​ນັກ​ກິ​ລາຍິງ ປັນ​ຈັກ​ຊິ​ລັດ​​ທີ່ເກັ່ງ​ກ້າ​ສາ​ມາດ​ຂອງ ຊາວ​ຊົນ​ເຜົ່າ ຜູ້​ໄທ

Duc Anh
Chia sẻ
(VOVWORLD) -ນັກກິລາ ກວ່າງທິທູເຫງັຍ ໄດ້ປະກອບສ່ວນນຳທິມຊາດ ປັນຈັກຊິລັດ ຫວຽດນາມ ຂຶ້ນຢືນຢູ່ອັນດັບທີ 2 ໃນຈຳນວນ 60 ປະເທດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.

ທີ່ການແຂ່ງຂັນຊິງຊະນະເລີດ ປັນຈັກຊິລັດ ໂລກ ເຊິ່ງໄດ້ຈັດຂຶ້ນຢູ່ ສິງກະໂປ ຫວ່າງແລ້ວນີ້, ນັກກິລາ ກວ່າງທິທູເຫງັຍ, ທິມຊາດ ປັນຈັກຊິລັດ ຫວຽດນາມ, ເຊິ່ງແມ່ນນາງສາວຊາວເຜົ່າ ຜູ້ໄທ, ດຳລົງຊີວິດຢູ່ ເມືອງ ອຽນເຈົາ, ແຂວງ ເຊີນລາຄວ້າໄດ້ຫຼຽນຄຳ. ດ້ວຍຜົນງານດັ່ງກ່າວ, ນັກກິລາ ກວ່າງທິທູເຫງັຍ ໄດ້ປະກອບສ່ວນນຳທິມຊາດ ປັນຈັກຊິລັດ ຫວຽດນາມ ຂຶ້ນຢືນຢູ່ອັນດັບທີ 2 ໃນຈຳນວນ 60 ປະເທດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ດຶກແອັງ, ນັກຂ່າວ VOV ມີບົດຂຽນດ້ວຍຫົວຂໍ້ວ່າ: “ນັກກິລາຍິງ ປັນຈັກຊິລັດທີ່ເກັ່ງກ້າສາມາດຂອງ ຊາວຊົນເຜົ່າ ຜູ້ໄທ”

​ນັກ​ກິ​ລາຍິງ ປັນ​ຈັກ​ຊິ​ລັດ​​ທີ່ເກັ່ງ​ກ້າ​ສາ​ມາດ​ຂອງ ຊາວ​ຊົນ​ເຜົ່າ ຜູ້​ໄທ - ảnh 1 ນັກກິລາ ກວ່າງທິທູເຫງັຍ

        ພາຍຫຼັງການແຂ່ງຂັນປັນຈັກຊິລັດ ໂລກ ປີ 2018 ຢູ່ ສິງກະໂປ ດ້ວຍຫຼຽນຄຳອັນດີເດັ່ນນັ້ນ, ກວ່າງທິທູເຫງັຍ ໄດ້ຍາດເວລາກັບເມືອຢາມບ້ານຢູ່ບ້ານ ໂຕປາງ, ຕາແສງ ຈ່ຽງປັ່ນ, ເມືອງ ອຽນເຈົາ, ແຂວງ ເຊີນລາ. ຢູ່ບ້ານເກີດເມືອງນອນ, ເຫງ໋ຍ ມີຄວາມພາກພູມໃຈທີ່ສຸດ ຍ້ອນຕົນເອງໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງທິມຊາດ ຫວຽດນາມ, ພິເສດ ແມ່ນໄດ້ປະກອບສ່ວນເຮັດໃຫ້ບ້ານເກີດເມືອງນອນ ເຈົາອຽນ ຂອງຕົນມີຊື່ສຽງ.

