ຈ໊າງອາຈູ ແລະ ຄວາມໃຝ່ຝັນສ້າງຄວາມຮັ່ງມີ ຈາກໝູ່ບ້ານ

Thu Hang
Chia sẻ
(VOVWORLD) -               ຫົວຕາດ ແມ່ນສະຖານທີ່ທ່ອງທ່ຽວຊຸມຊົນ ທີ່ຫາກໍ່ພົ້ນເດັ່ນຂຶ້ນ ໃນເມືອງ ເວິນໂຮ່ ແຂວງ ເຊີນລາ. ຫົວຕາດ ແມ່ນດຶງດູດໃຈແຂກທ່ອງທ່ຽວ ຍ້ອນມີບັນດາຮີດຄອງປະເພນີ  ຈຸດວັດທະນະທຳອັນເປັນປະເພນີ ທີ່ເປັນເອກະລັກຂອງຊາວເຜົ່າມົ້ງ. ແລະ ຜູ້ປະກອບສ່ວນປຸກລຸກທ່າແຮງບົ່ມຊ້ອນທາງດ້ານການທ່ອງທ່ຽວ ຂອງໝູ່ບ້ານທີ່ນອນຢູ່ແຂວງ ເຊີນລາ ນີ້ ກໍ່ແມ່ນທ່ານ ຈ໊າງອາຈູ. ດ້ວຍທິດນຳພັດທະນາການທ່ອງທ່ຽວ ແຕ່ບໍ່ເຮັດໃຫ້ທິວທັດທຳມະຊາດ ວັດທະນະທຳຂອງຊົນເຜົ່າສູນຫາຍໄປ, ຈ໊າງອາຈູ ບໍ່ພຽງແຕ່ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຕົວເອງ ປ່ຽນແປງໄປເທົ່ານັ້ນ ຫາກຍັງປະກອບສ່ວນອະນຸລັກ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ຂອງທັງເຂດຊຸມຊົນອີກດ້ວຍ
ຈ໊າງອາຈູ ແລະ ຄວາມໃຝ່ຝັນສ້າງຄວາມຮັ່ງມີ ຈາກໝູ່ບ້ານ - ảnh 1ຈ໊າງອາຈູ ຖ່າຍຮູບກັບແຂກເອີລົບ

Homestay ອາຈູ ແມ່ນກຸ່ມເຮືອນຮ້ານ ແລະ ບັງກະໂລ ຖືກຕັ້ງຢູ່ໃກ້ກັບຫໍວັນທະນະທຳ ແລະ ສະໜາມກິລາຂອງບ້ານ ຫົວຕາດ. ປີ 2014 ຄອບຄົວຂອງທ່ານ ຈ໊າງອາຈູ ແມ່ນບັນດາຜູ້ຄົນທຳອິດໃນໝູ່ບ້ານ ໄດ້ຫັນປ່ຽນຈາກບັນດາເນື້ອທີ່ສວນໝາກໝັ້ນ, ໝາກຄາຍມາຕັ້ງບັນດາເຮືອນຮ້ານ ເຮັດດ້ວຍໄມ້ໃຫຍ່ກວ່າໝູ່ໃນບ້ານ ແລະ ໄດ້ເລີ່ມເຮັດການບໍລິການທ່ອງທ່ຽວຊຸມຊົນ. ຫໍວັດທະນະທຳ ແລະ ສະໜາມກິລາກໍ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ ກໍ່ຍ້ອນມີເນື້ອທີ່ດິນສ່ວນໜຶ່ງ ທີ່ຄອບຄົວຂອງທ່ານ ອາຈູ ປະກອບສ່ວນ. ທ່ານ ອາຈູ ເວົ້າວ່າ:

     “ສິ່ງທີ່ໜ້າເປັນຫ່ວງທີ່ສຸດ ສຳລັບຂ້າພະເຈົ້າ ເມື່ອກ່ອນນີ້ແມ່ນໄປເຮັດຮັບຈ້າງ ແຕ່ກໍ່ຢຸດເຊົາຍ້ອນວ່າວຽກງານກໍ່ບໍ່ໝັ້ນຄົງ. ຂ້າພະເຈົ້າໄດ້ຮຽນຈົບມະຫາວິທະຍາໄລ ເຕັກໂນໂລຊີສະບຽງອາຫານ, ແຕ່ຖ້າຫາກບໍ່ສາມາດເຮັດຫຍັງໄດ້ ກໍ່ຢ້ານວ່າຊາວບ້ານຫົວຂວັນເຮົາ. ຂ້າພະເຈົ້າກໍ່ມີພອນສະຫວັນທາງດ້ານສິລະປະວັນນະຄະດີ, ສາມາດເປົ່າແຄນຂອງຊາວເຜົ່າມົ້ງໄດ້ ດັ່ງນັ້ນກໍ່ສາມາດໝູນໃຊ້ສິ່ງເຫຼົ່ານັ້ນ.  ຂ້າພະເຈົ້າກໍ່ໄດ້ຮຽນປຸງແຕ່ງອາຫານ, ວິທີເຮັດການບໍລິການທ່ອງທ່ຽວຕື່ມອີກ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ວຽກງານຂອງພວກຂ້າພະເຈົ້າປັດຈຸບັນກໍ່ພັດທະນາໄດ້ດີ ແລະ ນັບມື້ນັບມີວຽກຫຼາຍຂຶ້ນ. ຄອບຄົວຂອງຂ້າພະເຈົ້າ ກໍ່ໄດ້ແບ່ງວຽກງານໃຫ້ແກ່ບັນດາຄອບຄົວທີ່ຢູ່ອ້ອມແອ້ມ ເພື່ອພ້ອມກັນເຮັດການບໍລິການທ່ອງທ່ຽວ”.

      ຄຳຕັດສິນຂອງ ອາຈູ ໃນເບື້ອງຕົ້ນ ກໍ່ຖືກພໍ່ແມ່ພີ່ນ້ອງໃນໝູ່ບ້ານບໍ່ເຫັນດີນຳ ຂະນະທີ່ລາວໄດ້ນຳຮູບແບບໃໝ່ ເພື່ອພັດທະນາການທ່ອງທ່ຽວເຂດຊຸມຊົນມາໃຫ້ໝູ່ບ້ານ. ແຕ່ໂຊກດີ, ອາຈູ ໄດ້ຮັບການຊ່ວຍໜູນຈາກບັນດາບໍລິສັດການທ່ອງທ່ຽວ, ພິເສດ, ນາງ ຫ່າງອາຊົວ ຜູ້ເປັນເມຍຂອງ ອາຈູ ຍາມໃດກໍ່ສະໜັບສະໜູນຜົວຢ່າງສຸດໃຈ. ນາງ ຫ່າງອາຊົວ ເວົ້າວ່າ:

      “ໃນເບື້ອງຕົ້ນ ພວກຂ້າພະເຈົ້າກໍ່ບໍ່ຄິດຫຍັງຫຼາຍ ແລະ   ໄດ້ເຫັນດີເພື່ອປະຕິບັດ. ໄລຍະຕໍ່ມາກໍ່ເຫັນວ່າ ຈຳນວນທຶນແມ່ນເພີ່ມຂຶ້ນຫຼາຍເກີນໄປ, ພວກຂ້າພະເຈົ້າກໍ່ຕ້ອງໄປກູ້ຢືມທຶນ ດັ່ງນັ້ນກໍ່ມີຄວາມທໍ້ຖອຍໃຈ ສ່ວນໜຶ່ງກໍ່ຢ້ານວ່າ ບໍ່ສາມາດເກັບທຶນຄືນໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ສອງຜົວເມຍກໍ່ໄດ້ຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງຍາກ, ແລະ ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ໃນການແນະນຳແຂກທ່ອງທ່ຽວມາຊົມໃຊ້ການບໍລິການ, ດັ່ງນັ້ນກໍ່ໄດ້ດີຂຶ້ນຫຼາຍແລ້ວ. ສຳຄັນທີ່ສຸດແມ່ນສອງຜົວເມຍຍາມໃດກໍ່ເປັນຈິດໜຶ່ງໃຈດຽວ ແລະ ລະດົມໃຈໃຫ້ແກ່ກັນ”.

