ພັນ​ເອກ Rem Kann ​ແລະ ຄວາມ​ຮັກ​ຫວຽດນາມ

Le Hung
Chia sẻ
(VOVWORLD) -   ທ່ານພັນເອກ Rem Kann ດໍາລົງຕໍາແໜ່ງເປັນຫົວໜ້າທູດທະຫານ ລາຊະອານາຈັກ ກໍາປູເຈຍ ປະຈໍາ ຫວຽດນາມ ນັບແຕ່ເດືອນ ກັນຍາປີ 2016 ມາຮອດປັດຈຸບັນ. ທ່ານເປັນໜຶ່ງໃນຈໍານວນຄົນຕ່າງປະເທດສ່ວນໜ້ອຍທີ່ສາມາດເວົ້າພາສາຫວຽດນາມ ຢ່າງລຽນໄຫຼຄືພາສາແມ່. ທ່ານພັນເອກ Rem Kann ບໍ່ພຽງແຕ່ແມ່ນຫົວໜ້າທູດການທະຫານຄົນໜຶ່ງທີ່ດຸໝັ່ນຂະຫຍັນພຽນເທົ່ານັ້ນ ຫາກຍັງແມ່ນພໍ່ຜູ້ທີສອງຂອງບັນດາພົນທະຫານ ກໍາປູເຈຍ ທີ່ພວມຮໍ່າຮຽນ ແລະ ຝຶກແອບຢູ່ຫວຽດນາມນໍາອີກ. ຈົ່ງທໍາຄວາມລຶ້ງເຄີຍກັບທ່ານພັນເອກ Rem Kann ຜ່່ານບົດຂຽນຂອງນັກຂ່າວ ເລຮຸ່ງ.

“ພັນເອກ Rem Kann ແມ່ນແບບຢ່າງໃຫ້ພວກຂ້າພະເຈົ້າຮໍ່າຮຽນຕາມ. ແຕ່ລະການກະທໍາທີ່ເລັກໆນ້ອຍໆຄື: ຢື້ຢາມຖາມຂ່າວ, ຊ່ວຍເຫຼືອ... ເມື່ອພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກນັ້ນ ລ້ວນແຕ່ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງ ສໍາລັບບັນດາສໍາມະນາກອນ. ຂ້າພະເຈົ້າຍັງຈື່ໄດ້ວ່າ ມີເທື່ອໜຶ່ງທີ່ໝູ່ຂອງຂ້າພະເຈົ້າມີວຽກຕ້ອງກັບເມືອປະເທດຢ່າງຮີບດ່ວນ, ທ່ານ Rem Kann ເອງແມ່ນຜູ້ທີ່ໄດ້ຊ່ວຍໝູ່ຂອງຂ້າພະເຈົ້າແລ່ນເອກະສານເພື່ອຊື້ປີ້ຍົນໃຫ້ໝູ່ຂອງຂ້າພະເຈົ້າ. ພວກຂ້າພະເຈົ້າຮູ້ສຶກໂຊກດີເມື່ອໄດ້ຮັບການຊ່ວຍເຫຼືອ ແລະ ການນໍາພາຂອງທ່ານພັນເອກ Rem Kann”.

        “ເມື່ອຂ້າພະເຈົ້າຮຽນປີທໍາອິດ, ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະວ່າ 2 ເດືອນຈຶ່ງໄດ້ຮັບເງິນເບ້ຍລ້ຽງເທື່ອໜຶ່ງ ແລະ ທ່ານພັນເອກ Rem Kann ເອງແມ່ນຜູ້ທີ່ໄດ້ສະເໜີຕໍ່ຜູ້ອໍານວຍການໂຮງຮຽນ. ດັ່ງນັ້ນ ພວກຂ້າພະເຈົ້າ ຈຶ່ງໄດ້ຮັບເງິນເບ້ຍລ້ຽງທຸກເດືອນ. ເນື່ອງຈາກນ້ັນ, ບັນດາຄວາມຫຍຸ້ງຍາກໃນເບື້ອງຕົ້ນຂອງພວກຂ້າພະເຈົ້າໄດ້ຮັບການແກ້ໄຂ ແລະ ມີເງື່ອນໄຂດ້ານວັດຖຸ ກໍຄືຄວາມອຸ່ນອ່ຽນໃຈສືບຕໍ່ຮໍ່າຮຽນ ແລະ ຝຶກແອບ. ຫວນຄືນຊຸມເດືອນວັນນັ້ນ, ພວກຂ້າພະເຈົ້າຍາມໃດກໍຮູ້ບຸນຄຸນທ່ານ Rem Kann ທີ່ໄດ້ໃຫ້ການເບິ່່ງແຍງດູແລຢ່າງສຸດຈິດສຸດໃຈ ແລະ ທັນການ”.