ກວ່າງທິທູເຫງັຍ ແບ່ງປັນວ່າ: ປັນຈັກຊິລັດ ແມ່ນປະເພດກິລາມວຍສິລະປະຈາກຕ່າງປະເທດທີ່ນຳເຂົ້າມາ ຫວຽດນາມ ແລະ ປັດຈຸບັນ ໄດ້ກາຍເປັນໜຶ່ງໃນບັນດາປະເພດກິລາແຂ່ງຂັນປາຍແຫຼມຂອງກິລາ ຫວຽດນາມ ໃນການແຂ່ງຂັນລະດັບສາກົນ. ສຳລັບຜູ້ຊາຍກໍຄືຜູ້ຍິງ, ກິລາປະເພດນີ້ແມ່ນການແຂ່ງຂັນຕໍ່ສູ້ກັນໂດຍກົງ, ເມື່ອແຂ່ງຂັນ ຕ້ອງມີຄວາມແຂງແຮງ, ຕ້ອງສຸມໃຫ້ຄົບບັນດາປັດໄຈຄື: ມີຄວາມວ່ອງໄວ, ແຂງແຮງ, ມີຄວາມອົດທົນ ແລະ ມີຈັນຍາບັນ, ນອກນັ້ນ ຍັງຮຽກຮ້ອງຕ້ອງປະຕິບັດຕາມບັນດາຂໍ້ກຳນົດກົດລະບຽບຂອງແຕ່ລະການແຂ່ງຂັນຢ່າງເຄັ່ງຂັດ. ສຳລັບ ເຫງັຍ ແລ້ວ, ກິລາມວຍສິລະປະ ປັນຈັກຊິລັດ ນີ້ແມ່ນກິລາປະເພດໃໝ່ອ່ຽມ ແລະ ເຫງັຍ ໄດ້ມາຫຼິ້ນກິລາມວຍປະເພດນີ້ ຄືດັ່ງເປັນບຸນວາດສະໜາ. ນັກກິລາ ກວ່າງທິທູເຫງັຍ ແບ່ງປັນວ່າ:

“ທຳອິດ ຂ້າພະເຈົ້າກໍບໍ່ຮູ້ວ່າກິລາປະເພດນີ້ແມ່ນກິລາຫຍັງ, ພຽງແຕ່ ຄິດວ່າ ອາຈານຄັດເລືອກຂ້າພະເຈົ້າມາເພື່ອສືບຕໍ່ຫຼິ້ນກິລາເຕັ້ນສູງ, ຂ້າພະເຈົ້າບໍ່ຮູ້ວ່າກິລາປະເພດນີ້ ແມ່ນປະເພດມວຍ. ຂ້າພະເຈົ້າເລີ່ມທຳຄວາມລື້ງເຄີຍຢ່າງເປັນທາງການ ແລະ ເຝິກຊ້ອມ ໃນປີ 2013. ຈຸດພິເສດຂອງປະເພດກິລານີ້ ແມ່ນກຳລັງແຮງ, ວ່ອງໄວມີໄຫວພິບ ແລະ ຄວາມຕັ້ງໝັ້ນ. ໃນ ຄວາມຄິດຈິດໃຈຂ້າພະເຈົ້າຍາມໃດກໍຮູ້ສຶກສະບາຍ, ອາຈານບໍ່ສ້າງຄວາມກົດດັນວ່າ ໃນການແຂ່ງຂັນຕ້ອງຄວ້າໄດ້ຫຼຽນ. ຈາກກຳລັງຫນູນນັ້ນ ຂ້າພະເຈົ້າກໍເລີ່ມມີຄວາມພະຍາຍາມກວ່າ, ຕັ້ງໃນເຝິກຊ້ອມກວ່າໃນແຕ່ລະວັນ, ສິ່ງສຳຄັນທີ່ສຸດແມ່ນພວກຂ້າພະເຈົ້າຕ້ອງເອົາຊະນະຕົນເອງໃຫ້ໄດ້ກ່ອນ ນັ້ນກໍແມ່ນພວກຂ້າພະເຈົ້າໄດ້ຮັບໄຊຊະນະແລ້ວ”.

