ນັກ​ຮ້ອງໜຸ່ມລາວ 2 ຄົນ ​ແລະ ຄວາມ​​ໃຝ່ຝັນ​ຢາກ​ເປັນ​ນັກ​ຮ້ອງ​​ອາຊີບ

Minh Duc
Chia sẻ
(VOVWORLD) - ສຸກທະວີ ສຸທໍາມະວົງ ຫຼື Jimmy San ແລະ ວິສຸດາ ໄຊຍະສານ ຫຼື Ammie ແມ່ນນັກຮ້ອງໜຸ່ມລາວ 2 ຄົນ ຫາກໍ່ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ (VOV) ຈັດຕັ້ງ. ເນື່ອງໃນໂອກາດນີ້, ນັກຂ່າວ VOV5 ໄດ້ໂອ້ລົມ ແລະ ຊອກຮູ້ກ່ຽວກັບວິວັດທະນາການກາຍເປັນນັກຮ້ອງຂອງ Jimmy San ແລະ Ammie. ຕໍ່ໄປນີ້, ເຊີນທ່ານຮັບຟັງບົດຂຽນ ຂອງ ມິງດຶກ, ນັກຂ່າວ VOV ດ້ວຍຫົວຂໍ້ “ນັກຮ້ອງໜຸ່ມລາວ 2 ຄົນ ແລະ ຄວາມໃຝ່ຝັນຢາກເປັນນັກຮ້ອງອາຊີບ”.

     

ນັກ​ຮ້ອງໜຸ່ມລາວ 2 ຄົນ ​ແລະ ຄວາມ​​ໃຝ່ຝັນ​ຢາກ​ເປັນ​ນັກ​ຮ້ອງ​​ອາຊີບ - ảnh 1 ນັກຮ້ອງ Jimmy San

   ນັກຮ້ອງຊາຍອາຍຸ 22 ປີ ທີ່ມາຈາກນະຄອນຫຼວງວຽງຈັນຄົນນີ້ ມີ style ການນຸ່ງຖືແບບລຽບງ່າຍ ໃນຊຸດເສື້ອເຊີດ, ໂສ້ງສຸພາບ,  ຜົມຍ້ອມສີທອງ ແລະ ມີນໍ້າສຽງເຕັມໄປດ້ວຍພະລັງຊີວິດ. ຄອບຄົວ Jimmy San ບໍ່ມີໃຜເຄີຍດໍາເນີນອາຊີບນີ້ມາກ່ອນ, ແຕ່ຄວາມໄຝ່ຝັນຢາກເປັນນັກຮ້ອງເພງ Rock  ສະນັ້ນ Jimmy San ຕ້ອງຮຽນດ້ວຍຕົນເອງ, ຖອດຖອນບົດຮຽນ, ຟັງເພງ ແລ້ວຊ້ອມໄປຕາມ ເຮັດແນວໃດເພື່ອຮ້ອງໃຫ້ຄືທີ່ສຸດ. Jimmy San ກ່າວວ່າ:

        ການເປັນນັກຮ້ອງສິ່ງທີ່ຫຍຸ້ງຍາກທີ່ສຸດ ສໍາລັບ Jimmy ແມ່ນເຮັດແນວໃດເພື່ອແນະນໍາ, ໂຄສະນາຕົນເອງຕໍ່ຜູ້ຊົມທີ່ຍັງບໍ່ນິຍົມເພງ Rock. ຍ້ອນຄວາມມົວເມົາຂອງຕົນ ສະນັ້ນ Jimmy San ຕ້ອງມານະຍະຍາຍາມເພື່ອຜ່ານຜ່າຄວາມຫຍຸ້ງຍາກໄປໄດ້. Jimmy San ແບ່ງປັນວ່າ: “ເມື່ອຂ້າພະເຈົ້າຂັບຮ້ອງ ຂ້າພະເຈົ້າຮູ້ສຶກວ່າສຽງເພງຂອງຕົນດຶງດູດຜູ້ຟັງ. ເມື່ອຜູ້ຟັງຮູ້ສຶກມ່ວນ ແລະ ຍາມນັ້ນ ຂ້າພະເຈົ້າກໍຮູ້ສຶກວ່່າມີຄວາມສຸກທີ່ສຸດ.

