ນັກ​ສຶກ​ສາ ກຳ​ປູ​ເຈຍ ແລະ ຄວາມ​ຮັກ​ມັກ​ກັບ Taekwondo

Viet Hung
Chia sẻ
(VOVWORLD) -ໂດຍປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການສຶກສາ ລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາ ຊາວໜຸ່ມ ແລະ ກິລາ ກຳປູເຈຍ, ແຕ່ລະປີ, ຫວຽດນາມ ຮັບນັກສຶກສາກຳປູເຈຍ ຈຳນວນ 120 ຄົນ ມາຮຽນລະດັບມະຫາວິທະຍາໄລ, ສຶກສາຫຼັງມະຫາ ຝຶກງານ ແລະ ຮຽນພາສາຫວຽດ ກຽມເຂົ້າມະຫາວິທະຍາໄລ. ນັກສຶກສາ ກຳປູເຈຍ ສ່ວນຫຼາຍແມ່ນຮຽນຢູ່ໂຮງຮຽນແຫ່ງຕ່າງໆຄື ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ມະຫາວິທະຍາໄລການກໍ່ສ້າງ, ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລສະຖາປັດຕະຍາກຳສາດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ມະຫາວິທະຍາໄລແພດສາດ-ການຢາ ຖ໊າຍບິ່ງ ແລະ ມະຫາວິທະຍາໄລ ຫງວຽນເຕິດແທ່ງ, ນະຄອນ ໂຮ່ຈີມິນ. ແລະ ເພື່ອນ Chhoeung Lyna ກໍແມ່ນໜຶ່ງໃນບັນດານັກສຶກສາ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ.
ນັກ​ສຶກ​ສາ ກຳ​ປູ​ເຈຍ ແລະ ຄວາມ​ຮັກ​ມັກ​ກັບ Taekwondo - ảnh 1Chhoeung Lyna ມີໃນໂຕທັງສອງສາຍເລືອດ ຫວຽດ ແລະ ກຳປູເຈຍ
Chhoeung Lyna ມີໃນໂຕທັງສອງສາຍເລືອດ ຫວຽດ ແລະ ກຳປູເຈຍ, ລາວກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ. ນັບແຕ່ຄາວຍັງນ້ອຍ, Chhoeung Lyna ຍາມໃດກໍ່ຝັກໃຝ່ຄວາມຝັນຢາກກາຍເປັນແພດການຢາທີ່ເກັ່ງ ແລະ ມີຄຸນນະທຳ ເພື່ອປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ ກຳປູເຈຍ. ປີ 2015, Chhoeung Lyna ໄດ້ຮັບທຶນໄປຮຽນຢູ່ ຫວຽດນາມ . ນັບແຕ່ນັ້ນມາ, ນາງສາວທີ່ມີຄີງບາງນ້ອຍນີ້ ໄດ້ຫ່າງຈາກຄອບຄົວມາຮຽນຢູ່ ຫວຽດນາມ ເພື່ອປະຕິບັດຄວາມຝັນຂອງຕົນໃຫ້ປະກົດຜົນເປັນຈິງ. ກ່ຽວກັບເຫດຜົນທີ່ເລືອກມາຮຽນມະຫາວິທະຍາໄລຢູ່ ຫວຽດນາມ, Lyna ແບ່ງປັນວ່າ:

ຂະແໜງສາທາລະນະສຸກຂອງ ຫວຽດນາມ ມີການພັດທະນາຫຼາຍ. ສະນັ້ນ ຂ້າພະເຈົ້າຈຶ່ງຢາກມາຮຽນຢູ່ ຫວຽດນາມ. ອີກຢ່າງ ພໍ່ຂອງຂ້າພະເຈົ້າກໍແມ່ນຄົນ ຫວຽດ ສະນັ້ນ ຂ້າພະເຈົ້າກໍຢາກມາຮ່ຳຮຽນຢູ່ບ້ານເກີດເມືອງນອນຂອງພໍ່ແດ່”.

