ງານປະກວດສຽງເພງອາຊຽນ + 3

Chia sẻ
 
ງານປະກວດສຽງເພງອາຊຽນ + 3 - ảnh 1

ໃນເດືອນ ກໍລະກົດ ປີ 2019 ນີ້, ຢູ່ເຂດວາງແຜນຜັງ - ຕະຫຼາດນັດ - ວາງສະແດງ ແລະ ວັດທະນະທຳແຂວງກວາງນິງ ໄດ້ຈັດງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 ປີ 2019, ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ຫວັງວ່າຈະນຳມາໃຫ້ທ່ານຜູ້ຟັງບັນດາສຽງເພງທີ່ໜ້າປະທັບໃຈ ແລະ ມີສີສັນຫຼາກຫຼາຍ. ງານປະກວດສຽງເພງອາຊຽນ + 3 ແມ່ນບ່ອນຊ່ວຍສ້າງຄວາມໄຝ່ຝັນໃຫ້ບັນດານັກຮ້ອງໜຸ່ມ. ງານປະກວດສຽງເພງອາຊຽນ + 3 ແມ່ນເຫດການວັດທະນະທຳເພື່ອປະກອບສ່ວນສ້າງຂົວເຊື່ອມຕໍ່ສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກຂອງອາຊຽນ ແລະ ບັນດານັກຮ້ອງຜູ້ຖືກເຊີນມາຈາກຍີ່ປຸ່ນ, ຈີນ. ໃນລະຫວ່າງວັນທີ 26 – 27 ກໍລະກົດ ຜູ້ເຂົ້າປະກວດ 22 ຄົນດີເດັ່ນທີ່ມາຈາກ 10 ປະເທດອາຊຽນ ຈະເຂົ້າຮ່ວມການປະກວດຮອບຮອງຊະນະເລີດ. ແມ່ນໃຜຈະຍາດໄດ້ໄຊຊະນະໃນງານປະກວດປີນີ້? ເຊີນທ່ານຜູ້ຟັງ, ຜູ້ຊົມຮັບຊົມຄ່ຳຄືນປະກວດຮອບຊິງຊະນະເລີດ ແລະ ມອບລາງວັນງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 ປີ 2019 ເຊິ່ງຈະໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບ ວັດທະນະທຳ - ທ່ອງທ່ຽວ, Vietnam journey, VTC 1 ແລະ ໄດ້ອອກອາກາດສົດໃນຄື້ນຂອງ VOV5, VOV3 ໃນເວລາ 20 ໂມງຂອງວັນທີ 28 ກໍລະກົດ 2019.

ຕອບກັບ