ນັກ​ຮ້ອງໜຸ່ມລາວ 2 ຄົນ ​ແລະ ຄວາມ​​ໃຝ່ຝັນ​ຢາກ​ເປັນ​ນັກ​ຮ້ອງ​​ອາຊີບ - ảnh 2 ນັກຮ້ອງ Ammie

ກໍຄືກັນກັບ Jimmy San, ໃນຄອບຄົວ Ammie ກໍບໍ່ມີໃຜເຄີຍເປັນນັກຮ້ອງມາກ່ອນ. ລາວກໍາເນີດ ແລະ ເຕີບໃຫຍ່ຢູ່ແຂວງສະຫວັນນະເຂດ, ຄີງບາງຮ່າງນ້ອຍ ແລະ ມີນໍ້າສຽງທີ່ສະເທືອນໃຈ, ນັກຮ້ອງຍິງ ອາຍຸ 21 ປີນີ້ ໄດ້ມີຄວາມເມົາມົວຫຼົງໄຫຼໃນດົນຕີແຕ່ຄາວມີອາຍຸ 8 – 9 ປີ, Ammie ແບ່ງປັນສູ່ຟັງວ່າ:

        ບໍ່ໄດ້ຮຽນເປັນນັກຮ້ອງໃນໂຮງຮຽນໃດໜຶ່ງ, ແຕ່ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຢາກເປັນນັກຮ້ອງນັ້ນ, ນັບແຕ່ຄາວຍັງເປັນນັກຮຽນ, Ammie ໄດ້ຊອກຮູ້ ແລະ ເຂົ້າຮ່ວມບັນດາງານປະກວດຕ່າງໆ ໂດຍທາງໂຮງຮຽນຈັດຕັ້ງ. ສໍາລັບ Ammie, ສິ່ງທີ່ຍາກທີ່ສຸດໃນການຝຶກແອບເພື່ອໃຫ້ໄດ້ເປັນນັກຮ້ອງ, ນັ້ນແມ່ນ ຕ້ອງຮຽນກ່ຽວກັບເຕັກນິກໃນການຂັບຮ້ອງດ້ວຍຕົນເອງ, ນາງໄດ້ຮຽນເຕັກນິກນັ້ນຜ່ານບັນດາບົດເພງຂອງນັກຮ້ອງທີ່ຊື່ດັ່ງດ້ວຍຕົນເອງ. ປັດຈຸບັນ, ເຖິງວ່າຄວາມໃຝ່ຝັນຂອງນາງໄດ້ປະກົດຜົນເປັນຈິງແລ້ວກໍຕາມ, ແຕ່ Ammie ຍັງຄົງມານະພະຍາຍາມເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີກວ່າອີກ.

        ບໍ່ພຽງແຕ່ສະແດງ ແລະ ເຂົ້າຮ່ວມບັນດາງານປະກວດຢູ່ພາຍໃນປະເທດເທົ່ານັ້ນ, Jimmy  ແລະ Ammie ຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເຊື້ອເຊີນໃຫ້ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຢູ່ແຂວງກວ໋າງນິງ, ຫວຽດນາມ ອີກດ້ວຍ. ໃນງານປະກວດຄັ້ງນີ້, ນັກຮ້ອງ Jimmy  San ແມ່ນໜຶ່ງໃນຈໍານວນນັກຮ້ອງ 10 ຄົນ ທີ່ໄດ້ເຂົ້າຮອບຊີງຊະນະເລີດ. ກໍຢູ່ງານປະກວດຄັ້ງນີ້, Jimmy  ແລະ Ammie ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການຫຼາຍຢ່າງ. ນັກຮ້ອງ ແທັງລາມ, ສະມາຊິກຄະນະກໍາມະການຂອງງານປະກວດດັ່ງກ່າວ ຕີລາຄາວ່າ ນີ້ແມ່ນນັກຮ້ອງສອງຄົນທີ່ມີທ່າແຮງບົ່ມຊ້ອນໃນພື້ນຖານດົນຕີຂອງລາວ.

        “ສໍາລັບ ນັກຮ້ອງລາວ ສອງຄົນນີ້, Ammie ມີນໍ້າສຽງມ່ວນຫຼາຍ, ສ່ວນ Jimmy ພັດມີstyle  ດົນຕີທີ່ແປກໃໝ່. ຂ້າພະເຈົ້າຫວັງວ່າ ນັກຮ້ອງສອງທັງຄົນນີ້ ຈະແມ່ນນັກສິລະປະປິນໃນອະນາຄົດຂອງປະເທດລາວ”.

        ເມື່ອແບ່ງປັນກ່ຽວກັບແຜນການໃນອະນາຄົດ, ນັກຮ້ອງ Jimmy  ປາດຖະໜາວ່າ ຢາກອອກ album ດົນຕີ ແລະ ຍາດໄດ້ຜົນສໍາເລັດສູງສຸດໃນອາຊີບສິລະປະຂອງຕົນ. ສ່ວນ Ammie, ນາງຄາດວ່າ ຈະອອກ album ສະເພາະຂອງຕົນ ແລະ ຝຶກຝົນຫຼໍ່ຫຼອມເພື່ອກາຍເປັນຄູສອນດົນຕີ./.

ຕອບກັບ