 ແຝງໃນຄວາມສວຍງາມຂອງຜູ້ຍິງນັ້ນ, Lyna ແມ່ນນາງສາວທີ່ເຂັ້ມແຂງ ແລະ ມີຄວາມເມົາມົວກັບວິຊາມວຍ Taekwondo ຢ່າງແຮງ. ສອງຂົງເຂດເບິ່ງຄືວ່າມີຄວາມແຕກຕ່າງກັນແນວນັ້ນ ແຕ່ຍາມໃດກໍໄປຄຽງຄູ່ກັນກັບເສັ້ນທາງແຫ່ງການເຕີບໃຫຍ່ຂອງນາງສາວຄົນນີ້. Lyna ໃຫ້ຮູ້ວ່າ:

“ເຫດຜົນທີ່ຂ້າພະເຈົ້າເລືອກຝຶກແອບວິຊາມວຍ Taekwondo ນີ້ ແມ່ນຍ້ອນຄວາມຮັກມັກແທ້ໆຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຢາກມຸ່ງໝັ້ນຝຶກຊ້ອມວິຊານີ້ ເໝືອນດັ່ງພໍ່ຂອງຕົນ. ຍ້ອນວ່າ, ພໍ່ຂອງຂ້າພະເຈົ້າກໍແມ່ນນັກກິລາມວຍ Taekwondo, ທຸກຄົນມັກເວົ້າວ່າ ເປັນຜູ້ຍິງບໍ່ຄວນຕີມວຍ, ຂ້າພະເຈົ້າຈະແມ່ນຜູ້ທີ່ພິສູດໃຫ້ທຸກຄົນເຫັນວ່າ ຜູ້ຍິງກໍເຮັດໄດ້ດີ ບໍ່ນ້ອຍໜ້າກວ່າຜູ້ຊາຍ”.

ນັກ​ສຶກ​ສາ ກຳ​ປູ​ເຈຍ ແລະ ຄວາມ​ຮັກ​ມັກ​ກັບ Taekwondo - ảnh 2Lyna ມີຄວາມເມົາມົວກັບວິຊາມວຍ Taekwondo ຢ່າງແຮງ
ດ້ວຍຄວາມຕັດສິນໃຈ ແລະ ມານະຈິດອັນແຮງກ້າຂອງຕົນ, Lyna ກໍຄ່ອຍໆຢັ້ງຢືນໄດ້ທີ່ຕັ້ງຂອງຕົນໃນວົງການ Taekwondo ໄດ້, Lyna ບັນລຸໄດ້ຜົນງານທີ່ສູງສົ່ງຫຼາຍຢ່າງໃນການແຂ່ງຂັນ Taekwondo ຂອບຂະໜາດນ້ອຍ ແລະ ໃຫຍ່ຄັ້ງຕ່າງໆຢູ່ ຫວຽດນາມ ແລະ ກຳປູເຈຍ ຢ່າງລຽນຕິດ, ກາຍເປັນປັດໄຈແກ່ນສານຂອງສະໂມສອນ Taekwondo, ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ນະຄອນ ໂຮ່ຈີມິນ. ເມື່ອເວົ້າກ່ຽວກັບນັກສຶກສາຍິງຄົນເກັ່ງນີ້, ທ່ານ ຫງວຽນວັນກາ  -  ຄູຝຶກສະໂມສອນ Taekwondo ຂອງ ໂຮງຮຽນ ຮູ້ໃຫ້ວ່າ:

“ປັດຈຸບັນ, Lyna ພ້ອມກັບບັນດາອ້າຍເອື້ອຍ ພວມແມ່ນເສົາຫຼັກຂອງທິມສະໂມສອນ Taekwondo ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆຂອງນັກສຶກສາພາຍໃນປະເທດ. ພິເສດ, ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນປີ 2015, ໃນງານມະຫາກຳກິລານັກສຶກສາທົ່ວປະເທດ ທີ່ຈັດຂຶ້ນຢູ່ບັກນິງ, Lyna ກໍຄວ້າໄດ້ລາງວັນຫຼຽນເງິນສຳລັບວິຊາມວຍມາດຕະຖານ”.

