ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່

Tran Tuan
Chia sẻ
(VOVWORLD) -     ຄາວຍັງມີຊີວິດຢູ່ ລຸງໂຮ່ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເບິ່ງຄືວ່າ ບັນດາຄວາມຮັກຄວາມແພງຂອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນນັ້ນ ໄດ້ເຕີມເຕັມກໍາລັງແຮງໃຫ້ແກ່ເພ່ິນໃນໄລຍະຊອກຫາເສັ້ນທາງກູ້ຊາດ. ການອວ່າຍໜ້າເມືອຫາ ລຸງໂຮ່ ກໍແມ່ນວິທີໜຶ່ງ ເຊິ່ງຊາວຫວຽດນາມ ອາໄສຢູ່ທົ່ວທຸກທະວີບໃນໂລກ ອວ່າຍໜ້າເມືອຫາປະເທດຊາດ, ໂດຍສະເພາະແມ່ນສໍາລັບໄວໜຸ່ມຫວຽດນາມລຸ້ນຄົນທີ 3, ທີ 4 ທີ່ອາໄສຢູ່ຕ່າງປະເທດ. ເຂົາເຈົ້າ ມີຄວາມປາດຖະໜາ ຢາກຊອກຮູ້, ຮັກສາສີສັນ, ວັດທະນະທໍາຂອງຊາດຫວຽດນາມ ຢູ່ຕ່າງປະເທດ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ເຈິ່ນຕ໊ວນ.

 "ຂ້າພະເຈົ້າພຽງແຕ່ຮູ້ຈັກ ລຸງໂຮ່ ຜ່ານການເລົ່າຂອງພໍ່ຂອງແມ່, ຂ້າພະເຈົ້າມີຄວາມນິຍົມນັບຖືເພ່ິນຫຼາຍ ທີ່ໄດ້ນໍາພາປະຊາຊົນຫວຽດນາມຫຼຸດພົ້ນອອກຈາກຊີວິດຂ້າທາດທີ່ລະກໍາລໍາບາກ, ນໍາປະເທດຊາດຜ່ານຜ່າໄລຍະສົງຄາມທີ່ລໍາບາກກາກກໍາ ເພື່ອຍາດເອົາເອກະລາດມາໃຫ້ປະເທດຫວຽດນາມຂອງພວກເຮົາ”.

“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ລຸງໂຮ່ທີ່ສຸດ, ຂ້າພະເຈົ້າເຫັນວ່າ ລຸງໂຮ່ແມ່ນຜູ້ນໍາທີ່ດີແສນເຄົາລົບຮັກ ແລະ ມີນໍ້າໃຈອັນໃຫຍ່ຫຼວງ, ຮັກປະເທດຊາດ ແລະ ຊາວຫວຽດນາມທີ່ສຸດ.

“ມີສອງຢ່າງທີ່ນ້ອງຮຽນມາໄດ້ຈາກລຸງໂຮ່, ນັ້ນແມ່ນ ຕ້ອງເຊື່ອໝັ້ນຕໍ່ບັນດາສິ່ງທີ່ຕົນເຮັດ. ທີສອງແມ່ນ ເຮັດວຽກດ້ວຍຄວາມມານະພະຍາຍາມ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຢາກປະສົບຜົນສໍາເລັດຕ້ອງມີຄວາມມານະພະຍາຍາມ”.