ພັນ​ເອກ Rem Kann ​ແລະ ຄວາມ​ຮັກ​ຫວຽດນາມ - ảnh 1ທ່ານພັນເອກ Rem Kann 

        ນັ້ນພຽງແຕ່ແມ່ນໜຶ່ງໃນບັນດາການຊ່ວຍເຫຼືອ ເຊິ່ງທ່ານ Rem Kann ໄດ້ສະຫງວນໃຫ້ບັນດາສໍາມະນາກອນ. ແຕ່ລະປີ, ມີສໍາມະນາກອນປະມານກວ່າ 3.000 ຄົນ ມາຮໍ່າຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດ ຫວຽດນາມ. ດ້ວຍຈໍານວນພົນທະຫານເຫຼົ່່ານັ້ນ ຍາກທີ່ຈະຄວບຄຸມ, ເກັບກໍາສະພາບການ ແລະ ໃຫ້ການໜູນຊ່ວຍເຂົາເຈົ້າຢ່າງທັນການໄດ້, ແຕ່ທ່ານພັນເອກ Rem Kann ຍັງຄົງສັບຊ້ອນເວລາ ເພື່ອລະດົມກໍາລັງໃຈໃຫ້ແກ່ເຂົາເຈົ້າ.

        “ຂ້າພະເຈົ້າໄດ້ຈັດແບ່ງເວລາສ່ວນຫຼາຍ ເພື່ອໄປຢ້ຽມຢາມບັນດາຮາກຖານບໍາລຸງສ້າງໃນທົ່ວປະເທດເພື່ອເກັບກໍາສະພາບການ ແລະ ໃຫ້ຄວາມເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງສໍາມະນາກອນ. ເພາະວ່າ ຂ້າພະເຈົ້າໄດ້ຖືເຂົາເຈົ້າເໝືອນດັ່ງລູກຫຼານໃນຄອບຄົວດຽວກັນ ສະນັ້ນ ຂ້າພະເຈົ້າກັບເມືອປະເທດພຽງແຕ່ເມື່ອມີການປະຊຸມ ຫຼື ໄປຮັບໃຊ້ຄະນະຜູ້ແທນເທົ່ານັ້ນ ສ່ວນວັນບຸນທີ່ເປັນມູນເຊື້ອຫຼືວັນບຸນໃຫຍ່ຂອງ ກໍາປູເຈຍນັ້ນ ແມ່ນຂ້າພະເຈົ້າລ້ວນແຕ່ຢູ່ນີ້ເພື່ອໃຫ້ກໍາລັງໃຈບັນດາອ້າຍນ້ອງ , ໜູນຊ່ວຍ ແລະ ແກ້ໄຂວຽກດ່ວນຂອງເຂົາເຈົ້າໃຫ້ທັນການ”.

        ໜຶ່ງໃນບັນດາເງື່ອນໄຂສະດວກຂອງທ່ານ Rem Kann ເມື່ອເຮັດວຽກງານເຫຼົ່ານັ້ນ ແມ່ນຍ້ອນເພິ່ນຮູ້ພາສາຫວຽດໄດ້ຢ່າງເລິກເຊິ່ງ ແລະ ສາມາດຟັງ, ເວົ້າ, ອ່ານ, ຂຽນ ໄດ້ຢ່າງຊໍານານ. ທ່ານ Rem Kann ເກີດປີ 1961. ເມື່ອເພິ່ນມີອາຍຸ 23 ປີ, ເພິ່ນໄດ້ຖືກສົ່ງໄປຮຽນພາສາຫວຽດ ຢູ່ໂຮງຮຽນວັດທະນະທໍາກອງທັບກໍາປູເຈຍ. ຫຼັງຈາກນັ້ນ, ທ່ານໄດ້ສົ່ງໄປຮຽນພາສາຫວຽດໂດຍກົງຢູ່ວິທະຍາຄານທະຫານເຮືອຫວຽດນາມ ເປັນເວລາ 3 ປີ. ນັບແຕ່ປີ 2016, ທ່ານໄດ້ກັບມາຫວຽດນາມ ໃນຖານະເປັນຫົວໜ້າຫ້ອງທູດທະຫານລາຊະອານາຈັກ ກໍາປູເຈຍ. ເພິ່ນໄດ້ກາຍເປັນພໍ່ຜູ້ທີ 2  ຂອງບັນດາສໍາມະນາກອນການທະຫານ ກໍາປູເຈຍ ທີ່ພວມຮໍ່າຮຽນ ແລະ ຝຶກແອບຢູ່ຫວຽດນາມ, ພ້ອມທັງເປັນທີ່ປຶກສາການທະຫານທີ່ສຸດຈິດສຸດໃຈກັບວຽກງານຂອງຕົນ.

