ທຶນ​ການສຶກສາ​ສິລະ​ປະ ​ແລະ ວັດທະນະ​ທໍາ ອິນ​ໂດ​ເນ​​ເຊ​ຍ: ກາລະ​ໂອກາດ​​ເປັນ​ທູດ​ວັດທະນະ​ທໍາ

Huong Tra
Chia sẻ
(VOVWORLD) -    ເພື່ອນໜຸ່ມ 72 ຄົນ ທີ່ມາຈາກ 40 ປະເທດ, ໃນນັ້ນ ມີເພື່ອນໜຸ່ມຫວຽດນາມ 3 ຄົນ ຫາກໍສິ້ນສຸດໄລຍະຊອກຮູ້ກ່ຽວກັບວັດທະນະທໍາ ອິນໂດເນເຊຍ ຜ່ານທຶນການສຶກສາສິລະປະ ແລະ ວັດທະນະທໍາ ອິນໂດເນເຊຍ (IACS) 2019 ໃນກາງເດືອນສິງຫາຜ່ານມາ. ດ້ວຍທຶນການສຶກສາດ່ັງກ່າວ, ພວກເພື່ອນໜຸ່ມບໍ່ພຽງແຕ່ມີໂອກາດຊອກຮູ້ສີສັນວັດທະນະທໍາທີ່ເປັນຫຼາຍຮູບຫຼາຍແບບຂອງ ອິນໂດເນເຊຍ ເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງບັນດາປະເທດທີ່ມີສະມາຊິກເຂົ້າຮ່ວມທຶນການສຶກສານັ້ນອີກດ້ວຍ.
ທຶນ​ການສຶກສາ​ສິລະ​ປະ ​ແລະ ວັດທະນະ​ທໍາ ອິນ​ໂດ​ເນ​​ເຊ​ຍ: ກາລະ​ໂອກາດ​​ເປັນ​ທູດ​ວັດທະນະ​ທໍາ - ảnh 1 ລາຍການສະແດງສິລະປະຂອງບັນດານັກຮຽນ 

ລາຍການສະແດງສິລະປະໃນຂອບເຂດລາຍການທຶນການສຶກສາສິລະປະ ແລະ ວັດທະນະທໍາ ອິນໂດເນເຊຍ 2019 ໂດຍກະຊວງການຕ່າງປະເທດ ອິນໂດເນເຊຍ ຈັດຕັ້ງ ມີຊື່ວ່າ “ອິນໂດເນເຊຍ Channel 2019” ຖືກດໍາເນີນຢູ່ນະຄອນທະເລ Banyuwangi, ເຊິ່ງຕັ້ງຢູ່ທາງທິດຕາເວັນອອກເກາະ Java, ອິນໂດເນເຊຍ. ລາຍການດັ່ງກ່າວ ເໝືອນດັ່ງບົດລາຍງານຜົນການຮຽນພາຍຫຼັງການຮຽນຮູ້ກ່ຽວກັບວັດທະນະທໍາ ແລະ ສິລະປະເປັນເວລາ 3 ເດືອນ ຂອງບັນດາເພື່ອນໜຸ່ມສາກົນ. ເພື່ອນ ຫງວຽນຕ່າຍລົກ, ນັກຮຽນມາຈາກ ຫວຽດນາມ ຮູ້ສຶກໂຊກດີ ເມື່ອໄດ້ຮັບທຶນການສຶກສາ IACS, ແບ່ງປັນວ່າ.

        “ເມື່ອໄດ້ເຂົ້າຮ່ວມຊຸດຮຽນດ້ວຍທຶນການສຶກສານີ້, ສິ່ງທີ່ພວກນ້ອງສາມາດນໍາເມືອ ຫວຽດນາມ ບໍ່ພຽງແຕ່ແມ່ນວັດທະນະທໍາ ແລະ ສິລະປະ ເທົ່ານັ້ນ ຫາກຍັງແມ່ນຄວາມຮັກເຊິ່ງພວກນ້ອງສະຫງວນໃຫ້ແກ່ ອິນໂດເນເຊຍ ແລະ ຄວາມຮັກຂອງບັນດາເພື່ອນໜຸ່ມ ອິນໂດເນເຊຍ ສະຫງວນໃຫ້ແກ່ພວກຂ້າພະເຈົ້າອີກດ້ວຍ. ນ້ອງຄິດວ່າ ນີ້ແມ່ນສິ່ງທີ່ມີຄວາມສຸກທີ່ສຸດ ເມື່ອໄດ້ເຂົ້າຮ່ວມຊຸດຮຽນດ້ວຍທຶນການສຶກສາດັ່ງກ່າວ. ສາມເດືອນຜ່ານມາ, ພວກນ້ອງໄດ້ມານະພະຍາຍາມຮໍ່່າຮຽນ ແລະ ຝຶກຊ້ອມເພື່ອໃຫ້ມີການສະແດງດີທີ່ສຸດ”.