        ໃນຊີວິດແຫ່ງການເຄື່ອນໄຫວຂອງເພິ່ນ, ລຸງໂຮ່ ໄດ້ໄປທົ່ວທຸກທະວີບໃນໂລກ. ນັບແຕ່ເດືອນ ກໍລະກົດ ປີ 1928 ຮອດທ້າຍປີ 1929, ເພິ່ນໄດ້ດໍາລົງຊີວິດ, ເຮັດວຽກຢູ່ຫຼາຍແຫ່ງໃນປະເທດໄທ ດ້ວຍຊື່ເອີ້ນວ່າ ເຖົ້າຈິນ. ດິນແດນ ອຸດອນທານີ ກໍເຄີຍເປັນສະຖານທີ່ມີຂີດໝາຍຂອງລຸງໂຮ່ ໃນໄລຍະແຫ່ງການຊອກຫາເສັ້ນທາງກູ້ຊາດ, ດັ່ງນັ້ນ ໄວໜຸ່ມຫວຽດນາມ ອາໄສຢູ່ ອຸດອນທານີ, ເຖິງວ່າ ໄດ້ກໍາເນີດ ແລະ ເຕີບໃຫຍ່ຢູ່ ໄທກໍຕາມ ແຕ່ຍັງຄົງອວ່າຍໜ້າເມື່ອຫາ ລຸງໂຮ່ ດ້ວຍຄວາມເຄົາລົບ ແລະ ຮັກແພງ. ເວົ້າພາສາຫວຽດຍັງບໍ່ຂອດ, ແຕ່ ເຈິ່ນຫວຽດຖ໋າຍ, ອາຍຸ 24 ປີ  ພັດມີຄວາມເມົາມົວກັບການຊອກຮູ້ກ່ຽວກັບປະຫວັດສາດຫວຽດນາມ, ພິເສດແມ່ນບັນດາເລື່ອງລາວກ່ຽວກັບລຸງໂຮ່ໃນຊຸມວັນເດືອນປີແຫ່ງການເຄື່ອນໄຫວປະຕິວັດຢູ່ ໄທ. ຖ໊າຍ ແບ່ງປັນວ່າ: ທຸກໆປີ, ຮອດວັນຄ້າຍວັນເກີດປະທານໂຮ່ຈີມິນ, ພໍ່ປູ່ແມ່ຍ່າ, ພ້ອມດ້ວຍພໍ່ແມ່ ໄດ້ພາ ຂ້າພະເຈົ້າໄປຢ້ຽມຢາມອະນຸສາວະລີ - ເຊິ່ງເປັນບ່ອນບູຊາລຸງໂຮ່ ເພື່ອຈູດທູບໄຕ້ທຽນໄຫວ້ອາໄລ ແລະ ຫວນຄືນບັນດາອະນຸສອນຂອງລຸງໂຮ່ສຸດທີ່ເຄົາລົບຮັກ, ພ້ອມທັງສຶກສາໃຫ້ຄົນລຸ້ນໜຸ່ມເຖິງບັນດາເລື່ອງລາວກ່ຽວກັບການອຸທິດສ່ວນ, ນິດໄສອັນລຽບງ່າຍ, ໂອບເອື້ອອາລີ ແລະ ຮັກແພງພໍ່ແມ່ປະຊາຊົນ ຂອງເພ່ິນ.

ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່ - ảnh 1                           ເພື່ອນ ເຈິ່ນຫວຽດຖ໋າຍ

“ຊາວຫວຽດນາມ ອາໄສ ຢູ່ ໄທ ມີຄວາມເຄົາລົບ ແລະ ຮັກແພງລຸງໂຮ່ຫຼາຍ, ນັບແຕ່ຄາວຍັງນ້ອຍ, ພໍ່ແມ່ຂ້າພະເຈົ້າ ໄດ້ເລົ່າເລື່ອງກ່ຽວກັບລຸງໂຮ່ສູ່ຟັງ. ເຖິງວ່າ ເງື່ອນໄຂດໍາລົງຊີວິດຂອງລຸງໂຮ່ແມ່ນຫຍຸ້ງຍາກລໍາບາກກໍຕາມ ແຕ່ລຸງໂຮ່ແມ່ນຜູ້ນໍາຍິ່ງໃຫຍ່ທີ່ສຸດ”.