ປີ 2013, ເມື່ອຫາກໍ່ກ້າວເຂົ້າສູ່ຊັ້ນ ມ3, ກວ່າງທິທູເຫງັຍ ໄດ້ຮັບການຄັດເລືອກຈາກສູນເຝິກແອບ ແລະ ແຂ່ງຂັນກິລາກາຍຍະກຳແຂວງ ເຊີນລາ ເຂົ້າເປັນທິມປັນຈັກຊິລັດແຂວງ. ທັງຮຽນ, ທັງຕ້ອງເຝິກຊ້ອມ ແລະ ແຂ່ງຂັນໄປພ້ອມໆກັນ, ເຫງັຍ ຖືກຮັບບາດເຈັບບໍ່ແມ່ນໜ້ອຍ ແລະ ຕ້ອງໄປປິ່ນປົວຢູ່ໂຮງໝໍຫຼາຍຄັ້ງ. ບາງເທື່ອເມື່ອເຂົ້າຮ່ວມການແຂ່ງຂັນທີ່ບໍ່ໄດ້ຮັບໄຊຊະນະ, ທັງໄດ້ຮັບບາດເຈັບ, ເຫງັຍ ເຄີຍຄິດທໍ້ຖອຍໃຈ. ແຕ່ຍ້ອນມີຄວາມເອົາໃຈໃສ່ ແລະ ລະດົມກຳລັງໃຈຈາກ ອາຈານຢູ່ສູນເຝິກແອບ ກໍຄືຈາກຄອບຄົວ, ໝູ່ເພື່ອນ ຈຶ່ງເຮັດໃຫ້ ເຫງັຍ ພັດມີພະລັງເພື່ອສືບຕໍ່ມານະພະຍາຍາມໃນການເຝິກແອບທີ່ຍາກລຳບາກນັ້ນ.

​ນັກ​ກິ​ລາຍິງ ປັນ​ຈັກ​ຊິ​ລັດ​​ທີ່ເກັ່ງ​ກ້າ​ສາ​ມາດ​ຂອງ ຊາວ​ຊົນ​ເຜົ່າ ຜູ້​ໄທ - ảnh 2ຜົນງານທີ່ກວ່າງທິທູເຫງັຍຄວ້າໄດ້ 

ກວ່າງທິທູເຫງັຍ ເຄີຍໄດ້ເຂົ້າຮ່ວມການແຂ່ງຂັນປັນຈັກຊິລັດຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນຫຼາຍຄັ້ງ. ມາຮອດຈຸດເວລານີ້, ເຫງັຍ ຄວ້າໄດ້ຫຼຽນປະເພດຕ່າງໆ 14 ຫຼຽນ. ສະເພາະປີ 2018 ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດ ດ້ວຍຫຼຽນຄຳລະດັບຊາດ ແລະ ສາກົນ 4 ຫຼຽນ. ພົ້ນເດັ່ນແມ່ນ ທີ່ການແຂ່ງຂັນຊິງຊະນະເລີດ ອາຊີ 2018 ຢູ່ ອິນເດຍ ເຊິ່ງເຂົ້າຮ່ວມການແຂ່ງຂັນຕໍ່ສູ້ລຸ້ນນ້ຳໜັກ 70 kg, ນັກມວຍ ກວ່າງທິທູເຫງັຍ ເກີດປີ 1999 ກໍຄວ້າໄດ້ຫຼຽນຄຳ. ແລະ ຫວ່າງມໍ່ໆມານີ້, ທີ່ການແຂ່ງຂັນຊິງແຊ້ມໂລກປັນຈັກຊິລັດ ຢູ່ ສິງກະໂປ,ເມື່ອເຂົ້າຮ່ວມການແຂ່ງຂັນລຸ້ນນ້ຳໜັກ 70 - 75 kg, ເຫງ໋ຍ ກໍຄວ້າໄດ້ຫຼຽນຄຳ. ບັນດາຜົນງານດັ່ງກ່າວ ໄດ້ປະກອບສ່ວນນຳທິມຊາດ ຫວຽດນາມ ຢືນຢູ່ອັນດັບຫນື່ງທົ່ວຄະນະ. ອາຈານ ເຈິ່ນຮູຍ, ຮອງຫົວໜ້າຫ້ອງການກິລາຜົນງານດີເດັ່ນ, ຫົວໜ້າຂະແໜງກິລາປັນຈັກຊິລັດ,ສູນເຝິກແອບ ແລະ ແຂ່ງຂັນກິລາກາຍຍະກຳແຂວງ ເຊີນລາ ໃຫ້ຮູ້ວ່າ:

“ໃນຕະຫຼອດໄລຍະເຝິກແອບ ນັກກິລາ ກວ່າງທິທູເຫງັຍ ຍາມໃດກໍມີຄວາມມານະສູ້ຊົນ ແລະ ມີຄວາມຕັດສິນໃຈໃນການຍາດເອົາຜົນງານທີ່ດີ. ບາງເທື່ອບໍ່ໄດ້ຮັບຜົນໃນການແຂ່ງຂັນຄືດັ່ງຄວາມມຸ່ງມາດປາຖະໜາ ນັກກິລາກໍມີຄວາມຕັດສິນໃຈກວ່າເກົ່າ ເພື່ອຄ້ວາໄດ້ຫລຽນໃນການແຂ່ງຂັນຊິງລາງວັນໄວໜຸ່ມລະດັບຊາດ, ຊິງຊະນະເລີດລະດັບຊາດ, ແລະ ທີ່ການແຂ່ງຂັນຊິງຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້, ຊິງຊະນະເລີດ ອາຊີ ແລະ ໃນເດືອນ ທັນວາ 2018 ທີ່ຜ່ານມາ ແລະ ເຂົ້າຮ່ວມການແຂ່ງຂັນຊິງຊະນະເລີດປັນຈັກຊິລັດໂລກ. ນີ້ກໍແມ່ນການແຂ່ງຂັນໃຫຍ່ທີ່ສຸດ ເຊິ່ງນັກກິລາ ກວ່າງທິທູເຫງ໋ຍ ໄດ້ເຂົ້າຮ່ວມ ແລະ ເຫງ໋ຍ ກໍບັນລຸໄດ້ຜົນງານຫຼາຍຢ່າງ”.

ປັດຈຸບັນ, ນອກຈາກການເຝິກແອບໃນທຸກໆມື້ຢູ່ສູນເຝິກແອບກິລາແຫ່ງຊາດ ຮ່າໂນ້ຍ ແລ້ວ, ເຫງັຍ ກໍພວມຮຽນຢູ່ປີ 2, ພະແນກ ຄຸ້ມຄອງກິລາກາຍຍະກຳ ຂອງໂຮງຮຽນມະຫາວິທະຍາໄລກິລາກາຍຍະກຳ ແຂວງ ບັ໊ກນິງ. ເມື່ອເວົ້າເຖິງຄວາມມຸ່ງມາດປາຖະໜາຂອງຕົນໃນອະນາຄົດນັ້ນ, ກວ່າງທິທູເຫງັຍ ໃຫ້ຮູ້ວ່າ:

“ຄວາມມຸ່ງມາດປາຖະໜາຂອງຂ້າພະເຈົ້າໃນອະນາຄົດ ແມ່ນຢາກກາຍເປັນນັກກິລາດີເດັ່ນ, ກໍຄືກາຍເປັນຄູເຝິກເກັ່ງ ເພື່ອສືບຕໍ່ເປີດກວ້າງຂະແໜງກິລານີ້ໃຫ້ທຸກຄົນຮູ້ຈັກຫລາຍກວ່າອີກ, ພິເສດ ແມ່ນບັນດາແຂວງເຂດພູດອຍຄື ເຊີນລາ”.

ບັນດາຜົນງານດີເດັ່ນທີ່ບັນລຸໄດ້ນັ້ນ, ກວ່າງທິທູເຫງັຍ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກ ກົມໃຫຍ່ກິລາກາຍຍະກຳ ຫວຽດນາມ. ດ້ວຍບັນດາຜົນງານດີເດັ່ນທີ່ບັນລຸໄດ້ນັ້ນ ຈະຊ່ວຍໃຫ້ ກວ່າງທິທູເຫງັຍ ສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງກວ່າອີກໃນຂົງເຂດກິລານີ້.

ຕອບກັບ