     ປັດຈຸບັນ, ສົມບັດພັດສະຖານຂອງ ອາຈູ ແມ່ນໃຫຍ່ໂຕໂອໂຖງ, ເຮືອນຮ້ານທີ່ເປັນເອກະລັກ ປະສົມປະສານກັບຈຸດທີ່ເປັນປະເພນີ ຂອງເຮືອນຮ້ານເຜົ່າມົ້ງ, ແຕ່ພັດປະກອບດ້ວຍເຄື່ອງທັນສະໄໝ ທີ່ສ້າງຄວາມສະດວກສະບາຍໃຫ້ແກ່ແຂກ ທ່ອງທ່ຽວ. ຫຼັງຄາເຮືອນຖືກມຸງດ້ວຍໃບລານ, ຖືກປະດັບປະດາດ້ວຍລະບົບດອກໄຟງາມຕາ, ນັບແຕ່ມີ Homestay, ນາງ ອາຊົວ ບໍ່ຕ້ອງໄປເຮັດໄຮ່ໄຖນາອີກແລ້ວ, ລາວຢູ່ເຮືອນຮັບຜິດຊອບເລື່ອງແຕ່ງອາຫານ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ຢູ່ເຮືອນຄົວຂອງລາວ ຍາມໃດກໍ່ມີນາງສາວເຜົ່າມົ້ງ 5-6 ຄົນ ເພື່ອຊ່ວຍວຽກຄົວກິນໃຫ້ແກ່ນາງ ຊົວ. ນາງຈ໊າງທິຢຸ ຜູ້ຮັບໃຊ້ວຽກງານຄົວກິນຢູ່ Homestay ໃຫ້ຮູ້ວ່າ:

      “ນ້ອງເຮັດວຽກຢູ່ນີ້ ໄດ້ພົບປະກັບຫຼາຍຄົນ ແລະ ໄດ້ເພີ່ມຄວາມເຂົ້າໃຈກ່ຽວກັບຫຼາຍສິ່ງຫຼາຍຢ່າງ. ນ້ອງຍັງໄປຮຽນຢູ່ ແລະ ຂໍເຮັດວຽກເພີ່ມຢູ່ Homestay ຂອງອາວ ອາຈູ ແລະ ນ້ອງຮຽນໄດ້ຫຼາຍສິ່ງຫຼາຍຢ່າງຈາກວຽກງານນີ້”.

     ມາພັກຜ່ອນຢູ່ Homestay ອາຈູ, ແຂກທ່ອງທ່ຽວ ຈະໄດ້ຊອກຮູ້ກ່ຽວກັບຊີວິດປະຈຳວັນ ຂອງຊາວເຜົ່າມົ້ງ ຜ່ານບັນດາການເຄື່ອນໄຫວຕົວຈິງທີ່ເປັນໜ້າຈັບໃຈຄື ການເກັບກູ້ໝາກຄາຍ, ໝາກໝັ້ນ, ເຮັດເຂົ້າໜົມບັ໊ນໄຢ່, ຕຳເຂົ້າ, ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງ… ແຂກທ່ອງທ່ຽວມາພັກຜ່ອນຢູ່ Homestay ອາຈູ ກໍ່ລ້ວນແຕ່ເພິ່ງພໍໃຈຕໍ່ລະບົບເຮືອນຮ້ານ ແລະ ທັດຊະນີຍະພາບຢູ່ແຫ່ງນີ້. ແຂກທ່ອງທ່ຽວຄົນໜຶ່ງເວົ້າວ່າ:

      “ຄຸນນະພາບການບໍລິການແມ່ນດີທີ່ສຸດ, ສະຖານທີ່ຖືກຕັ້ງຢູ່ຈຸດດີທີ່ສຸດ ແລະ ມີຄວາມສະດວກສະບາຍ. ເຮືອນຮ້ານຂອງ ອາຈູ ແມ່ນຖືກຮັບປະກັນຕາມມາດຕະຖານ Homestay ຂອງອາຊີ - ປາຊີຟິກ. ຫຼັກອະນາໄມທາງດ້ານສະບຽງອາຫານກໍ່ຖືກຮັບປະກັນ”.

     ເມື່ອຖືກຖາມວ່າ ປີທີ່ຜ່ານມາ ໝາກຜົນດີກ່ວາໝູ່ຂອງອ້າຍແມ່ນຫຍັງ, ຈ໊າງອາຈູ ແບ່ງປັນວ່າ: ລາວດີໃຈທີ່ສຸດ ເພາະວ່າມີບັນດາແຂກທ່ອງທ່ຽວ ທີ່ໄດ້ມາພັກຜ່ອນຢູ່ Homstay ຂອງລາວໄດ້ມີຄວາມເຂົ້າໃຈກ່ຽວກັບ ຫົວຕາດ ຫຼາຍຂຶ້ນ. ພິເສດມີຫຼາຍຄົນ ໄດ້ຝາກເງິນມາຊ່ວຍເຫຼືອປຸກໂຮງຮຽນ, ກໍ່ສ້າງຂົວໃຫ້ແກ່ໝູ່ບ້ານເຂດບ້ານນາຂອງ ອາຈູ ອີກດ້ວຍ.

ຕອບກັບ