 ບໍ່ພຽງແຕ່ຢູ່ ໄທ ເທົ່ານັ້ນ, ທຸກໆປີ ເມື່ອຮອດວັນຄ້າຍວັນເກີດຂອງເພິ່ນ, ພໍ່ແມ່ພີ່ນ້ອງຫວຽດນາມ ອາໄສຢູ່ ລາວ ກໍໄດ້ເຕົ້າໂຮມກັນ, ຈັດຕັ້ງພິທີຈູດທູບໃຕ້ທຽນອາໄລຫາ ປະທານໂຮ່ຈີມິນ, ຫວນຄືນໄລຍະຫຍຸ້ງຍາກລໍາບາກ ແຕ່ເຕັມໄປດ້ວຍຄວາມອົງອາດກ້າແກ່ນຂອງຊາດ. ໄປຄຽງຄູ່ກັນນັ້ນ, ສະມາຄົມຊາວຫວຽດນາມຍັງສົມທົບກັບສະຖານທູດຫວຽດນາມ ປະຈໍາລາວ ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງກ່ຽວກັບປະທານໂຮ່ຈີມິນ ເຊັ່ນ ປຸກລະດົມຂະບວນການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ, ການເສັງຊອກຮູ້ກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບບ້ານເກີດເມືອງນອນ ເຫຼົ່ານີ້ເປັນຕົ້ນ ເພື່ອພຽງແຕ່ຢາກສຶກສາໃຫ້ຄົນລຸ້ນໜຸ່ມ ຮູ້ຮັກສາຄວາມງາມວັດທະນະທໍາຂອງຊາດໄວ້ໃນໃຈເທົ່ານັ້ນ, ແຜ່ຂະຫຍາຍອອກເປັນວົງກວ້າງຕື່ມອີກ. ຖືໃນໂຕສອງສາຍເລືອດ ຫວຽດ - ລາວ, ນາງ ຫງວຽນງອກມາຍ, ອາຍຸ 23 ປີ ແບ່ງປັນວ່າ: ໂດຍໄດ້ກໍາເນີດ ແລະ ເຕີບໃຫຍ່ຢູ່ລາວ, ແຕ່ຄາວຫຍັງນ້ອຍ ເມື່ອຫາກໍຮູ້ເວົ້າແບບປູໆປາໆ ໄດ້ແຕ່ສອງຄໍາ “ພໍ່, ແມ່” ກໍແມ່ນເວລາທີ່ອອກສຽງໄດ້ສອງຄໍາ “ລຸງໂຮ່”.

ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່ - ảnh 2 ນາງ ຫງວຽນງອກມາຍ

ນັບແຕ່ຄາວຍັງນ້ອຍ, ແມ່ຂອງຂ້າພະເຈົ້າໄດ້ເລົ່າເລື່ອງລາວກ່ຽວກັບລຸງໂຮ່ສູ່ຟັງ. ເມື່ອກັບມາຫວຽດນາມ, ຂ້າພະເຈົ້າໄດ້ໄປຢ້ຽມຢາມບ້ານເກີດເມືອງນອນຂອງເພິ່ນ, ໄດ້ເຫັນເຮືອນມຸ່ງຫຍ້າຄາ, ບັນດາວັດຖຸ, ເຄື່ອງໃຊ້ສອຍພາຍໃນເຮືອນຂອງລຸງໂຮ່ ແມ່ນປະຖົມປະຖານ ແລະ ລຽບງ່າຍຫຼາຍ ແຕ່ນັ້ນພັດແມ່ນບ່ອນກໍາເນີດຂອງນັກວິລະຊົນຂອງຊາດ, ນັ້ນແມ່ນສິ່ງທີ່ເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈຫຼາຍ ແລະ ຂ້າພະເຈົ້າກໍໄດ້ຮຽນຫຼາຍສິ່ງຫຼາຍຢ່າງຈາກລຸງໂຮ່”.

        ສໍາລັບໄວໜຸ່ມຫວຽດນາມ ອາໄສຢູ່ເອີຣົບ, ທະວີບ ອາເມລິກາ, ເຖິງວ່າກາລະໂອກາດສໍາຜັດ ແລະ ຊອກຮູ້ກ່ຽວກັບລຸງໂຮ່ແມ່ນໜ້ອຍກວ່າເພື່ອນໆຢູ່ພາກພື້ນອື່ນກໍຕາມ, ແຕ່ຮູບພາບກ່ຽວກັບລຸງໂຮ່ ເຂົາເຈົ້າໄດ້ມະໂນພາບຜ່ານການເລົ່າເລື່ອງຂອງພໍ່ແມ່, ຜ່ານເນື້ອຮ້ອງຂອງບັນດາບົດເພງທີ່ໄດ້ຮັບຟັງແຕ່ຄາວຍັງນ້ອຍ. ໄປຄຽງຄູ່ກັນນັ້ນ, ການເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ ກໍແມ່ນເວທີໜຶ່ງທີ່ເປັນປະໂຫຍດ, ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ຄົ້ນຫາ, ຊອກຮູ້ກ່ຽວກັບລຸງໂຮ່, ກ່ຽວກັບມູນເຊື້ອວັດທະນະທໍາ, ປະຫວັດສາດຜ່ານບັນດາມໍລະດົກ, ທັດສະນີຍະພາບ. ຈາກນັ້ນກໍ່ໄດ້ປຸກລຸກນໍ້າໃຈຮັກຊາດ ກໍຄືຄວາມເອກອ້າງທະນົງໃຈ, ນໍ້າໃຈເຊີດຊູຊາດຕົນເອງ ໃຫ້ແກ່ໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ. ທ້າວ ບຸ່ຍຮວ່າງທັງ, ອາຍຸ 20 ປີ, ເຊິ່ງປັດຈຸບັນພວມດໍາລົງຊີວິດຢູ່ ການາດາ ແລະ ນາງ ເຈິ່ນເຟືອງແອັງ, ອາຍຸ 21 ປີ, ເຊິ່ງປັດຈຸບັນພວມດໍາລົງຊີວິດຢູ່ ຢູແກຼນ ແບ່ງປັນວ່າ:

        “ກ່ອນນີ້ ຂ້າພະເຈົ້າໄດ້ຮັບຟັງເລື່ອງລາວກ່ຽວກັບລຸງໂຮ່ແລ້ວ, ໂດຍສະເພາະແມ່ນໃນສະໄໝທີ່ ເພິ່ນເດີນທາງໄປຍັງ ລັດເຊຍ ເພື່ອໄປຢ້ຽມຢາມຜູ້ນໍາ ເລນິນ. ຄາວນັ້ນ,ເຖິງວ່າແມ່ນລະດູໜາວມີຫິມະຕົກຫຼາຍກໍຕາມ ແຕ່ເພິ່ນຍັງພະຍາຍາມໄປສຸສານ ເພື່ອວາງພວງມາລາຈາລຶກຫານໍາອີກ. ຜ່ານແບບຢາງຂອງລຸງໂຮ່ ຂ້າພະເຈົ້າຮຽນຮູ້ໄດ້ວິຖີການດໍາລົງຊີວິດແບບລຽບງ່າຍ ແລະ ຍາມໃດກໍພະຍາຍາມສູ້ຊົນ, ຂ້າພະເຈົ້າຈະພະຍາຍາມ, ເຖິງວ່າຫຍຸ້ງຍາກກໍຕາມ ແຕ່ຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຈະພະຍາຍາມຮຽນຮູ້ຕື່ມອີກ”.

        “ລຸງໂຮ່ ແມ່ນຜູ້ນໍາທີ່ເກັ່ງກ້າສາມາດ ເພາະວ່າລຸງໂຮ່ຮູ້ຫຼາຍພາສາ. ດຽວນີ້ ນ້ອງຢາກຮຽນໃຫ້ເກັ່ງ ແລ້ວຢາກກັບມາຫວຽດນາມ, ເຮັດວຽກຢູ່ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດຊາດໃຫ້ນັບມື້ນັບດີງາມກວ່າເກົ່າ”.

ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່ - ảnh 3ໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຢາມເຮືອນມຸ່ງຫຍ້າຄາຂອງ ລຸງໂຮ່ 

        ດ້ວຍເງື່ອນໄຂສະດວກ, ໄດ້ດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ສະພາບແວດລ້ອມທີ່ມີວັດທະນະທໍາ, ໄດ້ເຂົ້າເຖິງຄວາມຮູ້ດ້ານວິທະຍາສາດ, ເຕັກນິກ, ເຕັກໂນໂລຢີທັນສະໄໝທີ່ສຸດໃນໂລກ ພ້ອມກັບການຂະຫຍັນຂັນເຄື່ອນ ແລະ ຫົວຄິດປະດິດສ້າງຂອງໄວໜຸ່ມ. ຊາວໜຸ່ມ, ນັກສຶກສາຫວຽດນາມທີ່ດໍາລົງຊີວິດຢູ່ທຸກປະເທດໃນໂລກ ແມ່ນທູດໂຄສະນາພາບພົດ, ວັດທະນະທໍາ ແລະ ຊາວຫວຽດນາມເຖິງເພື່ອນມິດສາກົນ ກໍຄື ເປັນຂົວຕໍ່ແຫ່ງໄມຕີຈິດມິດຕະພາບ ແລະ ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ອັນໄດ້ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ ແລະ ຮຸ່ງເຮືອງສີວິໄລ./.

 

 

ຕອບກັບ