​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ ຫວຽດນາມ - ອິນ​ໂດ​ເນ​ເຊຍ: ສືບ​ທອດປະຫວັດສາດ, ສ້າງ​ອະນາຄົດ

Huong Tra
Chia sẻ
(VOVWORLD) - ທ່ານປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno ແມ່ນຜູ້ນໍາສອງທ່ານທີ່ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ອິນໂດເນເຊຍ. ຜ່ານໄລຍະ 65 ປີ ແຫ່ງປະຫວັດສາດ, ສາຍພົວພັນດັ່ງກ່າວຍັງຄົງໄດ້ຮັບການຖະໜຸຖະໜອມ ແລະເພີ່ມພູນຄູນສ້າງຈາກການນໍາລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ. ຕໍ່ໄປນີ້, ເຊີນທ່ານຮັບຟັງບົດຂຽນຂອງ ເຮືອງຈ່າ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອິນໂດເນເຊຍ.

 

        ເນື່່ອງໃນໂອກາດສະເຫຼີມສະຫຼອງການຢ້ຽມຢາມອິນໂດເນເຊຍ ຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Sukarno ຄົບຮອບ 60 ປີ (1959 – 2019) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງການສ້າງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955 – 2020), ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ແລະ ສະຖານທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ຈັດຕັ້ງການເສັງຊອກຮູ້ກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນໍາ 2 ປະເທດ. ມີພົນລະເມືອງຫວຽດນາມ ແລະ ອິນໂດເນເຊຍ 400 ຄົນ ໃນຫຼາຍເກນອາຍຸ ແລະ ອາຊີບທີ່ແຕກຕ່າງກັນກວ່າ ເຂົ້າຮ່ວມການເສັງຄັ້ງນີ້. 400 ບົດສອບເສັງນັ້ນໄດ້ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດຂອງປະຊາຊົນສອງປະເທດ ທີ່ມີຕໍ່ການຮັກສາ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ. ຜູ້ຍາດໄດ້ລາງວັນພິເສດໃນການເສັງດັ່ງກ່າວ ແມ່ນອ້າຍ ຕື່ແທງຟອງ ມາຈາກນະຄອນດ່າໜັງ ເຊິ່ງເປັນຜູ້ທີ່ໄດ້ຮັບລາງວັນໄປທ່ອງທ່ຽວ ອິນໂດເນເຊຍ 5 ວັນ, ອ້າຍຟອງຮູ້ສຶກໂຊກດີ ເມື່ອໄດ້ໄປຢ້ຽມຢາມ ແລະ ຄົ້ນຫາປະເທດສວຍງາມ.

        “ໃນຊຸມວັນຕົ້ນປີໃໝ່, ຂ້າພະເຈົ້າ ໄດ້ມີໂອກາດໄປຢ້ຽມຢາມປະເທດ ອິນໂດເນເຊຍ. ອາດເວົ້າໄດ້ວ່າ ນີ້ແມ່ນການຄົ້ນຫາທີ່ໜ້າຈັບອົກຈັບໃຈຫຼາຍ ສໍາລັບຂ້າພະເຈົ້າ. ຄະນະຈັດຕັ້ງໄດ້ຈັດໃຫ້ຂ້າພະເຈົ້າໄປຢ້ຽມຢາມບັນດາສະຖານທີ່ ເຊິ່ງກ່ອນນີ້ 60 ປີ ປະທານໂຮ່ຈີມິນ ໄດ້ແວ່ຢາມໃນການຢ້ຽມຢາມອິນໂດເນເຊຍ ພ້ອມດ້ວຍບັນດາສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທໍາທີ່ມີຊື່ສຽງຂອງ ອິນໂດເນເຊຍ. ຜ່ານນັ້ນ, ຂ້າພະເຈົ້າໄດ້ມີໂອກາດພົບປະ, ແລກປ່ຽນ ເພື່ອຊອກຮູ້ກ່ຽວກັບວັດທະນະທໍາ, ກ່ຽວກັບປະເທດ ອິນໂດເນເຊຍ, ບັນດາຈຸດຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທໍາລະຫວ່າງສອງປະເທດຕື່ມອີກ ເຊິ່ງກ່ອນນີ້ຂ້າພະເຈົ້າພຽງແຕ່ໄດ້ເຫັນໃນປື້ມ, ໜັງສືພິມ ແລະ ສື່ມວນຊົນເທ່ົານັ້ນ. ຜ່ານການຢ້ຽມຢາມອິນໂດເນເຊຍຄັ້ງນີ້, ຂ້າພະເຈົ້າ ຈຶ່ງເຂົ້າໃຈວ່າ ເປັນຫຍັງຫວຽດນາມ ແລະ ອິນໂດເນເຊຍ ເປັນເພື່ອນມິດສະຫາຍທີ່ສັດຊື່ບໍລິສຸດ, ເປັນຫຍັງ ປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno ແມ່ນເພື່ອນຜູ້ຍິ່ງໃຫຍ່, ສາມັກຄີໃນການຕໍ່ສູ້ຍາດເອົາເອກະລາດຂອງຊາດ. ຄວາມຮູ້ສຶກຂອງຂ້າພະເຈົ້າທີ່ມີຕໍ່ປະເທດ ອິນໂດເນເຊຍ ນີ້ ພຽງແຕ່ເປັນການເລີ່ມຕົ້ນ. ໃນໄລຍະຈະມາເຖິງຂ້າພະເຈົ້າຈະສືບຕໍ່ຄົ້ນຄວ້າ ແລະ ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືລະຫວ່າງສອງປະເທດ”.