ນັກ​ສຶກ​ສາ ກຳ​ປູ​ເຈຍ ແລະ ຄວາມ​ຮັກ​ມັກ​ກັບ Taekwondo - ảnh 3ໃນງານມະຫາກຳກິລາ Seagame 23 Lyna ຄວ້າໄດ້ລາງວັນຫຼຽນທອງ ປະເພດກິລາ Taekwondo ມາໃຫ້ ກຳປູເຈຍ
ບໍ່ພຽງແຕ່ແມ່ນສະມາຊິກຫຼັກແຫຼ່ງຂອງສະໂມສອນ Taekwondo, ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ເທົ່ານັ້ນ, Lyna ຍັງແມ່ນນັກມວຍ Taekwondo ຂອງທິມຊາດ ກຳປູເຈຍ ອີກດ້ວຍ. ປີ 2013,  ໃນງານມະຫາກຳກິລາ Seagame 23 Lyna ຄວ້າໄດ້ລາງວັນຫຼຽນທອງ ປະເພດກິລາ Taekwondo ມາໃຫ້ ກຳປູເຈຍ. ບັນດາຜົນງານດັ່ງກ່າວ ແມ່ນຊັບສົມບັດອັນລ້ຳຄ່າຂອງ Lyna ແລະ ກໍເປັນທີ່ປະທັບໃຈສຳລັບຫຼາຍຄົນ. ໂດຍມີຄວາມເມົາມົວຢ່າງແຮງກັບປະເພດກິລາ Taekwondo, Lyna ຍັງບໍ່ທັນຮູ້ສຶກພໍໃຈກັບບັນດາຜົນງານ ເຊິ່ງຕົນບັນລຸໄດ້. ຍາມໃດນາງກໍດຸໝັ່ນຝຶກແອບ ແລະ ຕັ້ງເປົ້າໝາຍໃຫ້ຕົນເອງສູ້ຊົນໃນແຕ່ລະວັນ. ເມື່ອເວົ້າກ່ຽວກັບເປົ້າໝາຍຕໍ່ໄປຂອງຕົນ, Lyna ແບ່ງປັນວ່າ:

“ພວກເຮົາທຸກຄົນຕ່າງກໍຮູ້ວ່າ ປີ 2023 ນີ້ ກຳປູເຈຍ ຈະເປັນປະເທດເຈົ້າພາບຈັດງານມະຫາກຳກິລາ Seagame. ນີ້ກໍແມ່ນຄັ້ງທຳອິດໃນປະຫວັດສາດຂອງປະເທດ ກຳປູເຈຍ. ຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມຫຼາຍກວ່າອີກ ເພື່ອສາມາດໄດ້ເຂົ້າແຂ່ງຂັນໃນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ 2023 ທີ່ຈະມາເຖິງນີ້”.

ໂດຍຫຼໍ່ລ້ຽງຄວາມໄຝ່ຝັນທັງສອງໃນເວລາດຽວກັນ, ຍາມໃດ Lyna ກໍມານະພະຍາຍາມຮຽນຮູ້ ແລະ ສະແຫວງຫາຄວາມຮູ້ໃໝ່ໆໃນຂະແໜງການຢາ ແລະ ຝຶກແອບເຕັກນິກ, ທັກສະຕ່າງໆໃນການຕີມວຍ ເພື່ອພິຊິດຄວາມໄຝ່ຝັນຂອງຄົນ. ຄວາມເມົາມົວ ແລະ ຄວາມສຸດຈິດສຸດໃຈຂອງ Lyna ເໝືອນດັ່ງພະລັງຊີວິດ ແລະ ແຜ່ກະຈາຍແຫຼ່ງກຳລັງທີ່ຕັ້ງໜ້າມາໃຫ້ເພື່ອນໜຸ່ມຫຼາຍຄົນ, ພິເສດ ແມ່ນສຳລັບນັກສຶກສາ ກຳປູເຈຍ ທີ່ກ້າໄຝ່ຝັນ ແລະ ກ້າປະຕິບັດຕາມຄວາມຝັນຂອງຕົນ. ນີ້ກໍແມ່ນສາຍເຫດທີ່ເຮັດໃຫ້ນາງສາວຄົນນີ້ ຍາມໃດກໍໄດ້ຮັບຄວາມຮັກແພງຈາກໝູ່ຄູ.

ປີ 2022, Lyna ຈະຮຽນຈົບມະຫາວິທະຍາໄລ ຫງວຽນເຕິດແທັ່ງ, ຂະແໜງການຢາ. ພາຍຫຼັງຮຽນຈົບ, Lyna ຈະສືບຕໍ່ຢູ່ ຫວຽດນາມ ເພື່ອເຮັດວຽກ ແລະ ຝຶກແອບປະເພດກິລາມວຍຕື່ມອີກ ສອງ - ສາມປີ ເພື່ອຮຽນຮູ້ບົດຮຽນຕົວຈິງ ກອ່ນທີ່ຈະກັບເມືອປະເທດ./.

ຕອບກັບ