການຕໍ່ສູ້ປ້ອງກັນສະກັ້ນໂລກລະບາດໂຄວິດ -19. ໃນມໍ່ໆມານີ້ນາງໄດ້ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍ ຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຍ້ອນມີຜົນງານໃນການໂຄສະນາຢ່າງຕັ້ງໜ້າ ໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19
ນັກຂ່າວ ເຈິ່ນທິທ໋າວ  - ແບບຢ່າງທີ່ດີເດັ່ນໃນການໂຄສະນາ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19 - ảnh 1 ນັກຂ່າວ ເຈິ່ນທິທ໋າວ ປັດຈຸບັນພວມເຮັດວຽກຢູ່ພະແນກວັນນະຄະດີ ສັງຄົມ ສັງກັດໜັງສືພິມເສດຖະກິດ ແລະ ຕົວເມືອງ

ກ່ອນນີ້ປະມານ 2 ເດືອນຄື ຕົ້ນເດືອນ ເມສາ ປີ 2020 ເຊິ່ງແມ່ນຊ່ວງເວລາທີ່ ຫວຽດນາມ ກ້າວເຂົ້າສູ່ຍອດສູງຂອງໂລກລະບາດໂຄວິດ -19. ໃນຂະນະນັ້ນ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຈຸດຮ້ອນຂອງໂລກລະບາດ ເຊິ່ງແມ່ນແຫ່ງມີຈຳນວນຄົນເຈັບຕິດເຊື້ອໂຄວິດ -19 ຫຼາຍກວ່າໝູ່ໃນທົ່ວປະເທດ. ເພາະສະນັ້ນ ວຽກງານໂຄສະນາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສື່ມວນຊົນ. ກໍ່ເຊັ່ນດຽວກັນກັບນັກຂ່າວຄົນອື່ນໆ, ນາງ ເຈິ່ນທິທ໋າວ ເກືອບຄືວ່າບໍ່ມີເວລາພັກຜ່ອນ, ນາງພ້ອມກັບເພື່ອນຮ່ວມອາຊີບ ມີໜ້າເປັນປະຈຳຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາເລກ 2 ເມືອງ ດົງແອັງ ຮ່າໂນ້ຍ ເຊິ່ງແມ່ນແນວໜ້າປິ່ນປົວບັນດາຄົນເຈັບຕິດເຊື້ອໂຄວິດ -19.  ນາງຍັງເຄື່ອນໄຫວຢູ່ຫ້ອງທົດລອງຂອງສະຖາບັນອະນາໄມລະບາດວິທະຍາສູນກາງ, ຫ້ອງທົດລອງຂອງສູນຄວບຄຸມໂລກພະຍາດ ຮ່າໂນ້ຍ, ເດີນຕາມກອງປະຕິກິລິຍາໄວ ຂອງສູນສາທາລະນະສຸກເມືອງ ບັກຕື່ລຽມ ເພື່ອເອົາຕົວຢ່າງພະຍາດຂອງຄົນເຈັບຕິດເຊື້ອໂຄວິດ -19. ນັກຂ່າວ ເຈິ່ນທິທ໋າວ ເລົ່າສູ່ຟັງວ່າ:

“ກໍ່ເຊັ່ນດຽວກັນກັບຖັນແຖວແພດໝໍ ທີ່ຕ້ອງເສຍສະຫຼະ ເພື່ອກອບກູ້ເອົາຄົນເຈັບຕິດເຊື້ອໂຄວິດ -19, ພວກຂ້າພະເຈົ້າເຊິ່ງແມ່ນບັນດານັກຂ່າວ ບໍ່ອາດຍ້ອນຢ້ານເຊື້ອໂຄວິດ -19 ຈຶ່ງນັ່ງຢູ່ເຮືອນ. ໂດຍໄດ້ເຮັດວຽກງານສື່ມວນຊົນ ຍາມໃດກໍ່ຮຽກຮ້ອງໃຫ້ມີຄວາມເສຍສະຫຼະຂອງຜູ້ເຮັດອາຊີບເປັນນັກຂ່າວ ເພື່ອມີບັນດາຂ່າວ ແລະ ບົດທີ່ສ່ອງແສງດ້ວຍຄວາມເປັນຈິງ”.

ໂຄສະນາກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19 ແມ່ນສຳຄັນທີ່ສຸດ ເຊິ່ງໄດ້ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນໃຫ້ແກ່ປະຊາຊົນ ເພື່ອຮູ້ແຈ້ງກ່ຽວກັບສະພາບການຜັນແປຂອງໂລກລະບາດ ໃນແຕ່ລະວັນ, ວິທີປ້ອງກັນ ສະກັດກັ້ນໂລກລະບາດ ເພື່ອໃຫ້ປະຊາຊົນປ້ອງກັນຕົວດີກວ່າ. ນັກຂ່າວ ຫງວຽນເຫວະຈີ ສັງກັດວາລະສານການຄ້າ ຕີລາຄາກ່ຽວກັບເພື່ອຮ່ວມອາຊີບຂອງຕົນວ່າ :

  “ທ໋າວ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ຄວາມເປັນອັນຕະລາຍ, ລາວໄດ້ກ້າຫານເຂົ້າໄປເຂດແຍກຕົວ, ໂຮງໝໍຕ່າງໆເພື່ອໂຄສະນາໃຫ້ແກ່ປະຊາຊົນຮູ້ ແລະ ເຂົ້າໃຈແຈ້ງກວ່າກ່ຽວກັບໂລກລະບາດ. ພວກເຮົາຕ້ອງການມີບັນດາແບບຢ່າງຂຽນຂ່າວ ແລະ ບົດເຊັ່ນນັ້ນ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ຊັດເຈນຫຼາຍກວ່າອີກ,  ຂ້າພະເຈົ້າເຫັນວ່າ ທ໋າວ ສົມເປັນໄດ້ຮັບນາມມະຍົດ ວຽກດີຄົນເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ແລະ ຄວນທະວີຄູນສຳລັບບັນດາແບບຢ່າງ ປະກອບອາຊີບເປັນນັກຂ່າວເຊັ່ນນີ້ ໃນການສະກັດກັ້ນໂຄວິດ -19”.

   ຄວາມຫຍຸ້ງຍາກທີ່ມີຕໍ່ນັກຂ່າວເຄື່ອນໄຫວອາຊີບ ໃນໄລຍະເກີດໂລກລະບາດ ແມ່ນຕ້ອງເຂົ້າໃກ້ຈຸດຮ້ອນ ແຕ່ຕ້ອງມີຄວາມປອດໄພຢ່າງເດັດຂາດ. ເມື່ອເວົ້າເຖິງອະນຸສອນ ການເຄື່ອນໄຫວອາຊີບໃນໄລຍະເກີດໂລກລະບາດ, ນັກຂ່າວ ເຈິ່ນທິທ໋າວ ເລົ່າຄືນສູ່ຟັງວ່າ:

“ອະນຸສອນທີ່ເປັນໜ້າຈົດຈຳສຳລັບຂ້າພະເຈົ້າ ນັ້ນແມ່ນການເດີນຕາມກອງປະຕິກິລິຍາໄວ ຂອງສູນສາທາລະນະສຸກເມືອງ ບັກຕື່ລຽມ ເພື່ອເອົາຕົວຢ່າງພະຍາດຂອງຄົນເຈັບຕິດເຊື້ອໂຄວິດ -19. ນັ້ນກໍ່ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ນຸ່ງຊຸດກັນເຊື້ອ. ບັນດາການເດີນທາງເຄື່ອນໄຫວເຊັ່ນນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກກ່ຽວກັບຄວາມລຳບາກກາກກຳ ຂອງຖັນແຖວແພດໝໍ ເຊິ່ງແມ່ນບັນດາຜູ້ໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອຕ້ານໂຄວິດ -19 ເພື່ອຍູ້ໂລກລະບາດຖອຍໄປ”.

ນັກຂ່າວ ເຈິ່ນທິທ໋າວ ປັດຈຸບັນພວມເຮັດວຽກຢູ່ພະແນກວັນນະຄະດີ ສັງຄົມ ສັງກັດໜັງສືພິມເສດຖະກິດ ແລະ ຕົວເມືອງ ເຊິ່ງແມ່ນໜັງສືພິມຂຶ້ນກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ. ບັນດາຂໍ້ມູນຂ່າວສານ, ບົດຂຽນຂອງ ເຈິ່ນທິທ໋າວ ກ່ຽວກັບໂລກລະບາດໂຄວິດ -19 ໃນໄລຍະທີ່ຜ່ານມາໄດ້ແຜ່ຂະຫຍາຍຄຸນຄ່າວັດທະນະທຳມະນຸດ ໄປສູ່ວົງຄະນາຍາດ ອັນໄດ້ປະກອບສ່ວນກັບກຳລັງສື່ມວນຊົນ ເພື່ອຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຊົນໃນທົ່ວປະເທດ ຍູ້ໂລກລະບາດໂຄວິດ -19 ໃຫ້ຖອຍໄປ.

ຕອບກັບ