​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ ຫວຽດນາມ - ອິນ​ໂດ​ເນ​ເຊຍ: ສືບ​ທອດປະຫວັດສາດ, ສ້າງ​ອະນາຄົດ - ảnh 1ບັນດາຜູ້ເຂົ້າຮ່ວມການເສັງຂອງທັງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ ຖ່າຍຮູບນໍານັກຂ່າວຫວຽດນາມ ປະຈໍາ ຈາກາຕາ  

        ເນື່ອງໃນໂອກາດນີ້, ວິທະຍຸກະຈາຍສຽງຫວຽດນາມ ກໍໄດ້ຈັດຕັ້ງການພົບປະແລກປ່ຽນລະຫວ່າງບັນດາຜູ້ທີ່ໄດ້ຮັບລາງວັນຕ່າງໆໃນການເສັງດັ່ງກ່າວຂອງສອງປະເທດຂຶ້ນ ຢູ່ນະຄອນຫຼວງ ຈາກາຕາ ເພື່ອແບ່ງປັນກ່ຽວກັບບັນດາແນວຄວາມຄິດ ແລະ ນໍ້າໃຈຂອງປະຊາຊົນສອງປະເທດທີ່ມີຕໍ່ການຢ້ຽມຢາມຄັ້ງປະຫວັດສາດ ແລະ ສາຍພົວພັນອັນພິເສດນີ້. ຖ້າຫາກວ່າຢູ່ຫວຽດນາມ, ບັນດາຜູ້ເຂົ້າຮ່ວມການເສັງ ໄດ້ສຸມຈິດສຸມໃຈເພື່ອເກັບສະສົມເອກະສານ, ຊອກຮູ້ກ່ຽວກັບການຢ້ຽມຢາມຂອງການນໍາສອງປະເທດ ແລະ ສາຍພົວພັນຄູ່່ຮ່ວມມືຍຸດທະສາດລະຫວ່າງສອງປະເທດນັ້ນ, ຢູ່ ອິນໂດເນເຊຍ ຜູ້ທີ່ຍາດໄດ້ລາງວັນນັ້ນ ກໍມີບັນດາວິທີສໍາຜັດສະເພາະຂອງຕົນ. ທ່ານ Sunu Budihardjo ມາຈາກ ຈາກາຕາ, ເຊິ່່ງເປັນຜູ້ຍາດໄດ້ລາງວັນທີ 3 ໃນການເສັງ ມີຄວາມປະທັບໃຈຫຼາຍ ຕໍ່ແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ.