ທຶນ​ການສຶກສາ​ສິລະ​ປະ ​ແລະ ວັດທະນະ​ທໍາ ອິນ​ໂດ​ເນ​​ເຊ​ຍ: ກາລະ​ໂອກາດ​​ເປັນ​ທູດ​ວັດທະນະ​ທໍາ - ảnh 2 ນັກຮຽນຫວຽດນາມ 3 ຄົນ ທີ່ເຂົ້າຮ່ວມຊຸດຮຽນດ້ວຍທຶນການສຶກສາ IACS

        ໃນເກືອບ 2 ຊົ່ວໂມງ, ຜູ້ຊົມໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັດທະນະທໍາ ອິນໂດເນເຊຍ, ຜ່ານບັນດາວາດຟ້ອນທີ່ເປັນມູນເຊື້ອຂອງຫຼາຍປະເທດ ຄື ຟ້ອນຈານ, ຟ້ອນທຽນ ຂອງແຂວງ Sumatera ຫຼື ຟ້ອນ Saman ຂອງແຂວງ Aceh. ທ່າທີສະແດງທີ່ໝັ້ນໃຈ ແລະ ເປັນມືອາຊີບຂອງບັນດານັກຮຽນສາກົນ ທີ່ເຂົ້າຮ່ວມຊຸດຮຽນດ້ວຍທຶນການສຶກສາໄດ້ເຮັດໃຫ້ຜູ້ຊົມນິຍົມຊົມຍ້ອງ ແລະ ນັບຖື. ນັ້ນແມ່ນໝາກຜົນຂອງການຮຽນຮູ້ ແລະ ການທັດສະນະຕົວຈິງຢູ່ 6 ນະຄອນທີ່ແຕກຕ່າງກັນໃນຕະຫຼອດໄລຍະ 3 ເດືອນ. ເພື່ອນ Sukanya ມາຈາກ Brunei ແບ່ງປັນວ່າ:

        “ດ້ວຍທຶນການສຶກສານີ້, ຂ້າພະເຈົ້າໄດ້ຮຽນວາດຟ້ອນທີ່ເປັນມູນເຊື້ອຈໍານວນໜຶ່ງຂອງ ອິນໂດເນເຊຍ, ຮຽນຂັບລໍາ, ຮຽນຫຼິ້ນເຄື່ອງດົນຕີຂອງ ອິນໂດເນເຊຍ, ຮຽນພາສາ ອິນໂດເນເຊຍ. ບໍ່ພຽງແຕ່ເທົ່ານັ້ນ, ພວກຂ້າພະເຈົ້າຍັງໄດ້ພັກອາໄສຢູ່ເຮືອນປະຊາຊົນ, ຊີມບັນດາເຍື່ອງອາຫານທີ່ແຊບນົວ. ຂ້າພະເຈົ້າມັກ Tempe ທີ່ສຸດ - ເຊິ່ງເປັນເຍື່ອງອາຫານທີ່ເຮັດດ້ວຍເຕົ້າຮູ້. ຂ້າພະເຈົ້າຮູ້ສຶກວ່າ ຄືດັ່ງຢູ່ເຮືອນຂອງຕົນ”.

        ນອກນັ້ນ, ຍັງມີການເຄື່ອນໄຫວນອກຫຼັກສູດ ອັນຊ່ວຍໃຫ້ບັນດາເພື່ອນໜຸ່ມໄດ້ຮຽນຮູ້ກ່ຽວກັບພື້ນຖານວັດທະນະທໍາທີ່ມີສີສັນຫຼາກຫຼາຍຂອງປະເທດ ອິນໂດເນເຊຍ ທີ່ສວຍງາມນີ້. ສິ່ງທີ່ພິເສດກວ່າໝູ່ນັ້ນແມ່ນ ຜ່ານຊົ່ວໂມງຮຽນຕ່າງໆ, ບັນດາຊາວໜຸ່ມໄດ້ມີໂອກາດທໍາຄວາມລຶ້ງເຄີຍກັບເພື່ອນຮ່ວມລຸ້ນດຽວກັນ ທີ່ມາຈາກຫຼາຍປະເທດໃນໂລກ. ເພື່ອນ Adi ມາຈາກ ຟີລິບປິນ ແບ່ງປັນວ່າ:

        “ທຶນການສຶກສານີ້ ແມ່ນຂົວເຊື່ອມຕໍ່ວັດທະນະທໍາລະຫວ່າງບັນດາປະເທດຢ່າງແທ້ຈິງ. ຢູ່ທີ່ນີ້, ຂ້າພະເຈົ້າໄດ້ມີໝູ່ເພື່ອນຄົນໃໝ່ເພີ່ມຕື່ມ, ໄດ້ຮູ້ຈັກກ່ຽວກັບຫຼາຍພື້ນຖານວັດທະນະທໍາໃໝ່, ພ້ອມກັນແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນ. ຂ້າພະເຈົ້າຮັກ ປະເທດອິນໂດເນເຊຍ.”

ທຶນ​ການສຶກສາ​ສິລະ​ປະ ​ແລະ ວັດທະນະ​ທໍາ ອິນ​ໂດ​ເນ​​ເຊ​ຍ: ກາລະ​ໂອກາດ​​ເປັນ​ທູດ​ວັດທະນະ​ທໍາ - ảnh 3 ນັກຮຽນ 72 ຄົນ ທີ່ເຂົ້າຮ່ວມຊຸດຮຽນດ້ວຍທຶນການສຶກສາ IACS

        ໂດຍໄດ້ຮັບການຜັນຂະຫຍາຍມາແຕ່ປີ 2003, ທຶນການສຶກສາ IACS ນອນໃນລາຍການພົວພັນຕ່າງປະເທດປະຈໍາປີຂອງ ອິນໂດເນເຊຍ. ໄລ່ມາຮອດປັດຈຸບັນ, ທຶນການສຶກສາດັ່ງກ່າວ ໄດ້ມອບໃຫ້ນັກຮຽນກວ່າ 920 ຄົນ ທີ່ມາຈາກຫຼາຍກວ່າ 77 ປະເທດ. ເນັ້ນໜັກກ່ຽວກັບຄວາມໝາຍຂອງທຶນການສຶກສາທີ່ພິທີສະຫຼຸບ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ:

        “ຜ່ານທຶນການສຶກສາສິລະປະ ແລະ ວັດທະນະທໍາ, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ບັນດາເພື່ອນໜຸ່ມ ກາຍເປັນທູດວັດທະນະທໍາຂອງ ອິນໂດເນເຊຍ. ເຂົາເຈົ້າແມ່ນບັນດາປັດໄຈຂອງການປ່ຽນແປງ, ການໃຫ້ອະໄພ ແລະ ສັນຕິພາບ. ເມື່ອກັບເມືອປະເທດ, ເຂົາເຈົ້າຈະປະກອບສ່ວນເຂົ້າໃນການພັດທະນາສິລະປະດ້ວຍບັນດາຄວາມຮູ້ທີ່ໄດ້ຮຽນມາຈາກ ອິນໂດເນເຊຍ. ສໍາລັບບຸກຄົນໃດທີ່ຄາດວ່າຈະກັບມາ ອິນໂດເນເຊຍ ອີກຄັ້ງໜຶ່ງເພື່ອສືບຕໍ່ຮໍ່າຮຽນຢູ່ທີ່ນີ້, ອິນໂດເນເຊຍ ຍາມໃດກໍຍິນດີຕ້ອນຮັບພວກເພື່ອນ”.

        ແຕ່ລະປີ, ລາຍການຮຽນດັ່ງກ່າວ ຈະພາບັນດາເພື່ອນໜຸ່ມຊາວໜຸ່ມ, ເຍົາວະຊົນ ໄປຢາມບັນດາສະຖານທີ່ແຕກຕ່່າງກັນໃນທົ່ວປະເທດ ອິນໂດເນເຊຍ. ຈຸດນັດພົບສຸດທ້າຍຂອງເພື່ອນໜຸ່ມ 72 ຄົນທີ່ເຂົ້າຮ່ວມ IACS 2019 ແມ່ນ ນະຄອນທະເລ Banyuwangi ທີ່ສະຫງົບງຽບ ດ້ວຍພື້ນຖານວັດທະນະທໍາທີ່ຫຼາຍຮູບຫຼາຍສີ ອັນໄດ້ສ້າງຄວາມຊົງຈໍາທີ່ບໍ່ອາດຫຼົງລືມໄດ້ໃນໃຈບັນດາຊາວໜຸ່ມເຍົາວະຊົນທີ່ເຂົ້າຮ່ວມທຶນການສຶກສາ IACS 2019./.

 

ຕອບກັບ