        “ເມື່ອດໍາລົງຕໍາແໜ່ງເປັນຫົວໜ້າທູດທະຫານ ລາຊະອານາຈັກ ກໍາປູເຈຍ, ຂ້າພະເຈົ້າຍາມໃດກໍພະຍາຍາມເພື່ອປະຕິບັດບັນດາໜ້າທີ່ຂອງຕົນໃຫ້ດີທີ່ສຸດ. ໄປຄຽງຄູ່ກັນນັ້ນ, ດ້ວຍຄວາມປາດຖະໜາຢາກອຸທິດສ່ວນໃຫ້ແກ່ຂົງເຂດການທະຫານຂອງສອງປະເທດຫຼາຍກວ່າອີກ, ຂ້າພະເຈົ້າພວມສົມທົບກັບຝ່າຍຫວຽດນາມ ຮຽບຮຽງ ວັດຈະນານຸກົມສະເພາະຂະແໜງການທະຫານ ຫວຽດ - ຂະແມ ເພື່ອຊ່ວຍສອງຝ່າຍມີຄວາມສະດວກໃນການເຈລະຈາ ແລະ ເປັນເອກະສານສະບັບໜຶ່ງຮັບໃຊ້ໃຫ້ແກ່ການຮໍ່າຮຽນຂອງບັນດາສໍາມະນາກອນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າສາມາດສະສົມຄໍາສັບພາສາຫວຽດເພີ່ມເຕີມ”.

ພັນ​ເອກ Rem Kann ​ແລະ ຄວາມ​ຮັກ​ຫວຽດນາມ - ảnh 2 ທ່ານພັນເອກ Rem Kannຢ້ຽມຢາມວິທະຍາຄານທະຫານບົກ

        ໂດຍແມ່ນສະມາຊິກຂອງທູດທະຫານ, ທ່ານພັນເອກ Rem Kann  ເຂົ້າໃຈບົດບາດ ແລະ ກໍາລັງແຮງຂອງມະຫາຊົນໄດ້ຢ່າງຈະແຈ້ງ. ທ່ານຖືວ່າ, ການຕ່າງປະເທດຕ້ອງຕິດພັນກັບມະຫາຊົນ. ດັ່ງນັ້ນ, ຍາມໃດກໍຍາດເວລາເພື່ອໄປຢ້ຽມຢາມໂຮງຮຽນແຫ່ງຕ່າງໆ ເພື່ອນໍາພາ ແລະ ເພີ່ມທະວີຄວາມເຂົ້າໃຈ, ຄວາມໃກ້ຊິດສະໜິດສະໜົມລະຫວ່າງບັນດາສໍາມະນາກອນ ກັບ ຊາວຫວຽດນາມ.

        “ຂ້າພະເຈົ້າມັກເຂົ້າຮ່ວມບັນດາລາຍການຢ້ຽມຢາມ, ແລກປ່ຽນ ແລະ ພົບປະກັບປະຊາຊົນ ເພື່ອເພີ່ມທະວີຄວາມສາມັກຄີ, ມິດຕະພາບ. ຫວຽດນາມ ເໝືອນດັ່ງຄອບຄົວທີ 2  ແລະ ບັນດາສະຫາຍ ພ້ອມດ້ວຍປະຊາຊົນຫວຽດນາມ ແມ່ນຄອບຄົວທີ່ຮັກແພງທີ 2 ຂອງ ຂ້າພະເຈົ້າ. ຂ້າພະເຈົ້າຮັກຊາວຫວຽດນາມ ຍ້ອນຄວາມສະໜິດສະໜົມ, ສາຍຈິດມິດໃຈອັນດີງາມ ເຊິ່ງຫວຽດນາມສະຫງວນໃຫ້ແກ່ພວກຂ້າພະເຈົ້າ ນັບແຕ່ກ່ອນມາຮອດປັດຈຸບັນ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ເຖິງວ່າອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມສ້ິນສຸດແລ້ວກໍຕາມ ແຕ່ຂ້າພະເຈົ້າຍັງຢາກກັບມາຫວຽດນາມອີກຫຼາຍໆຄັ້ງ”.

        ທ່ານພັນເອກ Rem Kann ມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບ ກໍາປູເຈຍໃນທຸກຂົງເຂດ. ທ່ານປາດຖະໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ບໍາລຸງສ້າງ ແລະ ໃຫ້ການຊ່ວຍເຫຼືອສໍາມະນາກອນ ກໍາປູເຈຍ ເພື່ອຄົນລຸ້ນໜຸ່ມ 2 ປະເທດ ສາມາດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ. ທ່ານກໍຝາກຄໍາຕັກເຕືອນເຖິງບັນດາສໍາມະນາກອນ ກໍາປູເຈຍ ວ່າ ຍາມໃດກໍຕ້ອງມີຄວາມສາມັກຄີ, ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ./.

ຕອບກັບ