        “ພາຍຫຼັງໄດ້ຮັບຟັງກ່ຽວກັບການປຸກລະດົມການເສັງດັ່ງກ່າວ ຜ່ານລາຍການກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າ ໄດ້ຄົ້ນຫາເອກະສານຢູ່ຫຼາຍບ່ອນທີ່ແຕກຕ່າງກັນ. ໃນວິວັດການຊອກຮູ້, ຂ້າພະເຈົ້າເຫັນວ່າ ທ່ານປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ມີຄວາມຄ້າຍຄືກັນຫຼາຍຢ່າງ. ພິເສດ, ຂ້າພະເຈົ້າມີຄວາມຮູ້ສຶກວ່າ ແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ ແມ່ນຄືກັນກັບຄວາມຄິດ ແລະ ແນວຄິດຂອງປະທານາທິບໍດີ Sukarno, ບັນດາແນວຄິດທີ່ເຕັມໄປດ້ວຍລັກສະນະວັດທະະນະທໍາມະນຸດຂອງບັນດາຜູ້ຕໍ່ສູ້ປົດປ່ອຍປະເທດຊາດ. ປະທານໂຮ່ຈີມິນ ແມ່ນຜູ້ໜຶ່ງທີ່ມີວິຖີຊີວິດລຽບງ່າຍ ແລະທ່ານປະທານາທິບໍດີ Sukarno ກໍເຊັ່ນດຽວກັນ”.

        ໃນສະພາບການທີ່ ສອງປະເທດພວມກະກຽມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1955 – 2020), ບັນດາບົດເສັງເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນນໍ້າໃຈໄມຕີຈິດມິດຕະພາບຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ຍັງຄົງຝັງເລິກຢູ່ໃນໃຈຂອງປະຊາຊົນສອງປະເທດ ແລະ ສາຍພົວພັນນີ້ ຈະສືບຕໍ່ໄດ້ຮັບການສືບທອດຕໍ່ໆໄປ. ທ່ານ Lin Tjin, ປະທານສະມາຄົມຜູ້ຟັງເປັນຈໍາຂອງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຢູ່ເກາະ Java, ເຊິ່ງເປັນບ່ອນທີ່ມີຜູ້ຟັງນັບພັນຄົນເຄີຍຕິດຕາມລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງຫວຽດນາມ ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກມີຄວາມປິຕິຊົມຊື່ນຫຼາຍ ເພາະວ່າ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເປັນຂົວຕໍ່ໃຫ້ພວກຂ້າພະເຈົ້າໄດ້ພົບປະກັນຢູ່ທີ່ນີ້. ການພົບປະຄັ້ງນີ້ ແມ່ນໝາກຜົນຂອງການສ້າງສາ ເຊິ່ງການນໍາລຸ້້ນຕ່າງໆຂອງສອງປະເທດພວກເຮົາໄດ້ສ້າງສາມາເປັນເວລາ 60 ປີ ແລະ ພວກເຮົາແມ່ນບຸກຄົນທີ່ຊົມໃຊ້ຜົນງານໃນວັນນີ້. ຂອບໃຈນໍາວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ກາຍເປັນຂົວຕໍ່ລະຫວ່າງປະຊາຊົນສອງປະທດ.  ສາຍພົວພັນໄມຕີຈິດມິດຕະພາບ ເຊິ່ງການນໍາສອງປະເທດ ໄດ້ກໍ່ຕັ້ງຂຶ້ນມາແຕ່ດົນນານນີ້ ຕ້ອງໄດ້ຮັບການຖະໜຸຖະໜອມ ແລະ ພັດທະນາໃນອະນາຄົດແຫ່ງຄວາມສາມັກຄີ ແລະ ໝັ້ນຄົງກວ່າໃນທຸກຂົງເຂດນັບທັງໃນຊີວິດ, ເສດຖະກິດ, ການເມືອງ ແລະ ສັງຄົມ”.

        ອາດເວົ້າໄດ້ວ່າ, ສາຍພົວພັນຖານເພື່ອນມິດສະຫາຍລະຫວ່າງປະທານໂຮ່ຈີມິນ ແລະ ທ່ານປະທານາທິດີ Sukarno ໄດ້ລື່ນກາຍບັນດາຫຼັກການທາງການທູດແບບປົກກະຕິ ແມ່ນພື້ນຖານແກ່ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດໃນວັນນີ້, ພິເສດແມ່ນໃນການພົວພັນທາງການທູດລະຫວ່າງປະຊາຊົນຫວຽດນາມ ແລະ ອິນໂດເນເຊຍ./. 

ຕອບກັບ