ທ່ານໝໍ ເຈິ່ນງອກເລືອງ - ຜູ້ຊ່ຽວຊານຊັ້ນນຳ ໃນການຜ່າຕັດຕ່ອມໄທລອຍຜ່ານທໍ່

Le Phuong
Chia sẻ
(VOVWORLD) -ວັນທີ 4 ກໍລະກົດທີ່ຜ່ານມາ, ອົງການສະຖີຕິ ຫວຽດນາມ ໄດ້ມອບໃບຢັ້ງຢືນ ສະຖີຕິຫວຽດນາມ ໃຫ້ແກ່ທ່ານໝໍປະຊາຊົນ, ຮອງສາສະດາຈານ ປອ ເຈິ່ນງອກເລືອງ, ຜູ້ອຳນວຍການໂຮງໝໍປົວລະບົບຕ່ອມໄຮ້ທໍ່, ດ້ວຍມາດຖານ “ຜູ້ທີ່ມີກິດຈະກຳຄົ້ນຄວ້າວິທະຍາສາດ ກ່ຽວກັບເຕັກນິກການຜ່າຕັດຕ່ອມໄທລອຍຜ່ານທໍ່ ໄດ້ຮັບການໝູນໃຊ້, ມອບໂອນ, ກໍ່ສ້າງທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍທີ່ສຸດ”  ທ່ານ ກໍ່ຍັງໄດ້ຮັບການຕີລາຄາວ່າ ແມ່ນຜູ້ຊ່ຽວຊານຊັ້ນນຳໃນການຜ່າຕັດຜ່ານທໍ່ສຳລັບພະຍາດກ່ຽວກັບຕ່ອມໄທລອຍຢູ່ ຫວຽດນາມ
ທ່ານໝໍ ເຈິ່ນງອກເລືອງ - ຜູ້ຊ່ຽວຊານຊັ້ນນຳ  ໃນການຜ່າຕັດຕ່ອມໄທລອຍຜ່ານທໍ່ - ảnh 1ການຜ່າຕັດຜ່ານທໍ່ 

ມີຄົນເຈັບບາງຄົນໄດ້ສັງເກດຕີລາຄາວ່າ:

     “ຂ້າພະເຈົ້າເລືອກເອົາວິທີຜ່າຕັດຜ່ານທໍ່ນີ້ ເພາະວ່າໄດ້ເຫັນຄົນເຈັບຫຼາຍຄົນຢູ່ຂະແໜງ ພາຍຫຼັງໄດ້ຮັບການຜ່າຕັດ, ສຸຂະພາບດີທີ່ສຸດ”.

      “ເມື່ອຂ້າພະເຈົ້າຍັງຢູ່ໃນຫ້ອງຟື້ນຟູຊີບ , ກໍສາມາດລົມກັບໝູ່ເພື່ອນໄດ້, ບັນດາເພື່ອນຂອງຂ້າພະເຈົ້າກໍ່ບໍ່ເຊື່ອໄດ້ວ່າ ສຳນຽງເວົ້າຂອງຂ້າພະເຈົ້າໄດ້ກັບຄືນສູ່ປົກກະຕິ ຄືໃນປັດຈຸບັນ. ນີ້ແມ່ນໝາກຜົນດີທີ່ສຸດ”.

     ລັກສະນະບຸກທະລຸໃນວິທີຜ່າຕັດ ຂອງທ່ານໝໍ ເລືອງ ແມ່ນນຳໃຊ້ທາງຂີ້ແຮ້, ໜ້າເອິກດ້ວຍບັນດາຮອຍປາດ ທີ່ມີຂະໜາດ 0,5 – 1 ຊັງຕີແມັດເທົ່ານັ້ນ, ໃນຂະນະທີ່ນຳໃຊ້ວິທີຜ່າຕັດຕາມແບບເກົ່າ ແມ່ນກໍ່ໃຫ້ເກີດແປ້ວຍາວ 8 – 12 ຊັງຕີແມັດ ຢູ່ຄໍຂອງຄົນເຈັບ. ເຕັກນິກການຜ່າຕັດນີ້ຖືກນຳໃຊ້ໃຫ້ຄົນເຈັບທຸກໆຄົນ ທີ່ຖືກຕິດພະຍາດຕ່ອມໄທລອຍຄືກ້ອນເບົ້າ, ບາເຊໂດ, ມະເຮັງຕ່ອມໄທລອຍ, ແລະ ທັງສາມາດຜ່າຕັດບັນດາກ້ອນເບົ້າໃຫຍ່. ນອກຈາກນັ້ນການຜ່າຕັດແບບນີ້ ກໍ່ປະຢັດຄ່າໃຊ້ຈ່າຍໃຫ້ແກ່ຄົນເຈັບ ພຽງແຕ່ທໍ່ກັບ 1 / 25 ຄ່າໃຊ້ຈ່າຍຂອງບັນດາປະເທດໃນພາກພື້ນ. ທ່ານໝໍ ເຈິ່ນງອກເລືອງ ແບ່ງປັນວ່າ:

    “ຄົນເຈັບຖືກໂລກກ້ອນເບົ້າໃນຄໍສ່ວນຫຼາຍແມ່ນຄົນເຈັບຍິງ ແລະ ຍັງເປັນໄວໜຸ່ມ. ເພາະສະນັ້ນ ຖ້າຫາກກໍ່ໃຫ້ເກີດແປ້ວຢູ່ຄໍ, ກໍ່ຈະເຮັດໃຫ້ເຂົາເຈົ້າບໍ່ພໍໃຈສຳລັບແປ້ວນີ້. ຈຸດດີທີ່ສຸດຂອງການຜ່າຕັດຜ່ານທໍ່ ແມ່ນບໍ່ກໍ່ໃຫ້ເກີດແປ້ວຢູ່ຄໍ.”.

      ວິທີຜ່າຕັດຂອງທ່ານໝໍ ເລືອງ ໄດ້ຮັບການຄົ້ນຄວ້າມາເປັນເວລາຫຼາຍປີ ແລະ ເປັນຄັ້ງທຳອິດໄດ້ຮັບການນຳໃຊ້ໃນພາກຕົວຈິງນັບແຕ່ປີ 2003. ກ່ອນໜ້ານັ້ນທ່ານໝໍ ເລືອງ ຖືກຈັດສົ່ງໄປຝະລັ່ງ ເພື່ອຮຽນວິທີຜ່າຕັດຜ່ານທໍ່ຢູ່ເຂດທ້ອງ ຈາກບັນດາຜູ້ຊ່ຽວຊານຊັ້ນນຳຂອງໂລກ. ໃນເວລາດຽວກັນນັ້ນ ທ່ານກໍ່ຂໍຮຽນວິທີຜ່າຕັດຕ່ອມໄທລອຍ. ດ້ວຍຫົວຄິດປະດິດສ້າງ, ທ່ານໄດ້ໃຫ້ກຳເນີດ ເຕັກນິກສະເພາະກ່ຽວກັບການຜ່າຕັດ ເມື່ອທຽບໃສ່ເຕັກນິກຜ່າຕັດແບບເກົ່າ ເຊິ່ງທ່ານໄດ້ຮຽນຢູ່ຝະລັ່ງ. ໃນສະພາບຕົວຈິງໄດ້ພາໃຫ້ທ່ານໝໍ ເລືອງ ມີຄວາມເປັນຫ່ວງ ແລະ ໄດ້ຊອກຫາວິທີດີທີ່ສຸດ ເພື່ອປິ່ນປົວໃຫ້ຄົນເຈັບດ້ວຍວິທີດີທີ່ສຸດ ບໍ່ກໍ່ໃຫ້ເກີດແປ້ວຢູ່ຄໍຂອງຄົນເຈັບ. ທ່ານໝໍ ເລືອງ ເວົ້າຕື່ມອີກວ່າ:

       “ສຳລັບບັນດາກໍລະນີຜ່າຕັດທຳອິດ, ຄວາມດັນໃນການຜ່າຕັດແມ່ນໃຫຍ່ຫຼວງທີ່ສຸດ ເພາະວ່າເຮົາແມ່ນຜູ້ທຳອິດ ທີ່ໄດ້ທົດລອງເຕັກນິກຜ່ານຕັດນີ້ຢູ່ ຫວຽດນາມ ແລະ ໃນໂລກກໍ່ບໍ່ເຄີຍເຫັນການນຳໃຊ້ເຕັກນິກຜ່າຕັດນີ້. ແຕ່ກໍ່ໂຊກດີທີ່ສຸດ ຜ່ານການຜ່າຕັດເປັນເວລາ 3 – 4 ຊົ່ວໂມງ, ການຜ່າຕັດກໍ່ໄດ້ປະສົບຜົນສຳລັບ. ເຖິງວ່າຕ້ອງໃຊ້ເວລານານກວ່າເມື່ອທຽບໃສ່ປັດຈຸບັນປະມານ 20 – 30 ນາທີກໍ່ຕາມ, ແຕ່ກໍລະນີຜ່າຕັດທຳອິດກໍ່ໄດ້ຮັບປະກັນຄວາມປອດໄພ”.

     ຫົວເລື່ອງ “ຄົ້ນຄວ້ານຳໃຊ້ການຜ່າຕັດຜ່ານທໍ່ເພື່ອປິ່ນປົວ ບາງພະຍາດໃນຕ່ອມໄທລອຍ” ຂອງທ່ານໝໍ ເລືອງ ໄດ້ຖືກຈັດເປັນປະເພດດີເດັ່ນລະດັບລັດ, ທ່ານໄດ້ຮັບລາງວັນທີໜຶ່ງໃນງານປະກວດ ມອບລາງວັນໃຫ້ແກ່ຜູ້ທີ່ມີຄວາມເກັ່ງກ້າສາມາດ ຢູ່ດິນແດນ ຫວຽດນາມ ປີ 2014. ນີ້ແມ່ນເຕັກນິກຍາກ, ໃນຊ່ວງເວລານັ້ນ ພຽງແຕ່ມີທ່ານໝໍເປັນຈຳນວນໜອຍໃນໂລກ ສາມາດເຮັດໄດ້ດ້ວຍບັນດາເຕັກນິກທີ່ແຕກຕ່າງກັນ ແລະ ຍັງມີຄວາມຈຳກັດຫຼາຍຢ່າງ. ມາຮອດປັດຈຸບັນ ໄດ້ມີເພື່ອນຮ່ວມອາຊີບກວ່າ 300 ຄົນທີ່ມາຈາກ 20 ກວ່າປະເທດໃນໂລກ ໄດ້ມາຮຽນເຕັກນິກການຜ່າຕັດຜ່ານທໍ່ຂອງທ່ານໝໍ ເລືອງ. ສາສະດາຈານ ທ່ານໝໍ ຣີຢາ ມາຈາກ ສິງກະໂປ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າໄດ້ເຂົ້າຮ່ວມກໍລະນີການຜ່າຕັດຂອງທ່ານໝໍ ເລືອງ. ທ່ານມີວິຊາສະເພາະດີທີ່ສຸດ. ເຕັກນິກການຜ່າຕັດຂອງທ່ານໝໍ ເລືອງ ໄດ້ຮັບປະສິດທິຜົນດີທີ່ສຸດ. ພວກຂ້າພະເຈົ້າຈະໜູນໃຊ້ເຕັກນິກນີ້ ຢູ່ໂຮງໝໍຂອງຂ້າພະເຈົ້າຢູ່ ສິງກະໂປ.”

      ເຖິງວ່າແມ່ນຜູ້ໃຫ້ກຳເນີດເຕັກນິກການຜ່າຕັດຕ່ອມໄທລອຍຜ່ານທໍ່ກໍ່ຕາມ, ແຕ່ທ່ານໝໍ ເລືອງ ຍັງຄົງມີຄວາມທ່ອມຕົວ ໂດຍຖືວ່ານີ້ແມ່ນກິດຈະກຳຄົ້ນຄວ້າລວມໝູ່. ບໍ່ຢຸດຢູ່ໃນຜົນສຳເລັດນີ້, ທ່ານຍັງຄົງສືບຕໍ່ຄົ້ນຄວ້າ ເພື່ອໃຫ້ເຕັກນິກການຜ່າຕັດຕ່ອມໄທລອຍຜ່ານທໍ່ ໃຫ້ນັບມື້ນັບສົມບູນແບບ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຄົນເຈັບ.

ຕອບກັບ